spot_img
Homeຂ່າວຕ່າງປະເທດເກີດລະເບີດໃຈກາງເມືອງ ເບັງກາລູຣູ ຂອງອິນເດຍ ບາດເຈັບຢ່າງໜ້ອຍ 2 ຄົນ

ເກີດລະເບີດໃຈກາງເມືອງ ເບັງກາລູຣູ ຂອງອິນເດຍ ບາດເຈັບຢ່າງໜ້ອຍ 2 ຄົນ

Published on

557000015432301

 

ເຈົ້າໜ້າທີ່ຕຳຫລວດອິນເດຍເປີດເຜີຍ ເກີດເຫດລະເບີດໃຈກາງເມືອງເບັງກາລູຣຼ ເຊິ່ງເປັນສູນກາງເຕັກໂນໂລຊີ ຢູ່ທາງ

ພາກໃຕ້ຂອງອິນເດຍ ມື້ວານນີ້ (28 ທັນວາ) ມີຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 2 ຄົນ.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ທັນວານີ້ວ່າ ໃນມື້ວານນີ້ໄດ້ເກີດເຫດລະເບີດຂຶ້ນ ຢູ່ດ້ານນອກຮ້ານອາຫານ

ແຫ່ງໜຶ່ງ ເຊິງຕັ້ງຢູ່ໃນເຂດທຸລະກິດກາງເມືອງເບັງກາລູຣູ ໂດຍຮອດປັດຈຸບັນນີ້ກໍຍັງບໍ່ທັນຮູ້ສາເຫດທີ່ຊັດເຈນເທື່ອ.

 

557000015432302

 

ທ່ານ ປຣະຈັນ ເຣົາ ເຈົ້າໜ້າທີ່ຕຳຫລວດໃນພື້ນທີ່ດັ່ງກ່າວ ໄດ້ອອກມາຢືນຢັນກັບສື່ມວນຊົນວ່າ ຍັງບໍ່ພົບຜູ້ເສຍຊີວິດຈາກ

ເຫດລະເບີດໃນຄັ້ງນີ້ ເຊິ່ງພົບພຽງແຕ່ຜູ້ໄດ້ຮັບບາດເຈັບຢ່າງໜ້ອຍ 2 ຄົນ.

 

ທັງນີ້ ເມື່ອປີທີ່ແລ້ວ ກໍເກີດເຫດລະເບີດລັກສະນະດຽວກັນ ໃນເຂດໃຈກາງເມືອງເບັງກາລູຣູ ໂດຍໃນເທື່ອນັ້ນ ມີຜູ້ໄດ້ຮັບ

ບາດເຈັບຢ່າງໜ້ອຍ 13 ຄົນ.
557000015432303

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...