spot_img
Homeຂ່າວເຫດການອົງການກວດສອບແຫ່ງລັດ ລາຍງານຜົນກວດສອບ ຕໍ່ກອງປະຊຸມສະພາແຫ່ງຊາດ!

ອົງການກວດສອບແຫ່ງລັດ ລາຍງານຜົນກວດສອບ ຕໍ່ກອງປະຊຸມສະພາແຫ່ງຊາດ!

Published on

kuadsorp

ຊົ້າວານນີ້, ຊຶ່ງເປັນມື້ທີ 5 ຂອງວາລະດຳເນີນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາ ແຫ່ງຊາດຊຸດທີ VII, ທ່ານ ດຣ. ນາງ ວຽງທອງ ສີພັນດອນ ປະ ທານອົງການກວດສອບແຫ່ງລັດ ໄດ້ຂຶ້ນລາຍງານກ່ຽວກັບການ ເຄື່ອນໄຫວວຽກ ງານຂອງຕົນໃນ 6 ເດືອນຜ່ານມາຕໍ່ກອງປະຊຸມດັ່ງ ກ່າວວ່າ: ໃນ 6 ເດືອນຜ່ານມາ, ອົງການກວດສອບສາມາດເຄື່ອນ ໄຫວກວດສອບຕາມໜ້າທີ່ຂອງຕົນສໍາເລັດ 60 ຫົວໜ່ວຍ, ເທົ່າກັບ 63,15% ຂອງແຜນການ. ໃນ ນັ້ນ, ອົງການຈັດຕັ້ງລັດ ປະ ຕິບັດ ໄດ້ 31 ຫົວໜ່ວຍ, ໂຄງການເງິນກູ້ ຢືມ ແລະ ຊ່ວຍເຫລືອລ້າ ຈໍານວນ 20 ຫົວໜ່ວຍ ປະຕິບັດໄດ້ 100%, ທະນາ ຄານ ແລະ ວິສາຫະກິດ ຈໍານວນ 21 ຫົວໜ່ວຍ ປະຕິບັດໄດ້ 9 ຫົວໜ່ວຍ ແລະ ຍັງໄດ້ກວດສອບຄືນຕາມມະຕິກອງປະ
ຊຸມເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ VIIຂອງປີຜ່ານມາ ຕາມຂໍ້ແນະນຳຂອງກະຊວງການເງິນໃນສົກປີ 2013-2014, ໄດ້ເກັບກຳຂໍ້ມູນ ສະຖິຕິຫົວໜ່ວຍວິສາຫະກິດຢູ່ນະຄອນຫຼວງວຽງຈັນ ແລະ 4 ແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ ມີ 37.278 ຫົວໜ່ວຍ, ຫຼວງພະບາງ 6.149 ຫົວໜ່ວຍ, ຄໍາມ່ວນ 1.788 ຫົວໜ່ວຍ, ສະຫວັນນະເຂດ 4.933 ຫົວໜ່ວຍ, ຈໍາປາສັກ 6.270 ຫົວໜ່ວຍ ແລະ ກົມສ່ວຍສາອາກອນ 516 ຫົວໜ່ວຍ.

ນອກນີ້ ໄດ້ກວດສອບຄືນ ການຊຳລະໜີ້ສິນໂຄງການລົງທຶນຂອງລັດ ດ້ວຍການອອກພັນທະບັດ ແລະ ແບບມີສ່ວນຫຼຸດ, ເຊິ່ງກະຊວງແຜນການ ແລະ ການລົງທຶນ ໄດ້ຕິດຕາມກວດກາ ພ້ອມສັງລວມຄືນໜີ້ສິນໂຄງການລົງທຶນທີ່ນຳໃຊ້ງົບປະມານແຫ່ງລັດ ໃນຈຳນວນ 5 ປະເພດໜີ້ສິນເບື້ອງຕົ້ນເຊັ່ນ: ໜີ້ສິນ ໂຄງການສຳເລັດ 100% ມີຈຳນວນ 872 ໂຄງການ ລວມມີມູນ ຄ່າ 2.666 ຕື້ກວ່າກີບ, ໜີ້ສິນໂຄງການນອກແຜນຈໍານວນ 924 ໂຄງການ ລວມມີມູນຄ່າ 5.172 ຕື້ກວ່າກີບ, ໜີ້ໂຄງການຂະໜາດໃຫຍ່ໃນແຜນຈຳນວນ 272 ໂຄງການ ມີມູນຄ່າ 9.002 ຕື້ກວ່າກີບ, ທຶນຕ້ອງຊຳລະຄືນໃຫ້ ໂຄງການລົງທຶນກ່ອນ ຈຳນວນ 72 ໂຄງການ ມູນຄ່າ 3.115 ຕື້ກວ່າກີບ ແລະ ໜີ້ສິນຟື້ນຟູໄພພິບັດ ຈຳນວນ 836 ໂຄງການ ມູນຄ່າ 528 ຕື້ກວ່າກີບ.

ທ່ານ ດຣ. ນາງ ວຽງທອງ ໃຫ້ຮູ້ອີກວ່າ: ສໍາລັບສົກປີ 2015 2016 ຈະມາເຖິງ ອົງການມີຈໍານວນ 89 ຫົວ ໜ່ວຍ, ເພື່ອເຮັດໃຫ້ ການກວດສອບແຕ່ລະເປົ້າໝາຍສາມາດລົງເລິກ, ວິເຄາະ, ວິໃຈບັນຫາ ໄດ້ຢ່າງລະອຽດ ແລະ ເຮັດໃຫ້ຜົນ ການກວດສອບມີຄຸນະພາບຂຶ້ນ ກວ່າເກົ່າ. ໃນນັ້ນ ອົງການຈັດຕັ້ງ ລັດ ມີ 40 ຫົວໜ່ວຍ, ທະນາຄານ ແລະ ວິສາຫະກິດ 24 ຫົວໜ່ວຍ, ໂຄງການກູ້ຢືມ ແລະ ຊ່ວຍເຫຼືອລ້າ 25 ຫົວໜ່ວຍ.

ໃນກອງປະຊຸມສະໄໝສາ ມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VII ຜ່ານມາ, ອົງການກວດ ສອບແຫ່ງລັດ ໄດ້ຍົກໃຫ້ເຫັນຜົນ ການກວດສອບບັນຊີລາຍຮັບລາຍຈ່າຍສຳລັບປີ 2012-2013 ຄື: ໄດ້ກວດເຫັນຍອດເຫຼືອບັນຊີເງິນ ຝາກຂອງອົງການບໍລິຫານວິຊາ ການຢູ່ຄັງເງິນແຫ່ງຊາດ ແລະ ຄັງ ເງິນປະຈຳແຂວງຈຳນວນ 711 ຕື້ກວ່າກີບ ທີ່ບໍ່ທັນມອບ ເຂົ້າງົບປະ ມານແຫ່ງລັດຂອງສົກປີ 2012-2013. ໃນນັ້ນ ກວດເຫັນລາຍຮັບ ວິຊາການ, ສ່ວຍສາອາກອນ, ຊັບ ສິນ, ລາຍຮັບຈາກການລະດົມທຶນ ຈຳ ນວນ 397 ຕື້ກວ່າກີບ, ແຕ່ ກວດເຫັນເງິນຕົວຈິງພຽງ 391 ຕື້ກວ່າກີບ ແລະ ຄ້າງມອບ ເຂົ້າງົບປະມານແຫ່ງລັດ 5 ຕື້ກວ່າກີບ, ພ້ອມນີ້ຍັງກວດພົບຍອດເຫຼືອບັນ ຊີເງິນຝາກການບໍລິຫານວິຊາການຢູ່ຄັງເງິນແຫ່ງຊາດ ແລະ ຄັງເງິນ ປະຈຳແຂວງທີ່ບໍ່ໄດ້ສະສາງຕາມ ລະບຽບການຈຳນວນ 314 ຕື້ ກວ່າກີບ. ຂະນະດຽວກັນ ກໍຍັງໄດ້ ກວດເຫັນ ລາຍຈ່າຍເກີນແຜນ, ລາຍຈ່າຍບໍ່ຖືກຕ້ອງຕາມເປົ້າໝາຍ ແລະ ລາຍຈ່າຍທີ່ບໍ່ນອນໃນແຜນ ສະພາແຫ່ງຊາດຮັບ ຮອງມີຈຳ ນວນ 7.152 ຕື້ກວ່າກີບ. ໃນນີ້ ລາຍຈ່າຍເກີນແຜນມີ 4.713 ຕື້ ກວ່າກີບ,ຊຶ່ງໄດ້ຊຳລະຕົວຈິງແລ້ວ 821 ຕື້ກວ່າກີບ ແລະ ບໍ່ທັນໄດ້ຊຳ ລະຈຳນວນ 3.892 ຕື້ກີບ.

ບົດຄວາມຫຼ້າສຸດ

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...