spot_img
Homeຂ່າວການສຶກສາຄູໂບຕ້າ ​ຈັບມືໂຮງຮຽນເຕັກນິກລາວ - ເຢຍລະມັນ ສ້າງທັກສະອາຊີບໃຫ້ນັກສຶກສາການຊ່າງລາວ!

ຄູໂບຕ້າ ​ຈັບມືໂຮງຮຽນເຕັກນິກລາວ – ເຢຍລະມັນ ສ້າງທັກສະອາຊີບໃຫ້ນັກສຶກສາການຊ່າງລາວ!

Published on

DSC_0304

ວັນທີ 23 ກໍລະກົດນີ້, ຢູ່ໂຮງແຮມລາວພລາຊາ ນະຄອນຫລວງ ວຽງຈັນ ໄດ້ມີພິທີລົງນາມ ລະຫວ່າງ ທ່ານ ອັກຂະຣະພົນ ວີຣະ ແສງພົງ ກຳມະການຜູ້ຈັດການ ບໍລິສັດ ຄູໂບຕ້າລາວ ຈຳກັດຜູ້ດຽວ ແລະ ທ່ານ ຄຳສະໄຫວ ຍ່ອມມິລາວົງ ຮັກສາການແທນຜູ້ອຳນວຍ ການໂຮງຮຽນເຕັກນິກລາວ-ເຢຍລະມັນ​ເພື່ອ​ຮ່ວມ​ມືຈັດຕັ້ງປະຕິບັດ ໂຄງການ Kubota Regional Dual Vocational Training Program ເພື່ອຊ່ວຍສ້າງບຸກຄະລາກອນ ຊ່າງກົນຈັກກະສິກຳທີ່ມີຄຸນນະພາບ ແລະ ຊ່ວຍຍົກລະດັບມາດຕະ ຖານທາງດ້ານ ການສຶກສາ ໃນຫລັກສູດຊ່າງກົນຈັກກະສິກໍາ ໃຫ້ທຽບເທົ່າກັບລະດັບສາກົນ, ພ້ອມທັງ ເສີມສ້າງທັກສະໃນການສ້ອມແປງກົນຈັກ ແລະການບໍລິການຫລັງການຂາຍ ເຄື່ອງ ຈັກ ແລະ ອື່ນໆ, ນອກນີ້ ບໍລິສັດ ຄູ​ໂບຕາ ຍັງ ໄດ້ນຳເອົານັກສຶກສາ ທີ່ກຳລັງສຶກສາ ໃນຂະແໜງກ່ຽວຂ້ອງເຂົ້າຮ່ວມຝຶກງານກັບບໍລິສັດ ຄູໂບຕ້າ ເພື່ອໃຫ້ນັກສຶກສາ ດັ່ງກ່າວໄດ້ຮຽນຮູ້ການເຮັດວຽກໃນສະຖານທີ່ຕົວຈິງ ແລະ ເຮັດວຽກຢ່າງໃກ້ຊິດກັບຜູ້ຊ່ຽວຊານ ຍົກ​ສູງ​ຄວາມ​ສາມາດ​ໃນ​ການ​ນຳ​ໄປ​ເຮັດ​ວຽກ​ໂຕ​ຈິງໃນອະນາຄົດ ແລະ ພິເສດ ຖ້ານັກສຶກສາມີຄຸນສົມບັດ​ແລະ ຄວາມ​ອາດ​ສາມາດ​ດີເໝາະສົມກັບ​ເງື່ອນບໍລິສັດ ວາງອອກ ຈະຖືກຄັດເລືອກເຂົ້າເຮັດ ວຽກກັບບໍລິສັດ ດັ່ງກ່າວນຳອີກ.

ທ່ານ ຄຳສະໄຫວ ຍ່ອມມິລາວົງ ກ່າວວ່າ: ປັດຈຸບັນ ໂຮງຮຽນ ເຕັກນິກລາວ-ເຢຍລະມັນ ມີນັກ ສຶກສາທີ່ໃກ້ຈະສຳເລັດການສຶກສາໃນຂະແໜງ ຊ່າງກົນຈັກ ກະສິກຳ ຈຳນວນ 10 ກວ່າຄົນ ແລະ ຄັ້ງນີ້ ກໍເປັນໂອກາດດີທີ່ບໍລິສັດ ຄູໂບຕ້າ ເຫັນຄວາມສຳຄັນ ໃນການນຳຈະ​ເອົານັກສຶກສາ​ເຫລົ່ານັ້ນໄປຝຶກ ງານນຳບໍລິສັດຈະ​ໄດ້ຮຽນຮູ້ການເຮັດວຽກຕົວຈິງ ເພື່ອນຳໄປຝຶກຝົນຫລໍ່ຫລອມຕົນເອງໃຫ້ມີຄວາມຮູ້, ຄວາມສາມາດໃນການເຮັດວຽກໃນອະນາຄົດຢ່າງ ມີປະສິດທິພາບສູງ.

 

ຂອບໃຈຂ່າວຈາກ:

ລພນ

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...