spot_img
Homeຂ່າວຕ່າງປະເທດລະທຶກ! ໄຟໄໝ້ເຮືອບິນໂດຍສານ ຢູ່ກາຊັກສະຖານ ພຽງບໍ່ດົນກ່ອນຍົນຈະຂຶ້ນບິນ!

ລະທຶກ! ໄຟໄໝ້ເຮືອບິນໂດຍສານ ຢູ່ກາຊັກສະຖານ ພຽງບໍ່ດົນກ່ອນຍົນຈະຂຶ້ນບິນ!

Published on

Fier_1

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 18 ມິຖຸນານີ້ວ່າ ເກີດເຫດໄຟໄໝ້ເຮືອບິນໂດຍສານ ໂບອິ້ງ 737-300 ຖ້ຽວບິນ DV-742 ຂອງສາຍການບິນ SCAT Airlines ໃນມື້ວັນທີ 16 ມິຖຸນາຜ່ານມາ ທີ່ສະໜາມບິນອັກເທົາ ປະເທດກາຊັກສະຖານ ໂດຍເຮືອບິນລຳດັ່ງກ່າວນີ້ ຫາກໍລົງຈອດທີ່ສະໜາມບິນດັ່ງກ່າວໄດ້ບໍ່ດົນ ເພື່ອລໍຖ້າຮັບຜູ້ໂດຍສານ ແລະ ໃນຂະນະທີ່ເຈົ້າໜ້າທີ່ກຳລັງກວດກາສະພາບເຮືອບິນຢູ່ນັ້ນ ຖັງອົກຊີເຢັນຂອງເຮືອບິນກໍໄດ້ລະເບີດຂຶ້ນ ໃນບໍລິເວນບ່ອນມ້ຽນເຄື່ອງທາງດ້ານໜ້າ ແລ້ວເກີດໄຟໄໝ້ລຸກຖ້ວມຢ່າງກະທັນຫັນ ພຽງບໍ່ດົນກ່ອນທີ່ເຮືອບິນດັ່ງກ່າວຈະຂຶ້ນບິນ ອັນໄດ້ສ້າງຄວາມແຕກຕື່ນ ຢ້ານກົວໃຫ້ແກ່ຜູ້ຄົນໃນທົ່ວສະໜາມບິນ.

ຢ່າງໃດກໍຕາມ ໂຊກດີທີ່ບໍ່ທັນມີຜູ້ໂດຍສານຂຶ້ນໄປເທິງເຮືອບິນເທື່ອ ເຮັດໃຫ້ບໍ່ມີຜູ້ໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດການທີ່ເກີດຂຶ້ນ ໃນຂະນະທີ່ເຈົ້າໜ້າທີ່ດັບເພີງຂອງສະໜາມບິນ ກໍໄດ້ເຂົ້າມາຄວບຄຸມໄຟໄວ້ໄດ້ ດ້ວຍເຄື່ອງສີດນ້ຳຂະໜາດໃຫຍ່.

 

Fier_4

ບົດຄວາມຫຼ້າສຸດ

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...

ສັດທີ່ສ່ຽງສູນພັນ ໝີຂົ້ວໂລກຈາກທີ່ເຄີຍອາໄສຢູ່ໃນເຂດໜາວ ປັດຈຸບັນຕ້ອງມາອາໄສຢູ່ທີ່ສູນວິໄຈຮ້າງ

ໝີຂົ້ວໂລກ ຖືເປັນສັດລ້ຽງລູກດ້ວຍນົມທີ່ໃຫຍ່ທີ່ສຸດໃນໂລກ ໂຕຜູ້ໃຫ່ຍສຸດອາດຈະມີນໍ້າໜັກເຖິງ 600ກິໂລກຣາມ, ເຖິງແມ່ນຮູບຮ່າງຈະໃຫ່ຍແຕ່ຊີວິດຂອງພວກມັນ ໜ້າເປັນຫວ່ງຫຼາຍ ເນື່ອງຈາກອາຫານຂອງພວກມັນສ່ວນຫຼາຍແມ່ນແມວນໍ້າເປັນຫຼັກ ເວລາທີ່ຈະຫາອາຫານພວກມັນຈະອາໄສລັກສະນະພູມສັນຖານທີ່ເປັນເຂດໜາວໃນການຫາອາຫານ. ແຕ່ໃນປັດຈຸບັນເກີດມີພາວະໂລກຮ້ອນເຮັດໃຫ້ເຂດພູເຂົານໍ້າແຂງເປື່ອຍໄວຜິດປົກກະຕິ ສົ່ງຜົນກະທົບໃຫ້ພື້ນທີ່ໃນການຫາອາຫານກໍ່ໜ້ອຍລົງ ໝີຂົ້ວໂລກຈໍານວນຫຼາຍຈຶ່ງໄດ້ອົບພະຍົບເຂົ້າມາຢູ່ອາໄສໃນເຂດຊຸມຊົນ ກັບການອາໄສຢູ່ໃນສູນວິໄຈຮ້າງ ທີ່ເກາະໂຄລີອູຊິນ ຢູ່ທາງພາກເໜືອຂອງປະເທດຣັດເຊຍ. ຕາມການຈັດອັນດັບຂອງ IUCN...