spot_img
Homeລົດຍົນ-ຍານພາຫະນະລະວັງ​ໃນ​ການ​ໃຊ້​ “ນ້ຳມັນ​ເຄື່ອງ”

ລະວັງ​ໃນ​ການ​ໃຊ້​ “ນ້ຳມັນ​ເຄື່ອງ”

Published on

100

ນ້ຳມັນ​ເຄື່ອງ ສາມາດ​ພິຈາລະນາ​ໄດ້​ຈາກ​ການ​ແບ່ງປັນ​ລະດັບ SAE ນ້ຳມັນ​ເກຼດດຽວຈະ​ມີ​ອຸນຫະພູມ​ທີ່​ສາມາດ​ໃຊ້​ໄດ້​​ໃນ​ພື້ນທີ່ແຄບ. ດັ່ງນ້ຳມັນ​ເກຼດດຽວຈຶ່ງ​ເໝາະສຳລັບ​ແຕ່ລະ ລະດູ​ທີ່​ຕ້ອງການ​ໃຊ້​ສະ​ເພາະ ສ່ວນ​ນ້ຳມັນ​ເກຼດລວມ​​ນັ້ນສາມາດ​ໃຊ້​ໄດ້​ທຸກ​ລະດູ​ການ ​ເນື່ອງ​ຈາກ​ຊ່ວງ​ອຸນຫະພູມ​ທີ່​ສາມາ​ດ​ໃຊ້​ໄດ້​ໃນ​ພື້ນທີ່​ກວ້າງ​ກວ່າ. ​ໃນ​ປັ​ດຈຸ​ບັນນ້ຳມັນ​ເກຼດລວມ​ເປັນ​ທີ່​ນິຍົມ​ກັນ​ໃຊ້​ຢ່າງຫຼວງຫຼາຍ ​ເນື່ອງ​ຈາກ​ສາມາດ​ໃຊ້​ໄດ້​ໃນ​ຊ່ວງ​ອຸນຫະພູມ​ທີ່​ແຜ່ກວ້າງ ​ແລະ ມີ​ປະສິດທິພາບ​ໃນ​ການ​ປະ​ຢັດ​ນ້ຳມັນ​ສູງ.

ການ​ແບ່ງ​ລະດັບ​ຊັ້ນ SAE ຄື​ການ​ແບ່ງ​ລະດັບ​ຂອງ​ນ້ຳມັນ​ໂດຍ​ຄວາມ​ຂຸ້ນ ​ແລະ ຊ່ວງ​ອຸນຫະພູມ​ສາມາດ​ໃຊ້​ນ້ຳມັນ​ເຄື່ອງ​ນີ້​ໄດ້​ລະດັບ SAE ມີ​ທັງໝົດ 11 ລະດັບ ຈາກ 0w, 5w, 10w, 15w, 20w, 25w, 20, 30, 40, 50 ​ແລະ 60 ຈຳນວນ​ໂຕ​ເລກ​ທີ່ຫຼາຍຂຶ້ນໝາຍ​ເຖິງ ​ຄວາມ​ເຂັ້ມຂຸ້ນຫຼາຍຂຶ້ນ (​ເກຼດທີ່​ມີ w ຕໍ່ທ້າຍ​ຈະ​ຕ້ອງ​ຜ່ານ​ການ​ທົດ​ສອບ ​ຄ່າ​ແຮງ​ສຽດສີພາຍ​ໃຕ້​ອຸນຫະພູມ​ທີ່​ຕ່ຳ ​ເຊິ່ງ​ເໝາະສຳລັບ​ສະພາບ​ພູມ​ອາກາດໜາວ).

ສາ​ເຫດ​ທີ່​ຕ້ອງ​ກຳນົດ​ໄລຍະ​ເວລາ​ການ ​ປ່ຽນຖ່າຍ​ນ້ຳມັນ​ເຄື່ອງ​ໃນ​ແຕ່ລະຄັ້ງນັ້ນ ​ເພີ່ມ​ເຕີມ​ຈາກ​ການ​ກຳນົດ​ການປ່ຽນ​ຖ່າຍນ້ຳມັນ​ເຄື່ອງ ຕາມ​ໄລຍະ​ທາງ​ເນື່ອງ​ຈາກ​ນ້ຳມັນ​ເຄື່ອງ​ຄ່ອຍໆ ​ເຮັດ​ປະຕິກິລິຍາ​ຮວມຕົວ ​ກັບ​ອົກ​ຊີ​ແຊນ​ໃນ​ອາກາດ ​ແລະ ​ເສື່ອ​ມສະພາ​ບລົງ ​ເຖິງ​ແມ່ນ​ວ່າ​ຈະ​ບໍ່ຄ່ອຍ​ໄດ້​ໃຊ້​ລົດ​ກໍ​ຕາມ.

​ໂດຍ​ສະ​ເພາະ​ຢ່າງ​ຍິ່ງ​ໃນ​ກໍລະນີ​ ຂອງ​ການ​ເດີນທາງ​ໃນ​ໄລຍະ​ສັ້ນໆ ​ເຄື່ອງ​ຈັກ​ຢຸດ​ການ​ເຮັດ​ວຽກກ່ອນ​ນ້ຳມັນ​ເຄື່ອງ​ຈະ​ຮ້ອນ​ຂຶ້ນ ​ເຮັດ​ໃຫ້​ຄວາມ​ຊຸ່ມ​ປະສົມ​ຢູ່​ໃນ​ນ້ຳມັນ​ເຄື່ອງ ​ບໍ່ມີ​ໂອກາດ​ລະ​ເຫີ​ຍອອກ​ມາ ​ໃນ​ຂະນະ​ດຽວກັນ​ສານ​ເພີ່ມ​ຄຸນ​ນະພາ​ບຕ່າງໆ ​ໃນ​ນ້ຳມັນ​ຈະ​ຖືກ​ໃຊ້​ໄປ​ຢ່າງ​ໄວວາ ຈະ​ເຮັດ​ໃຫ້​ອາຍຸ​ການ​ໃຊ້​ງານ​ຂອງ​ນຳມັນ​ເຄື່ອງສັ້ນລົງ. ດັ່ງນັ້ນ, ການ​ປ່ຽນນ້ຳມັນ​ເຄື່ອງ​ຈຶ່ງ​ຖືກ​ກຳນົດ ​ໃຫ້​ປ່ຽນຕາມ​ໄລຍະ​ເວລາ​ດ້ວຍ.

ຖ້າຫາກ​ໃຊ້​ນ້ຳມັນຜິດ​ປະ​ເພດ​ໃຊ້​ນ້ຳມັນ​ເຄື່ອງ​ ສຳລັບ​ເຄື່ອງ​ຈັກ​ແອັດ​ຊັງ​ໄປ​ໃຊ້​ກັບ​ເຄື່ອງ​ຈັກກະ​ ຊວນ​ຈະ​ເຮັດ​ໃຫ້ການຫຼໍ່ລື່ນຫຼຸດຕ່ຳ​ລົງ ​ແລະ ​ເຄື່ອງ​ຈັກ​ເກີດ​ການ​ເປ່​ເພ​ເສຍ​ຫາຍ​ຢ່າງ​ວ່ອງ​ໄວ ​ເພາະ​ນ້ຳມັນ​ໂຊ​ລາ ຫຼື ນ້ຳມັນ​ກະ​ຊວນ​ປະກອບ​ດ້ວຍ​ສານ​ປະກອບ​ປະ​ເພດ​ກົດ ​ເຊັ່ນ: ຊັນ​ເຟີຫຼາຍກວ່າ​ນ້ຳມັນ​ແອັດ​ຊັງ.

ດັ່ງນັ້ນ, ຈຶ່ງ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ເຕີມສານ​ເພີ່ມ​ຄຸນ​ນະພາ​ບ ປະ​ເພດ​ຕ້ານທານ​ການ​ລວມ​ໂຕ​ກັບ​ອົກ​ຊີ​ແຊນ ​ແລະ ການ​ປ້ອງ​ກັນ​ການ​ເກີດ​ຂີ້ໝ້ຽງ​ໃນ​ເຄື່ອງ ​ຈັກກະ​ຊວນຫຼາຍກວ່າ​ເຄື່ອງ​ຈັກ​ແອັດ​ຊັງ ​ເມື່ອ​ໃຊ້​ນ້ຳມັນ​ເຄື່ອງ​ສຳລັບ​ເຄື່ອງ​ຈັກ ​ກະ​ຊວນ​ໃນ​ລົດ​ທີ່​ໃຊ້​ນ້ຳມັນ​ແອັດ​ຊັງ ບັນຫາ​ຈະ​ບໍ່​ເກີດ​ຂຶ້ນ​ໃນ​ໄລຍະ​ສັ້ນ ​ແຕ່​ຖ້າ​ຍັງ​ໃຊ້​ນ້ຳມັນ​ເຄື່ອງນີ້ຕໍ່​ໄປ​ອີກ​ ໄລຍະ​ຍາວ​ຈະ​ກໍ​​ໃຫ້​ເກີ​ດບັນຫາ​ຂຶ້ນ ​ເຊັ່ນ: ກຳລັງ​ຂອງ​ເຄື່ອງ​ຈັກຫຼຸດລົງ ​ເພາະ​ການຫຼໍ່ລື່ນ​ໃນ​ເຄື່ອງ​ຈັກ​ຈະ​ເສື່ອ​ມ​ໂຊມ​ລົງ ​ເຮັດ​ໃຫ້​ເກີດ​ການຫຼຸ້ຍຫ້ຽນ​ໄດ້​ຢ່າງ​ໄວວາ.

101

ນ້ຳມັນ​ເຄື່ອງ​ສຳລັບ​ເຄື່ອງ​ຈັກກະ​ຊວນ​​ແມ່ນ ​ປະກອບ​ດ້ວຍ​ສານ​ຊ່ວຍ​ຊຳລະ​ລ້າງ ​ທຳ​ຄວາມ​ສະອາດ​ໃນ​ປະລິມານໜ້ອຍ ມັນ​ຈະ​ເຮັດ​ວຽກຢູ່​ໃນ​ຊ່ວງ​ອຸນຫະພູມ​ຕໍ່າ-ກາງ. ດັ່ງນັ້ນ, ​ເມື່ອ​ໃຊ້​ນ້ຳມັນ​ເຄື່ອງນີ້​ໃນ​ເຄື່ອງ​ຈັກ​ແອັດ​ຊັງ​ເປັນ​ໄລຍະ​ເວລາ​ດົນ​ນານ ຈະ​ເຮັດ​ໃຫ້​ຄວາມ​ສາມາດ​ໃນ​ການ​ລະລາຍ​ຢາງໜຽວ ​ໃນ​ນ້ຳມັນ​ອຸນຫະພູມ​ຕໍ່າບໍ່ພຽງພໍ ​ແລະ ຢາງໜຽວກໍ​ຈະ​ຮວມ​ໂຕ​ກັນ​ເປັນ​ຂີ້ຕະກອນ ຂັດຂວາງ​ການ​ໄຫຼວຽນຂອງ​ນ້ຳມັນ ​ແລະ ສົ່ງ​ຜົນ​ເຮັດ​ໃຫ້ການຫຼໍ່ລື່ນ​ໃນ​ເຄື່ອງຈັກ​ເສື່ອ​ມລົງ.

ການ​ປ່ຽນຖ່າຍນ້ຳມັນ​ເຄື່ອງ​ໃນ​ກໍລະນີ​ໃຊ້​ງານ​ລົດ ​ບໍ່ຫຼາຍປານ​ໃດ (ຂັບ​ໄປ​ວຽກປົກກະຕິ) ລົດ​ບໍ່ຕິດ ທ່ານ​ບໍ່ຈຳ​ເປັນ​ຈະ​ຕ້ອງ​ປ່ຽນນ້ຳມັນ​ເຄື່ອງ​ ຕາມ​ໄລຍະ​ທີ່​ກຳນົດ​ໄວ້​ກໍ​ໄດ້, ຖ້າ​ຫາກ​ສະພາບ​ນ້ຳມັນ​ເຄື່ອງ​ຍັງ​ບໍ່ທັນ​ດຳ. ສະນັ້ນ ຄວນ​ຈະ​ປ່ຽນນ້ຳມັນ​ເຄື່ອງ​ໃນ​ທຸກໆ 10.000 ກິ​ໂລ​ແມັດ ​ເພາະ​ລົດ​ເປັນ​ລົດ​ທີ່​ໃຊ້​ຕາມ​ ປົກກະຕິ​ທີ່​ບໍ່​ໄດ້​ເດີນທາງ​ໄກ.

 

 

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...