spot_img
Homeຂ່າວການສຶກສາອ່ານດ່ວນ! ກຳໜົດເສັງເຂົ້າ ມຊ ປີ 2015

ອ່ານດ່ວນ! ກຳໜົດເສັງເຂົ້າ ມຊ ປີ 2015

Published on

20140828122022
—-
– ວັນສອບເສັງເຂົ້າ ມຊ: ວັນທີ 5-6 ສິງຫາ 2015
– ສະຖານທີ່ຊື້ຄຳຮ້ອງ ແລະ ຮັບຄຳຮ້ອງ: ສະໂມສອນໃຫຍ່ ມຊ, ດົງໂດກ.
– ເລີ່ມຂາຍຄຳຮ້ອງ: ວັນທີ 1-30 ກໍລະກົດ 2015
– ຮັບຄຳຮ້ອງ ແລະ ລົງທະບຽນສອບເສັງ: ວັນທີ 6-30 ກໍລະກົດ 2015
– ລາຄາຄຳຮ້ອງ: ຊຸຸດລະ 5,000 ກີບ
– ຄ່າລົງທະບຽນສອບເສັງ: 35,000 ກິບ

ຕາຕະລາງສອບເສັງ:

– ວັນທີ 5 ສິງຫາ 2015
ຕອນເຊົ້າ 09:00-11:00 ເສັງ ຟີຊິກສາດ ແລະ ເຄມີສາດ
ຕອນບ່າຍ 14:00-15:030 ເສັງ ພາສາລາວ ແລະ ວັນນະຄະດີ

– ວັນທີ 6 ສິງຫາ 2015
ຕອນເຊົ້າ 09:00-11:00 ເສັງ ຄະນິດສາດ
ຕອນບ່າຍ 14:00-15:030 ເສັງ ພູມສາດ ແລະ ປະຫວັດສາດ

ເອກະສານຕ້ອງປະກອບມີ:
– ສຳເນົາເຂົ້າເສັງ ມ 7 (ນັກຮຽນ ມ 7 ທີ່ເສັງ ສົກປີ 2014/15)
– ສຳເນົາ ປະກາສະນິຍະບັດ ມ 7 ຫຼື ມ 6 ຂອງ ກະຊວງສຶກສາ ແລະ ກິລາ
– ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ
– ຮູບຖ່າຍຂະໜາດ 3 x 4 ບໍ່ເກີນ 3 ເດືອນ ຈຳນວນ 2 ໃບ

ໝາຍເຫດ: ເອກະສານຕ້ອງມີຕົ້ນສະບັບ ມາປຽບທຽບຕອນຢືນຄຳຮ້ອງ, ຖ້າບໍ່ມີຈະບໍ່ຮັບພິຈາລະນາ.

ວັນຕິດຊື່ເຂົ້າຫ້ອງສອບເສັງ ແມ່ນວັນທີ 4 ສິງຫາ 2015

ຂອບໃຈຂໍ້ມູນຈາກ ປະກາດ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...