spot_img
Homeຂ່າວຕ່າງປະເທດແຄລິຟໍເນຍ ເລັ່ງອົບພະຍົບປະຊາຊົນອອກຈາກໄຟໄໝ້ປ່າ

ແຄລິຟໍເນຍ ເລັ່ງອົບພະຍົບປະຊາຊົນອອກຈາກໄຟໄໝ້ປ່າ

Published on

400lll

ຂປລ. ຕາມ​ຂ່າວ​ຕ່າງປະ​ເທດ, ວັນ​ທີ 3 ສິງຫາ 2015​, ຜູ້​ວ່າການ ​ລັດແຄ​ລິ​ຟໍ​ເນຍ ຂອງ​ສະຫະລັດ ໄດ້​ເລັ່ງອົບ​ພະຍົບປະຊາຊົນ 6.000 ຄອບຄົວ ​ໃນທົ່ວ​ລັດອອກ​ຈາກ​ ເຂດ​ໄຟ​ໄໝ້​ປ່າ ຮຸນ​ແຮງ 21 ຈຸດ ກວມ​ເອົາ 306.250 ​ເຮັກຕາຢູ່ທາງ​ພາກ​ຕາ​ເວັນ​ຕົກ ​ຍ້ອນ​ສະພາບ ​ອາກາດ​ແຫ້ງ​ແລ້ງ​.

​ຜູ້​ວ່າການ​ລັດ ​ແຄ​ລິ​ຟໍ​ເນຍ ​ເປີດ​ເຜີຍ​ຕື່ມວ່າ: ​ເຈົ້າ​ໜ້າ​ທີ່ ດັບ​ເພີງ ພວມ​ລະດົມ​ ກຳລັງ​ເຂົ້າ​ໄປຄວບ​ຄຸມຕົ້ນ​ເພິ​ງ. ສາ​ເຫດໄຟ​ໄໝ້​ປ່າ ສ່ວນ​ໃຫຍ່ ​ເກີດ​ຈາກ​ຟ້າຜ່າ ປະກອບ​ ກັບ​ ສະພາບ​ອາກາດ ​ແຫ້ງ​ແລ້ງ ທີ່​ເປັນ​ອຸປະສັກ ຕໍ່​ການ​ຄວບ​ຄຸມ​ໄຟ. ຂະນະ​ນີ້ ​​ເຮືອນ​ປະຊາຊົນ ​ແລະ ​ຕຶກ ພວມ​ກໍ່ສ້າງ​ຖືກ​ໄຟ​ໄໝ້​ໄປ 50 ກວ່າ​ຫລັງ, ພະນັກງານ ​ດັບ​ເພິ​ງ ​ເສຍ​ຊີວິດ 1 ຄົນ ​ແລະ ​ຕ້ອງ​ປິດ​ເສັ້ນທາງ​ຫລວງ ​ເຮັດ​ໃຫ້ການ​ເດີນທາງ​​ໃນ​ໄລຍະ​ນີ້​ຕິດ​ຂັດ. ລັດ​ແຄ​ລິ​ຟໍເນຍ ​ເກີດສະພາບ​ອາກາດ ​​ໄພ​ແຫ້ງ​ແລ້ງ​ຂຶ້ນ​ ຢ່າງ​ຮ້າຍ​ແຮງ​ຕິດ​ຕໍ່​ກັນ​ເປັນ​ປີ​ທີ່ 4 ​ແລ້ວ.

 

ຂອບໃຈຂ່າວຈາກ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...