spot_img
Homeຂ່າວການພັດທະນາກະຊວງ​ກະສິກຳ​ ແລະ ​ປ່າ​ໄມ້ ​ອອກ​ແຈ້ງ​ການ​​ ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ 1 ມິຖຸນາ2015

ກະຊວງ​ກະສິກຳ​ ແລະ ​ປ່າ​ໄມ້ ​ອອກ​ແຈ້ງ​ການ​​ ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ 1 ມິຖຸນາ2015

Published on

Plant tree

ໃນ​ໄລຍະ​ຜ່ານ​ມາ​ພັກ​ ແລະ ​ລັດ​ຖະບານ​ພວກ​ເຮົາ,​ ໄດ້​ຖື​ເອົາ​ວຽກ​ງານ​ຄຸ້ມ​ຄອງ, ປົ​ກປັກ​ຮັກສາ ​ເລະ ພັດທະ​ນາ​ປ່າ​ໄມ້​ເປັນ​ວຽກ​ງານ​ຍຸດ​ທະ​ສາດ​ທີ່​ສຳຄັນ,​ ໂດຍ​ເລັ່ງ​ໃສ່​ວຽກ​ງານ​ປູກ​​ໄມ້​ ແລະ ​ຟື້ນ​ຟູ​ປ່າ,​ ໃຫ້​ທົ່ວ​ປະ​ເທດ​ມີ​ເນື້ອ​ທີ່​ປົກ​ຫຸ້ມ​ຂອງ​ປ່າ​ໄມ້ 70% ​ໃນ​ປີ 2020, ຊຶ່ງ​ສະ​ເພາະ​ປີ 2015 ນີ້​ກໍໍ​ໄດ້ກຳນົດ​ຄາດໝາຍສູ້​ຊົນ​ໃຫ້​ໄດ້​ຄື: ​ເກັບ​ແກ່ນ​ໄມ້​ໃຫ້​ໄດ້ 15 ພັນ​ກິ​ໂລ, ຜະລິດ​ເບ້ຍ​ໄມ້ 25 ລ້ານ​​ເບ້ຍ, ປູກ​ໄມ້ 30 ພັນ​ເຮັກ​ຕາ, ຟື້ນ​ຟູ​ປ່າ​ຜະລິດ​ ແລະ​ ປ່າ​ທີ່​ບໍ​ໄດ້​ກຳ​ນົດ​ເຂົ້າ​ໃນ 3 ປະ​ເພດ​ປ່າ​ໃຫ້​ໄດ້ 570.967 ​ເຮັກຕາ, ດ້ວຍ​ການ​ປູກ​ໃສ່​ດິນ​ເປົ່າ​ຫວ່າງ​ຫຼື​ປອກລົ້ນ, ຟື້ນ​ຟູ​ດ້ວຍ​ການ​ປູກ​ເສີມ ​ແລະ ດ້ວຍ​ທຳ​ມະ​ຊາດ​ຂອງ​ມັນ​ເອງ,​ ເພື່ອ​ເຮັດ​ໃຫ້ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກສາ, ພັດທະນາ​ປ່າ​ໄມ້ ​ແລະ ນຳ​ໃຊ້​ໄມ້​ປູກ​ມີ​ຄວາມ​ຮັດກຸມ,​ ເຂົ້າ​ສູ່​ລະບົບ,​ ເຮັດ​ໃຫ້ການ​ປູກ​ໄມ້, ການ​ຟື້ນ​ຟູ​ປ່າ​ກາຍ​ເປັນ​ຂະ​ບວນການ, ດັ່ງ​ນັ້ນ​ລັດຖະມົນຕີ​ວ່າການ​ກະຊວງ​ກະສິກຳ ​ແລະ​ ປ່າ​ໄມ້, ຈຶ່ງ​ໄດ້​ອອກ​ແຈ້ງ​ການ​ສະບັບ​ເລກທີ 0019, ລົງ​ວັນ​ທີ 7 ​ເດືອນພຶດສະພາ 2015 ​ເຖິງ​ຫົວ​ໜ້າພະ​ແນ​ກກະສິກຳ​ ແລະ ​​ປ່າ​ໄມ້​ແຂວງ, ນະຄອນຫຼວງ, ບັນດາ​ສຳນັກງານ, ອົງການ ​ແລະ ສະ​ຖາ​ບັນ​ອອ້ມຂ້າງ​ກະຊວງ​ກະສິກຳ​ ແລະ ​ປ່າ​ໄມ້, ຈົ່ງ​ພ້ອມ​ກັນ​ສ້າງ​ຂະ​ບວນການ​ປູກ​ຕົ້ນ​​ໄມ້​ ແລະ ​ຟື້ນ​ຟູ​ປ່າ​ທຳ​ມະ​ຊາດ,​ ເນື່ອງ​ໃນ​ໂອກາດ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ 1 ​ມິ​ຖຸນາ 2015 ດັ່ງ​ນີ້:

  1. ​ໃຫ້​ກົມ​ປ່າ​ໄມ້ສົມທົບ​ກັບພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫລວງ​ວຽງ​ຈັນ ​ແລະ ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງ​ກວດກາ ​ແລະ ສັງ​ລວມຄືນ​ການ​ປູກ​ໄມ້​ໃນ​ສົກ​ປີຜ່ານມາຕາມ​ແຈ້ງ​ການ​ຂອງ​ລັດຖະ ມົນຕີ ​ເລກທີ 0055/ກປ, ລົງ​ວັນ​ທີ 7 ພະຈິກ 2014 ​ແລະ 0056/ກປ, ລົງ​ວັນ​ທີ 07 ພະຈິກ 2014 ​ໂດຍ​ສົມ​ທຽບ​ໃສ່​ໂຕ​ເລກ​ແຜນການ​ດັ່ງກ່າວ​ວ່າ​ສາມາດ​ປະຕິບັດ​ໄດ້​ເທົ່າ​ໃດ ? ​ໄປ​ພ້ອມໆ​ກັນນີ້ ກໍ​ໃຫ້​ດຳ​ເນີນ​ການ​ຂຶ້ນທະບຽນ​ສວນ​ປູກ​ໄມ້​ຂອງ​ລັດ, ບຸກຄົນ, ຄອບຄົວ, ກົມ​ກອງ​ລວມໝູ່, ການຈັດຕັ້ງ ​ແລະ ນັກ​ລົງທຶນ ທີ່​ໄດ້​ປູກ​​ໃນ​ປີຜ່ານມາ ​ໂດຍ​ການ​ລົງ​ສຳ​ຫລວດ​ເກັບ​ກຳ​ຂໍ້​ມູນ​ຕົວ​ຈິງ ລວມທັງ​ຕິດຕາມ​ເກັບ​ກຳ​ແຫ​ລ່ງ​ແກ່ນ​ພັນ​ໄມ້​ທີ່​ມີ​ແລ້ວ ​ແລະ ​ແຫ​ລ່ງ​ແກ່ນ​ພັນ​ໄມ້​ທີ່​ພົບ​ເຫັນ​ໃໝ່​ຢູ່​ແຕ່ລະ​ທ້ອງ​ຖິ່ນ ​ແລະ ສ້າງ​ແຜນການ​ຕອບ​ສະໜອງ​ແກ່ນ​ພັນ​ໄມ້ ​ເພື່ອ​ຜະລິດ​ເບ້ຍ​ໄມ້​ໃນ​ປີ​ຕໍ່​ໄປ.
  2. ​ໃຫ້​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນຄົ້ນຄວ້າ​ນຳ​ສະ​ເໜີ​ຕໍ່​ອົງການ​ປົກ ຄອງ​ທ້ອງ​ຖິ່ນ​ຂັ້ນຂອງ​ຕົນ ​ເພື່ອ​ແຕ່ງຕັ້ງຄະນະ​ຮັບຜິດຊອບ​ວຽກ​ງານ​ປູກ​ໄມ້ ​ແລະ ຟື້ນຟູ​ປ່າ ​ໂດຍ​ແມ່ນ​ຂະ​ແໜງ​ກະສິກຳ ​ແລະ ປ່າ​ໄມ້​ເປັນ​ໃຈກາງ ​ແລະ ມີ​ການ​ເຂົ້າຮ່ວມ​ຂອງ​ພາກສ່ວນ​ກ່ຽວຂ້ອງ​ຕາມ​ຄວາມ​ເໝາະ​ສົມ, ພ້ອມ​ທັງ​ມອບ​ໝາຍ​ຄວາມ​ຮັບຜິດຊອບ​ຂາດ​ຕົວ​ໃຫ້​ແກ່​ຂະ​ແໜງ​ປ່າ​ໄມ້, ໜ່ວຍ​ງານ​ສົ່ງ​ເສີມ​ປູກ​ໄມ້ ​ແລະ ການ​ລົງທຶນ​ດ້ານ​ປ່າ​ໄມ້​, ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງ​, ໜ່ວຍ​ງານ​ປ່າ​ໄມ້​ເຂດ ຈັດຕັ້ງວຽກ​ງານ​ສົ່ງ​ເສີມ​ປູກ​ໄມ້ ​ແລະ ການ​ລົງທຶນ​ປ່າ​ໄມ້ ​ໂດຍ​ມີ​ການ​ແຕ່ງຕັ້ງພະນັກງານ​ວິຊາ​ການເພື່ອ​ລົງ​ຊຸກຍູ້​ສົ່ງ​ເສີມ​ດ້ານ​ເຕັກນິກ​ວິຊາ​ການ​ປູກ​ໄມ້​ໃຫ້​ບັນດາ​ໂຄງການ​ປູກ​ໄມ້​ຂອງ​ລັດ, ບໍລິສັດ, ຜູ້​ປະກອບ​ການ ​ແລະ ກະສິກອນ ຮູ້​ໄດ້​ເຖິງ​ເຕັກນິກ​ການ​ບົວລະບັດ, ການ​ປົກ​ປັກ​ຮັກສາ​ຕົ້ນ​ໄມ້​ທີ່​ໄດ້​ປູກ​ແລ້ວ​ໃຫ້​ເຕີບ​ໃຫຍ່ ​ແລະ ດຳ​ເນີນ​ການ​ປູກ​ທົດ​ແທນ​ຕົ້ນ​ໄມ້​ທີ່​ຕາຍເພື່ອ​ຮັກສາ​ອັດຕາ​ການ​ລອດ​ຕາຍ​ຂອງ​ເບ້ຍ​ໄມ້ ​ແນ​ໃສ່​ເຮັດ​ໃຫ້ການ​ປູກ​ໄມ້ ​ແລະ ຟື້ນຟູ​ປ່າ​ທຳ​ມະ​ຊາດ​ກາຍ​ເປັນ​ຮູບ​ປະ​ທຳ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ເກົ່າ.
  3. ​ໃຫ້​ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ ຊີ້ນຳ​ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງສົມທົບ​ກັບ​ອົງການ​ປົກຄອງ​ເມືອງ ກຳນົດ​ເຂດ​ປູກ​ໄມ້ ​ແລະ ຟື້ນຟູ​ປ່າ​ໄມ້ ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​​ແວດ​ລ້ອມ​ຢ່າງ​ມີ​ຈຸດ​ສຸມ ​ແລະ ​ເປົ້າໝາຍ​ຍາວ​ນານ ​ແນ​ໃສ່​ຮັກສາ​ແຫ​ລ່ງນ້ຳ, ປ້ອງ​ກັນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕໍ່​ດິນ​ຖະຫລົ່ມ ຫລື ການ​ເຊາະ​ເຈື່ອນ ​ແລະ ປ້ອງ​ກັນ​ໄພ​ທຳ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນຕໍ່ໜ້າ. ພ້ອມ​ກັນນັ້ນ ກໍ​ໃຫ້​ດຳ​ເນີນ​ການ​ຂຶ້ນທະບຽນ​ສວນ​ປູກ​ໄມ້​ຕາມ​ເງື່ອນ​ໄຂ ​ແລະ ລະບຽບ​ການ​ທີ່​ໄດ້​ກຳນົດ​ໄວ້​ໃນ​ຄຳ​ສັ່ງ​ແນະນຳ​ຂອງ​ລັດຖະມົນຕີ ​ເລກທີ 1849/ກປ.99, ລົງ​ວັນ​ທີ 7 ຕຸລາ 1999 ​ແລ້ວ​ສັງ​ລວມລາຍ​ງານ​ກົມ​ປ່າ​ໄມ້​ຮັບ​ຊາບ​ເປັນ​ແຕ່ລະ​ໄລຍະ.
  4. ​ໃຫ້​ກົມ​ປ່າ​ໄມ້ ພະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ ​ເປັນ​ເຈົ້າການ​ໂຄສະ ນາ​ເຜີຍ​ແຜ່​ບັນດາ​ນະ​ໂຍບາຍ ​ແລະ ລະບຽບ​ກົດໝາຍ​ກ່ຽວ​ກັບ​ການ​ປູກ​ໄມ້, ຟື້ນຟູ​ປ່າທ​ຳມະ​ຊາດ ​ໂດຍ​ຜ່ານ​ສື່​ມວນ​ຊົນ (ໜັງສືພິມ, ວິທະຍຸ, ​ໂທລະພາບ), ປາຖະກະ​ຖາ ​ແລະ ຈັດຕັ້ງຂະ​ບວນການ​ຕ່າງໆ ​ເພື່ອ​ໃຫ້​ທົ່ວ​ປວງ​ຊົນ ຕະຫລອດ​ເຖິງ​ສຳນັກງານ, ອົງການ​ຈັດຕັ້ງມະຫາຊົນ, ທະຫານ, ຕຳຫລວດ, ​ໂຮງຮຽນ, ​ໂຮງໝໍ ລວມໝູ່, ບໍລິສັດ ​ໄດ້​ຮັບ​ຮູ້, ​ເຊື່ອ​ມຊຶມ ​ແລະ ​ເຫັນ​ໄດ້​ເຖິງ​ຄວາມ​ສຳຄັນ​ຂອງ​ວຽກ​ງານ​ປ່າ​ໄມ້ ​ໂດຍ​ສະ​ເພາະ​ການ​ປູກ​ໄມ້, ການ​ຟື້ນຟູ​ປ່າ​ໄມ້​ທຳ​ມະ​ຊາດ, ການ​ປົກ​ປັກ​ຮັກສາ​ປ່າ​ໄມ້, ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ​ແລະ ການ​ປ້ອງ​ກັນ​ໄຟ​ໄໝ້​ລາມ​ປ່າ.
  5. ​ໃຫ້​ຂະ​ແໜງ​ປ່າ​ໄມ້​ປະຈຳ​ແຂວງ, ນະຄອນຫລວງ​ວຽງ​ຈັນ ​ເປັນ​ເຈົ້າການ​ເກັບ​ກຳ ​ແລະ ສັງ​ລວມສະຖິຕິ​ເບ້ຍ​ໄມ້​ທີ່​ຜະລິດ​ໄດ້, ການ​ກະກຽມ​ເນື້ອທີ່​ປູກ ​ແລະ ​ເນື້ອທີ່​ຟື້ນຟູ ​ໂດຍ​ແຍກ​ລະອຽດ​ແຕ່​ລະ​ຊະນິດ​ໄມ້​ທີ່​ຜະລິດ, ​ເບ້ຍ​ໄມ້​ທີ່​ຈະ​ປູກ​ໃນ​ແຕ່ລະ​ເຂດ, ​ເຂດ​ທີ່​ຈະ​ປູກ ຫລື ຟື້ນຟູ (ບ້ານ, ​ເມືອງ), ປະ​ເພດ​ປ່າ​ທີ່​ຈະ​ຟື້ນຟູ, ວັນ, ​ເວລາ ​ແລະ ສະຖານ​ທີ່​ຈະ​ຈັດ​ພິທີ​ປູກ​ຕົ້ນ​ໄມ້​ໃນ​ທ້ອງ​ຖິ່ນ​ຕົນ ລວມທັງ​ເປົ້າໝາຍ​ທີ່​ຈະ​ເຊີນ​ເຂົ້າຮ່ວມ ​ແລ້ວ​ລາຍ​ງານ​ກົມ​ປ່າ​ໄມ້ (ພະ​ແນ​ກສົ່ງ​ເສີມ​ປູກ​ໄມ້ ​ແລະ ການ​ລົງທຶນ​ປ່າ​ໄມ້) ​ເພື່ອ​ສັງ​ລວມລາຍ​ງານ​ການ​ນຳ​ກະຊວງ​ໄດ້​ຮັບ​ຊາບ​ເປັນ​ແຕ່ລະ​ໄລຍະ.
  6. ສຳລັບ​ພັນ​ໄມ້​ທີ່​ຈະ​ປູກ​ນັ້ນ ​ໂດ​ຍທົ່ວ​ໄປ​ໃຫ້​ຖື​ເອົາ​ຊະນິດ​ໄມ້​ພື້ນ​ເມືອງ​ທີ່​ເປັນ​ເສດຖະກິດ, ​ເໝາະ​ສົມ​ກັບ​ສະ ພາບ​ແວດ​ລ້ອມ​ຂອງ​ແຕ່ລະ​ທ້ອງ​ຖິ່ນ, ຊະນິດ​ພັນ​ໄມ້​ທີ່​ຮັກສາ​ແຫ​ລ່ງນ້ຳ, ​ເບ້ຍ​ໄມ້​ທີ່​ແຂງ​ແຮງ ​ແລະ ທົນ​ທານ. ສ່ວນ​ການ​ປູກ​ໄມ້​ຢູ່​ສຳນັກງານ​ຫ້ອງການແມ່ນ​ໃຫ້​ເນັ້ນ​ໃສ່​ຊະນິດ​ພັນ​ໄມ້​ປະດັບ, ​ໄມ້​ໃຫ້​ໝາກ, ​​ໄມ້​ທີ່​ເປັນ​ຮົ່ມລຳຕົ້ນບໍ່​ສູງ ​ແລະ ຊະນິດ​ພັນ​ໄມ້​ທີ່​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ.
  7. ສຳລັບ​ການຈັດຕັ້ງພິທີ​ປູກ​ໄມ້ ​ເນື່ອງ​ໃນ​ວັນ​ປູກ​ຕົ້ນ​ໄມ້​ແຫ່ງ​ຊາດ ວັນ​ທີ 1 ມິຖຸນາ 2015 ນີ້ ​ໃຫ້​ອີງ​ໃສ່​ສະພາບ​ເງື່ອນ​ໄຂ​ທີ່​ເໝາະ​ສົມ​ຂອງ​ແຕ່ລະ​ທ້ອງ​ຖິ່ນ ​ໂດຍ​ເນັ້ນ​ໃສ່​ເນື້ອ​ໃນ​ປຸກລະດົມ​ເປັນຕົ້ນຕໍ ບົນ​ພື້ນຖານ​ປະຢັດ​ມັດທະຍັດ ​ແລະ ຕ້ານ​ການ​ຟຸມ​ເຟືອຍ. ສ່ວນ​ທ້ອງ​ຖິ່ນ​ໃດ ຫລື ບ່ອນ​ໃດ​ທີ່​ມີ​ເງື່ອນ​ໄຂ​ແມ່ນ​ໃຫ້​ເລີ່​ມລົງມື​ປູກ​ແຕ່​ດຽວນີ້ຈົນ​ເຖິງ​ທ້າຍ​ເດືອນ​ກັນຍາ 2015 ​ໂດຍ​ບໍ່​ໃຫ້​ລໍຖ້າ​ວັນ​ທີ 1 ມິຖຸນາ.
  8. ​ໃຫ້​ພ​ະ​ແນ​ກກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ແຂວງ ​ແລະ ນະຄອນຫລວງ​ວຽງ​ຈັນ, ຫ້ອງການ​ກະສິກຳ ​ແລະ ປ່າ​ໄມ້​ປະຈຳ​ເມືອງ ຄົ້ນຄວ້າ​ກ່ຽວ​ກັບ​ຜົນງານ​ຂອງ​ບຸກຄົນ, ຄອບຄົວ, ລວມໝູ່, ກົມ​ກອງ ​ແລະ ການຈັດຕັ້ງ ທີ່​ໄດ້​ປະກອບ ສ່ວນ​ເຫື່ອ​ແຮງ ​ແລະ ທຶນຮອນ​ເຂົ້າ​ໃນ​ການ​ຄຸ້ມ​ຄອງ ​ແລະ ບົວລະບັດ​ຮັກສາ​ປ່າ​ປູກ ​ແລະ ຟື້ນຟູ​ປ່າ ​ເພື່ອ​ນຳ​ສະ​ເໜີ​ຂັ້ນ​ເທິງ​ພິຈາລະນາ​ຍ້ອງຍໍ ດ້ວຍ​ກຽດ​ຕິ​ຄຸນ, ວັດຖຸ​ພັນ ​ແລະ ອື່ນໆ ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ດຳລັດ​ຂອງ​ນາຍົກລັດຖະມົນຕີ ​ເລກທີ 121/ນຍ, ລົງ​ວັນ​ທີ 24 ກຸມພາ 2010 ວ່າ​ດ້ວຍ​ການ​ເພີ່ມ​ທະວີ​ວຽກ​ງານ​ແຂ່ງຂັນ-ຍ້ອງຍໍ​ໃນ​ໄລຍະ​ໃໝ່.
  9. ໃຫ້ພະແນກກະສິກຳ ແລະ ປ່າໄມ້ປະຈຳແຂວງ, ນະຄອນຫລວງວຽງຈັນ ຊີ້ນຳຫ້ອງການກະສິກຳ ແລະ ປ່າໄມ້ປະຈຳເມືອງ ເພື່ອລົງສົມທົບກັບອົງການປົກຄອງບ້ານ ແລະ ພາກສ່ວນກ່ຽວຂ້ອງຈັດຕັ້ງເຜີຍ ແຜ່ ແລະ ເສື່ອມຊຶມແຈ້ງການສະບັບນີ້ຢ່າງທົ່ວເຖິງ ແລະ ໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດມີຂໍ້ ສະດວກ ແລະ ຫຍຸ້ງຍາກແນວໃດໃຫ້ລາຍງານການນຳກະຊວງຮັບຊາບເພື່ອຫາວິທີແກ້ໄຂຢ່າງທັນ ການ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

ບົດຄວາມຫຼ້າສຸດ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດພະເທບ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສົມເດັດ ພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາດສຸດາ ສະຫຍາມບໍຣົມມະຣາດຊະກຸມາຣີ ແຫ່ງ ຣາຊະອານາຈັກໄທ. ໃນຕອນບ່າຍຂອງວັນທີ 22 ເມສາ 2025,...

ນັກທ່ອງທ່ຽວຕ່າງຊາດທີ່ຈະເດີນທາງເຂົ້າໄທ ດ້ວຍພາສປອດຕ້ອງໄດ້ຂຽນຟອມອອນລາຍ ເລີ່ມ 1 ພຶດສະພານີ້

ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ (ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ຈະເດີນທາງໄປປະເທດໄທ ຕ້ອງໄດ້ເຂົ້າຕື່ມແບບຟອມ (TDAC) ລິ້ງ https://tdac.immigration.go.th/arrival-card/#/home ທາງອອນລາຍ...

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...