spot_img
Homeຂ່າວພາຍ​ໃນປະ​ທານ​ປະ​ເທດ ເປີດ​ພິ​ທີອ່​ວາຍ​ແລວ​ນ້ຳ ເຂື່ອນ​ໄຟ​ຟ້າ​ໄຊ​ຍະ​ບູ​ລີ

ປະ​ທານ​ປະ​ເທດ ເປີດ​ພິ​ທີອ່​ວາຍ​ແລວ​ນ້ຳ ເຂື່ອນ​ໄຟ​ຟ້າ​ໄຊ​ຍະ​ບູ​ລີ

Published on

IMG_6681

ພິທີ​ອວ່າຍ​ແລວ​ນ້ຳ​ໂຄງການກໍ່ສ້າງ ເຂື່ອນ​ໄຟຟ້າ​ນ້ຳຂອງ​ໄຊ​ຍະ​ບູ​ລີ ໄດ້​ຈັດ​ຂຶ້ນ​ວັນ​ທີ 26 ມັງກອນ 2015 ທີ່​ເມືອງ ແລະ ແຂວງ​ໄຊຍະ​ບູ​ລີ ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ ແລະ ລັ່ນຄ້ອງ 9 ບາດ ​ເພື່ອເປັນ​ສີ​ລິ​ມົງ​ຄຸນ​ຂອງ​ທ່ານ ຈູມ​ມາລີ ໄຊ​ຍະ​ສອນ ປະທານ​ປະເທດ ພ້ອມ​ດ້ວຍ​ທ່ານ​ລັດຖະມົນຕີ​ວ່າການ ຊ່ວຍ​ວ່າການ ທ່ານ​ເຈົ້າແຂວງ​ໄຊ​ຍະ​ບູ​ລີ ທ່ານ​ເຈົ້າເມືອງ ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ​ຈາກພາກ​ລັດ ແລະ ເອກະ​ຊົນ​ເຂົ້າ​ຮ່ວມ.

ທ່ານ ສົມ​ສະຫວາດ ເລັ່ງ​ສະ​ຫວັດ ຮອງ​ນາຍົກ​ລັດ​ຖະມົນຕີ ຜູ້​ຊີ້​ນຳ​ວຽກ​ງານ​ການ​ຜະລິດ ແລະ ຈໍ​ລະ​ຈອນ​ສິນຄ້າ ໄດ້ກ່າວ​ວ່າ: ໂຄງການ​ພະລັງ​ໄຟຟ້າຝາຍ​ນ້ຳ​ລົ້ນ​ນ້ຳຂອງ​ໄຊ​ຍະ​ບູ​ລີ ເປັນ​ໂຄງການ​ໜຶ່ງ​ທີ່​ມີ​ຄວາມ​ສຳຄັນ ​ຢູ່​ໃນ​ແຜນ​ພັດທະນາ​ພະລັງງານ​ໄຟຟ້າ​ຂອງ ​ສປປ ລາວ ເປົ້າໝາຍ​ຂອງ​ການ​ພັດທະນາ​ແມ່ນເພື່ອ​ຂຸດ​ຄົ້ນ ແລະ ເສີມ​ຂະຫຍາຍທ່າແຮງ​ຂອງ​ປະເທດ ​ທີ່​ມີ​ແມ່ນ້ຳລຳເຊ​ຫຼາຍ​ສາຍ ​ສາມາດ​ຜະລິດພະລັງງານ​ໄຟຟ້າ ສະໜອງ​ໃຫ້​ແກ່​ການ​ຊົມໃຊ້​ພາຍ​ໃນ ແລະ ສົ່ງອອກ ສ້າງ​ລາຍ​ຮັບ​ໃຫ້​ກັບ​ປະເທດ​ຊາດ ພິທີ​ອວ່າຍ​ແລວ​ນ້ຳ​ຄັ້ງນີ້ ​ຈັດ​ເປັນ​ໄລຍະ​ທີ​ໜຶ່ງ​ຂອງ​ການ​ກໍ່ສ້າງ​ ເພື່ອ​ກ້າວ​ສູ່​ໄລຍະ​ທີ​ສອງຂອງ​ໂຄງການ ເຊິ່ງ​ທາງ​ຄະນະ​ບໍລິ​ຫານ​ຂອງ​ບໍລິສັດ ​ຜູ້​ພັດທະນາໂຄງການ​ກໍ່​ຄື​ບໍລິສັດ​ທີ່​ປຶກສາ ​ຈະຕ້ອງ​ຂຸ້ນຂ້ຽວ​ໃນ​ການ​ເອົາໃຈໃສ່ຄຸ້ມ​ຄອງ​ ການ​ດຳເນີນ​ໂຄງການແຕ່​ລະ​ຂັ້ນ​ຕອນ ​ໃຫ້​ຖືກຕ້ອງ​ຕາມມາດຖານ​ເຕັກນິກ​ຄວາມ​ປອດ​ໄພສິ່ງແວດລ້ອມ ແລະ ປອດ​ໃສ ໃຫ້ສອດຄ່ອງ​ກັບ​ສົນທິສັນຍາ​ວ່າດ້ວຍ​ການ​ນຳ​ໃຊ້​ແມ່ນ້ຳ​ຂອງ ປີ 1995 ບໍ່​ສົ່ງ​ຜົນ​ກະທົບ​ຕໍ່​ບັນດາປະເທດ​ລຸ່ມ​ແມ່ນ້ຳ​ຂອງ ເນື່ອງຈາກ​ໂຄງການ​ນີ້ ​ມີ​ລັດຖະບານ​ໄດ້ວ່າ​ຈ້າງ​ວິ​ສາ​ວະ​ກອນ​ທີ່​ປຶກສາ ​ທີ່ມີ​ຊື່​ສຽງ​ລະດັບ​ໂລກ ​ມາ​ຄຸ້ມ​ຄອງ ຕິດຕາມ ແລະ ກວດກາ​ຢ່າງ​ໃກ້ຊິດ.

20150126122018

ເພື່ອ​ເປັນ​ການ​ຕອບ​ສະໜອງ ໃຫ້​ກັບ​ການ​ພັດທະນາ​ໄລຍະ​ຍາວ ຈະ​ສູ້​ຊົນ​ໃຫ້ ​ສປປ ລາວ ຫຼຸດ​ພົ້ນອອກ​ຈາກ​ສະພາວະ​ຄວາມ​ດ້ອຍພັດທະນາ​ ຫັນ​ໄປ​ສູ່​ປະເທດ​ອຸດ​ສາຫະ​ກຳ ແລະ ທັນ​ສະໄໝ ການ​ປັບປຸງ​ລະບົບ​ພື້ນຖານ​ໂຄງ​ລ່າງ​ທາງດ້ານ​ເສດຖະກິດ-ສັງຄົມ ຈະ​ຕ້ອງໃຫ້​ທັນ​ສະໄໝ​ໃນ​ບາງ​ເຂດ ແລະ ບາງ​ດ້ານ​ເພື່ອ​ອຳນວຍ​ຄວາມ​ສະດວກ ​ໃຫ້​ແກ່​ການ​ພັດທະນາ ແລະ ການ​ເຊື່ອມ​ໂຍງ​ເຂົ້າ​ສູ່​ພາກ​ພື້ນ ແລະ ສາກົນ ສ້າງ​ໃຫ້ ​ສປປ ລາວ ກາຍເປັນ​ໃຈ​ກາງຂອງ​ການ​ບໍ​ລິການ​ບາງ​ດ້ານ​ໃນ​ພາກ​ພື້ນ ການເຊື່ອມ​ໂຍງ​ເສດຖະກິດ ແລະ ການ​ຮ່ວມ​ມື​ກັບ​ພາກ​ພື້ນ ແລະ ສາກົນ​ໄດ້​ມີ​ການ​ເພີ່ມ​ຂຶ້ນ ແລະ ຂະຫຍາຍ​ກວ້າງຂວາງ​ອອກ ດ້ວຍ​ຫຼາຍ​ຮູບ​ແບບ​ຫຼາຍ​ລະດັບ ແລະ ມີ​ການ​ແຂ່ງຂັນ​ກັນ​ສູງ​ຂຶ້ນ ມີ​ຫຼາຍ​ປະເທດ​ໄດ້​ກາຍເປັນ​ສະມາ​ຊິກ​ຂອງ​ອົງການ​ຕ່າງໆ ເຊັ່ນ: ອົງການ​ການ​ຄ້າ​ໂລກ (WTO) ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ (AEC) ແລະ ອຶ່ນໆ ເຊິ່ງ​ຈະ​ເຮັດໃຫ້ການ​ຄ້າ ການ​ລົງທຶນ ການ​ບໍລິ​ການ​ເພີ່ມ​ຂຶ້ນ ບັນດາ​ຄູ່​ຮ່ວມ​ພັດທະ​ນາ ແລະ ອົງ​ການຈັດຕັ້ງ​ສາກົນ ຈະ​ສືບຕໍ່​ໃຫ້ການ​ຊ່ວຍເຫຼືອ ແລະ ເຂົ້າໃຈ​ຖືກຕ້ອງ ​ຕໍ່​ກັບ​ການພັດທະນາ​ໂຄງການ​ໄຟຟ້າ​ນ້ຳຕົກຂະໜາດ​ໃຫຍ່​ໃນ ​ສປປ ລາວ.

ໂຄງການ​ກໍ່ສ້າງເຂື່ອນ​ໄຟຟ້າ​ພະລັງ​ງານ​ນ້ຳຂອງ​ໄຊ​ຍະ​ບູ​ລີ ໄດ້ເລີ່ມ​ລົງມື​ກໍ່ສ້າງ​ມາ​ແຕ່​ປີ 2012 ດ້ວຍ​ອາຍຸ​ສຳ​ປະທານ 25-30 ປີ ມາ​ຮອດ​ປັດຈຸບັນ ​ໂຄງການ​ມີຄວາມ​ຄືບ​ໜ້າປະມານ 40% ພາຍຫຼັງ​ສຳເລັດ​ການ​ສ້າງ​ຕົວເຂື່ອນ​ຝັ່ງ​ເບື້ອງ​ຂວາ ແລະ ທາງໂຄງການ​ໄດ້​ມີ​ການ​ອວ່າຍ​ແລວນ້ຳຂອງ​ມາ​ເບື້ອງ​ຝັ່ງ​ຂວາ ຈາກນັ້ນ​ກໍ່​ຈະ​ໄດ້​ເລີ່ມ​ກໍ່ສ້າງ​ຕົວ​ເຂື່ອນຝັ່ງ​ເບື້ອງ​ຊ້າຍ​ຕໍ່​ທັນທີ ເພື່ອ​ໃຫ້ໂຄງການ​ສຳເລັດ​ໃນ​ປີ 2019 ແລະ ສາມາດ​ຜະລິດ​ໄຟຟ້າ​ໄດ້ຢ່າງ​ເຕັມ​ອັດຕາ ໂຄງການ​ດັ່ງກ່າວ​ມີ​ມູນ​ຄ່າ​ການ​ລົງທຶນ​ປະມານ 3,8 ຕື້​ໂດ​ລາ​ສະຫະລັດ ຫຼື ປະມານ 30 ພັນ​ຕື້​ກີບ ແລະ ມີ​ກຳລັງ​ຕິດ​ຕັ້ງທັງ​ໝົດ 1.285 ເມ​ກາ​ວັດ ຈະ​ສາມາດ​ຜະລິດ​ກະແສ​ໄຟຟ້າ​ໄດ້​ທັງ​ໝົດ 7.406 ກິໂລ​ວັດ​ໂມງ​ຕໍ່​ປີ ໃນ​ນັ້ນ​ຈະ​ສະໜອງ​ພາຍ​ໃນ 60 ເມ​ກາ​ວັດ ສ່ວນ​ທີ່​ເຫຼືອ​ແມ່ນ​ສະໜອງ​ໃຫ້ກັບ​ປະເທດ​ໄທ.

ດ້ວຍ​ຈຳນວນ​ການ​ລົງທຶນ​ຢ່າງມະຫາສານ ​ບວກ​ກັບ​ລາຍ​ຮັບຂອງ​ພາກ​ລັດ​ມີ​ຢ່າງ​ຈຳກັດ ​ຈຶ່ງ​ໄດ້ເປີດ​ໂອກາດ​ໃຫ້​ນັກທຸລະກິດ​ເຂົ້າມາ​ມີ​ສ່ວນ​ຮ່ວມເຊັ່ນ: ບໍລິສັດພາຍ​ໃນ​ປະເທດ​ໄທ​ຖື​ຮຸ້ນ 75% ລັດຖະບານ​ລາວ 20% ແລະ ນັກທຸລະກິດ​ລາວ 5% ການ​ກໍ່ສ້າງ​ແມ່ນ​ໄດ້​ເລັ່ງ​ປະຕິບັດ​ຕະຫຼອດ 24 ຊົ່ວໂມງ ນັບ​ແຕ່​ມື້​ລົງມື​ປະຕິບັດ ເພື່ອ​ໃຫ້​ໂຄງການ​ສຳເລັດ​ຕາມ​ກຳນົດ​ເວລາ ເຊິ່ງ​ໄດ້​ໃຊ້ແຮງ​ງານ​ປະມານ 9-10 ພັນ​ຄົນ ໃນ​ນັ້ນ ແຮງ​ງານ​ລາວ​ກວມ​ເອົາ 60%.

 

ແຫລ່ງ​ຂ່າວ: ວຽງ​ຈັນ​ໃໝ່

 

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...