spot_img
Homeຂ່າວຕ່າງປະເທດຈີນກວດພົບ ນົມຝຸ່ນເດັກນ້ອຍບໍ່ໄດ້ມາດຕະຖານ ພ້ອມສັ່ງໃຫ້ຜູ້ຜະລິດ ຮຽກຄືນຜະລິດຕະພັນ!

ຈີນກວດພົບ ນົມຝຸ່ນເດັກນ້ອຍບໍ່ໄດ້ມາດຕະຖານ ພ້ອມສັ່ງໃຫ້ຜູ້ຜະລິດ ຮຽກຄືນຜະລິດຕະພັນ!

Published on

558000007404901

ສຳນັກ​ຂ່າວ​ຕ່າງປະ​ເທດ ລາຍງານໃນ​ວັນ​ທີ 24 ມິຖຸນານີ້ວ່າ  ​ເຈົ້າ​ໜ້າ​ທ່ີ ສຳນັກງານ​ອາຫານ ​ແລະ ຢາຂອງ​ຈີນ ​ໄດ້​ຮຽກຮ້ອງ​ໃຫ້​ ບໍລິສັດ​ຜະລິດ​ນົມ 3​ ແຫ່ງ ຢູ່​ແຂວງສ່າ​ນ​ຊີ ທາງ​ພາກ​ກາງຂອງ​ປະ​ເທດ​ຈີນ ຮຽກ​ຄືນ ນົມ​ຝຸ່ນສຳລັບ​ເດັກນ້ອຍ​ເກີດ​ໃໝ່ ທ່ີ​ບໍ່​ໄດ້​ມາດຕະຖານແລະ​ ຈະ​ລົງ​ໂທດ​ຂັ້ນ​ເດັດຂາດ ຖ້າ​ກວດພົບ​ວ່າ ມີ​ຄວາມ​ຜິດ​ດ້ານ​ກົດໝາຍ.

ທັງນີ້ ເຈົ້າໜ້າ​ທີ່​ກ່ຽວຂ້ອງ​ຂອງ​ຈີນ​ ໄດ້​ກວດ​​ເຫັນ​ສານ​ Nitrates ຫລາຍ​ກ່ວາ​ມາດຕະຖານ ​ໃນ​ນົມ​ຝຸ່ນສຳລັບ​ເດັກນ້ອຍ​ເກີດ​ໃໝ່ ຈຳນວນ 5 ຊຸດ ​ໂດຍ​ແມ່ນ ​ບໍລິສັດ​ສ່າ​ນຊີ ກວນ​ຊານ,​ແດຣີ  (Shaanxi Guanshan Dairy​) ເປັນ​ຜູ້​ຜະລິດ, ພ້ອມ​ກັນ​ນັ້ນ ຍັງ​ກວດ​ພົບ​ສານເຊເລນຽມ (Selenium) 2 ຊຸດ ຊຶ່ງ​ແມ່ນ ບໍລິສັດຊີອານ ກວນຊາ ແດຣີ  (Xi’an Guanshan Dairy) ຜະລິດຈາກນົມແບ້ ​ ​ເນື່ອງຈາກ​ວ່າ ສານ​ Nitrates ຈະ​ບໍ່​ມີ​ອັນຕະລາຍ ແຕ່ຈະກາຍ ເປັນພິດ ເມື່ອໄປສຳພັດ ກັບເຊື້ອແບັກທີເຣຍບາງຊະນິດ. ນອກຈາກນີ້ ທາງບໍລີສັດ ສ່ານຊີ ກວນຊານ ແດຣີ ຍັງແຈ້ງຜ່ານເວັບໄຊ ເມື່ອບໍ່ດົນມານີ້ວ່າ ຈະຮຽກຄືນ ຜະລິດຕະພັນນົມ​ດັ່ງກ່າວ ​ແລະ ຈະແກ້ໄຂບັນຫາດັ່ງກ່າວ ຢ່າງຮີບດ່ວນ.

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...