spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມຄົນລາວດື່ມສິ່ງມຶນເມົາຫລາຍ ເປັນອັນດັບໜຶ່ງໃນອາຊຽນ!

ຄົນລາວດື່ມສິ່ງມຶນເມົາຫລາຍ ເປັນອັນດັບໜຶ່ງໃນອາຊຽນ!

Published on

Alcohol-related-deaths-on-005

 

ກະຊວງສາທາລະນະສຸກໃຫ້ຮູ້ວ່າ: ອັດຕາການດື່ມສິ່ງທີ່ມີທາດເຫລົ້າຂອງຄົນລາວ ທີ່ມີອາຍຸແຕ່ 15 ປີຂື້ນໄປ ເປັນອັນດັບ

ໜຶ່ງໃນບັນດາປະເທດອາຊຽນ ສະເລ່ຍຫລາຍກວ່າ 15 ລິດຕໍ່ຄົນຕໍ່ປີ. ຂະນະທີ່ກົດໝາຍວ່າດ້ວຍການຄວບຄຸມທາດເຫລົົ້າ

ຫາກໍຖືກຮັບຮອງຈາກສະພາແຫ່ງຊາດໃນທ້າຍປີ 2014.

 

ຕົວເລກທີ່ບໍ່ເພິ່ງປາດຖະໜາດັ່ງກ່າວ ໄດ້ສົ່ງຜົນກະທົບອັນບໍ່ດີຫລາຍດ້ານ ເປັນຕົ້ນ: ເປັນພາລະໜັກໜ່ວງດ້ານເສດຖະ

ກິດກວມປະມານ 2% ຂອງລວມຍອດຜະລິດຕະພັນພາຍໃນ (GDP) ເທົ່າກັບ 1500 ຕື້ກີບ, ມີຄົນເປັນພະຍາດຕັບແຂງ

ຫລາຍກວ່າ 2 ພັນຄົນ ແລະ ມີຜູ້ເສຍຊີວິດຫລາຍຮ້ອຍຄົນ ຍ້ອນດື່ມສິ່ງມຶນເມົາແລ້ວຂັບຂີ່ລົດ ແລະ ເກີດອຸປະຕິເຫດໃນ

ແຕ່ລະປີ. ນອກຈາກນີ້,ກະຊວງສາທາລະນະສຸກຍັງເປີດເຜີຍຜົນສຳຫລວດໃນໜຶ່ງປີຜ່ານມາພົບວ່າ: 75% ບໍລິໂພກເຄື່ອງ

ດື່ມທີ່ມີທາດເຫລົ້າ, ໃນນັ້ນ 32% ດື່ມເປັນປະຈຳ, 68% ດື່ມບາງໂອກາດ ແລະ 6% ດື່ມຢ່າງໜ້ອຍ 5 ເທື່ອຕໍ່ອາທິດ,ເຊິ່ງສາ

ເຫດໜຶ່ງ ພາໃຫ້ຄົນລາວດື່ມສິ່ງມຶນເມົາຫລາຍ ກໍແມ່ນຍ້ອນສາມາດເຂົ້າເຖິງການຊື່ເຄື່ອງດື່ມປະເພດດັ່ງກ່າວໄດ້ງ່າຍຄື:

85% ຂອງຮ້ານຄ້າ ທີ່ຈຳໜ່າຍເຄື່ອງດື່ມມີທາດເຫລົ້າ ໃກ້ເຮືອນຂອງປະຊາຊົນ ໃນໄລຍະຕ່ຳກວ່າ 100 ແມັດ ແລະ ຮ້າຍໄປ

ກວ່ານັ້ນ 7% ແມ່ນມີເຄື່ອງດື່ມປະເພດດັ່ງກ່າວເກັບໄວ້ໃນເຮືອນ.

 

ນອກຈາກນີ້, ຜົນການສຳຫລວດ ກ່ຽວກັບການໃຊ້ຄວາມຮຸນແຮງໃນຄອບຄົວ ຈາກການດື່ມສິ່ງມືນເມົາແມ່ນ 40% ເກີດ

ມີການຜິດຖຽງໃນຄອບຄົວ, 36% ຂອງການຜິດຖຽງກັນທີ່ບໍ່ມີຈຸດປະສົງກັບບຸກຄົນໃດໜຶ່ງ, 11% ມີຄວາມພະຍາຍາມມີ

ເພດສຳພັນ ແລະ 10% ຖືກຄຸກຄາມ ແລະ ມີເພດສຳພັນແບບຖືກບັງຄັບ.

 

ແນວໃດກໍຕາມ, ກະຊວງສາທາລະນະສຸກເຊື່ອໝັ້ນວ່າ: ກົດໝາຍວ່າດ້ວຍການຄວບຄຸມທາດເຫລົ້ານີ້, ຈະຊ່ວຍຫລຸດຜ່ອນ

ບັນດາຜົນກະທົບ ແລະ ຜົນຮ້າຍທີ່ມາຈາກເຄື່ອງດື່ມທີ່ມີທາດເຫລົ້າຕໍ່ສຸຂະພາບ, ເສດຖະກິດ-ສັງຄົມ, ວັດທະນາທຳອັນດີ

ງາມຂອງຊາດ, ທັງເຮັດໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເນື່ອງຈາກໄດ້ມີການຫ້າມ ແລະ ຈຳກັດເວລາສະຖານ

ທີ່ຈຳໜ່າຍ ແລະ ດື່ມ,ຈຳກັດການໂຄສະນາ ແລະ ເພີ່ມອັດຕາພາສີ, ອາກອນໃຫ້ສູງເພື່ອຫລຸດຜ່ອນບັນຫາດັ່ງກ່າວ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...