spot_img
Homeປ່ອງຢ້ຽມດວງດາວທົບທວນຄວາມຈຳ! ດາວເຄາະທັງ 8 + ດາວພູໂຕ ໜ້າຕາເປັນຈັ່ງໃດ?

ທົບທວນຄວາມຈຳ! ດາວເຄາະທັງ 8 + ດາວພູໂຕ ໜ້າຕາເປັນຈັ່ງໃດ?

Published on

ຫລາຍ​ຄົນ​ຄົງ​ເຫັນ​ພາບ​ຂ່າວ​ດາວ​ພູ​ໂຕ​ກັນ​ເລື້ອຍ​ໆແລ້ວ ລອງ​ມາ​ທົບ​ທວນ​ຄວາມ​ຈຳ​ຂອງ​ດາວ​ເຄາະ 8 ດວງ​ກັນ​ດີກວ່າ​ໜ້າ​ຕາ​ເປັນ​ຈັ່ງໃດ
MERCURY(ດາວ​ພຸດ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ດາວ​ພຸດ​ເປັນ​ດາວ​ເຄາະ​ທີ່​ດວງ​ນ້ອຍ​ທີ່ສຸດ​ໃນ​ລະບົບ​ສຸ​ລິ​ຍະ​ແລະ​ຢູ່​ໃກ້​ດວງ​ອາທິດ​ຫລາຍ​ທີ່ສຸດ ພື້ນ​ຜິວ​ເປັນ​ຂຸມ​ເປັນ​ບໍ່​ເພາະ​ຖືກ​ອຸກ​ກາ​ບາດ​ຊົນ​ຫລາຍເທື່ອ ອຸນຫະພູມ​ໃນ​ຕອນ​ກາງເວັນ​ສູງ​ເຖິງ​ກວ່າ 400 ອົງ​ສາ​ ສ່ວນ​ໃນ​ຕອນ​ກາງ​ຄືນຫ​ລຸດ​ຮວບ​ເຖິງ -173 ອົງ​ສາ​ເລີຍ ເຫັນ​ພາບ​ນີ້​ຫລາຍ​ຄົນ​ຄົງ​ຝັນ​ສະ​ຫລາຍ ເພາະ​ໜ້າ​ຈະ​ຕິດ​ຕາ​ຈາກ​ເຊນ​ເລີລ໌​ເມີ​ຄິວ​ລີ່​ສີ​ຟ້າ​ໜ້າ​ແບ໊ວ ເລີຍ​​ຄິດວ່າ​ໄປ​ດາວ​ພຸດ​ຄົງ​ມີ​ສີ​ຟ້າ​ງາມ​ ແຕ່​ທີ່​ຈິງແລ້ວ ກໍ​ຕາມ​ພາບ​ທີ່ທີ່ເຫັນຫັ້ນແຫລະ
VENUS(ດາວ​ສຸກ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ດາວ​ສຸກ ເປັນ​ດາວ​ທີ່​ຮູ້​ຈັກ​ກັນ​ດີ​ໃນ​ເລື່ອງ​ຂອງ​ຄວາມ​ເປັນ​ປະ​ກາຍ​ ເພາະ​ສະຫວ່າງ​ຮອງ​ຈາກ​ດວງ​ອາທິດ​ແລະ​ດວງຈັນ ຄວາມ​ສຸດຍອດ​ຂອງ​ດາວ​ສຸກ​ຄື ດາວ​ເຄາະ​ດວງ​ອື່ນໆ (ສ່ວນ​ຫລາຍ) ຈະ​ໝຸນ​ຈາກ​ທິດ​ຕະເວັນ​ຕົກ​ໄປ​ທາງ​ທິດ​ຕະເວັນ​ອອກ (ໝຸນ​ໄປ​ທາງ​ຂວາ)   ແຕ່​ດາວ​ສຸກຈະ​ກັບ​ກັນ​ຄື​ໝຸນ​ຈາກ​ທິດ​ຕະເວັນ​ອອກ​ໄປ​ທາງ​ທິດ​ຕະເວັນ​ຕົກ (ໝຸນ​ໄປ​ທາງ​ຊ້າຍ) ນອກ​ຈາກ​ນີ້ ໜຶ່ງ​ມື້​ເທິງ​ດາວ​ສຸກ​ກໍ​ຍັງ​ຍາວນານ​ຫລາຍ​ ທຽບ​ກັບ​ໂລກ​ຄື ໜຶ່ງ​ມື້​ຂອງ​ດາວ​ສຸກ = 116 ມື້ 18 ຊົ່ວ​ໂມງ​ຂອງ​ໂລກ
EARTH(ໂລກ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ຄືຊິບໍ່​ຕ້ອງ​ອະທິບາຍ​ຫຍັງ​ຫລາຍ ເພາະ​ທຸກ​ຄົນ​ຄົງ​ກຳ​ລັງ​ອ່ານ​ບົດ​ຄວາມ​ນີ້​ກັນ​ຢູ່​ເທິງ​ໂລກ​ແນ່​ນອນ ຄວາມ​ສຸດຍອດຂອງ​ໂລກ​ຄື​ມີ​ສິ່ງ​ຊີວິດ​ອາໄສ​ຢູ່​ຫລວງຫລາຍ ແຖມ​ຍັງ​ເປັນ​ສິ່ງ​ມີ​ຊີວິດ​ທີ່​ສ້າງ​ຍານ​ອອກ​ໄປ​ສຳ​ລວດ​ຍັງ​ນອກ​ໂລກ​ໄດ້​ອີກ​ຕ່າງ​ຫາກ ເກັ່ງ​ເນາະ
MARS(ດາວ​ອັງ​ຄານ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ເປັນ​ດາວ​ເຄາະ​ທີ່​ຊາວ​ໂລກ​ຢ່າງ​ເຮົາ​ເບິ່ງ​ຈະ​ຄຸ້ນ​ເຄີຍ​ຫລາຍ​ທີ່ສຸດ ແມ່ນ​ຫຍັງ​ກໍ​ຈະ​ຄິດ​ເຖິງ​ດາວ​ອັງ​ຄານ​ໄວ້​ກ່ອນ ແລະ​ກໍ​ເປັນ​ດາວ​ທີ່​ຄົນ​ຈຳນວນ​ບໍ່​ໜ້ອຍ​ເຊື່ອ​ວ່າ​ໜ້າ​ຈະ​ມີ​ສິ່ງ​ມີ​ຊີວິດ​ອາໄສ​ຢູ່  ລວມ​ເຖິງ​ວາງ​ແຜນ​ຈະ​ລອງ​ສົ່ງ​ມະນຸດ​ໄປ​ຕັ້ງຮາກຖານ​ກັນ​ບ່ອນນັ້ນ​ແບບ​ບໍ່​ກັບ​ມາ​ເທິງ​ໂລກ​ອີກ​ແລ້ວ​ໃນ​ອີກ​ບໍ່​ຈັກປີ​ຂ້າງ​ໜ້າ
JUPITER(ດາວ​ພະ​​ຫັດ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ດາວ​ພະ​ຫັດ​ເປັນ​ດາວ​ເຄາະ​ທີ່​ໃຫຍ່​ທີ່ສຸດ​ໃນ​ລະບົບ​ສຸ​ລິ​ຍະ ມີ​ເສັ້ນ​ຜ່າ​ສູນ​ກາງ​ທີ່​ຍາວ​ກວ່າ​ໂລກ​ເຖິງ 12 ເທົ່າ ສິ່ງ​ໜຶ່ງ​ທີ່​ເຮັດໃຫ້​ດາວ​ພະ​​ຫັດ​ໄດ້ຮັບ​ຄວາມ​ສົນ​ໃຈ​ຄື​ມີ​ຈຸດ​ສີ​ສົ້ມໆ ແດງໆ (ດ້ານ​ຂວາ​ລົງ​ໄປ​ດ້ານ​ລຸ່ມ​ໃນ​ພາບ)   ມັນ​ຄື​ພາ​ຍຸ​ຂະໜາດ​ໃຫຍ່​ທີ່​ກໍ່​ຕົວ​ມາ​ແລ້ວ​ເຖິງ 350 ລ້ານ​ປີ ແຖມ​ມີ​ຂະໜາດ​ໃຫຍ່​ກວ່າ​ໂລກ​ຂອງ​ເຮົາ​ທັງ​ໃບ​ອີກ​ນອກ​ຈາກ​ນີ້​ດາວ​ພະ​ຫັດ​ຍັງມີ​ວົງ​ແຫວນ​ຢູ່ 4 ຊັ້ນ​ແຕ່​ບາງ​ຫລາຍ​ ຈົນ​ເບິ່ງ​ເກືອບ​ບໍ່​ເຫັນ
SATURN(ດາວ​ເສົາ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ເປັນ​ດາວ​ເຄາະ​ທີ່​ໃຫຍ່​ເປັນ​ອັນ​ດັບ 2 ຂອງ​ລະບົບ​ສຸ​ລິ​ຍະ ແລະ​ເປັນ​ດາວ​ເຄາະ​ທີ່​ມາ​ພ້ອມ​ກັບ​ວົງ​ແຫວນ​ຂະໜາດ​ໃຫຍ່ ໂດຍ​ວົງ​ແຫວນ​ຂອງ​ດາວ​ເສົາເກີດ​ຈາ​ກອານຸ​ພາກ​ຂະໜາດ​ນ້ອຍ​ຫລາຍ​ຈົນ​ເບິ່ງບໍ່ເຫັນ​ດ້ວຍ​ຕາ​ເປົ່າ​ຈົນ​ເຖິງ​ວັດ​ຖຸ​ຂະໜາດ​ໃຫຍ່​ຫລາຍ​ແມັດ​ ​ລວມ​ຕົວກັນ
URANUS(ດາວ​ຍູ​ເລ​ນັດ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ເຮົາ​ຄຸ້ນ​ເຄີຍ​ກັບ​ຊື່​ຍູ​ເລ​ນັດ ແຕ່​ຫລາຍ​ຄົນ​ອາດຈະ​ລືມ​ໄປ​ວ່າ ມີ​ຊື່​ອີກຊື່ວ່າ​ດາວມະລຶດຕະຍູ ດາວ​ຍູ​ເລ​ນັດ​ກໍ​ມີ​ວົງ​ແຫວນ ແຕ່​ມັນ​ທັງ​ບາງ​ແລະ​ມືດ​ຫລາຍ ແລະ​ເພາະ​ຢູ່​ໄກ​ຈາກ​ດວງ​ອາທິດ​ຫລາຍ​ ເຮັດໃຫ້​ໄດ້ຮັບ​ແສງ​ສະຫວ່າງ​ນ້ອຍ​ຫລາຍ ດັ່ງ​ນັ້ນ​ກາງເວັນ​ແລະ​ກາງ​ຄືນ​ຈຶ່ງ​ມີ​ອຸນຫະພູມ​ທີ່​​ບໍ່​ແຕກ​ຕ່າງ​ກັນ​ເລີຍ​ຄື​ປະ​ມານ -224 ອົງ​ສາ​ ຄວາມ​ອິນ​ດີ້​ອີກ​ຢ່າງ​ຂອງ​ດາວ​ຍູ​ເລ​ນັດ​ຄື ໃນ​ຄະນະ​ທີ່​ດາວ​ດວງ​ອື່ນໆ ​ໝຸນ​ຈາກ​ຕະເວັນ​ຕົກ​ໄປ​ຕະເວັນ​ອອກ (ຍົກ​ເວັ້ນ​ດາວ​ສຸກ​ທີ່​ໝຸນ​ຈາກ​ຕະເວັນ​ອອກ​ໄປ​ຕະເວັນ​ຕົກ) ແຕ່​ດາວ​ຍູ​ເລ​ນັດ​ລ້ຳ​ກວ່າ​ນັ້ນ  ເພາະ​ຫລິ້ນ​ໝຸນ​ຈາກ​ທິດ​ເໜືອ​ລົງ​ໄປ​ທິດ​ໃຕ້​ເລີຍ ເວົ້າ​ງ່າຍໆ ຄື​ໝຸນ​ຈາກ​ເທິງ​ລົງ​ລຸມ​ນັ້ນ​ເອງ
NEPTUNE(ເນບ​ຈູນ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ດາວ​ເນບ​ຈູນ​ຫລື​ທີ່​ມີ​ຊື່​ວ່າ​ດາວ​ເກ​ດ ມີ​ສີ​ຄ້າຍ​ກັບ​ດາວ​ຍູ​ເລ​ນັດ (ທີ່​ມີ​ສີ​ຟ້າ​ອົມ​ຂຽວ) ແຕ່​ດາວ​ເນບ​ຈູນ​ມີ​ສີ​ຟ້າ​ເຂ້ມ​ອອກ​ໄປ​ທາງ​ນ້ຳ​ເງີນ ປະຈຸບັນ​ຖື​ເປັນ​ດາວ​ເຄາະ​ລຳ​ດັບ​ສຸດ​ທ້າຍ​ຂອງ​ລະບົບ​ສຸ​ລິ​ຍະ​ທີ່​ຫ່າງ​ຈາກ​ດວງ​ອາທິດ​ຫລາຍ​ທີ່ສຸດ ແມ່ນ​ຈະ​ຢູ່​ໄກ​ຈາກ​ດວງ​ອາທິດ​ຫລາຍກວ່າ​ດາວ​ຍູ​ເລ​ນັດ ແຕ່​ອຸນຫະພູມ​ຂອງ​ດາວ​ເນບ​ຈູນ​ນັ້ນ​ພໍໆ ກັບ​ດາວ​ຍູ​ເລ​ນັດ ເພາະ​ເຖິງ​ຈະ​ບໍ່​ໄດ້ຮັບ​ຄວາມ​ຮ້ອນ​ຈາກ​ດວງ​ອາທິດ​ຈົນ​ເຮັດໃຫ້​ໜາວ​ຈັດ  ແຕ່​ແກນກາງ​ພາຍ​ໃນ​ຂອງ​ດາວ​ເນບ​ຈູນ​ກັບ​ມີ​ຫິນ​ຮ້ອນ​ແລະ​ກ໊າ​ດ​ຮ້ອນ​ຈຳນວນ​ຫລາຍ​
PLUTO(ພູ​ໂຕ)

ทบทวนความจำ! ภาพชัดๆ ของดาวเคราะห์ทั้ง 8 + ดาวพลูโต หน้าตาเป็นยังไง?
ຊາວ​ໂລກ​ຫາກໍ່​ໄດ້​ເຫັນ​ພາບ​ແຈ້ງ​ໆ ຂອງ​ດາວ​ພູ​ໂຕເປັນ​ເທື່ອທຳອິດ​ເມື່ອ​ບໍ່​ຈັກ​ມື້ທີ່​ຜ່ານມາ​ນີ້ ຫລັງ​ຈາກ​ຍານ​ນິວ​ຮໍ​ໄລ​ຊັນ​ທີ່​ໃຊ້​ເວລາ​ເດິນທາງ​ເກືອບ​ສິບ​ປີ​ໄດ້​ເດິນທາງ​ຜ່ານ​ດາວ​ພູ​ໂຕແລະ​ສົ່ງ​ພາບ​ປະຫວັດສາດ​ກັບ​ມາຍັງ​ໂລກ​ຂອງ​ເຮົາ ກ່ອນ​ໜ້າ​ນີ້ ດາວ​ພູ​ໂຕ​ເຄີຍ​ເປັນ​ດາວ​ເຄາະ​ດວງ​ທີ່ 9 ຂອງ​ລະບົບ​ສຸ​ລິ​ຍະ ແຕ່​ເມື່ອ​ຫລາຍ​ປີ​ກ່ອນ​ໄດ້​ຖືກ​ຕັດ​ອອກ​ໄປ​ແລະ​ກາຍ​ເປັນ​ດາວ​​ແຄະ​ແທນ  ເນື່ອງ​ຈາກ​ມີ​ສະພາບ​ຫລາຍ​ຢ່າງ​ທີ່​ຕ່າງ​ຈາກ​ດາວ​ເຄາະ​ທັງ​ແປດ​ດວງ ລວມ​ເຖິງ​ນັກ​ດາ​ລາ​ສາດ​ຍັງ​ໄປ​ຄົ້ນ​ພົບ​ດາວ​ອື່ນໆ ທີ່​ມີ​ຂະໜາດ​ໃຫຍ່​ກວ່າ​ດາວ​ພູ​ໂຕ​ແລະ​ອາດ​ເໝາະ​ສົມ​ທີ່​ຈະ​ເປັນ​ດາວ​ເຄາະ​ຫລາຍກວ່າ​ດາວ​ພູ​ໂຕ​ເສຍ​ອີກ ດັ່ງ​ນັ້ນ​ຈຶ່ງ​ມີ​ກາ​ລົງມັດ​ຕິ​ແລະ​ຜົນ​ອອກ​ມາ​ຄື ດາວ​ພູ​ໂຕ​ຖືກ​ຕັດ​ອອກຈາກ​ການ​ເປັນ​ດາວ​ເຄາະ​ (ເປັນຫຍັງ​ຟັງ​ເບິ່ງ​ສະ​ເທືອນ​ໃຈ​ແປກໆເນາະ ຄືກັບວ່າເຮົາຖືກໝູ່ຕັດອອກຈາກກຸ່ມຈັ່ງໃດນິແຫລະ)
ເປັນ​ຈັ່ງໃດກັນແດ່​ກັບ​ດາວ​ເຄາະ​ທັງ​ແປດ​ແລະ​ດາວ​ພູ​ໂຕ ບໍ່ແມ່ນ​ແຕ່ໂລກ​ເຮົາ​ທີ່​ມີ​ສິ່ງ​ອັດສະຈັນ​ຫລວງຫລາຍ ແຕ່​ນອກ​ໂລກ​ຍັງມີ​ສິ່ງ​ແປກ​ໃໝ່​ອີກ​ ບໍ່​ແນ່ໃນ​ອະນາຄົດເຮົາ​ອາດ​ຄົ້ນ​ພົບ​ຂອບ​ເຂດ​ຂອງ​ຈັກກະວານ​ກໍ​ເປັນ​ໄດ້!!

 

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...