ຈ້າວສ່ຽວອວິນ ເລິ່ມທີ່ຈະຫຼົງໆລືມໆຫຼາຍຂຶ້ນ ວີເຈ້ຍໃບທີ່ຈັບຢູ່ໃນມືກີ້ນີ້ ແຕ່ບາດຍ່າງໄປເກັບຜ້າຫົ່່ມເຂົ້າມາ ພັດບໍ່ຈື່ແລ້ວວ່າວາງໄວ້ຢູ່ໃສ ຊື່ຂອງລູກໆສິບຄົນ ລາວກໍຈື່ບໍ່ໄດ້ຄົບຄົນແລ້ວ. ລາວອາຍຸ 87 ປີແລ້ວ ເລິ່ມທີ່ຈະສັບສົນໃນໃຈລາວຕະຫຼອດເວລາ ແລະລາວຄິດຮອດລູກຊາຍ ເມື່ອເດືອນຫົກລາວໄດ້ຮັບຈົດໝາຍ ຈາກເຈົ້າໜ້າທີ່ສະຖານກັກຂັງນັກໂທດ ສະບັບໜຶ່ງ ຄົນຂ້າງເຮືອນໃຊ້ເວລາສິບກວ່ານາທີ ກັບການອ່ານແບບຮ້ອງໃສ່ຫູລາວ ທີ່ບໍ່ຮູ້ໜັງສືແລ້ວຍັງຫູໜວກ ຈຶ່ງສາມາດເຮັດໃຫ້ລາວເຂົ້າໃຈວ່າ ລູກຊາຍກົກອາຍຸ 65 ປີ ຕິດຄຸກ ຍ້ອນໄປລັກເຄື່ອງຄົນອື່ນ.
ນີ້ເປັນການຕິດຄຸກ ຄັ້ງທີສາມຂອງລູກຊາຍກົກ ລາວບໍ່ແປກໃຈປານໃດ “ປຽວເອີ” ລູກຊາຍຄົນນີ້ ເປັນຄົນຂີ້ດື້ບໍ່ຟັງຄວາມມາແຕ່ນ້ອຍ ແຕ່ລູກທີ່ດີລູກທີ່ບໍ່ດີລ້ວນແຕ່ເປັນລູກຂອງຂ້ອຍ ລາວເວົ້າຈັ່ງຊີ້ກັບຜູ້ຄົນພາຍໃນບ້ານ ເປັນເພາະບໍ່ຮູ້ວ່າ ລູກຊາຍຢູ່ໃນຄຸກມີຄວາມເປັນຢູ່ຈັ່ງໃດ ສາມາດກິນອີ່ມ ນຸ່ງອຸ່ນຫຼືບໍ່ ລາວຈຶ່ງຕັດສິນໃຈທີ່ຈະໄປພົບ ປຽວເອີ ລູກຊາຍຂອງລາວ.
ລາວບໍ່ຮູ້ລາຍລະອຽດຈັກໜ້ອຍເລີຍວ່າ ຈາກບ້ານລາວໄປຮອດຄຸກ ໄລຍະໄກປານໃດ ຕ້ອງຂ້າມຈັກຂົວ ກາຍຈັກບ້ານ ຜ່ານຈັກເມືອງຈັກແຂວງ ລາວຮູ້ພຽງແຕ່ວ່າຕ້ອງໄປເບິ່ງ ປຽວເອີ ລາວລໍຖ້າຈົນໄກ່ສອງໂຕໄຂ່ໄດ້ແປດໜ່ວຍ ລາວຕັດສິນໃຈເລິ່ມເດິນທາງ ເຂົາບໍ່ໄດ້ບອກໃຜເລີຍວ່າ ຈະເດິນທາງໄກ ລວມທັງລູກຊາຍຫຼ້າ ທີ່ອາໄສຢູ່ບໍລິເວນໃກ້ຄຽງ.
ໜຶ່ງມື້ກ່ອນອອກເດິນທາງ ລາວໜຶ້ງເຂົ້າໜົມໝັ່ນໂຖວ ດ້ວຍມືຂອງລາວສິບປາຍກ້ອນ ອີກທັງເອົາສາລີໄປແລກໝາກໂມ ສອງໜ່ວຍ ທັງໝົດລ້ວນແຕ່ຫຍັດໃສ່ໃນ ກະເປົາໜ່ວຍໜຶ່ງ.
ວັນທີ 10 ເດືອນ 7 ທ້ອງວ່າເລິ່ມມີແສງສະຫວ່າງໃນຕອນເຊົ້າ ຈ້າວສ່ຽວອວິນ ກໍກຽມໂຕອອກເດິນທາງ ເຂົາມີເງິນທີ່ປະຢັດໄວ້ເກືອບທັງໝົດ 85 ຢວນ ເອົາກະເປົາໜ່ວຍນັ້ນຂຶ້ນເປ້ ຈາກນັ້ນເລິ່ມອອກເດິນທາງ ລາວວາງແຜນໄວ້ວ່າ ຈະເດິນທາງດ້ວຍຕີນຈົນຮອດຄຸກ ບ່ອນທີ່ລູກລາວຢູ່ ເພາະລາວບໍ່ຢາກເສຍເງິນ “ເຖົ້າແລ້ວ ຫາເງິນບໍ່ໄດ້ແລ້ວ ເງິນຢວນດຽວ ຫຼຽວເບິ່ງປານເຄື່ອງໂມ້” ລາວມັກຈະຈົ່ມແບບນີ້.
ພື້ນທີ່ບໍລິເວນໃນໄລຍະຫຼາຍສິບລີ້ (1ລີ້=500ແມັດ) ລາວຄຸ້ນເຄີຍເປັນຢ່າງດີ ຕອນຍັງເປັນສາວ ເຂົາເຄີຍມາຂໍທານໃນບໍລິເວນນີ້ ຫຼັງຈາກຜ່ານບໍລິເວນນີ້ໄປແລ້ວ ລາວກໍເລິ່ມຫຼົງທາງຈຶ່ງໄດ້ພຽງແຕ່ ເອົາຈົດໝາຍຈາກທາງຫ້ອງຂັງ ມາຖາມທາງຕະຫຼອດ ຖາມຮ້ານຄ້ານ້ອຍໆທີ່ເປີດຢູ່ແຄມທາງ ຖາມຊາວນາທີ່ກຳລັງເຮັດນາຢູ່ ຫຼາຍເທື່ອທີ່ເຮັດໃຫ້ຜູ້ກຳລັງຂີ່ລົດຖີບ ຕ້ອງຢຸດລົງເພື່ອບອກທາງແກ່ລາວ.
ລາວຍ່າງໄປບໍ່ຢຸດ ຍາມຫິວລາວກໍເອົາເຂົ້າໜົມໝັ່ນໂຖ ທີ່ຢູ່ໃນກະເປົາເປ້ອອກມາ ກັດກິນໄປພ້ອມຍ່າງໄປນຳ ຫິວນ້ຳກໍໄປຂໍກິນນ້ຳນຳຜູ້ຄົນ ທີ່ຕັ້ງເຮືອນຢູ່ແຄມທາງ ເຖິງແມ່ນມີໝາກໂມສອງໜ່ວຍ ກິ້ງໄປກິ້ງມາເທິງຫຼັງ ລາວກໍບໍ່ຍອມທີ່ຈະກິນ ເພາະລາວເອົາໄວ້ໃຫ້ລູກລາວກິນ.
ອາກາດຍິ່ງສວາຍຍິ່ງຮ້ອນ ເສື້ອຊຸ່ມເຫື່ອໄປທັງໂຕ ຂາໂສ້ງທີ່ປຽກຮອດຕີນເກືອບເຮັດໃຫ້ລາວລົ້ມ ລາວພະລາດເກີບໂຕເອງຫຼາຍເທື່ອ ເພາະເຫື່ອຍ້ອຍລົງໃສ່ເກີບ ຍາມຍ່າງກໍຈະເກີດສຽງດັງອ໊າດ! ອ໊າດ! ເປັນບາດ ກະເປົາທີ່ເຮັດເປັນເປ້ຢູ່ເທິງຫຼັງ ຍິ່ງຍ່າງໄກຍິ່ງໜັກ ລາວຈຶ່ງຕ້ອງຢຸດພັກເລື້ອຍໆ ຫາຕົ້ນໄມ້ໃຫຍ່ແລ້ວນັ່ງລົງໄປ ຖອດເກີບອອກມາຮອງນັ່ງ ຈຶ່ງນັ່ງລົງຢ່າງຄັກແນ່.
ແຕ່ວ່າ… ລາວຍັງຄວບຄຸມໂຕເອງໄດ້ເປັນຢ່າງດີ ພັກພຽງຊົ່ວຄາວກໍລຸກຂຶ້ນຢືນແລ້ວຢ່າງຕໍ່ ເພາະລາວຢ້ານວ່າພັກຜ່ອນດົນຫຼາຍ ຂາຈະອ່ອນແຮງລຸກຂຶ້ນຢືນບໍ່ໄດ້ ຫຼາຍເທື່ອທີ່ຮ່າງກາຍຂອງລາວ ເກີດອາການຄັນຄາຍຍ້ອນເຫື່ອ ລາວໄດ້ແຕ່ເອົາຫຼັງຖູໃສ່ກັບຕົ້ນໄມ້ ປຽວເອີ ທີ່ລາວຈະໄປພົບນັ້ນ ເປັນລູກທີ່ຍັງມີຊີວິດຢູ່ໜຶ່ງໃນສີ່ຄົນ ຈາກທັງໝົດສິບຄົນ ເປັນຄົນທີ່ລາວເປັນຫ່ວງທີ່ສຸດ ຖືກລາວຕີມາກໍບໍ່ແມ່ນໜ້ອຍ ຜູ້ຄົນໃນບ້ານມັກຈະໄດ້ເຫັນ ແມ່ອາຍຸ 80 ກວ່າປີ ຍົກໄມ້ຫຼືຈັບເກີບໄລ່ຕີລູກຊາຍອາຍຸ 60 ກວ່າປີ ໃນຫຼາຍປີກ່ອນລູກຊາຍບໍ່ຄ່ອຍໄດ້ກັບເຮືອນ ກັບມາເຮືອນບາດໃດ ກໍຈະເອົາເງິນເອົາຂອງຂວັນໃສ່ມືແມ່ ແຕ່ວ່າແມ່ກໍຈະເອົາເງິນນັ້ນ ຖິ້ມລົງພື້ນ ແລ້ວເວົ້າວ່າ “ເງິນນີ້ບໍ່ສະອາດ ແມ່ບໍ່ຕ້ອງການຫຍັງ ຂໍພຽງລູກເປັນຄົນດີ” ແມ່ກໍຈະເວົ້າແບບເອົາຈິງເອົາຈັງ.
ລາວເລິ່ມອອກເດິນທາງອີກ ຍ່າງເປັນເວລາດົນນານ ແຄ່ງຂາເລິ່ມແຂງຂຶ້ນແຂງຂຶ້ນ ຖົກບາດຕີນເທື່ອໃດເລິ່ມຮູ້ສຶກເຈັບ ສຸດທ້າຍກໍຄ່ອຍຍ່າງເທື່ອລະກ້າວສອງກ້າວ ແລ້ວກໍພັກ ແລ້ວຍ່າງຕໍ່ກ້າວສອງກ້າວແລ້ວກໍພັກ ລາວອົດທົນຍ່າງຈົນມາເຖິງໃນເມືອງ ລາວເກືອບຈະຍ່າງບໍ່ໄປແລ້ວ ຫຼຽວເຫັນລົດເມແລ່ນກາຍໄປຄັນນີ້ຄັນໃໝ່ ສຸດທ້າຍແລ້ວລາວກໍຈຳເປັນຕ້ອງ ຂຶ້ນລົດເມຄັນໜຶ່ງ ເຊິ່ງເຮັດໃຫ້ລາວຕ້ອງຈ່າຍເງິນໄປຫ້າຢວນ ເງິນຫ້າຢວນນີ້ຊ່ວຍໃຫ້ລາວໄດ້ຍ່າງ ໜ້ອຍລົງສີ່ລິບລີ້ ແຕ່ວ່າ ກວ່າຈະຮອດບ່ອນກັກຂັງນັກໂທດ ຍັງມີອີກໄລຍະທາງໜຶ່ງ ຖາມລົດຈັກຮັບຈ້າງເຂົາຈະເກັບເງິນສິບຢວນ “ແພງຈົນຕົກໃຈ” ລາວຈົ່ມພຶມພຳ ຈາກນັ້ນຈຶ່ງຍ່າງຕໍ່ດ້ວຍຕີນເປົ່າ.
ສຸດທ້າຍ… ໄລຍະທາງທີ່ເຫຼືອເຊິ່ງໄກຈາກຄຸກ ບໍ່ໄກປານໃດແລ້ວ ມີຍິງສາວສອງຄົນທີ່ໃຈດີ ພາລາວຂຶ້ນລົດຈັກແລ້ວໄປສົ່ງ ຈົນຮອດຄຸກບ່ອນລູກຊາຍລາວຢູ່. ຈາກບ້ານຮອດຄຸກໄລຍະທາງປະມານ ຮ້ອຍສິບລີ້ ລາວຍ່າງດ້ວຍຕີນລ 70 ລີ້ເຕັມໆ ຍາມທີ່ຈ້າວສ່ຽວອວິນ ເດິນທາງດ້ວຍຕີນມາຮອດຄຸກ ຍັງບໍ່ຮອດເວລາຢ້ຽມໃນຕອນບ່າຍ ລາວຈຶ່ງນັ່ງຖ້າຢູ່ໜ້າປະຕູ ຄ້າຍຄືວ່າທັງຊີວິດນີ້ ລ້ວນເພື່ອລໍຄອຍລູກຊາຍຜູ້ນີ້ ເຂົາມັກຊັດເຊພະເນຈອນຢູ່ແຕ່ພາຍນອກ ກັບເຮືອນໜ້ອຍເທື່ອ ເມື່ອຮອດວັນບຸນກຸດຈີນ ລາວຈະລໍຄອຍຢ່າງໃຈຈົດໃຈຈໍ່ ລາວຍັງຈື່ໄດ້ ລາວໄດ້ກິນຊີ້ນຄັ້ງສຸດທ້າຍ ກໍຄືວັນສົ່ງທ້າຍປີເກົ່າປີກາຍນີ້ ກິນເຝີຮ່ວມກັນກັບລູກຊາຍກົກ.
ມື້ນີ້… ລາວມາກໍເພື່ອພົບລູກຊາຍອີກ ຕອນທີ່ລາວຖືກເຊີນເຂົ້າໄປໃນຫ້ອງຢ້ຽມ ເຊິ່ງກັ້ນດ້ວຍແກ້ວສອງຊັ້ນ ແວັບທຳອິດລາວກໍເບິ່ງເຫັນ ປຽວເອີ ລູກຊາຍຂອງລາວແລ້ວ ບໍ່ທັນໄດ້ເອີ່ຍປາກ ນ້ຳຕາກໍຫຼັ່ງອອກມາ ຜ່ານແກ້ມທີ່ມີຮອຍຫ່ຽວຍານ ພີ່ນ້ອງກັບນັກໂທດສາມາດໂອລົມກັນ ຜ່ານທາງໂທລະສັບເຊິ່ງມີແກ້ວຂັ້ນກາງ ລາວຫູຕຶງຟັງບໍ່ຮູ້ເລື່ອງໃນໂທລະສັບ ບໍ່ຮູ້ວ່າລູກຊາຍເວົ້າຫຍັງຖາມຫຍັງ ລາວໄດ້ແຕ່ເອີ້ນຊື່ລູກຊາຍ “ປຽວເອີ” ຮ້ອງເອີ້ນຊື່ໄປພ້ອມໆກັບເຮັດທ່າທາງ ແລະຮ້ອງໄຫ້ຢ່າງໃຫຍ່.
ລູກຊາຍຮູ້ວ່າແມ່ຍ່າງມາດ້ວຍຕີນ ໄລຍະທາງນັບຮ້ອຍລີ້ເພື່ອມາພົບເຂົາ ເຂົາຈຶ່ງຮ້ອງໄຫ້ສຽງດັງຄັບຄຸກ ເອົາມືແລະໃບໜ້າແນບໃສ່ກັບຝາແກ້ວ ຈ້າວສ່ຽວອວິນໄດ້ແຕ່ລູກຄຳລູກຊາຍ ຜ່ານຝາທີ່ກັ້ນດ້ວຍແກ້ວ ລູກແລ້ວລູບອີກຢູ່ບໍ່ເຊົາ ແຕ່ວ່າເວລາຜ່ານໄປໄວແທ້ໆ ຕາມກົດລະບຽບແລ້ວ ເວລາຢ້ຽມຫ້າມເກີນສາມສິບນາທີ ອີກທັງຍັງມີກົດວ່າ ຫ້າມເອົາອາຫານຈາກພາຍນອກເຂົ້າໄປ ພາຍໃນຫ້ອງຂັງ. ດັ່ງນັ້ນ, ຈ້າວສ່ຽວອວິນ ຈຶ່ງເອົາເງິນທີ່ມີຢູ່ທັງໝົດ ມອບໃຫ້ຕຳຫຼວດເພື່ອສົ່ງຕໍ່ໃຫ້ລູກຊາຍ ສ່ວນຕົນເອງເປ້ເອົາຖົງທີ່ບັນຈຸ ໝາກໂມ ເຂົ້າໜົມໝັ່ນໂອ ແລະໄຂ່ໄກ່ຂຶ້ນໃສ່ຫຼັງອີກ ແລ້ວຍ່າງໄປຕາມເສັ້ນທາງກັບບ້ານ.
ເມື່ອແປດປີກ່ອນ… ໄດ້ເກີດຝົນຕົກໜັກ ເຮັດໃຫ້ເຮືອນຂອງລາວເພພັງລົງ ສາມຫ້ອງເສຍຫາຍໄປກວ່າເຄິ່ງ ລາວຈຳເປັນຕ້ອງໄປອາໄສຢູ່ໃນຫ້ອງຄົວ ທີ່ບໍ່ມີປ່ອງຢ້ຽມ ເຕັມໄປດ້ວຍຄວັນໄຟ ກຳແພງກໍຄືກັບໝາກໂມ ທີ່ແກ່ສຸກງອມຈົນແຕກຍະອອກມາ ຝົນຕົກເທື່ອໃດ ນ້ຳກໍຈະຮົ່ວຊຶມ ລາວເອົາແກນສາລີທີ່ເອົາເມັດອອກແລ້ວ ຫຍັດໃສ່ກ້ອງຕຽງນອນຈົນເຕັມ ເພາະວ່າ ນັ້ນຄືບ່ອນດຽວຂອງເຮືອນ ທີ່ນ້ຳບໍ່ຮົ່ວຊຶມ ແກນສາລີເປັນຟືນໃນການຫຸງເຂົ້າແຕ່ງກິນ ຈຸດທີ່ຄວນແຂວນຕະກຽງ ພັດໄປແຂວນກະຕ່າໄມ້ໄຜ່ໃສ່ ພາຍໃນກະຕ່າກໍເອົາເຂົ້າໜົມໝັ່ນໂຖໃສ່ ນັ້ນເປັນຕຳແໜ່ງດຽວທີ່ປອດໄພຈາກໜູ ລາວຊິນເຄີຍກັບຄວາມມືດ ແປດປີທີ່ຜ່ານມາລາວບໍ່ເຄີຍໄຕ້ຕະກຽງ ທຽນໄຂໜຶ່ງເຫຼັ້ມສ່ຳແທ່ງສໍດຳ ລາວສາມາດໄຕ້ໄດ້ເຄິ່ງເດືອນ ສິ່ງທີ່ລ້ຳຄ່າທີ່ສຸດໃນເຮືອນ ກໍຄືຖັງນ້ຳມັນຖົ່ວເຫຼືອງຫ້າລິດ ເຊິ່ງວາງຢູ່ຫົວຕຽງນອນ ລາວກິນໄປແປດເດືອນແລ້ວ ຍັງເຫຼືອຢູ່ສ່ວນໜ້ອຍ ລາວບໍ່ມີຢາຖູແຂ້ວ ບໍ່ມີສະບູອາບ ບໍ່ມີແຟັບຊັກເຄື່ອງ ບໍ່ມີເຄື່ອງນຸ່ງໃໝ່ແມ່ນແຕ່ຜືນດຽວ ຖ້າມີຄົນມາລາວກໍບໍ່ມີຕັ່ງໃຫ້ນັ່ງດອກ ໄດ້ແຕ່ຍົກເອົາກ້ອນດິນຈີ່ອອກມາ ໃຫ້ແຂກໄດ້ນັ່ງ.
ເນື່ອງຈາກຊາບຊຶ້ງກັບພາບເຫດການ ທາງຫ້ອງຂັງໄດ້ອະນຸມັດໂອກາດພິເສດ ໃຫ້ແກ່ຈ້າວສ່ຽວອວິນເທື່ອໜຶ່ງ ໃຫ້ລາວສາມາດພົບໜ້າລູກຊາຍໄດ້ ໂດຍບໍ່ຕ້ອງຖືກຂວາງກັ້ນດ້ວຍແກ້ວອີກ. ເທື່ອນີ້… ລາວກັບລູກຊາຍ ສາມາດນັ່ງລົມກັນຢ່າງໃກ້ຊິດ ຍ້ອນຄວາມລະອາຍແກ່ໃຈ ລູກຊາຍເອົາມືມຸບໜ້າແລ້ວຮ້ອງໄຫ້ ສ່ວນຜູ້ເປັນແມ່ນັ້ນ ໄດ້ແຕ່ສະອຶກສະອື້ນພືມພຳວ່າ: “ເປັນຍ້ອນລູກ ນ້ຳຕາຂອງແມ່ໄຫຼລິນຈົນເຫືອດແຫ້ງແລ້ວ ລູກຕ້ອງປັບປ່ຽນໂຕເອງໃຫ້ດີໆ ຢ່າໄປເຮັດເລື່ອງບໍ່ດີແນວນັ້ນອີກເລີຍ ປຽວເອີ ເມື່ອແມ່ກັບໄປແລ້ວ ຈະປ່ຽນຊື່ໃຫ້ລູກໃໝ່ ໃຫ້ຄົນໝົດບ້ານຮູ້ວ່າ ລູກຊື່ໄກຈີ້ນ ” ແມ່ ຜູ້ທີ່ປຽບດັ່ງໄມ້ໃກ້ຝັ່ງ ເວົ້າຢ່າງໜັກແໜ້ນວ່າ “ຖ້າລູກບໍ່ແກ້ໄຂປັບປຸງໂຕເອງ ເຖິງຕາຍແມ່ກໍບໍ່ມາຢ້ຽມລູກອີກ” ແທ້ຈິງແລ້ວ ລາວຮູ້ດີກວ່າ ຈັ່ງໃດໆ ລາວກໍຈະມາຫາລູກອີກ ເຖິງແມ່ນຕ້ອງຍ່າງດ້ວຍຕີນ ໄລຍະທາງຮ້ອຍກວ່າລີ້ ຂໍພຽງແຕ່ລາວຍັງມີພາລະກຳລັງ ຂໍພຽງມື້ທີ່ຕ້ອງຈາກກັນໄປຕະຫຼອດການ ຍັງມາບໍ່ເຖິງ.