spot_img
Homeຂ່າວຕ່າງປະເທດພາຍຸເຂດຮ້ອນນັງກາຊັດຍີ່ປຸ່ນ ເສຍຊີວິດແລ້ວ 2​ ສັ່ງອົບພະຍົບປະຊາຊົນ 3 ແສນກ່ວາຄົນ!

ພາຍຸເຂດຮ້ອນນັງກາຊັດຍີ່ປຸ່ນ ເສຍຊີວິດແລ້ວ 2​ ສັ່ງອົບພະຍົບປະຊາຊົນ 3 ແສນກ່ວາຄົນ!

Published on

558000008368701

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ກໍລະກົດນີ້ວ່າ ພາຍຸເຂດຮ້ອນນັງກາ ຊັດຂຶ້ນຊາຍຝັ່ງພາກຕາເວັນຕົກຂອງປະເທດຍີ່ປຸ່ນແລ້ວ ໃນເວລາກາງເດິກທີ່ຜ່ານມາ ເຮັດໃຫ້ເກີດລົມແຮງ ແລະ ຝົນຕົກໜັກ ໂດຍທາງການໄດ້ແນະນຳໃຫ້ປະຊາຊົນ 360,000​ ໃນ 9 ແຂວງ ໃຫ້ອົບພະຍົບອອກຈາກພື້ນທີ່ ເຊິ່ງອິດທິພົນຂອງພາຍຸຫົວນີ້ ແມ່ນໄດ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 2 ຄົນ ແລະ ບາດເຈັບອີກ 31 ຄົນ ໃນຈຳນວນ 13 ແຂວງທີ່ໄດ້ຮັບຜົນກະທົບ, ພ້ອມກັນນັ້ນ ການສັນຈອນທາງອາກາດ ກໍຈຳເປັນໄດ້ຍົກເລີກຖ້ຽວບິນເຖິງ 217 ຖ້ຽວ ໃນມື້ວານນີ້ (16​ ກໍລະກົດ) ພ້ອມທັງຍົກເລີກອີກຢ່າງໜ້ອຍ 126 ຖ້ຽວພາຍໃນມື້ນີ້ອີກດ້ວຍ.

 

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...