ລາວຈະປະຕິບັດຄ່າແຮງງານຕຳ່ສຸດບໍ່ໃຫ້ຫລຸດ 9 ແສນກີບ/ຄົນ/ເດືອນ ນັບແຕ່ເດືອນ ເມສາ 2015 ເປັນຕົ້ນໄປ
ຄະນະກຳມະບານຮາກຖານ ທະນາຄານສົ່ງເສີມກະສິກຳ ໄດ້ຈັດຕັ້ງການເຜີຍແຜ່ແຈ້ງການແນະນຳກ່ຽວ ກັບການປັບ ປຸງຄ່າ ແຮງງານຕໍ່າສຸດຂອງຜູ້ອອກແຮງງານຢູ່ ສປປ ລາວ ໄດ້ຈັດຂຶ້ນໃນ ຕອນແລງຂອງວັນທີ 25 ມີນານີ້ ທີ່ຫ້ອງປະຊຸມທະນາ ຄານດັ່ງກ່າວ ໃນນະຄອນຫລວງວຽງຈັນ ໂດຍການ ເຂົ້າຮ່ວມ ຂອງສະຫາຍ ຖາວອນ ເຂັມຄຳ ຄະນະພັກຮາກຖານ – ຮອງຜູ້ອໍານວຍ ການ, ປະທານຄະນະກຳມະບານຮາກຖານທະນາຄານສົ່ງເສີມກະສິກຳ, ແລະ ສະມາຊິກກຳມະບານຈາກທະນາຄານສົ່ງເສີມກະສິກຳສຳນັກງານໃຫຍ່, ສາຂານະຄອນຫຼວງ ແລະ ຈາກທະນາຄານສົ່ງເສີມ ກະສິກຳບັນດາໜ່ວຍບໍລິການອ້ອມຂ້າງເຂົ້າຮ່ວມ.
ສະຫາຍ ປະທານຄະນະກໍາມະບານຮາກຖານ ທະນາຄານດັ່ງກ່າວ ໄດ້ເຜີຍແຜ່ແຈ້ງການແນະ ນຳຂອງລັດຖະ ມົນຕີວ່າການກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ ສະບັບທີ 808/ ຮສສ, ລົງວັນທີ 9/2/2015ກ່ຽວກັບການ ປັບປຸງຄ່າແຮງງານຕໍ່າສຸດຂອງຜູ້ອອກແຮງງານຢູ່ ສປປ ລາວ
ເພື່ອແນໃສ່ປັບປຸງການດຳລົງຊີ ວິດຂອງຊາວຜູ້ອອກແຮງງານ ໃນຫົວໜ່ວຍການຜະລິດ, ທຸລະກິດ ຫຼື ການບໍລິການທັງພາຍໃນ ແລະ ນອກລະບົບ ແລະ ຜູ້ເຮັດວຽກງານໃນຄົວເຮືອນ ໃຫ້ໄດ້ຂັ້ນພື້ນຖານ ແລະ ດີຂື້ນກ່ວາເກົ່າ ສອດຄ່ອງກັບລະດັບການຂະຫຍາຍຕົວດ້ານເສດຖະກິດ – ສັງ ຄົມ, ກັບຄວາມ ຮຽກຮ້ອງຕ້ອງການທາງດ້ານວັດຖຸ, ຈິດໃຈ ແລະ ຜົນປະໂຫຍດທາງດ້ານສະຫວັດດີການ ສັງຄົມ, ຄ່າແຮງງານ ຕໍ່າສຸດ ແມ່ນລະດັບເງິນເດືອນ ຫຼື ຄ່າແຮງງານທີ່ລັດ ຖະບານປະກາດໃຊ້ໃນແຕ່ລ ະໄລຍະໝາຍວ່າບໍ່ໃຫ້ຫລຸດ 900.000 ກີບຕໍ່ຄົນຕໍ່ເດືອນ ແລະ ມີຜົນບັງຄັບໃຊ້ຢ່າງເປັນທາງ ການນັບແຕ່ວັນທີ 1 ເມສາ 2015 ເປັນຕົ້ນໄປ.
ໃນພາກປະຕິບັດ ຫົວໜ່ວຍແຮງງານ ຫຼື ຜູ້ໃຊ້ແຮງງານໃດ ໄດ້ເບີກຈ່າຍເງິນຄ່າແຮງງານຕໍ່າ ສຸດໃຫ້ຜູ້ອອກແຮງ ານຂອງຕົນເທົ່າກັບ ຫຼື ສູງກ່ວາລະດັບຄ່າແຮງງານຂັ້ນຕໍ່າສຸດນີ້ແລ້ວ ແມ່ນໃຫ້ສືບ ຕໍ່ປະຕິບັດຕາມປົກກະຕິ, ຖ້າຫົວໜ່ວຍແຮງ ງານ ຫຼື ຜູ້ໃຊ້ແຮງງານໃດຫາກເບີກ ຈ່າຍຕໍ່າກ່ວາຕ້ອງ ດຳເນີນການປັບປຸງໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມແຈ້ງການແນະ ນຳສະບັບນີ້.
ທາງດ້ານຫ້ອງການສູນກາງສະຫະພັນກຳມະບານລາວ ເຊິ່ງເປັນອົງການຈັດຕັ້ງມະຫາຊົນທີ່ມີຄວາມກ່ຽວຂ້ອງ ກັບບັນຫາດັ່ງກ່າວກໍໄດ້ອອກແຈ້ງການໃຫ້ອົງການຈັດຕັ້ງກຳມະບານໃນທົ່ວປະເທດເອົາໃຈໃສ່ໂຄສະນາເຜີຍແຜ່ ແລະ ຕິດຕາມ ການນຳໃຊ້ຄ່າແຮງງານຕໍ່າສຸດໃໝ່ ນີ້ ແລະ ຖ້າວ່າ: ກໍລະນີທີ່ຜູ້ອອກແຮງງານຫາກໄດ້ຂາດວຽກ ຫຼື ບໍ່ມາເຮັດວຽກໂດຍ ບໍ່ມີເຫດຜົນ, ບໍ່ໄດ້ຮັບການເຫັນດີຈາກຜູ້ໃຊ້ແຮງງານແມ່ນ ໃຫ້ຜູ້ໃຊ້ແຮງງານຕັດເງິນຄ່າແຮງງານທີ່ຜູ້ອອກແຮງງານໄດ້ຮັບ ຕໍ່ມື້,ບໍ່ອະນຸຍາດໃຫ້ຜູ້ໃຊ້ແຮງງານຕັດເງິນຄ່າແຮງງານຂອງຜູ້ອອກ ແຮງງານເກີນກ່ວາລາຍໄດ້ຕໍ່ມື້ຂອງຜູ້ອອກແຮງ ງານເດັດຂາດ ຫາກຜູ້ໃຊ້ແຮງງານຕັດຫຼາຍກ່ວານັ້ນແມ່ນຜິດ ຕໍ່ກົດໝາຍແຮງງານ ຫຼື ແຈ້ງການກ່ຽວກັບຄ່າແຮງງານ ຕໍ່າສຸດທີ່ກະຊວງແຮງງານກໍຄືລັດຖະບານປະກາດໃຊ້.
ຮອງນາຍົກລັດຖະມົນຕີ ສົມສະຫວາດ ເລັ່ງສະຫວັດ ຢ້ຽມຢາມພື້ນຖານການຜະລິດກະສິກຳນະຄອນ ຫລວງວ ຽງຈັນໃນຕອນເຊົ້າວັນທີ 22 ມີນາ 2015. ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານເສດ ຖະກິດການຜະລິດ ແລະ ຈໍລະຈອນ ພ້ອມດ້ວຍທ່ານລັດຖະມົນຕີວ່າການກະຊວງກະສິກຳ ແລະ ປ່າໄມ້, ເຄື່ອນໄຫວຢ້ຽມ ຢາມພື້ນຖານການຜະລິດກະສິກຳ ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ຄື ບໍລິສັດພີເອັສສົ່ງເສີມກະສິກຳ ແລະ ອຸດສາຫະ ກຳ ຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ (PS) ທີ່ບ້ານປາກຊາບ ເມືອງໄຊທານີ ເຊິ່ງໄດ້ຮັບສ້າງຕັ້ງຂຶ້ນໃນປີ 2012 ແລະ ໄດ້ປະກອບສ່ວນພັດທະນາ ວຽກງານກະສິກຳ ແລະ ອຸດສາຫະກຳ, ຊຸກຍູ້ການຜະລິດເປັນສິນຄ້າ, ການຜະລິດອາຫານ, ນ້ຳດື່ມແລະຜັກປອດສານພິດ, ເພື່ອຕອບສະໜອງໃຫ້ແກ່ສັງຄົມ ແລະ ສ້າງເປັນສູນລວມ ໃຫ້ແກ່ບັນດານັກວິຊາການ ທາງດ້ານກະສິກຳ, ອຸດສາຫະກຳ ແລະນັກພັດທະນາທາງດ້ານເຕັກໂນໂລຊີ, ສາມາດແກ້ໄຂຊີວິດ ການເປັນຢູ່ ຂອງປະຊາຊົນ ໄດ້ເປັນຢ່າງດີໂອກາດດັ່ງກ່າວ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໍ່ໄດ້ສະແດງຄວາມຊົມເຊີຍ ຕໍ່ຜູ້ປະກອບການ ທີ່ໄດ້ຕັດສິນໃຈສູງໃນການດຳເນີນທຸລະກິດ ກໍ່ຄືການຜະລິດສະບຽງອາຫານ ເປັນຕົ້ນນ້ຳດື່ມລາວແລະພືດຜັກສະອາດ ຕອບສະໜອງໃຫ້ ແກ່ສັງຄົມ ແລະ ສາມາດສ້າງລາຍຮັບໃຫ້ແກ່ພໍ່ແມ່ປະຊາຊົນ ປະກອບ ສ່ວນພັດທະນາເສດຖະກິດ-ສັງຄົມຂອງລາວ. ຄຽງຄູ່ກັນນັ້ນ, ກໍ່ຕ້ອງເອົາໃຈໃສ່ຕື່ມ ດ້ານການປະກອບການທຸລະກິດ, ການປ້ອງກັນຄວາມສ່ຽງໂດຍສະເພາະໃນເງື່ອນໄຂການເຊື່ອມໂຍງເປັນປະຊາຄົມອາຊຽນ (AEC) ໃນຕໍ່ໜ້າ.
ໃນເວລາຕໍ່ມາ, ທ່ານຮອງນາຍົກລັດຖະມົນຕີ ພ້ອມຄະນະ ກໍ່ໄດ້ເດີນທາງໄປຢ້ຽມຢາມ ສູນທົດລອງແນວພັນພືດທີ່ດີ ລາວ-ຈີນ ເຊິ່ງເປັນສູນທຳອິດ ໃນ 20 ສູນທີ່ຈະສ້າງໃນບັນດາປະເທດອາຊຽນ ເພື່ອເປັນການເຜີຍແຜ່ ແລະ ເສີມຂະຫຍາຍເຕັກ ນິກກະສິກຳໃຫ້ແກ່ ສປປ ລາວ ໂດຍການຮ່ວມມືຂອງສອງກະຊວງກະສີກຳ-ປ່າໄມ້ ລາວ-ຈີນ ມີໄລຍະເວລາການຮ່ວມມື 25 ປີ. ໃນໄລຍະຜ່ານມາສູນແຫ່ງນີ້ ມີຜົນສຳເລັດຫຼາຍດ້ານ ເຊັ່ນ: ໄດ້ສຳເລັດການຄົ້ນຄວ້າ ແລະ ທົດສອບການປູກແນວພັນກວ່າ 160 ແນວພັນປະກອບດ້ວຍແນວພັນປະເພດ ສາລີ, ເຂົ້າ, ໝາກຖົ່ວ, ພືດຜັກ, ໝາກມັງກອນແລະ ພືດອື່ນໆ ໂດຍໄດ້ຄັດເລືອກເອົາແນວພັນທີ່ເໝາະສົມສຳລັບ ສປປ ລາວ ເປັນຕົ້ນ ແນວພັນສາລີທີ່ຊື່ວ່າ ແນວພັນມິດຕະພາບ ລາວ-ຈີນ 118(LC118) ທີ່ໃຫ້ຜົນຜະລິດຫຼາຍກວ່າແນວພັນຂອງປະເທດອ້ອມຂ້າງ 10 ກວ່າສ່ວນຮ້ອຍ ຊຶ່ງຄັດໄດ້ 2 ແນວພັນ ຈາກແນວພັນທີ່ນຳມາ 48 ແນວພັນ ແລະ ຍັງຈະຮ່ວມກັນຂະຫຍາຍແນວພັນຢູ່ສູນດັ່ງກ່າວ. ສຳລັບແນວພັນເຂົ້າ ກໍ່ໄດ້ທົດລອງກວ່າ 30 ແນວພັນ, ໄດ້ທົດລອງແນວພັນໝາກແຕງແຄນຕາລຸກ, ໝາກອະງຸ່ນ, ແນວພັນຫຍ້າສຳລັບລ້ຽງສັດທີ່ໃຫ້ຜົນຜະລິດ 45 ໂຕນຕໍ່ປີຕໍ່ເຮັກຕາ, ນອກຈາກນັ້ນ ຍັງໄດ້ຮັບເອົານັກຮຽນຝຶກງານ 220 ຄົນ ໃນນັ້ນ, ນັກຮຽນດີເດັ່ນຈຳນວນໜຶ່ງ ກໍ່ໄດ້ສົ່ງໄປຍົກລະດັບຢູ່ ສປ ຈີນ ແລະ ຈຳນວນໜຶ່ງທີ່ຮຽນຈົບ ກໍ່ໄດ້ຮັບມາເຮັດວຽກພາຍໃນສູນ, ໄດ້ນຳພານັກຮຽນຝຶກງານ ແລະ ຊາວກະສິກອນ ໄປຝຶກອົບຮົມຢູ່ ສປ ຈີນ 185 ຄົນ ແລະ ໄດ້ສ້າງຮູບແບບການເຮັດເຮືອນຮົ່ມ. ສຳລັບແຜນໃນຕໍ່ໜ້າ ແມ່ນການປັບປຸງສະພາບດິນ ແລະ ພື້ນທີ່ຂອງສູນ ໃຫ້ເໝາະສົມກວ່າເກົ່າໃນການທົດລອງ ແລະ ສືບຕໍ່ຄັດເລືອກແນວພັນທີ່ເໝາະສົມ ໂດຍສະເພາະ ແມ່ນການຜັນຂະຫຍາຍອອກໄປສູ່ຊາວກະ ສິກອນ; ໃນໂອກາດນີ້, ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍ່ໄດ້ສະແດງຄວາມຊົມເຊີຍຕໍ່ໝາກຜົນຂອງການຮ່ວມມືຂອງສູນ ອັນເປັນໝາກຜົນໜຶ່ງທີ່ເປັນຂອງຂວັນໃຫ້ແກ່ການສະເຫຼີມສະຫຼອງສອງວັນປະຫວັດສາດຂອງລາວ ໂດຍສະເພາະ ໃນປີໜ້າ 2016 ເປັນປີສ້າງສາຍພົວພັນມິດຕະພາບ ລາວ-ຈີນ ຄົບຮອບ 55 ປີ ຈະມີຜົນງານອັນໃໝ່ໆ ມາວາງສະແດງໃຫ້ມວນຊົນໄດ້ເຫັນ.
ຫຼັງຈາກນັ້ນ, ຄະນະຂອງທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ໄປຢ້ຽມຢາມສູນຄົ້ນຄວ້າກະສິກຳນາພອກ ທັງໂຮງອົບສາລີ, ຫ້ອງເກັບແນວພັນ, ທະນາຄານເຊື້ອພັນແຫ່ງຊາດແລະ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດຂອງສູນ ໃນໄລຍະຜ່ານມາ ເຊິ່ງສູນຄົ້ນຄວ້າແຫ່ງນີ້ ໄດ້ຮັບການສ້າງຕັ້ງມາແຕ່ປີ 1983 ມີເນື້ອທີ່ 185 ເຮັກຕາ, ມີພາລະບົດບາດໃນການຄົ້ນຄວ້າແນວພັນ ເຂົ້າ, ສາລີ, ຖົ່ວ ແລະ ພືດທີ່ໃຫ້ຜົນຜະລິດເປັນຫົວ. ມີການເຕົ້າໂຮມ, ອະນຸລັກ, ພັດທະນາແນວພັນ ແລະ ເຕັກນິກຕ່າງໆ ໃນການຜະລິດແນວພັນ ທັງແນວພັນລຸ້ນ 1 ແລະ 2 ສໍາລັບລຸ້ນ 3 ແມ່ນຮ່ວມຜະລິດກັບປະຊາຊົນ. ລວມເຖິງການຝຶກອົບຮົມໃຫ້ແກ່ພະນັກງານແຂວງ-ເມືອງ ແລະ ນັກສຶກສາຝຶກງານ ພາຍໃນປະເທດ. ພ້ອມນີ້ ກໍ່ມີການຮ່ວມມືກັບອົງການຈັດຕັ້ງສາກົນຕ່າງໆ. ສຳລັບວຽກງານອະນຸລັກ ປັດຈຸບັນ ສາມາດເຕົ້າໂຮມແນວພັນສາລີໄດ້ 234 ຕົວຢ່າງ ແລະ ສ້າງໄດ້ 8 ຄູ່ແນວພັນດີເດັ່ນ ກັບ 1 ແນວພັນໃໝ່ “ວຽງຈັນ 450” , ເຕົ້າໂຮມແນວພັນຖົ່ວໄດ້ 88 ຕົວຢ່າງ ສາມາດຄົ້ນຄວ້າຖົ່ວເຫຼືອງໄດ້ 2 ແນວພັນເດັ່ນ ແລະ ຖົ່ວຂຽວຕື່ມອີກ, ມັນຕົ້ນໄດ້ 48 ຕົວຢ່າງ ຄົ້ນຄວ້າໄດ້ 14 ແນວພັນເດັ່ນ ແລະ 4 ແນວພັນທີ່ໃຫ້ຜົນຜະລີດສູງໃນລະດັບ 35-40 ໂຕນ/ເຮັກຕາ, ນອກນັ້ນ ກໍ່ມີສວນອະນຸລັກມັນດ້າງ, ອ້ອຍ, ອ້ອຍປ່າ ແລະ ເຂົ້າຝາງ, ສະເພາະເຂົ້າ ສາມາດເຕົ້າໂຮມໄດ້ 14 ພັນກວ່າຕົວຢ່າງ ທີ່ເກັບໄວ້ໃນທະນາຄານເຊື້ອພັນແຫ່ງຊາດ ແລະ ອີກຈຳນວນໜຶ່ງເກັບໄວ້ຢູ່ທະນາຄານເຊື້ອພັນເຂົ້ານາໆຊາດ ລວມກວ່າ 15 ພັນຕົວຢ່າງ ຊຶ່ງລາວເຮົາ ຖືກຈັດເປັນອັນດັບ 2 ຂອງໂລກ ທີ່ມີເຊື້ອພັນເຂົ້າຫຼາຍກວ່າໝູ່ທັດຈາກປະເທດອິນເດຍ ແລະ ສາມາດຄົ້ນຄວ້າແນວພັນໃໝ່ໄດ້ 28 ແນວພັນ. ພ້ອມນີ້ ກໍ່ມີການວິໄຈພະຍາດຕ່າງໆ, ວິໄຈດິນ, ການນຳໃຊ້ກົນຈັກເຂົ້າໃນການຄົ້ນຄວ້າ, ການແນະນຳເຕັກນິກອັນໃໝ່ໃຫ້ປະຊາຊົນ. ໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ກໍ່ໄດ້ກ່າວສະແດງຄວາມຊົມເຊີຍ ຕໍ່ຄວາມບາກບັ່ນບຸກບືນ ແລະ ຜົນງານທັງໝົດ ໃນໄລຍະຜ່ານມາຂອງສູນແຫ່ງນີ້ ແຕ່ໃນເງື່ອນໄຂໃໝ່ ໂດຍສະເພາະ ເງື່ອນໄຂຂອງການເຊື່ອມໂຍງພາກພື້ນ ແລະ ສາກົນ ທ່ານຍັງໄດ້ສະເໜີ ໃຫ້ມີການສົມທົບກັນພາຍໃນຂະແໜງກະສິກຳ ເພື່ອກຳນົດທ່າແຮງອັນແທ້ຈິງຂອງການຜະລິດ ທັງການຜະລິດເຂົ້າເພື່ອການຄ້ຳປະກັນສະບຽງອາຫານ ແລະ ການຜະລິດອັນອື່ນ ທີ່ຈະເປັນແຫຼ່ງລາຍຮັບ ລວມເຖິງສາມາດແຂ່ງຂັນກັບພາຍນອກໄດ້ ຊຶ່ງສູນແຫ່ງນີ້ ຕ້ອງໄດ້ສຸມໃສ່ຄົ້ນຄວ້າເປົ້າໝາຍດັ່ງກ່າວ ທັງໃນເງື່ອນໄຂທີ່ມີທຶນຮອນໃນການຄົ້ນຄວ້າທີ່ຈຳກັດ. ດ້ານແນວພັນ ຕ້ອງໄດ້ຫັນໄປສູ່ການຜະລິດທີ່ສະອາດ, ປອດສານພິດ ແລະ ເປັນມິດກັບສິ່ງແວດລ້ອມ; ສຳລັບໃນເງື່ອນໄຂເສດຖະກິດກົນໄກຕະຫຼາດ ດ້ານພື້ນຖານໂຄງລ່າງ ຕ້ອງໄດ້ພ້ອມກັນຄົ້ນຄວ້າ ທັງໃນສ່ວນທີ່ລັດຕ້ອງລົງທຶນ ແລະ ສ່ວນຂອງຫົວໜ່ວຍເສດຖະກິດອື່ນ ເປັນຜູ້ລົງທຶນ. ດ້ານນະໂຍບາຍ ກໍໃຫ້ເບິ່ງຕື່ມຢ່າງລະອຽດ ເພື່ອໃຫ້ມີຄວາມສອດຄ່ອງໃນການປະຕິບັດ, ການປະຕິບັດນະໂຍບາຍແກ່ພະນັກງານຂອງສູນ, ພ້ອມນີ້, ກໍໃຫ້ຄັດເລືອກນັກວິທະຍາສາດດີເດັ່ນ ເພື່ອການຍ້ອງຍໍໃນຂະບວນການຮັກຊາດ ແລະ ພັດທະນາ, ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ກໍສະແດງຄວາມຫວັງວ່າ ບັນດາພະນັກງານພາຍໃນສູນຈະສືບຕໍ່ບຸກນ້າບື່ນຕົວ ປະກອບສ່ວນເຂົ້າໃນການຫັນກະສິກຳໃຫ້ນັບມື້ທັນສະໄໝ ປະກອບສ່ວນເຂົ້າໃນການສ້າງສາພັດທະນາບ້ານເມື່ອຕໍ່ໄປ.
ທີ່ມາ: ລາວພັດທະນາ