spot_img
Homeວັນນະກຳເລື່ອງສັ້ນເດັກນ້ອຍຂັດເກີບ

ເດັກນ້ອຍຂັດເກີບ

Published on

1089822

ສິບຫ້າປີທີ່ແລ້ວ ຕອນທີ່ຂ້ອຍລົງທຶນເຮັດທຸລະກິດ ຂ້ອຍຕ້ອງເດິນທາງໄປເບິ່ງວຽກຢູ່ເມືອງໜຶ່ງ ຫຼັງຈາກລົມເລື່ອງທຸລະກິດແລ້ວ ຂ້ອຍໄດ້ເຂົ້າໄປຊື້ຂອງຂວັນໃນຮ້ານ ສັບພະສິນຄ້າ ປົກກະຕິໃນເວລາໄປຍ່າງຫ້າງ ຂ້ອຍມັກຈະຖືເງິນຕິດໂຕໄປນຳ ເພາະແຖວນັ້ນມັກມີຂໍທານຢູ່ ຂ້ອຍຈະໃຫ້ເງິນເຂົາເຫຼົ່ານັ້ນເທື່ອຫຼຽນສອງຫຼຽນ ສ່ຳນີ້ຂ້ອຍກໍຮູ້ສຶກເປັນສຸກໃຈແລ້ວ.
ມື້ນີ້ຄືກັນ ໃນກະເປົາຂອງຂ້ອຍກໍມີເງິນຫຼຽນເສດຢູ່ ຫຼາຍພໍທີ່ຈະໃຫ້ຂໍທານໄດ້ຫຼາຍໆຄົນ ຫຼັງຈາກຍ່າງເບິ່ງເຄື່ອງຢູ່ຫຼາຍຮ້ານ ແລະໄດ້ຂອງຂວັນທີ່ຖືກໃຈແລ້ວ ຂ້ອຍກໍຍ່າງອອກຈາກຫ້າງ ຢູ່ໆ ສາຍຕາຂອງຂ້ອຍກໍເຫຼືອບໄປເຫັນ ເດັກນ້ອຍຊາຍຜູ້ໜຶ່ງ ໃນມືຂອງເຂົາຖືອິຫຍັງຈັກຢ່າງ ແລະກຳລັງເບິ່ງມາຫາຂ້ອຍເຊັ່ນກັນ ສາຍຕາຂອງເດັກດຶງຂ້ອຍໃຫ້ຍ່າງເຂົ້າໄປຫາ ເດັກນ້ອຍຜູ້ນີ້ອາຍຸຢູ່ລະຫວ່າງ 13-14 ລາວແຕ່ງໂຕສະອາດຈົບງາມ ຊົງຜົມກໍດີມີຮູບມີຊົງຄັກແນ່ ແຕ່ທີ່ແຕກຕ່າງຈາກເດັກນ້ອຍຄົນອື່ນໆ ກໍຄື ຈາກທີ່ໃນມືແທນທີ່ຈະຖືກະແລັມ ແຕ່ລາວພັດຖືປ້າຍແທນ ແລະປ້າຍທີ່ລາວຖືນັ້ນ ແຕ້ມຮູບເດັກນ້ອຍຜູ້ໜຶ່ງ ທີ່ກຳລັງຂັດເກີບຢູ່ ແລະມີຂໍ້ຄວາມຂຽນວ່າ:
“ຂ້ອຍຢາກໄດ້ອຸປະກອນຂັດເກີບ”
ໃນເມື່ອຍັງພໍມີເວລາຢູ່ ຂ້ອຍກໍເລີຍລົມກັບເດັກນ້ອຍຜູ້ນີ້
“ອຸປະກອນຂັດເກີບລາຄາເທົ່າໃດ ບັກຫຼ້າ?”
“125 ຫຼຽນ” ເວົ້າແລ້ວກໍເບິ່ງມາດ້ວຍແວວຕາມີຫວັງ
“ອ້າຍວ່າມັນແພງໂພດຕິ?” ເວົ້າແລ້ວຂ້ອຍກໍສັ່ນຫົວ
“ບໍ່ແພງເລີຍ ນ້ອງສອບຖາມຮ້ານຄ້າສົ່ງໃນຕະຫຼາດມາ 4 ຮອບແລ້ວ ບໍ່ມີຮ້ານໃດຂາຍຖືກກວ່ານີ້ແລ້ວ” ເດັກຊາຍເລົ່າຢ່າງຕັ້ງໃຈ
ຂ້ອຍເຫັນຄວາມຕັ້ງໃຈຂອງລາວ ແລະພິຈາລະນາແລ້ວ ເດັກນ້ອຍຜູ້ນີ້ບໍ່ໜ້າຈະຕັ້ງໃຈຕົວະຂ້ອຍ ແນ່ນອນ ຂ້ອຍກໍເລີຍຖາມລາວວ່າ
“ແລ້ວຕອນນີ້ນ້ອງມີເງິນຢູ່ໃນມືເທົ່າໃດ?”
ເດັກນ້ອຍລ້ວງມືເຂົ້າໄປໃນຖົງໂສ້ງ ແລ້ວຈົກຫຼຽນອອກມາ “35 ຫຼຽນ, ນ້ອງຍັງບໍ່ພໍຢູ່ອີກ 90 ຫຼຽນ”
ຂ້ອຍເປີດກະເປົາແລ້ວຈັບເງິນອອກມາ 90 ຫຼຽນ ແລ້ວບອກລາວວ່າ “ເງິນ 90 ຫຼຽນນີ້ອ້າຍໃຫ້ນ້ອງ ໃຫ້ຄິດວ່າອ້າຍຮ່ວມລົງທຶນນຳນ້ອງກໍແລ້ວກັນ ແຕ່ອ້າຍມີກົດຢູ່ວ່າ ເມື່ອເລິ່ມມີລາຍໄດ້ ນ້ອງຕ້ອງຫັກອອກມາແທນໃຫ້ອ້າຍ, ອ້າຍຈະຢູ່ໃນເມືອງນີ້ອີກ 5 ມື້ ພາຍໃນ 5 ມື້ນີ້ ນ້ອງຕ້ອງສົ່ງເງິນໃຫ້ອ້າຍຈົນຄົບ ແລະອ້າຍຂໍດອກເບ້ຍຈາກນ້ອງ 1 ຫຼຽນ ຖ້ານ້ອງຕົກລົງ ເງິນ 90 ຫຼຽນນີ້ ກໍຈະກາຍເປັນຂອງນ້ອງ!” ເດັກນ້ອຍຊາຍຮ້ອງ “ເຢ້!!” ຈາກນັ້ນກໍກົ້ມຫົວຂ່ຳນັບ ແລະກ່າວຕົກລົງພ້ອມກັບຂອບໃຈຂ້ອຍ ຢ່າງໃຫຍ່.
ເດັກນ້ອຍຊາຍເລົ່າໃຫ້ຂ້ອຍຟັງວ່າ ລາວຮຽນຢູ່ຊັ້ນປະຖົມປີທີ 6 ແຕ່ໄປໂຮງຮຽນພຽງແຕ່ອາທິດລະ 3 ວັນ ສ່ວນວັນອື່ນໆ ນັ້ນຕ້ອງໄປລ້ຽງງົວຊ່ວຍແມ່ ແລະອອກແຮງງານຢູ່ນາ ແຕ່ການຮຽນບໍ່ເຄີຍຫຼຸດອັນດັບທີ 3 ເລີຍ ແຖມຍັງອວດວ່າຕົນເອງເປັນຄົນເກັ່ງ ທີ່ສຸດອີກດ້ວຍ.
ຂ້ອຍຖາມລາວວ່າ ເປັນຫຍັງຕ້ອງຊື້ອຸປະກອນຂັດເກີບ ເດັກນ້ອຍຜູ້ນີ້ບອກວ່າ “ເຮືອນນ້ອງທຸກຍາກ ໄລຍະນີ້ເປັນໄລຍະພັກຮຽນ ນ້ອງກໍເລີຍຂໍນຳແມ່ເພື່ອເຂົ້າມາຢູ່ຕະຫຼາດ ເພື່ອຫາເງິນໃຫ້ແມ່ແລະເປັນຄ່າຮຽນ ຂອງນ້ອງ”
ຂ້ອຍເບິ່ງລາວດ້ວຍສາຍຕາສຸດປະທັບໃຈ ໃນຄວາມຄິດ ຈາກນັ້ນຈຶ່ງຍ່າງໄປຊື້ອຸປະກອນຂັດເກີບ ນຳລາວ ເດັກຊາຍແບກກ່ອງອຸປະກອນຂັດເກີບ ອອກຈາກຮ້ານຂາຍສົ່ງ ຍ່າງໄປທີ່ຫ້າງທີ່ເຂົາຢືນຢູ່ເມື່ອກີ້ນີ້ ຂ້ອຍເອີ້ນລາວໃຫ້ຢຸດ ແລະບອກລາວວ່າ
“ໃນເມື່ອຕອນນີ້ເຮົາຮ່ວມທຸລະກິດນຳກັນແລ້ວ ອ້າຍຢາກແນະນຳວ່າ ນ້ອງບໍ່ຄວນຢູ່ໜ້າຫ້າງ ເພາະໃນຫ້າງມີບໍລິການຂັດເກີບຟຣີຢູ່ແລ້ວ ເຊິ່ງໃຜໆກໍຮູ້”
“ຄັນຊັ້ນ ນ້ອງໄປຂັດແຖວໆໜ້າໂຮງແຮມດີບໍ?” ເດັກຊາຍເອີ່ຍຖາມ
“ເຂົ້າທ່າດີຄືກັນນະ ເພາະແຖວນັ້ນມີນັກທ່ອງທ່ຽວ ແລະນັກທຸລະກິດມາພັກຫຼາຍ ເມື່ອເຂົາເຫັນນ້ອງຮັບຂັດເກີບ ພວກເຂົາຄົງບໍ່ຢາກຂັດເກີບເອງດອກ ນ້ອງນີ້ຮູ້ທຳເລເຮັດທຸລະກິດດີ ຄືກັນເນາະ” ເວົ້າຈົບຂ້ອຍກໍຍົກໂປ້ໃຫ້ລາວ.
ເດັກຊາຍຍ່າງໄປແຖວໆ ບໍລິເວນໃກ້ໂຮງແຮມ ຈາກນັ້ນກໍວາງຕັ່ງຢາງ ແລະຂວ້ຳກ່ອງຂັດເກີບລົງພື້ນ ເມື່ອຈັດແຈງສະຖານທີ່ຂອງໂຕເອງຮຽບຮ້ອຍແລ້ວ ເດັກນ້ອຍຜູ້ນີ້ກໍງວາກຊ້າຍງວາກຂວາ ຈາກນັ້ນກໍເບິ່ງມາຫາຂ້ອຍ
“ເປັນຫຍັງອ້າຍບໍ່ໃຫ້ນ້ອງຈ່າຍດອກເບ້ຍ ໃຫ້ອ້າຍກ່ອນລະ? ອ້າຍກໍຮູ້ວ່ານ້ອງບໍລິການດີສ່ຳໃດ?”
ຂ້ອຍໄດ້ຟັງແລ້ວກໍຫົວອອກມາ “ບັກຫຳແຫຼ້ເອີຍ!! ນ້ອງຈະຂັດເກີບໃຫ້ອ້າຍເປັນການແລກ ກັບດອກເບ້ຍ 1 ຫຼຽນນີ້ນະ?”
ຂ້ອຍຮູ້ສຶກປະທັບໃຈກັບຄວາມຄິດ ຂອງລາວເປັນຄັ້ງທີ 2 ຂ້ອຍຈຶ່ງນັ່ງລົງເທິງຕັ່ງທີ່ເຂົາຈັດໄວ້ ແລະຍົກຕີນຂຶ້ນຢຽບກ່ອງເພື່ອໃຫ້ເຂົາ ຂັດກີບໃຫ້.
“ຖ້ານ້ອງຂັດບໍ່ມັນ ນັ້ນແປວ່ານ້ອງຕົວະອ້າຍ ແລະອ້າຍກຳລັງລົງທຶນກັບຄົນທີ່ບໍ່ມີ ຄວາມຊື່ສັດ ນັ້ນແປວ່າອ້າຍລົ້ມແຫຼວ ກັບການເຮັດທຸລະກິດນີ້”
ເດັກນ້ອຍຊາຍກົ້ມຫົວລົງຂັດເກີບໃຫ້ຂ້ອຍ ພ້ອມກັບບອກຂ້ອຍກວ່າ ລາວເປັນຄົນເກັ່ງທີ່ສຸດແລ້ວ
“ອ້າຍຮູ້ບໍ ນ້ອງເຝິກຂັດເກີບໜັງຢູ່ເຮືອນມາເປັນເວລາ 1 ເດືອນເຕັມແລ້ວ ອ້າຍກໍຮູ້ວ່າ ແຖວບ້ານນອກມີເກີບໜັງບໍ່ທໍ່ໃດຄູ່ດອກ ນ້ອງໄປຂໍຂັດໃຫ້ເຂົາມາໝົດແລ້ວ” ເວົ້າໄປນຳ ຂັດເກີບໄປພ້ອມ.
ຜ່ານໄປບໍ່ທໍ່ໃດນາທີ ລາວກໍຂັດເກີບໃຫ້ຂ້ອຍແລ້ວ ລາວຂັດໄດ້ມັນເງົາສົມຄຳອ້າງ ຂ້ອຍຮູ້ສຶກພໍໃຈເປັນຢ່າງຍິ່ງ ຂ້ອຍຈັບພວງກຸນແຈຮູບໝີແພນດ້າ ອອກມາແລ້ວຂຽນຄຳວ່າ “ເກັ່ງຫຼາຍ” ມອບໃຫ້ລາວ ລາວຮັບເອົາໄວ້ດ້ວຍຄວາມດີໃຈ.
ບໍ່ດົນ ກໍມີລົດນັກທ່ອງທ່ຽວເຂົ້າມາຈອດໜ້າໂຮງແຮມ ເດັກນ້ອຍຍົກກ່ອງອຸປະກອນຂັດເກີບ ແລະຕັ່ງແລ່ນເຂົ້າໄປຫາ ນັກທ່ອງທ່ຽວ
“ຂັດເກີບບໍ? ຂ້ອຍສາມາດຂັດເກີບຂອງທ່ານ ໃຫ້ເຫຼື້ອມມັນປານແວ່ນເລີຍນະ, ຂັດເກີບບໍ?..” ແລະແລ້ວກໍມີລູກຄ້າຄົນໜຶ່ງກໍຍອມໃຊ້ບໍລິການ.
ເຊົ້າມື້ຕໍ່ມາ ຂ້ອຍແວະມາຢ້ຽມເດັກນ້ອຍຜູ້ນີ້ ຢູ່ໜ້າໂຮງແຮມ ເມື່ອລາວເຫັນຂ້ອຍກໍຟ້າວເລົ່າ ດ້ວຍອາການດີໃຈວ່າ ມື້ວານລາວຂັດເກີບໄດ້ເງິນ 50 ຫຼຽນ ລາວຫັກໄວ້ສົ່ງໃຫ້ຂ້ອຍ 18 ຫຼຽນ ຄ່າອາຫານຂອງລາວ 3 ຫຼຽນ ລາວຈຶ່ງເຫຼືອເງິນຢູ່ 29 ຫຼຽນ, ຂ້ອຍຕົບບ່າລາວເພື່ອໃຫ້ກຳລັງໃຈ ແລະຍ້ອງຍໍລາວໄປວ່າ
“ເກັ່ງຫຼາຍ”
ລາວບອກວ່າ ມື້ວານໄດ້ນອນຫ້ອງລວມໃນໂຮງແຮມ ບໍ່ໄດ້ນອນກ້ອງຂົວແລ້ວ ແຕ່ບໍ່ຕ້ອງຈ່າຍຄ່າຫ້ອງ 5 ຫຼຽນ. ຂ້ອຍສົງໄສວ່າເປັນຫຍັງຈຶ່ງບໍ່ຕ້ອງຈ່າຍ ຄ່າຫ້ອງລວມ? ເດັກນ້ອຍຍິ້ມຢ່າງພໍໃຈແລະຕອບວ່າ
“ນ້ອງຊ່ວຍຂັດເກີບໃຫ້ເຈົ້າຂອງໂຮງແຮມ ປະມານ 10 ກວ່າຄູ່ ຕອນແລງນີ້ກໍໄດ້ນອນລ້າໆ ບໍ່ຕ້ອງຈ່າຍຄ່າຫ້ອງຄືເກົ່າອີກແລ້ວ”
5 ມື້ ທີ່ຢູ່ເມືອງນັ້ນຜ່ານໄປຢ່າງວ່ອງໄວ ແລະແລ້ວຂ້ອຍກໍຕ້ອງເດິນທາງກັບ ເດັກຊາຍຄົນນັ້ນສົ່ງເງິນຄືນໃຫ້ຂ້ອຍ ມື້ລະ 18 ຫຼຽນ ຈົນຄົບ 90ຫຼຽນ ໃນວັນສຸດທ້າຍ ເມື່ອເດັກຊາຍຮູ້ວ່າຂ້ອຍ ເປັນຜູ້ຈັດການບໍລິສັດໜຶ່ງຢູ່ປັກກິ່ງ ລາວບອກຂ້ອຍວ່າ ເມື່ອລາວຮຽນຈົບປະລິນຍາ ຈະໄປຫາຂ້ອຍຢູ່ປັກກິ່ງ ຈາກນັ້ນກໍຍື່່ນມືດຳໆ ຂອງລາວມາຂໍຈັບມືຂ້ອຍ ຂ້ອຍຈັບມືຂອງເດັກນ້ອຍໄວ້ເຊັ່ນກັນ.
ຂ້ອຍເຮັດວຽກຢູ່ບໍລິສັດນີ້ມາຫຼາຍປີ ຕໍ່ມາກໍລາອອກມາເປີດບໍລິສັດການຄ້າ ມື້ນີ້ ຂ້ອຍຫົວຫຍຸ້ງແຕ່ເຊົ້າ ບໍລິສັດ ປະສົບບັນຫາ ເກີດການຂາດທຶນເປັນຈຳນວນຫຼາຍ ຂ້ອຍແບກໜ້າໄປຂໍຄວາມຊ່ວຍເຫຼືອຈາກໝູ່ເພື່ອນ ແລະຂໍກູ້ຢືມເງິນຈາກຫຼາຍໆ ທະນາຄານ ແຕ່ກໍບໍ່ມີໃຜຊ່ວຍຂ້ອຍໄດ້ ຂ້ອຍຫາກໍວາງໂທລະສັບ ເລຂາກໍເຂາະປະຕູເຂົ້າມາລາຍງານວ່າ ຕອນທ່ຽງມື້ນີ້ ມີນັກທຸລະກິດໜຸ່ມຜູ້ໜຶ່ງ ຂໍນັດພົບເພື່ອກິນເຂົ້າທ່ຽງ ຂ້ອຍບໍ່ໄດ້ເງີຍໜ້າຂຶ້ນເບິ່ງເຂົາ ແລະບໍ່ໄດ້ຖາມວ່ານັກທຸລະກິດໜຸ່ມຄົນນັ້ນແມ່ນໃຜ ໄດ້ແຕ່ກົ້ມໜ້າເບິ່ງບັນຊີລາຍຈ່າຍ ທີ່ຈະຕ້ອງຫາທາງແກ້ໄຂ ເລຂາໄດ້ຈັບເອົາພວງກຸນແຈວາງໄວ້ ເທິງໂຕະຂອງຂ້ອຍ ຂ້ອງເຫຼືອບຕາເຫັນແລະປະຫຼາດໃຈ ໄປບຶດໜຶ່ງ ພວງກຸນແຈທີ່ຄຸ້ນຕາແລະມີໂຕອັກສອນຄຳວ່າ “ຂ້ອຍເກັ່ງຫຼາຍ” ຢູ່ເທິງໝີແພນດ້າໂຕນັ້ນ.
ຂ້ອຍນຶກອອກແລ້ວ ພວງກຸນແຈນີ້ຂ້ອຍເປັນຄົນມອບໃຫ້ ເດັກຊາຍຂັດເກີບເມື່ອ 15 ປີກ່ອນ ແຕ່ຕອນນັ້ນຂ້ອຍຂຽນພຽງແຕ່ “ເກັ່ງຫຼາຍ” ເຂົາຄົງເປັນຄົນຕື່ມຄຳວ່າ “ຂ້ອຍ” ໃສ່ພາຍຫຼັງ.
ເມື່ອຮອດຕອນທ່ຽງ ຂ້ອຍຍ່າງເຂົ້າໄປຫ້ອງອາຫານ ຂອງໂຮງແຮມແຫ່ງໜຶ່ງ ໂຕະທີ່ຖືກຈອງໄວ້ມີເດັກໜຸ່ມຜູ້ໜຶ່ງ ນຸ່ງຊຸດສູດລຸກຂຶ້ນກົ້ມຂ່ຳນັບ ແລະຍິ້ມໃຫ້ຂ້ອຍ ຈາກຮອຍຍິ້ມແລະສາຍຕາອັນມຸ່ງໝັ້ນ ຂອງເດັກໜຸ່ມ ເຮັດໃຫ້ຂ້ອຍເຫັນພາບຂອງເດັກນ້ອຍຊາຍ ທີ່ຂ້ອຍເຄີຍພົບເມື່ອ 15 ປີທີ່ແລ້ວ.
ເຮົາຮັບປະທານອາຫານແລະໂອ້ລົມກັນຢ່າງຖືກຄໍ ຫຼັງຈາກກິນເຂົ້າແລະດື່ມນ້ຳຊາແລ້ວ ເຂົາຈັບເອົາເຊັກເງິນສົດຈຳນວນ 5 ລ້ານຫຼຽນອອກມາ ແລະເວົ້າວ່າ “ນ້ອງຢາກຮ່ວມທຶນກັບອ້າຍ ແລະພາຍໃນ 5 ປີ ນ້ອງຂໍທຶນຄືນ”
“5 ລ້ານຫຼຽນ!” ຂ້ອຍອຸທານຂຶ້ນໃນໃຈ ມັນຫຼວງຫຼາຍແລະມາທັນເວລາພໍດີ. ເດັກໜຸ່ມເລົ່າຕໍ່ວ່າ
“15 ປີກ່ອນ ອ້າຍສອນໃຫ້ນ້ອງຢູ່ລອດ ຈາກນັ້ນນ້ອງກໍມຸ່ງໝັ້ນທີ່ຈະສ້າງຖານະ ນ້ອງເກັບຫອມລອມລິບ ຕອນນີນ້ອງມີບໍລິສັດເປັນຂອງໂຕເອງ ສ່ວນເງິນຈຳນວນ 5 ລ້ານຫຼຽນ ທີ່ນ້ອງຮ່ວມທຶນກັບອ້າຍນີ້ ນ້ອງຂໍດອກເບ້ຍຈຳນວນໜຶ່ງ”
ຂ້ອຍເງີຍໜ້າເບິ່ງເດັກໜຸ່ມແລ້ວຖາມວ່າ “ເທົ່າໃດ?”
ເດັກໜຸ່ມຕອບອອກມາດ້ວຍສີໜ້າເສີຍໆວ່າ
“1 ຫຼຽນ!”
ຂ້ອຍອີງພະນັກຕັ່ງ ແລ້ວກໍຍິ້ມອອກມາ, 90 ຫຼຽນທີ່ຂ້ອຍລົງທຶນກັບເດັກໜຸ່ມຜູ້ນີ້ ເມື່ອ 15 ປີທີ່ແລ້ວ ດ້ວຍຄວາມບໍ່ຕັ້ງໃຈ ກັບມີຜົນຕອບສະໜອງໃນວັນນີ້ເຖິງ 5 ລ້ານຫຼຽນ ນີ້ຄົງເປັນການລົງທຶນທີ່ໄດ້ຜົນຕອບແທນ ອັນມະຫາສານທີ່ສຸດໃນຊີວິດຂອງຂ້ອຍແທ້ໆ.
ໜ້າເສຍດາຍທີ່ບໍ່ຮູ້ວ່າຜູ້ຂຽນເລື່ອງນີ້ຊື່ຫຍັງ ແລະຂຽນຢູ່ປະເທດໃດ ແຕ່ຈັ່ງໃດກໍຂໍຂອບໃຈກັບເລື່ອງສັ້ນ ທີ່ໃຫ້ຄວາມຄິດແລະຄວາມບັນເທີງໄດ້ດີຫຼາຍ ຂໍຂອບໃຈ!!

ບົດຄວາມຫຼ້າສຸດ

ເສຍຊີວິດກໍລະນີທີ 5 ຈາກການດື່ມເຄື່ອງດື່ມທີ່ປະສົມສານປົນເປື້ອນທີ່ວັງວຽງ

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ. ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ,...

ເສຍຊີວິດກໍລະນີທີ 4 ຈາກການດື່ມເຫຼົ້າປະສົມສານປົນເປື້ອນທີ່ວັງວຽງ

ຈາກກໍລະນີທີ່ສັງຄົມໃຫ້ການຕິດຕາມຢ່າງໃກ້ຊິດກ່ຽວກັບນັກທ່ອງທ່ຽວກຸ່ມໜຶ່ງມາທ່ຽວໃນເມືອງວັງວຽງ, ແຂວງວຽງຈັນ, ສປປ ລາວ ແລ້ວໄດ້ເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າທີ່ຄາດວ່າມີສານປົນເປື້ອນ ໃນວັນທີ 18 ພະຈິກ 2024 ທີ່ຜ່ານມາ. ລາຍງານຈາກ ABC News ອົດສະຕາລີ ຫຼ້າສຸດ,...

ເປີດດ່ານປ່າຮ່າງ-ລ່ອງເຊີບ ເປັນດ່ານສາກົນຢ່າງເປັນທາງການ

ເປີດດ່ານປ່າຮ່າງ ເມືອງສົບເບົາ ແຂວງຫົວພັນ ແລະ ດ່ານລ່ອງເຊີບ ເມືອງມົກເຈົາ ແຂວງເຊີນລາ ສສ ຫວຽດນາມ ເປັນດ່ານສາກົນຢ່າງເປັນທາງການ ໃນວັນທີ 19 ພະຈິກ 2024...

ພະຍາກອນອາກາດ ປະຈໍາວັນທີ 20 ພະຈິກ 2024, ເວລາ 12 ໂມງ 00

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເຫນືອທີ່ມີກໍາລັງປານກາງພັດປົກຄຸມ, ຊຶ່ງຈະເຮັດໃຫ້ອາກາດເຢັນລົງໃນເເຕ່ລະພາກ, ອາກາດຫນາວເຢັນຢູ່ເເຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມບາງທ້ອງຖິ່ນໃນຕອນເຊົ້າ ຍັງຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ໃນແຕ່ລະພາກ...