spot_img
Homeນານາສາລະໝໍເຕືອນສັກຜິວອັນຕະລາຍໃຊ້ສີປົນເປື້ອນສ່ຽງມະເຮັງ

ໝໍເຕືອນສັກຜິວອັນຕະລາຍໃຊ້ສີປົນເປື້ອນສ່ຽງມະເຮັງ

Published on

88

ສະມາຄົມ​ແພດ​ຜິວ​ໜັງ​ອອກ​ມາ​ເຕືອນ​ຄົນ​ນິຍົມ”ສັກ”ລະ​ວັງ​ຜິວ​ໜັງ​ເກີດ​ພາ​ວະ​ແຊກ​ຊ້ອນ ຕິດ​ເຊື້ອເລືອດ​ອອກ,ບວມ,ຄັນເປັນ​ໜອງ​ແລະອື່ນໆອາດ​ເຖິງ​ຂັ້ນ​ສ່ຽງ​ມະ​ເຮັງ​ຖ້າ​ໃຊ້​ສີ​ຜິດ​ປະ​ເພດ

ເມື່ອ​ວັນທີ່ 15 ກໍລະກົດທີ່ຜ່ານມາ ທ່ານໝໍ ເວ​ສາ​ລັດ ເວ​ສົດ​ໂກ​ວິດ ສະມາຄົມ​ແພດ​ຜິວ​ໜັງ​ແຫ່ງ​ປະເທດ​ໄທເປີດ​ເຜີຍ​ວ່າ:ປະຈຸບັນ​ການ​ສັກ​ຜິວ​ໜັງ​ເປັນ​ທີ່​ນິຍົມ​ຢ່າງ​ແພ່​ຫລາຍ ບາງ​ຄົນ​ສັກ​ເປັນ​ແຟ​ຊັນ​ຄື​ດາ​ລາ​ຊື່​ດັງບາງ​ຄົນ​ສັກ​ເພື່ອ​ລຸດ​ໄລ​ຍະ​ເວລາ​ໃນ​ການ​ແຕ່ງ​ໜ້າ ຕົວຢ່າງ:ສັກ​ຄິ້ວ​ຖາວອນ,ສັກ​ຮີມສົບສີບົວເປັນ​ຕົ້ນຢ່າງໃດ​ກໍ​ຕາມມີ​ຜູ້​ສັກ​ເຖິງ​ຮ້ອຍ​ລະ5ທີ່​ຮູ້ສຶກ​ເສຍ​ໃຈເພາະ​ຫລັງ​ສັກ​ອາດ​ເກີດ​ພາ​ວະ​ແຊກ​ຊ້ອນພົບ​ໄດ້​ຮ້ອຍ​ລະ75ຂອງ​ຜູ້​ສັກ​ທັງ​ໝົດແບ່ງ​ເປັນອາການ​ທາງ​ຜິວ​ໜັງຮ້ອຍ​ລະ 68 ຄື ຕົກ​​ເກັດ,ຄັນ,ເລືອດ​ອອກ,ບວມ,ຕຸ່ມ​ນ້ຳເປັນ​ໜອງສ່ວນ​ອາການ​ທົ່ວ​ໄປຮ້ອຍ​ລະ7ໄດ້​ແກ່:ມຶນ​ງົງ,ເຈັບ​ຫົວ,ເປັນ​ໄຂ້,ປວດ​ເມື່ອຍ ແລະພາ​ວະ​ແຊກ​ຊ້ອນ​ຊຳເຮື້ອ​ຈາກ​ການ​ສັກຮ້ອຍ​ລະ6ເຊັ່ນ:ແຜ​ເປັນ,ບວມ​ເປັນໆເຊົາໆ ສ່ວນ​ພາ​ວະ​ແຊກ​ຊ້ອນ​ທີ່​ຮຸນແຮງພົບ​ໄດ້​ຫລາຍ​ຢ່າງເຊັ່ນ:ອາດ​ເຮັດໃຫ້​ເກີດ​ການ​ແພ້​ໃນ​ບໍລິເວນ​ທີ່​ສັກເຮັດໃຫ້​ຜິວ​ນູນປູດຫລື​ເກີດ​ເປັນ​ແຜ​ຊຳເຮື້ອເນື່ອງ​ຈາກ​ແພ້​ສີ​ທີ່​ໃຊ້​ສັກ

ທ່ານໝໍ ເວ​ສາ​ລັດ ​ກ່າວ​ວ່າ ການ​ສັກ​ບໍ່​ຖາວອນທີ່​ເອີ້ນວ່າ:ເຮນ​ນາຄວນ​ຈະ​ໃຊ້​ເຮນ​ນາ​ທີ່​ມາ​ຈາກ​ທຳມະຊາດແຕ່​ມີ​ຜູ້​ໃຫ້​ບໍລິການ​ມັກ​ງ່າຍ​ໃຊ້​ຢາ​ຍ້ອມ​ຜົມ​ເຄ​ມີ​ທີ່​ປະກອບ​ໄປ​ດ້ວຍ​ສານ paraphenylene diamine ທົດ​ແທນເຮັດໃຫ້​ຜູ້​ທີ່​ໄປ​ໃຊ້​ບໍລິການ​ເກີດ​ອາການ​ແພ້​ຮຸນແຮງ​ຈົນ​ອາດ​ເປັນ​ແຜ​ເປັນ​ຖາວອນທັງ​ນີ້ການ​ຕິດ​ເຊື້ອ​ຈາກ​ການ​ສັກ​ເກີດ​ໄດ້​ຈາກ​ເຊື້ອ​ຫລາຍ​ຊະນິດຕັ້ງ​ແຕ່​ໄວ​ຣັສ​ຕັບ​ອັກ​ເສບ​ຊະນິດ​ບີ​ແລະ​ຊີເຊື້ອ​ເອດ​ໄອ​ວີ,ແບລັກ​ທີ​ເຣຍ ແລະ​ໄມ​ໂຄ​ແບລັກ​ທີ​ເຣຍເຊື້ອ​ຣາ​ແລະ​ຊິ​ຟິ​ລິດ ເປັນ​ຕົ້ນ

“ສີ​ດຳ​ເປັນ​ສີ​ທີ່​ນິຍົມ​ໃຊ້​ໃນ​ການ​ສັກ​ຫລາຍ​ທີ່ສຸດມີ​ສ່ວນ​ປະກອບ​ຫລັກຄື carbon black ທີ່​ໃຊ້​ໃນ​ອຸດສາຫະກຳ​ຢາງ​ລົດ​ຍົນ,ພາ​ສຕິ​ກແລະ​ອຸດສາຫະກຳ​ສີຊຶ່ງ​ສ່ວນ​ປະກອບ​ຫລາຍ​ຢ່າງ​ທີ່​ບໍ່​ໄດ້ຮັບ​ອະນຸຍາດ​ໃຫ້​ໃຊ້​ໃນ​ຄົນເພາະ​ມີ​ການ​ປົນ​ເປື້ອນ​ສານ​ກໍ່​ມະ​ເຮັງ​ໃນ​ປະລິມານ​ສູງ​ເກີນ​ກວ່າ​ຄ່າ​ທີ່​ຍອມ​ຮັບ​ໄດ້​ເຖິງ 23, 500 ເທົ່າ ເຖິງວ່າ​ສານ​ກໍ່​ມະ​ເຮັງ​ຈະ​ພົບ​ໃນ​ປະລິມານ​ສູງ​ຫລາຍແຕ່​ຈາກ​ລາຍ​ງານ​ກ່ຽວກັບ​ມະ​ເຮັງ​ຜິວ​ໜັງພັດພົບ​ຂ້ອນ​ຂ້າງຫ​ນ້ອຍ ເນື່ອງ​ຈາກ​ສານ​ກໍ່​ມະ​ເຮັງ​ແລະ​ໂລ​ຫະ​ໜັກ​ເຫລົ່າ​ນີ້​ເກາະ​ກັນ​ເປັນ​ໂມ​ເລ​ກຸນ​ຂະໜາດ​ໃຫຍ່ ແຕ່​ຈາກ​ການ​ໃຊ້​ເຄື່ອງ​ເລ​ເຊີ​ລືບ​ຮອຍ​ສັກ​ພົບ​ວ່າ​ເຮັດໃຫ້​ຂະໜາດ​ອາ​ນຸ​ພາກ​ຂອງ​ສີ​ສັກ​ຫລຸດລົງ​ໄດ້​ເຖິງ8ເທົ່າແລະ​ມີ​ການ​ປ່ອຍ​ສານ​ກໍ່​ມະ​ເຮັງ​ຕ່າງໆອອກ​ມາ​ຈາກ​ເມັດ​ສີ​ເປັນ​ປະລິມານ​ຫລາຍຖ້າ​ປຽບທຽບ​ທາງ​ການ​ແພດກໍ​ບໍ່​ຕ່າງ​ຈາກ​ຜູ້​ປ່ວຍ​ທີ່​ປ່ຽນ​ຂໍ້​ສະ​ໂພກ​ທຽມ​ຊະນິດ​ທີ່​ເບົ້າ​ແລະ​ຫົວ​ກະດູກ​ເປັນ​ໂລ​ຫະ​ທັງ​ຄູ່ຊຶ່ງ​ພົບ​ວ່າ​ການ​ຮຸກຖູ​ຂະນະ​ໃຊ້ເຮັດໃຫ້​ມີ​ປະຕິ​ພາກ​ໂລ​ຫະ​ອອກ​ມາ​ຈາກ​ຂໍ້​ທຽມ​ກໍ່​ໃຫ້​ເກີດ​ຜົນ​ສະເພາະ​ທີ່ແລະ​ກວດ​ພົບ​ປະລິມານ​ໂລ​ຫະ​ໜັກ​ໂຄ​ບອນ​ເພີ່ມ​ປະລິມານ​ຫລາຍ​ຂຶ້ນ​ໃນ​ກະ​ແສ​ເລືອດກໍ່​ໃຫ້​ເກີດ​ອາການ​​ທາງ​ປະສາດ ເຊັ່ນ:ເມື່ອຍ,ຍ່າງ​ເຊ,​ການ​ຮູ້​ຄິດ(cognitive function)ຫລຸດລົງເຊັ່ນ​ດຽວ​ກັນ” ທ່ານໝໍ ເວ​ສາ​ລັດ ​ກ່າວ​ວ່າ​ໃນ​ປະເທດ​ໄທ​ແລະ​ໃນ​ອີກ​ຫລາຍ​ປະເທດ​ທົ່ວ​ໂລກ​ຍັງ​ບໍ່​ມີ​ການ​ຄວບ​ຄຸມ​ການ​ສັກແລະ​ສີ​ທີ່​ໃຊ້​ສັກ​ບໍ່​ຖື​ວ່າ​ເປັນ​ຢາ​ຫລື​ເປັນ​ເຄື່ອງ​ສຳ​ອາງບໍ່​ຖື​ເປັນ​ຫັດ​ຖະ​ການ​ທາງ​ການ​ແພດດັ່ງ​ນັ້ນການ​ຄວບ​ຄຸມ​ໃນ​ປະຈຸບັນ​ອາດ​ເຮັດ​ໄດ້​ພຽງ​ຜ່ານ​ສຳ​ນັກ​ງານ​ຄະນະ​ກຳມະການ​ຄຸ້ມ​ຄອງ​ຜູ້​ບໍ​ລິ​ໂພກເທົ່າ​ນັ້ນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...