spot_img
Homeຂ່າວການພັດທະນາຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ຮ່ວມປ່ອຍປາລົງໜອງຫານ ກັບປະຊາຊົນເມືອງປາກງື່ມ

ຮອງນາຍົກ ສົມສະຫວາດ ເລັ່ງສະຫວັດ ຮ່ວມປ່ອຍປາລົງໜອງຫານ ກັບປະຊາຊົນເມືອງປາກງື່ມ

Published on

fish+day

ໃນວັນທີ 14 ກໍລະກົດນີ້, ພະ ແນກກະສິກຳ ແລະ ປ່າໄມ້ນະຄອນ ຫຼວງວຽງຈັນ ໄດ້ຮ່ວມກັບອຳ ນາດການປົກຄອງ ແລະ ປະຊາຊົນເມືອງປາກງື່ມ ຈັດກິດຈະກຳ ປ່ອຍປາເພື່ອຄືນຄວາມສົມດູນໃນ ລະບົບນິເວດທາງນ້ຳຂຶ້ນ, ຢູ່ໜອງ ຫານ, ບ້ານ ນາຊອນ ເມືອງດັ່ງ ກ່າວ, ໂດຍການເຂົ້າຮ່ວມຂອງ ຮອງນາຍົກລັດຖະມົນຕີ ສົມສະ ຫວາດ ເລັ່ງສະຫວັດ, ມີລັດຖະມົນ ຕີວ່າການກະຊວງກະສິກຳ, ຫົວ ໜ້າພະແນກກ ະສິກຳນະຄອນຫຼວງ, ພ້ອມດ້ວຍປະຊາຊົນເມືອງ ປາກງື່ມເຂົ້າຮ່ວມເປັນຈຳນວນ ຫຼາຍ.

ຫົວໜ້າພະແນກກະສິກຳນະຄອນຫຼວງໃຫ້ຮູ້ວ່າ: ການປ່ອຍປາ ລົງໜອງຫານຄັ້ງນີ້, ນອກຈາກຈະ ເປັນການປຸກຈິດ ສຳນຶກໃນວັນອະນຸລັກສັດນ້ຳສັດປ່າແຫ່ງຊາດ 13 ກໍລະກົດນີ້ແລ້ວ ຍັງເປັນການຄືນຄວາມສົມດູນທາງດ້ານລະບົບນິ ເວດ,ເພີ່ມສະບຽງອາຫານ ແລະ ເປັນສິນຄ້າ, ຊຶ່ງປາທີ່ນຳມາປ່ອຍ ຄັ້ງນີ້ມີ 50 ພັນໂຕ, ໃນນັ້ນ ສ່ວນ ຫລາຍ ແມ່ນພັນປາຕາມທຳມະ ຊາດເຊັ່ນ: ປາດຸກ, ປາຄ່ໍ, ປາເກັດ ແລບ, ປາກິນຫຍ້າ. ນັບແຕ່ປີ 1994 ມາຮອດປີ 2014 ພວກ ເຮົາສາມາດປ່ອຍປາໄດ້ແລ້ວຫຼາຍ ກວ່າ 20,2 ລ້ານໂຕ, ຊຶ່ງໄດ້ເຮັດ ໃຫ້ປາຢູ່ໃນ ທຳມະຊາດມີຄວາມອຸ ດົມສົມບູນ ແລະ ມີຈຳນວນເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ແລະ ສະເພາະປີ 2015 ນີ້ 9 ຕົວເມືອງຂອງນະ ຄອນຫຼວງວຍງຈັນກໍ່ໄດ້ສືບຕໍ່ປ່ອຍປາໃຫ້ຫລາຍຂຶ້ນ. ໃນໂອກາດນີ້ ທ່ານຍັງຮຽກຮ້ອງ ໃຫ້ທຸກພາກ ສ່ວນຈົ່ງເປັນການເຈົ້າປົກປັກຮັກ ສາປາທີ່ປ່ອຍໄປແລ້ວນັ້ນໃຫ້ມີການເຕີບໃຫຍ່ ຂະຫຍາຍພັນຕໍ່ໄປ. ເນື່ອງຈາກວ່າ:ການປ່ອຍປາລົງສູ່ວັງນ້ຳທຳມະຊາດຍັງເປັນວິທີການ ໜຶ່ງທີ່ສຳຄັນ ໃນການຕິດຕາມຄຸນ ນະພາບນ້ຳ, ໃນສາຍນ້ຳ ແລະ ແຫຼ່ງນ້ຳຕ່າງໆ, ເພາະວ່າສິ່ງທີ່ມີຊີ ວິດໃນນ້ຳໂດຍສະ ເພາະປາ, ສະ ແດງວ່ານ້ຳບ່ອນນັ້ນມີຄຸນນະພາບດີ, ເຊັ່ນດຽວກັບວັນປ່ອຍປາຂອງ ທຸກໆປີ, ກະຊວງ ກ່ຽວຂ້ອງກໍໄດ້ ແຈ້ງໃຫ້ແຕ່ລະທ້ອງຖິ່ນເພື່ອຈັດຕັ້ງປະຕິບັດມີປະສິດທິຜົນ ແລະ ສະ ເພາະປີນີ້ປະຊາຊົນ ທ້ອງຖິ່ນຕ່າງໆກໍໄດ້ເຂົ້າຮ່ວມປ່ອຍປາຢ່າງເປັນຂະບວນຟົດຟື້ນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...