spot_img
Homeຂ່າວຕ່າງປະເທດມຽນ​ມາ ສ້າງ​ເຈ​ດີ​ປະ​ດັບ​ດ້ວຍ​ຢົກ​ລ້ວນໆ ມູນ​ຄ່າ​ມະ​ຫາ​ສານ!

ມຽນ​ມາ ສ້າງ​ເຈ​ດີ​ປະ​ດັບ​ດ້ວຍ​ຢົກ​ລ້ວນໆ ມູນ​ຄ່າ​ມະ​ຫາ​ສານ!

Published on

558000004098901

ມຽນ​ມາ​ກໍ່​ສ້າງ​ເຈ​ດີ​ອົງ​ໃຫຍ່ ເຂດ​ເມືອງ​ເກົ່າ​ອະ​ມະ​ຣາ​ປຸ​ຣະ ປະ​ດັບ​ດ້ວຍ​ແກ້ວ​ປະ​ເສີດ ” ຢົກ ” ທັງ​ພາຍ​ໃນ ແລະ ພາຍນອກ ຍິ່ງ​ໃຫຍ່​ອະ​ລັງ​ການ.

ສຳ​ນັກ​ຂ່າວ​ຕ່າງ​ປະ​ເທດ ລາຍ​ງານ​ໃນ​ວັນ​ທີ 8 ເມ​ສາ​ນີ້​ວ່າ ເຈ​ດີ​ພ​ຣະ​ເວ​ສະ​ໜາ (Weirawsana Zedi) ກໍ່​ສ້າງ​ຂຶ້ນ​ແບບ​ຖານ​ສີ່​ຫລ່ຽມ​ຈະ​ຕຸ​ຣັດ ກວ້າງ​ດ້ານ​ລະ 40.6 ແມັດ ເທິງ​ເນື້ອ​ທີ່ 12.5 ໄລ່ ມີ​ຄວາມ​ສູງ​ກ່​ວາ 20 ແມັດ ໂດຍ​ປັດ​ຈຸ​ບັນ​ທັງ​ພາຍ​ໃນ ແລະ ພາຍນອກ ກໍ່​ສ້າງ​ສຳ​ເລັດ​ແລ້ວ 95% ດ້ວຍ​ເງິນ​ກໍ່​ສ້າງ​ກ່​ວາ 400 ລ້ານ​ຈ໊າດ ສະ​ກຸນ​ເງິນ​ມຽນ​ມາ ເຊິ່ງ​ຍັງ​ບໍ່​ທັນ​ລວມ​ກັບ​ແກ້ວ​ປະ​ເສີດ ຢົກ ທີ່​ນຳ​ມາ​ຕົບ​ແຕ່ງ​ທັງ​ພາຍ​ໃນ ແລະ ພາຍນອກ​ອີກ ມູນ​ຄ່າ​ເຖິງ 15 ລ້ານ​ໂດ​ລາ​ສະ​ຫະ​ລັດ.

ທັງ​ນີ້ ເມືອງ​ອະ​ມະ​ຣາ​ປຸ​ຣະ ເຄີຍ​ເປັນ​ສູນ​ກາງ​ການ​ປົກ​ຄອງ​ຂອງ​ອາ​ນາ​ຈັກ​ພະ​ມ້າທາງ​ພາກ​ເໜືອ ມາ​ຫລາຍ​ຍຸກ​ຫລາຍ​ສະ​ໄໝ ໂດຍ​ຍັງ​ເປັນ​ສະ​ຖານ​ທີ່​ຝັງ​ສົບ ຂອງ​ກະ​ສັດ​ພະ​ມ້າ​ຫລາຍ​ພະ​ອົງ​ອີກ​ດ້ວຍ.

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)