spot_img
Homeຂ່າວຕ່າງປະເທດເລຂາ UN ຖະແຫລງ ເລີ່ມໃຊ້ສັນຍາການຄ້າອາວຸດລະຫວ່າງປະເທດ ແຕ່ສະຫະລັດຍັງບໍ່ເຂົ້າຮ່ວມ!

ເລຂາ UN ຖະແຫລງ ເລີ່ມໃຊ້ສັນຍາການຄ້າອາວຸດລະຫວ່າງປະເທດ ແຕ່ສະຫະລັດຍັງບໍ່ເຂົ້າຮ່ວມ!

Published on

EyWwB5WU57MYnKOuFNDoRKzlY37j1ohSV0QEzdln8NcbsKbITW8USE

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 25 ທັນວາຜ່ານມານີ້ວ່າ ທ່ານ ບັນ ກີ ມູນ ເລຂາທິການອົງການສະຫະປະຊາ

ຊາດ (UN) ຖະແຫລງຂ່າວທີ່ສຳນັກງານຂອງ ສປຊ ໃນນິວຢອກ ສະຫະລັດອາເມຣິກາ ໂດຍໄດ້ລະບຸວ່າ ສົນທິສັນຍາການ

ຄ້າອາວຸດລະຫວ່າງປະເທດ ມີຜົນບັງຄັບໃຊ້ຢ່າງເປັນທາງການ ນັບຕັ້ງແຕ່ວັນທີ 24 ທັນວາ 2014​ ນີ້ ຫລັງສະມາຊິກຂອງ

ສະຫະປະຊາຊາດ ລົງນາມຮັບຮອງ 130 ປະເທດ ແລະ ອີກ 60 ປະເທດ ໃຫ້ສັດຕະຍາບັນຍອມຮັບເງື່ອນໄຂຂອງສົນທິສັນ

ຍາ ວ່າຈະບໍ່ມີການຄ້າອາວຸດໃຫ້ແກ່ກຸ່ມກໍ່ຄວາມຮຸນແຮງ ແລະ ລັດຖະບານຂອງປະເທດທີ່ກໍ່ເຫດລະເມີດສິດທິມະນຸດ.

 

ໂດຍປະເທດທີ່ມີການຄ້າອາວຸດຫລາຍເປັນອັນດັບຕົ້ນໆໃນໂລກນີ້ ແມ່ນປະກອບມີ: ອິດສະລາແອນ, ຝຣັ່ງ, ອັງກິດ ແລະ

ເຢຍລະມັນ ຕ່າງກໍໄດ້ໃຫ້ສັດຕະຍາບັນແລ້ວ ຍົກເວັ້ນແຕ່ສະຫະລັດອາເມຣິກາ ຜູ້ຄ້າອາວຸດລາຍໃຫຍ່ອັນດັບ 1​ ຂອງໂລກ

ຍັງຄົງປະຕິເສດເຂົ້າຮ່ວມສັນຍາ.

 

ບົດຄວາມຫຼ້າສຸດ

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...

ການສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ພ້ອມຂົວຂ້າມນໍ້າຂອງ 1 ແຫ່ງ

ສຳຫຼວດ-ອອກແບບ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ ເມືອງຈອມເພັດ ແຫຼ່ງຂ່າວຈາກ ແຂວງຫຼວພະບາງ ໃຫ້ຮູ້ວ່າ: ພິທີເຊັນສັນຍາໃນການສຳຫຼວດ-ອອກແບບ, ຄິດໄລ່ປະເມີນມູນຄ່າໂຄງການ, ຂຽນບົດວິພາກເສດຖະກິດ-ເຕັກນິກ, ສຶກສາຜົນກະທົບສິ່ງແວດລ້ອມ-ສັງຄົມ ເສັ້ນທາງວົງແຫວນອ້ອມຮອບນະຄອນ ຫຼວງພະບາງ ແລະ...