spot_img
Homeມຸມຂ່າວ AECການ​ປະ­ສານ​ງານ​ອາ​ຊຽນ ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ­ສູບ

ການ​ປະ­ສານ​ງານ​ອາ​ຊຽນ ວ່າ​ດ້ວຍ​ການ​ຄວບ​ຄຸມ​ຢາ­ສູບ

Published on

20150504104940

ກອງ​ປະ­ຊຸມ​ຄະ­ນະ​ກຳ​ມະການ​ປະ­ສານ​ງານ​ເພື່ອ​ຄວບ​ຄຸມຢາ­ສູບ​ອາ​ຊຽນ ​ຄັ້ງ​ທີ 6 ໄດ້​ຈັດຂຶ້ນ​ລະ­ຫວ່າງ​ວັນ​ທີ 4-6 ພຶດ​ສະພາ 2015 ທີ່​ໂຮງ­ແຮມ​ດອນ​ຈັນ ພາ​ເລດ ນະ­ຄອນ­ຫຼວງ​ວຽງ​ຈັນ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ຮສ.ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະ​ມົນ­ຕີ​ຊ່ວຍ​ວ່າ­ການ​ກະ­ຊວງສາ­ທາ­ລະ­ນະ​ສຸກ ມີ​ຕາງ­ໜ້າ​ຈາກ 10 ປະ­ເທດ​ສະ­ມາ­ຊິກ​ອາ​ຊຽນ ອົງ­ການ​ອະ­ນາ­ໄມ​ໂລກ ປະ­ຈຳລາວ ພ້ອມ​ດ້ວຍ​ບັນ­ດາ​ຂະ­ແໜງການ​ທີ່​ກ່ຽວ­ຂ້ອງ​ເຂົ້າ​ຮ່ວມ.

ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມຄັ້ງ​ນີ້​ ເພື່ອ​ທົບ​ທວນ​ບັນ­ດາ​ຜົນ​ສຳເລັດ ແລະ ຄວາມ​ກ້າວ­ໜ້າໃນການ­ຈັດ­ຕັ້ງ​ປະ­ຕິ­ບັດ​ແຜນ​ວຽກຈຸດ​ປະ­ສານ​ງານ​ອາ​ຊຽນ ​ວ່າ​ດ້ວຍການ​ຄວບ​ຄຸມ​ຢາ­ສູບ ແລະ ເພື່ອປຶກ­ສາ​ຫາ­ລືໄລ­ຍະ​ຂ້າມ​ຜ່ານ ກ່ຽວ​ກັບ​ບັນ­ດາ​ຈຸດ​ປະ­ສານ​ງານດັ່ງ­ກ່າວ​ຫຼັງ​ປີ 2015 ຕາມ​ແນວທາງ​ແຜນ​ພັດ­ທະ­ນາ​ສາ​ທະ​ລະນະ​ສຸກຂອງ​ອາ​ຊຽນ ແລະ ວາງທິດ​ທາງ ຕໍ່­ໜ້າ​ສຳ­ລັບ​ວຽກ​ງານທີ່​ຍັງ​ຄົງ​ຄ້າງ ນອກ​ນັ້ນຍັງ​ໄດ້​ມີການ​ສົນ­ທະ­ນາ​ແລກ­ປ່ຽນ ແລະ ຖອດ​ຖອນ​ບົດ­ຮຽນ​ຮ່ວມ​ກັນ​ກ່ຽວກັບ​ຜົນ​ໄດ້​ຮັບ​ຈາກ​ກອງ​ປະ­ຊຸມອາ​ຊຽນ ທີ່​ໄດ້​ຈັດ​ຂຶ້ນ​ໃນ​ໄລ­ຍະຜ່ານ​ມາ ບັນ­ດາ​ສິ່ງ​ພົ້ນ​ເດັ່ນ ຂໍ້​ຄົງຄ້າງ ທີ່​ສືບ​ເນື່ອງ​ຈາກ​ກອງ​ປະຊຸມ​ຄະ­ນະ​ກຳ­ມະ­ການ​ປະ­ສານງານເພື່ອ​ຄວບ​ຄຸມ​ ຢາ­ສູບ​ອາຊຽນ​ ຄັ້ງ​ທີ 5 ນອກ​ນັ້ນ​ຍັງ​ໄດ້​ຮັບຟັງ​ບົດ​ສະ­ເໜີ​ຂ່າວ­ສານ ແລະ ຜົນ­ສຳ­ເລັດໃນ​ການ­ຈັດ­ຕັ້ງ​ປະ­ຕິບັດ​ວຽກ​ງານ​ດັ່ງ­ກ່າວ ຈາກ​ອົງການ SEATCA ການ​ນຳ​ສະ­ເໜີ ແລະ ສົນ­ທະ­ນາ​ຮ່ວມ​ກັນ​ກ່ຽວກັບ​ຄວາມ​ກ້າວ­ໜ້າຂອງ​ການ ສ້າງ​ແບບ­ແຜນ​ພັດ­ທະ­ນາ​ສາ​ທາລະ­ນະ​ສຸກ ຫຼັງ​ປີ 2015 ແລະ ໄລຍະ​ຂ້າມ​ຜ່ານ​ຈາກ​ບັນ­ດາ​ຜູ້​ຕາງໜ້າ​ແຕ່​ລະ​ປະ­ເທດ​ໃນ​ອາ​ຊຽນ.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...