spot_img
Homeຂ່າວພາຍ​ໃນພາກເອກະຊົນ ມີສ່ວນຮ່ວມສຳຄັນ ຕໍ່ການພັດທະນາເສດຖະກິດ

ພາກເອກະຊົນ ມີສ່ວນຮ່ວມສຳຄັນ ຕໍ່ການພັດທະນາເສດຖະກິດ

Published on

bounpone

ໃນໂອກາດໃຫ້ກຽດໂອ້ລົມຕໍ່ກອງປະຊຸມພົບປະລະຫວ່າງພາກລັດ ແລະ ເອກະ ຊົນກ່ຽວກັບການພັດທະນາເສດຖະກິດແຫ່ງຊາດ ຂອງທ່ານ ດຣ ບຸນປອນ ບຸດຕະນະວົງ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດຖະກິດມະ ຫາພາກເມື່ອບໍ່ດົນມານີ້, ຊຶ່ງທ່ານໄດ້ເນັ້ນວ່າ: ພາກເອກະຊົນກໍຄື ຫົວໜ່ວຍທຸລະກິດ ແລະ ຜູ້ປະກອບການຕ່າງໆມີບົດບາດສຳຄັນຫລາຍໃນການພາໃຫ້ເສດ ຖະກິດຂອງຊາດ ເຕີບໃຫຍ່ຂະຫຍາຍໂຕດ້ວຍຄວາມເຂັ້ມແຂງໄດ້, ເພາະວ່າພາກເອກະຊົນຄືຜູ້ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍດ້ານເສດຖະກິດຂອງພັກ ແລະ ລັດຖະບານວາງອອກ ແຕ່ລະໄລຍະ.

ຮອງນາຍົກລັດຖະມົນຕີ ກ່າວວ່າ: ໃນຊຸມປີຜ່ານມາ, ເຫັນວ່າສະພາບເສດຖະກິດໂລກຍັງ ບໍ່ທັນຟື້ນຕົວດີເທົ່າທີ່ຄວນ, ບວກກັບຜົນກະທົບຈາກໄພທຳມະຊາດກໍມີຄວາມຮຸນແຮງຂຶ້ນເລ້ືອຍໆ, ອັນໄດ້ສົ່ງຜົນກະທົບບໍ່ໜ້ອຍຕໍ່ເສດຖະ ກິດຂອງປະເທດເຮົາ, ໂດຍສະເພາະບັນຫາລາຄາ ແຮ່ທາດໃນຕະຫລາດໂລກຕົກຕ່ຳ,ເຮັດໃຫ້ຫລາຍໂຄງການຂຸດຄົ້ນແຮ່ຢູ່ປະເທດເຮົາປະສົບບັນຫາ, ມີບາງໂຄງການໄດ້ຢຸດການຜະລິດ ຊົ່ວຄາວ ແລະ ສົ່ງຜົນຕໍ່ການເກັບລາຍຮັບເຂົ້າງົບປະ ມານບໍ່ໄດ້ຕາມແຜນ, ເນື່ອງຈາກວ່າລາຍ ຮັບຕົ້ນຕໍ່ຂອງຊາດໃນປັດຈຸບັນແມ່ນມາຈາກແຮ່ທາດເປັນສ່ວນໃຫຍ່. ຄືດັ່ງໃນສົກປີນີ້ກະຊວງການເງິນໄດ້ຂຶ້ນແຜນເກັບລາຍຮັບຈາກແຮ່ທາດປະມານ 1.300 ຕື້ກີບ, ແຕ່ໃນຕົວຈິງປະຕິບັດໄດ້ພຽງ 500 ກວ່າຕື້ກີບ, ໝາຍວ່າຍັງຂາດດຸນຫລາຍກວ່າ 700 ຕື້ກີບ ແລະ ຕົວເລກນີ້ກໍແມ່ນສະພາແຫ່ງຊາດໄດ້ຮັບຮອງເອົາແລ້ວ, ຂະນະດຽວກັນກໍມີຫລາຍບໍລິສັດໄດ້ລົງ ມືຈັດຕັ້ງປະຕິບັດຫລາຍໂຄງການ ເປັນຕົ້ນ:ກໍ່ສ້າງເສັ້ນທາງ, ຂົວ ແລະ ໂຄງລ່າງພື້ນຖານອື່ນໆ, ແຕ່ສຸດທ້າຍເຮັດໃຫ້ລັດເປັນໜີ້ພາກເອກະຊົນ, ເນື່ອງຈາກເກີດສະພາບບໍ່ຄ່ອງຕົວດ້ານການ ເງິນຂອງລັດຖະບານ ແລະ ບັນຫາອື່ນໆ, ຂະນະດຽວກັນຂະບວນການປູກໄມ້ອຸດສະຫະກຳ, ໂດຍສະເພາະຢາງພາລາກໍປະສົບບັນຫາລາຄາຕົກຕ່ຳ ແລະ ບໍ່ມີສັນຍາຜູກຂາດການເກັບ ຊື້ທີ່ລະອຽດຊັດເຈນ, ມີຫລາຍແຂວງທາງພາກເໜືອປະເທດເຮົາກະສິກອນຈຳນວນບໍ່ໜ້ອຍ ໄດ້ພາກັນຕັດໂຄ່ນຕົ້ນຢາງພາລາຖີ້ມແລ້ວປູກພືດຊະນິດອື່ນແທນ, ເຊິ່ງບັນຫາດັ່ງກ່າວນີ້ເກີດຂຶ້ນຍ້ອນພວກເຮົາຂາດການວາງແຜນສົ່ງເສີມທີ່ລະອຽດ ແລະ ນອກຈາກນີ້, ພວກເຮົາຕ້ອງຮັບຮູ້ ແລະ ເຂົ້າໃຈນຳກັນວ່າປັດຈຸບັນຫົວໜ່ວຍການຜະລິດ ຢູ່ປະເທດເຮົາສ່ວນຫລາຍຍັງບໍ່ທັນມີຄວາມເຂັ້ມແຂງທາງດ້ານເຕັກນິກ, ທຶນຮອນ ແລະ ປະສົບການຈຶ່ງເຮັດໃຫ້ຫົວໜ່ວຍທຸລະກິດເຫລົ່ານັ້ນປະສົບບັນຫາໃນການດຳເນີນທຸລະກິດຂອງຕົນ, ສົ່ງຜົນກະທົບຕໍ່ການເກັບລາຍຮັບງົບປະມານ ແລະ ການສ້າງວຽກເຮັດງານທຳໃຫ້ປະຊາຊົນ.

ຮອງນາຍົກລັດຖະມົນຕີ ກ່າວວ່າ: ເພື່ອເຮັດໃຫ້ເສດຖະກິດຂອງຊາດເຕີບໃຫຍ່ຂະຫຍາຍຕົວຕາມ ແຜນ ກຳນົດໄວ້ນັ້ນ, ມັນເປັນສິ່ງສຳຄັນຫລາຍທີ່ພາກລັດ ແລະ ເອກະຊົນຈະຕ້ອງໄດ້ມີການປຶກ ສາຫາລືນຳກັນຢ່າງຈິງໃຈເລິກເຊິ່ງ, ໂດຍສະເພາະປັດຈຸບັນພວກເຮົາພວມຢູ່ໃນການກະກຽມສະ ຫລຸບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VII (2011-2015) ແລະ ກຳນົດແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII (2016-2020), ພ້ອມທັງຍຸດທະສາດ ແລະ ວິໃສທັດຕ່າງໆ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງພາກເອກະຊົນ, ນັກທຸລະກິດຈົ່ງເປັນເຈົ້າການເຂົ້າ ຮ່ວມປະກອບຄຳຄິດເຫັນໃສ່ແຜນພັດທະນາເສດຖະກິດດັ່ງກ່າວ, ເພາະວ່າຜູ້ທີ່ຈະຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດແຫ່ງຊາດໃຫ້ປະສົບຜົນສຳເລັດຕົວຈິງກໍແມ່ນພາກເອກະຊົນກໍຄືນັກທຸລະກິດນັ້ນເອງ, ດັ່ງນັ້ນ ມັນຈິ່ງມີຄວາມຈຳເປັນຫລາຍທີ່ພາກລັດ ແລະ ພາກເອກະຊົນ ຕ້ອງມີການປຶກສາຫາລື ແລະ ກຳນົດນະໂຍບາຍທີ່ລະອຽດເພື່ອພ້ອມກັນຊອກຊ່ອງທາງ ແລະ ກົນໄກເອື້ອອຳນວຍໃຫ້ແກ່ບັນຍາ ກາດດຳເນີນທຸລະກິດດີກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະເທດເຮົາ ໃຫ້ຈະເລີນສີວິໄລ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ເຫດການຄາຕະກຳ! ເຂີຍໂຫດບໍ່ພໍໃຈເມຍແຊຣໂພສລົງເຟສບຸກ ໃຊ້ອາວຸດປືນຍິງຄອບຄົວ ພ້ອມຈົບຊີວິດຕົນເອງ ລວມທົງໝົດ 5 ສົບ

ເຂີຍໂຫດບໍ່ພໍໃຈເມຍ ທີ່ແຊຣລົງເຟສບຸກ ຈຶ່ງກໍ່ເຫດຄາຕະກຳ ແລ້ວຈົບຊີວິດຕົນເອງຕາມ ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 15 ກໍລະກົດ 2025 ຜ່ານມານີ້, ເຈົ້າໜ້າທີ່ກອງບັນຊາການ ປ້ອງກັບຄວາມສະຫງົບ ແຂວງຊຽງຂວາງໄດ້ຮັບລາຍງານ...

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...