spot_img
Homeຂ່າວຕ່າງປະເທດມຽນມາລະງັບການສົ່ງອອກເຂົ້າຊົ່ວຄາວ ເພື່ອສະໜອງພາຍໃນໃຫ້ພຽງພໍ ຫລັງນ້ຳຖ້ວມໜັກໜ່ວງ!

ມຽນມາລະງັບການສົ່ງອອກເຂົ້າຊົ່ວຄາວ ເພື່ອສະໜອງພາຍໃນໃຫ້ພຽງພໍ ຫລັງນ້ຳຖ້ວມໜັກໜ່ວງ!

Published on

MYANMAR-WEATHER-FLOODS

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ສິງຫານີ້ວ່າ ສະຫະພັນເຂົ້າມຽນມາ ໄດ້ຕັດສິນໃຈລະງັບການສົ່ງອອກເຂົ້າເປັນເວລາ 1 ເດືອນເຄິ່ງ ເພື່ອຮັກສາລາຄາເຂົ້າບໍ່ໃຫ້ເພີ່ມຂຶ້ນ ແລະ ຮັບປະກັນໃຫ້ຕອບສະໜອງພຽງພໍຕໍ່ຄວາມຕ້ອງການພາຍໃນປະເທດ ເນື່ອງຈາກສະພາວະວິກິດການຂອງໄພນ້ຳຖ້ວມ ທີ່ເກີດຂຶ້ນໃນທຸກພື້ນທີ່ທົ່ວປະເທດໃນປັດຈຸບັນ.

ສະຫະພັນເຂົ້າມຽນມາຍັງໄດ້ຖະແຫລງວ່າ ຈະດຳເນີນມາດຕະການເພື່ອຊ່ວຍໃຫ້ລາຄາເຂົ້າບໍ່ປັບຕົວຂຶ້ນ ແລະ ຈະບໍ່ໃຫ້ພື້ນທີ່ທີ່ຖືກນ້ຳຖ້ວມຂາດແຄນເຂົ້າເດັດຂາດ.

 

ບົດຄວາມຫຼ້າສຸດ

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...

ຍອດຜູ້ເສຍຊີວິດທະລຸ 1,400 ຄົນ ຈາກເຫດແຜ່ນດິນໄຫວໃນອັບການິສຖານ

ອັບເດດຍອດຜູ້ເສຍຊີວິດຈາກເຫດການແຜ່ນດິນໄຫວໃນອັບການິສຖານ ຄວາມຮຸນແຮງ 6.0 ຣິກເຕີ ຫຼ້າສຸດມີລາຍງານການເສຍຊີວິດເພີ່ມຂຶ້ນເປັນ 1,400 ຄົນ ແລະ ບາດເຈັບອີກຫຼາຍພັນຄົນ. ອີງຕາມສຳນັກຂ່າວຮອຍເຕີລາຍງານໃນວັນທີ 2 ກັນຍາ 2025, ກ່ຽວກັບເຫດການແຜ່ນດິນໄຫວໃນອັບການິສຖານ ເຮັດໃຫ້ມີຍອດຜູ້ເສຍຊີວິດເພີ່ມຂຶ້ນເປັນ...

ຫວຽດນາມ ຈັດພິທີສະຫລອງ 80 ປີ ການປະຕິວັດເດືອນສິງຫາ ແລະ ວັນຊາດ.

ສະເຫຼີມສະຫຼອງຢ່າງຍິ່ງໃຫຍ່! ປະທານປະເທດແຫ່ງ ສປປ ລາວ ເຂົ້າຮ່ວມ ພິທີສະເຫລີມສະຫລອງ 80 ປີ ການປະຕິວັດເດືອນສິງຫາທີ່ສຳເລັດຜົນ ແລະ ວັນຊາດ ສສ ຫວຽດນາມ. ໃນເຊົ້າວັນທີ 2...