spot_img
Homeລົດຍົນ-ຍານພາຫະນະຕິດໄຟແດງໃສ່ເກຍ ‘D’ ກັບ ‘N’ ອັນໃດປະຫຍັດນ້ຳມັນກວ່າກັນ?

ຕິດໄຟແດງໃສ່ເກຍ ‘D’ ກັບ ‘N’ ອັນໃດປະຫຍັດນ້ຳມັນກວ່າກັນ?

Published on

ເຈົ້າ​ຮູ້​ຫລື​ບໍ່​ວ່າ ອັດຕາ​ສິ້ນ​ເປືອງ​ທີ່​ເຄື່ອງ​ຍົນນັ້ນຄ່ອຍໆ​ເຜົາ​ຜານ​ນ້ຳ​ມັນໃນ​ຄະນະ​ລົດ​ຕິດ​ໄຟ​ແດງ​ນັ້ນ ຄິດ​ເປັນ​ຈຳນວນ​ເທົ່າ​ໃດ? ແລ້ວ​ຮູ້​ຫລື​ບໍ່​ວ່າ​ລະຫວ່າງ​ໃສ່​ເກຍ ‘D’ ຖິ້ມ​ໄວ້ ກັບ​ປົດ​ເກຍ​ວ່າງ​ໄປ​ເລີຍ ອັນ​ໃດ​ຈະ​ປະ​ຫຍັດ​ກວ່າ​ກັນ? ມື້​ນີ້​ເຮົາ​ມີ​ຄຳ​ຕອບ​ມາ​ຝາ​ກ

     ເຊື່ອ​ວ່າ​ ສ່ວນ​ໃຫຍ່ ໃຫ້​ຄວາມ​ສຳຄັນ​ກັບ​ອັດຕາ​ສິ້ນ​ເປືອງ​ຂອງ​ລົດ​ຕົວ​ເອງ​ກັນ​ຢູ່​ບໍ່​ນ້ອຍ ແຕ່​ສິ່ງ​ທີ່​ຫລາຍ​ຄົນ​ເບິ່ງຂ້າມ​ໄປ ກໍ​ຄື​ອັດຕາ​ການ​ເຜົາ​ຜານ​ນ້ຳ​ມັນ​ຄະນະ​ລົດ​ຈອດ​ຕິດ​ໄຟ​ແດງ ເຊີ່ງ​ສະພາບ​ຈະລາຈອນ​ໃນ​ປະຈຸບັນ​ໂດຍ​ສະເພາະ​ໃນ​ນະຄອນຫລວງວຽງຈັນ​ນັ້ນ ​ສົ່ງ​ຜົນ​ກະທົບ​ຕໍ່​ເງີນ​ໃນ​ກະ​ເປົ໋າ​ເຈົ້າ​ບໍ່​ນ້ອຍ​ເລີຍ​

     ຄະນະ​ທີ່​ລົດ​ຕິດ​ໄຟ​ແດງ ​ທ່ານ​ເລືອກ​ທີ່​ຈະ​ໃສ່​ເກຍໄປ​ໜ້າ (D) ແລ້ວ ຫຍຽບ​ເບ​ຣກຄ້າງ​ໄວ້​ເພື່ອ​ຄວາມສະດວກ​ຫາ​ກລົດ​ຄັນ​ໜ້າ​ເລີ່ມ​ໄປ ແຕ່​ຫລາຍ​ຄົນ​ກໍ​ເລືອກ​ໃຊ້​ວິທີ​ເຂົ້າ​ເກຍ​ວ່າ​ງ (N) ແທນ ເພາະ​ບໍ່​ຕ້ອງ​ຄອຍຖ້າ​ຫຍຽບ​ເບຣກ ແຖມ​ບໍ່​ຕ້ອງ​ກັງ​ວົນ​ວ່າ​ລົດ​ຈະ​ພຸ່ງ​ໄປ​ຂ້າງ​ໜ້າ​ໂດຍ​ບໍ່​ຕັ້ງ​ໃຈ

     ເຊີ່ງ​ການ​ກະທຳ​ທັງ 2 ແບບ​ນັ້ນ ສົ່ງ​ຜົນ​ຕໍ່​ອັດຕາ​ການ​ເຜົາ​ຜານ​ນ້ຳ​ມັນ​ຕ່າງ​ກັນ​ຢ່າງ​ເຫັນ​ໄດ້​ແຈ້ງ!

     ເຮົາ​ໄດ້​ກໍ່ການ​ທົດສອບ​ກັບ​ລົດ BMW 325ci ໂມ​ເດນ E93 ລຸ້ນ​ປີ 2009 ຂອງ​ທີມ​ງານ​ເອງ ຕິດ​ຕັ້ງ​ເຄື່ອງ​ເບນ​ຊິນ 6 ສູບ ຄວາມ​ຈຸ 2.5 ລີດ ກຳ​ລັງ​ສູງ​ສຸດ 218 ແຮງ​ມ້າ ແຮງ​ບິດ​ສູງ​ສຸດ 250 ນິວ​ຕັນ-ແມັດ ເຊີ່ງ​ສະໄໝ​ນັ້ນ​ເຄມ​ອັດຕາ​ສິ້ນ​ເປືອງ​ໄວ້​ທີ່ 13.33 ກມ. /ລີດ (Combined Mode) ແລະ 9.8 ກມ. /ລີດ (ໃນ​ເມືອງ) ຕາມ​ມາດຕະຖານ​ຍຸ​ໂລບ

     ຕົວ​ເລກ​ທີ່​ຈະ​ກ່າວເຖິງ​ຕໍ່ໄປ​ນີ້ ອ້າງ​ອິງ​ຕົວ​ເລກ​ທີ່​ໄດ້​ຈາກ​ອອນ​ບອດ​ [ຄອມພິວເຕີ] ​ຂອງ​ລົດ​ເອງ ໂດຍ​ຄິດ​ເປັນ​ຫນ່ວຍ ລີດ​ຕໍ່​ຊົ່ວ​ໂມງ ພ້ອມ​ທັງ​ເປີດ​ແອ​ຕັ້ງ​ອຸນຫະພູມ​ໄວ້​ທີ່ 24 ອົງ​ສາ​​ຕະຫລອດ​ທັງ​ການ​ທົດສອບ ຜົນ​ທີ່​ໄດ້​ອອກ​ມາ​ດັ່ງ​ນີ້

     ຄະນະ​ໃສ່​ເກຍໄປໜ້າ (D) ແລ້ວ​ຫຍຽບ​ເບ​ຣກຄ້າງ​ໄວ້ ໄດ້​ອັດຕາ​ສິ້ນ​ເປືອງ​ຢູ່​ທີ່​ປະ​ມານ 2.8 ລີດ​ຕໍ່​ຊົ່ວ​ໂມງ

     ເມື່ອ​ໃສ່​ເກຍວ່າ​ງ (N) ພົບ​ວ່າ​ອັດຕາ​ສິ້ນ​ເປືອງ​ລຸດລົງ​ເຫລືອ​ປະ​ມານ 2 ລີດ​ຕໍ່​ຊົ່ວ​ໂມງ​ເທົ່າ​ນັ້ນ

     ຈະ​ເຫັນ​ໄດ້​ວ່າ​ອັດຕາ​ສິ້ນ​ເປືອງ​ຂອງ​ການ​ທົດສອບ​ທັງ 2 ແບບ​ນັ້ນ ຕ່າງ​ກັນ​ເຖິງ 0.8 ລີດ​ເລີຍ​ ເຊີ່ງ​ເຖິງວ່າ​ຈະ​ເບິ່ງ​ເປັນ​ຈຳນວນ​ບໍ່​ເທົ່າໃດ ແຕ່​ສ່ວນ​ຕ່າງ​ດັ່ງ​ກ່າວ​ອາດ​ເຮັດໃຫ້​ລົດ BMW 325ci ຄັນ​ນີ້​ສາມາດ​ແລ່ນໄດ້​ໄກ​ກວ່າ 10 ກິ​ໂລ​ແມັດ​

     ທັງ​ນີ້ ສ່ວນ​ຕ່າງ​ຂອງ​ອັດຕາ​ສິ້ນ​ເປືອງ​ທີ່​ໄດ້​ຈາກ​ທັງ​ການ​ໃຊ້​ເກຍ​ທັງ 2 ແບບ​ນັ້ນ ຈະ​ແຕກ​ຕ່າງ​ໄປ​ຕາມ​ລົດ​ແຕ່​ລະ​ລຸ້ນ ແຕ່​ກໍ​ສະແດງ​ໃຫ້​ເຫັນ​ວ່າ​ການ​ໃສ່​ເກຍໄປໜ້າ​ໄວ້​ຄະນະ​ຈອດ​ຕິດ​ໄຟ​ແດງ​ນັ້ນ ເຮັດໃຫ້​ລົດ​ກິນ​ນ້ຳ​ມັນ​ຫລາຍ​ຂຶ້ນ​ພໍ​ສົມຄວນ​

     ຢ່າງໃດ​ກໍດີ ກາ​ນສະຫລັບເກຍ​ລະຫວ່າງ D ແລະ N ເລື້ອຍໆ ອາດ​ສົ່ງ​ຜົນ​ຕໍ່​​ລະບົບ​ເກຍ​ບໍ່​ຫລາຍ​ກໍ​ນ້ອຍ ທາງ​ທີ່​ດີ​ຄວນ​ຕັດ​ສິນ​ຈາກ​ສະພາບ​ຈະລາຈອນ​ໃນ​ຄະນະ​ນັ້ນ​ວ່າ​ຄວນ​ຈະ​ປັບ​ເປັນ​ເກຍໃດ​ຈຶ່ງ​ຈະ​ດີ​ທີ່ສຸດ​

 

ບົດຄວາມຫຼ້າສຸດ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ...

ຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ

ຖວທ ແຂວງຄໍາມ່ວນ ອອກແຈ້ງການ ຢຸດການອອກໃບອະນຸຍາດ ຮ້ານບັນເທີງ-ຄາລາໂອເກະ ທີ່ເຄື່ອນໄຫວບໍ່ຖືກຕ້ອງ ອີງຕາມແຈ້ງການຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຂວງຄຳມ່ວນ ລົງເມື່ອວັນທີ 12 ມິຖຸນາ 2025...

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ

ບໍລິສັດ ເອັສຊີລໍລຸກໂຊຕຕິກ້າ EssilorLuxottica ເປີດສາຂາສອງຢ່າງເປັນທາງການ ເພື່ອຂະຫຍາຍກຳລັງການຜະລິດໃນ ສປປ ລາວ ແລະ ສະໜັບສະໜູນການເຕີບໂຕຂອງຕະຫຼາດໃນພາກພື້ນ ວັນທີ 11 ມິຖຸນາ 2025 ທີ່ແຂວງສະຫວັນນະເຂດ, ເອັສຊີລໍລຸກໂຊຕຕິກ້າ...

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງສູງເຖິງ 51.9 ອົງສາ

ອິນເດຍປະກາດເຕືອນໄພລະດັບ ສີແດງ ກຽມຮັບມືຄື່ນຄວາມຮ້ອນຮຸນແຮງດັດສະນີຄວາມຮ້ອນສູງເຖິງ 51.9 ອົງສາ ຂະນະດຍວກັນຄຸນນະພາບອາກາດກໍຢູ່ໃນລະດັບ ບໍ່ດີ ດັດສະນີຄຸນນະພາບອາກາດຢູ່ທີ 245 ເຊິ່ງສູງເກີດເກນມາດຕະຖານ ສົ່ງຜົນກະທົບຕໍ່ສຸຂະພາບະຊາຊົນ. ໃນວັນທີ 11 ມິຖຸນາ 2025...