Homeຂ່າວການພັດທະນາເຈົ້າ​ໜ້າ​ທີ່ດັບ​ເພີງ ນ.ວ ​ຊີ້​ແຈງ​ ບັນຫາການ​ໄປ​ຊ່ວຍ​ເຫລືອ​ມອດ​ໄຟຊັກ​ຊ້າ!

ເຈົ້າ​ໜ້າ​ທີ່ດັບ​ເພີງ ນ.ວ ​ຊີ້​ແຈງ​ ບັນຫາການ​ໄປ​ຊ່ວຍ​ເຫລືອ​ມອດ​ໄຟຊັກ​ຊ້າ!

Published on

fire engine

ໃນວັນ​ທີ 21 ​ເມສາ​ນີ້, ທ່ານ ພັຕ ຈັນທະ​ບູນ ມະນີ​ວົງ ຫົວໜ້າ​ພະ​ແນ​ກ ສະກັດ​ກັ້ນ ​ແລະ ຕ້ານ​ອັກຄີ​ໄພ ນະຄອນຫລວງ​ວຽງ​ຈັນ ​​ໄດ້​ອອກ​ມາ​ຊີ້​ແຈງ​ຜ່ານ​ນັກ​ຂ່າວ​ພວກ​ເຮົາວ່າ: ພາຍຫລັງ​ໄດ້​ມີ​ຫາງສຽງ​ຈາກສັງຄົມ​ວ່າ: ການ​ອອກ​ໄປ​ຊ່ວຍ​ເຫລືອ​ ​ເພື່ອ​ສະກັດ​ກັ້ນ ​ແລະ ມອດ​ໄຟ​ໃນ​ຈຸ​ດ​ເກີດ​ເຫດ​ຊັກ​ຊ້າ, ​ເຊິ່ງກໍ​ມີ​ຫລາຍ​ບັນຫາ ​ແລະ ສາມາດທີ່​ຈະ​ຕ້ອງ​ໄດ້​​ເອົາ​ໃຈ​ໃສ່​ຊ່ວຍ​ກັນ​​ແກ້​ໄຂເຊັ່ນ: 1.) ​ເນັ້ນ​ໃຫ້ປະຊາຊົນ​ຜູ້ທີ່​ໂທ​ເຂົ້າ​ມາ​ແຈ້ງ​ເຫດ​ແມ່ນ​ໃຫ້​ດ່ວນ ​ແລະ ຊັດ​ເຈນ, 2.) ​ເສັ້ນທາງ​ທີ່​ຈະ​ເດີນທາງ​ໄປ​ນັ້ນ ບາງ​ຄັ້ງ​​ຖືກ​ຊ່ວງ​​ໄລຍະເວລາ​ເລັ່ງດ່ວນ​ເປັນ​ຕົ້ນ ​ເວລາ​​ເຂົ້າ​ການ-ເລີກ​ການ ​ເຮັດ​ໃຫ້ການ​ສັນຈອນ​ແອ​ອັດ, ​3.) ເສັ້ນທາງ​ເຂົ້າ​ໄປ​ຫາ​ຈຸດ​ເກີດ​ເຫດ​ຄັບ​ແຄບ, ​ຊຸມ​ຊົນ​​ແອ​ອັດ, 4.) ຈຸດ​ເກີດ​ເຫດ​ຫ່າງ​ໄກ​ຈາກ​ຕົວ​ເມືອງ ອາດ​ຈະ​ເປັນ​ເຂດ​ຫ່າງ​ໄກ​ສອກຫລີກ ​ແລະ 5.) ການ​ປະສານ​ງານ​ກັບ​ພາກສ່ວນ​ກ່ຽວຂ້ອງ​ເປັນ​ຕົ້ນ ພາກສ່ວນ​ໄຟຟ້າ, ​ເພື່ອ​ມາ​ຕັດ​ກະ​ແສ​ໄຟຟ້າ​ເສຍ​ກ່ອນ, ຈຶ່ງ​ສາມາດ​ນຳ​ລົດນ້ຳ​ເຂົ້າ​ໄປ​ສີດນ້ຳ​ໃສ່​ຈຸດ ​ເກີດ​ເຫດ​ໄດ້ ​ແລະ ບໍລິສັດ ນ້ຳ​ປະປາ ກໍ​ຕ້ອງ​ໃຫ້​ຄວາມ​ສະດວກ​ສະບາຍ​ໃນ​ການ​ປ່ອຍນ້ຳ​ຢູ່​ຕາມ​ຈຸດສະ​ເພາະ. ດັ່ງ​ນັ້ນ ຖ້າ​​ທຸກ​ພາກສ່ວນ​ເອົາ​ໃຈ​ໃສ່​ຊ່ວຍ​ກັນການ​ຊ່ວຍ​ເຫລືອດັບ​ມອດ​ໄຟ​ໃນ​ຈຸດ​ເກີດ​ເຫດກໍ​ຈະ​ວ່ອງ​ໄວ​ຂຶ້ນ.

ທ່ານ​ ພັຕ ຈັນທະ​ບູນ ມະນີ​ວົງ ກ່າວ​ວ່າ: ສາ​ເຫດ​ຂອງ​ການ​ເກີດ​ອັກຄີ​ໄພ​ສ່ວນ​ໃຫຍ່​ແລ້ວ ​ເກີດ​ຈາກ​ການ​ຈູດ​ຂີ້​ເຫຍື້ອ, ຈູດຫຍ້າ, ຈູດ​ປ່າ​ແບບ​ຊະຊາຍ, ຊຶ່ງ​ຈະ​ເປັນ​ຕົ້ນ​ເພີງ​ລາມ​ລຸກ​ໄປໄໝ້ສິ່ງ​ຂອງ, ​ເຮືອນ​ຊານ​ບ້ານ​ຊ່ອງ​ຂອງ​ປະຊາຊົນ​ທີ່ຢູ່​ໃກ້​ຄຽງໄດ້​ງ່າຍດາຍ, ການ​ນຳ​ໃຊ້​ໄຟຟ້າ​ເຂົ້າ​ໃນ​ຊີວິດ​ປະຈຳ​ວັນ, ​ການ​ຜະລິດ ​ແລະ ອື່ນໆ. ດັ່ງ​ນັ້ນ ພວກ​ເຮົາ​ຄວນເອົາ​ໃຈ​​ໃສ່​ກວດກາ​ສາຍ​ໄຟຟ້າ​ໃຫ້​ຢູ່​ໃນ​ສະ​ພາບ​ສົມບູນ, ຮັບປະກັນ​ມາດຖານ, ຖ້າ​ເຫັນວ່າ​ເກົ່າ​ແກ່, ​ເປ່​ເພ, ຊຸດ​ໂຊມ​ຕ້ອງປົວ​ແປງ ​ແລະ ປ່ຽນຖ່າຍ​ທັນທີ, ​ເມື່ອ​ສຳ​ເລັດພາລະກິດ​ຕ່າງໆ ຫລື ກ່ອນ​ອອກ​ຈາກ​ບ້ານ, ຫ້ອງການ ​ແລະ ອື່ນໆ ຕ້ອງ​ກວດ ກາ​ປິດ​ເຕົາ​ແກັດ, ​ເຄື່ອງ​​ໃຊ້​ໄຟຟ້າ, ຖອດ​ປັກ​ສຽບ ​ແລະ ມອດ​ໄຟ​ໃຫ້​ລະອຽດ ຮອບ​ຄອບ​​ເສຍ​ກ່ອນ, ພ້ອມ​ນີ້ ການ​ໄຕ້​ທູບ​ທຽນ​ບູຊາ, ຕ້ອງ​ຮັບປະກັນ​ຄວາມ​ປອດ​ໄພ​ທຸກ​ຄັ້ງ, ກາບ​ໄຫວ້​ແລ້ວ ກໍ​ມອດ​ທູບ​ທຽນ​ທັນທີ, ຮ້ານ​ບູຊາ​ຕ້ອງ​ເຮັດ​ດ້ວຍ​ວັດຖຸ​ທີ່​ບໍ່​ໄວ​ໄຟ, ຫ່າງ​ໄກ​ຈາກ​ບ່ອນທີ່​ມີ​ເຊື້ອ​ໄຟ. ນອກຈາກ​ນີ້ ​ເມື່ອ​ເຫັນ​ເຈົ້າ​ໜ້າ​ທີ່​ຕຳຫລວດ​ປ້ອງ​ກັນ​ສະກັດ​ກັ້ນ ​ແລະ ຕ້ານ​ອັກ​ຄີ​ໄພ ລົງ​ໄປ​ປະສານ​ສົມທົບກໍຈົ່ງ​ໃຫ້​ການ​ຮ່ວມ​ມື ​ແລະ ປະຕິບັດ​ຕາມ​ການ​ແນະນຳ​ຂອງເຈົ້າ​ໜ້າ​ທີ່​ຢ່າງ​ເຂັ້ມ​ງວດ ​ແລະ ທີ່​ສຳຄັນ​ທີ່​ສຸດ​ແມ່ນ​ໃຫ້​ກະກຽມ​ເຄື່ອງ​ອຸປະກອນ​ມອດ​ໄຟ (ບັ້ງ​ມອດ​ໄຟ) ມາ​​ໄວ້ປະຈຳ​​ແຕ່ລະ​ຄົວ​ເຮືອນ ​ເພື່ອ​ປ້ອງ​ກັນ​ອັກຄີ​ໄພ​ທີ່​ຈະ​ເກີດ​ຂຶ້ນ​ໄດ້​ທັນ​ເວລາ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ສະກຸດຊີ່ທີ່ບໍ່ໄດ້ມາດຕະຖານ ສ່ຽງເປັນອັນຕະລາຍຕໍ່ສຸຂະພາບໄດ້

ສະກຸດຊີ່ (Squishy) ແມ່ນເຄື່ອງຫຼິ້ນທີ່ມີສຳຜັດນຸ້ມ ເຮັດມາຈາກໂຟມໂພລີຍູຣີເທນ (Polyurethane) ມີຄຸນສົມບັດພິເສດຄືເມື່ອບີບແລ້ວ ຈະຄ່ອຍໆຄືນຮູບກັບມາຢ່າງຊ້າໆ. ໂດຍສະກຸດຊີ່ສ່ວນຫຼາຍຈະມີຮູບຮ່າງຮຽນແບບເຂົ້າໜົມ ຫຼື ໝາກໄມ້ ແລະ ມີກິ່ນຫອມ ເຊິ່ງກຳລັງເປັນເຄື່ອງຫຼິ້ນທີ່ໄດ້ຮັບຄວາມນິຍົມໃນຊ່ວງນີ້.  ພ້ອມດຽວກັນນັ້ນ, ກໍໄດ້ມີຜູ້ປົກຄອງອອກມາເວົ້າກ່ຽວກັບ...

ສານປະຊາຊົນ ແຂວງອັດຕະປື ຕັດສິນ 9 ຈຳເລີຍ ຂໍ້ຫາລະເມີດລະບຽບການຄຸ້ມຄອງເງີນຕາຕ່າງປະເທດ, ດໍາເນີນທຸລະກິດບໍຖືກຕ້ອງຕາມກົດໝາຍ ແລະ ການຄິດໄລ່ດອກເບ້ຍສູງ.

ໃນວັນທີ 16 ກໍລະກົດ 2026 ຜ່ານມາ, ທີ່ຫ້ອງປະຊຸມສານຂອງສານປະຊາຊົນ ແຂວງອັດຕະປື ໄດ້ພິຈາລະນາຕັດສີນ ຄະດີອາຍາ ເລກທີ 64/ ຂຕ.ອ, ລົງວັນທີ 20...

ປະກາດສ້າງຕັ້ງ ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ ເພື່ອອະນຸລັກມໍລະດົກຊາດ ແລະ ພັດທະນາສູ່ Soft Power.

ກອງປະຊຸມປະກາດສ້າງຕັ້ງ "ສະມາຄົມສົ່ງເສີມຄຸນຄ່າວັດທະນະທຳລາວ" (ສຄວລ) ຫຼື Lao Cultural Values Promotion Association (LCVPA) ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 16 ກໍລະກົດ 2026...

ເມືອງຫາດຊາຍຟອງ ປະກາດສ້າງຕັ້ງ “ຕາແສງຊາຍຟອງ” ເປັນຕາແສງທຳອິດຂອງເມືອງ!

ເມືອງຫາດຊາຍຟອງ ໄດ້ປະກາດສ້າງຕັ້ງ "ຕາແສງຊາຍຟອງ" ເປັນຕາແສງທຳອິດຢ່າງເປັນທາງການ ໃນວັນພະຫັດ ທີ 16 ກໍລະກົດ 2026 ນີ້ ຖືເປັນນິມິດໝາຍອັນດີ ແລະ ເປັນບາດກ້າວຄັ້ງສຳຄັນ. ຕາແສງຊາຍຟອງ ເປັນເຂດທົ່ງພຽງທີ່ມີເນື້ອທີ່ກວ້າງຂວາງເລາະລຽບຕາມແຄມນໍ້າຂອງ,...