spot_img
Homeມຸມຂ່າວ AECຫາລືແລກປ່ຽນບົດຮຽນ ການນຳໃຊ້ຄື້ນຄວາມຖີ່ອາຊຽນ

ຫາລືແລກປ່ຽນບົດຮຽນ ການນຳໃຊ້ຄື້ນຄວາມຖີ່ອາຊຽນ

Published on

20150318140925

ກອງ​ປະຊຸມ​ນະໂຍບາຍ​ວ່າດ້ວຍ​ຄື້ນ​ຄວາມ​ຖີ່ອາ​ຊຽນ ຄັ້ງ​ທີ 5 ຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 18-19 ມີນາ 2015 ທີ່​ໂຮງແຮມ​ລາວພລາ​ຊາ ນະຄອນຫຼວງ​ວຽງ​ຈັນ ໂດຍ​ມີ​ທ່ານ ທັນ​ສະ​ໃໝ ກົມ​ມະສິດ ລັດຖະມົນຕີ​ຊ່ວຍ​ວ່າການກະຊວງ​ໄປສະນີ ໂທລະ​ຄົມ​ມະນາ​ຄົມ ແລະ ການ​ສື່ສານ ມີ​ຜູ້ແທນ​ຈາກ 10 ປະເທດ​ສະມາຊິກອາ​ຊຽນ ຜູ້​ຊ່ຽວຊານ​ຈາກ​ສະຫະພາບ​ເອີ​ຣົບ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ​ຈາກ​ກະຊວງ ແລະ ຜູ້​ໃຫ້​ບໍລິການ​ດ້ານ​ໂທລະ​ຄົມມະນາຄົມ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ຄັ້ງ​ນີ້ ມີ​ຈຸດ​ປະສົງ​ເພື່ອ​ຄົ້ນຄວ້າ​ປຶກສາ​ຫາລື ແລະ ແລກປ່ຽນ​ບົດຮຽນກ່ຽວກັບ​ການ​ນຳ​ໃຊ້​ຄື້ນ​ຄວາມ​ຖີ່ຍ່ານ 800MHz 900 MHz ແລະ 1800 MHz ເຊິ່ງ​ໃນ​ປັດຈຸບັນ​ໃຫ້ການ​ບໍລິການໂທລະສັບ​ມື​ຖື ລະບົບ GSM 2G ເພື່ອ​ຫັນ​ເອົາ​ການຈັດ​ສັນ​ຄືນ​ສຳລັບ​ເຕັກ​ໂນ​ໂລ​ຊີໃໝ່ ໃນ​ການ​ໃຫ້​ບໍລິການ​ສື່ສານຄວາມ​ໄວ​ສູງ ລະບົບ 3G ແລະ 4G (LTE).

ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ໄປສະນີ ໂທລະ​ຄົມມະ​ນາ​ຄົມ ແລະ ການ​ສື່ສານ ກ່າວ​ວ່າ: ກອງ​ປະຊຸມ​ນີ້ ແມ່ນ​ມີຄວາມ​ສຳຄັນ​ຫຼາຍ ​ຕໍ່​ວຽກ​ງານ​ໂທລະ​ຄົມມະນາຄົມ ໂດຍ​ສະເພາະ ການ​ຈັດ​ສັນ ແລະ ນຳ​ໃຊ້​ຄື້ນຄວາມ​ຖີ່ສຳລັບ​ໂທລະສັບ​ມື​ຖືຄວາມ​ໄວ​ສູງ ຍ້ອນ​ວ່າ​ມັນ​ຈະ​ນຳເອົາ​ຜົນ​ປະໂຫຍດ​ທາງ​ດ້ານ​ເສດຖະ​ກິດ ​ມາສູ່​ຜູ້​ໃຫ້​ບໍລິການ​ໂທລະຄົມມະນາຄົມ ໂດຍ​ສະເພາະ ຜູ້​ບໍລິ​ໂພກ​ຈະ​ໄດ້​ຮັບ​ຜົນ​ປະໂຫຍດຈາກ​ການ​ເຂົ້າ​ເຖິງ ແລະ ການບໍລິການ​ຂໍ້​ມູນ​ຂ່າວສານ​ທາງ​ໂທລະ​ສັບ​ມື​ຖື​ໄດ້​ຢ່າງ​ສະດວກ ແລະ ວ່ອງໄວ​ກວ່າ​ເກົ່າ ຄຽງ​ຄູ່​ກັບ​ຂໍ້​ສະດວກ​ກໍ່​ຍັງ​ມີ​ສິ່ງ​ທ້າ​ທາຍ​ທົດ​ສອບຈຳນວນ​ໜຶ່ງ ທີ່​ຈະ​ຕ້ອງ​ໄດ້​ພິ​ຈາລະ​ນາ​ຕື່ມ ເຊັ່ນ: ການ​ລົບ​ກວນກັນ​ຂອງ​ຄື້ນ​ຄວາມ​ຖີ່ ສິ່ງ​ທ້າ​ທາຍທາງ​ດ້ານ​ເສດຖະກິດ ແລະ ຜົນກະທົບ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ຂອງການ​ແຂ່ງຂັນ​ສູງ​ໃນ​ຕະຫຼາດ​ມື​ຖື.

 

​ແຫ​ລ່ງຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...

ຍີ່ປຸ່ນກຽມຮັບມື! ສຶນາມິສູງເຖິງ 3 ແມັດ ຫຼັງຈາກເກີດເຫດແຜ່ນດິນໄຫວລະດັບ 8.7 ຣິກເຕີ.

ຍີ່ປຸ່ນສັ່ງອົບພະຍົບປະຊາຊົນຫຼາຍພັນຄົນ ພາຍຫຼັງພົບຄຶ້ນສຶນາມິພັດເຂົ້າຝັ່ງ ເຈົ້າໜ້າທີ່ຄາດວ່າຄຶ້ນອາດຈະສູງເຖິງ 3 ແມັດ. ສຳນັກຂ່າວໃນປະເທດຍີ່ປຸ່ນລາຍງານໃນວັນທີ 30 ກໍລະກົດ 2025 ຜ່ານມາ, ຍີ່ປຸ່ນກຍມຮັບມືກັບສຶນາມິທີ່ເລີ່ມພັດເຂົ້າຊາຍຝັ່ງອີກຮອບ ໂດຍຄາດການວ່າ: ຄຶ້ນອາດຈະສູງເຖິງ 3 ແມັດ,...

ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ

ປັບລາຄາຂຶ້ນຄັ້ງທຳອິດ! ລາຄານໍ້າປະປາ ຢູ່ແຂວງວຽງຈັນເພີ່ມຂຶ້ນ ເນື່ອງຈາກລາຄານຳເຂົ້າອຸປະກອນ ເພີ່ມຂຶ້ນເທົ່າຕົວ. ແຫຼ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ໄດ້ເກີດມີຫາງສຽງຈົ່ມວ່າ ຈາກພໍ່ແມ່ປະຊາຊົນ ກໍຄືສື່ສັງຄົມອອນລາຍ ກ່ຽວກັບການປັບຂຶ້ນລາຄາຄ່ານ້ຳປະປາ ຢູ່ພາຍໃນແຂວງວຽງຈັນ, ຕໍ່ກັບບັນຫາດັ່ງກ່າວ,...