Homeຂ່າວພາຍ​ໃນລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

ລາວຕັ້ງເປົ້າໃຫຍ່! ກຽມປັ້ນນິຄົມອຸດສາຫະກຳແຫ່ງໃໝ່ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10,000 ຄົນ

Published on

ສປປ ລາວ ກຽມສຶກສາຄວາມເປັນໄປໄດ້ໃນການສ້າງຕັ້ງນິຄົມອຸດສາຫະກຳແຫ່ງໃໝ່ ເພື່ອດຶງດູດເມັດເງິນລົງທຶນຈາກຕ່າງປະເທດ ໂຄງການດັ່ງກ່າວຊື່ວ່າ “ນິຄົມອຸດສາຫະກຳ ວຽງຈັນ-ລີ່ຕູ້ (Vientiane-Lidu Industrial Park) ຕັ້ງຢູ່ ເມືອງປາກງື່ມ, ນະຄອນຫຼວງວຽງຈັນ, ກວມເອົາເນື້ອທີ່ປະມານ 307 ເຮັກຕາ ໃນເຂດ 4 ບ້ານ. ເປົ້າໝາຍຄາດວ່າຈະໃຊ້ເວລາສຶກສາຄວາມເປັນໄປໄດ້ 2 ປີ ແລະ ຕັ້ງເປົ້າໝາຍຈະດຶງດູດເມັດເງິນລົງທຶນໃຫ້ໄດ້ປະມານ 1,000 ລ້ານໂດລາສະຫະລັດ

ກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໄດ້ມີພິທີຮ່ວມລົງນາມ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໃນເດືອນສິງຫາ ທີ່ຜ່ານມາ ເພື່ອສຶກສາຄວາມເປັນໄປໄດ້ ພັດທະນານິຄົມອຸດສາຫະກຳ ວຽງຈັນ-ລີ້ຕູ້ ຢູ່ເຂດ ບ້ານນາທາມ, ບ້ານພ້າວ, ບ້ານໜອງດົງ ແລະ ບ້ານດອນໄຮ່, ເມືອງປາກງື່ມ, ນະຄອນຫຼວງວຽງຈັນ. ຕາງໜ້າລັດຖະບານ ລົງນາມໂດຍ ທ່ານ ປອ. ຈັນສະແຫວງ ບຸນຍົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ແລະ ຕາງໜ້າບໍລິສັດລົງນາມໂດຍ ທ່ານ ຫູເຈົາເວິນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໂດຍຊ່ອງໜ້າການເຂົ້າຮ່ວມເປັນສັກຂີ່ພະຍານຂອງ ຄະນະນຳກະຊວງອຸດສາຫະກຳ ແລະ ການຄ້າ, ນະຄອນຫຼວງວຽງຈັນ ແລະ ບໍລິສັດ ພ້ອມພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫູເຈົາເວິນ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ-ລີ້ຕູ້ ມາຍນີ້ງ ຈຳກັດ ໄດ້ກ່າວວ່າ: ໂຄງການດັ່ງກ່າວ ເປັນໂຄງການລົງທຶນຂອງພາກທຸລະກິດເອກະຊົນ ລາວ ແລະ ຕ່າງປະເທດ ຊຶ່ງ ເປັນໂຄງການທີ່ນໍາໃຊ້ດິນຂອງບໍລິສັດເອງ ໃນເນື້ອທີ່ 307 ເຮັກຕາ ຢູ່ເຂດເມືອງປາກງື່ມ, ນະຄອນຫຼວງ ວຽງຈັນ.

ການພັດທະນາຈະແບ່ງເປັນ 3 ເຂດ ຄື: ເຂດ A ມີເນື້ອທີ່ 153 ເຮັກຕາ, ຕັ້ງຢູ່ບ້ານນາທາມ ແລະ ບ້ານພ້າວ ເປັນເຂດອຸດສາຫະກຳປຸງແຕ່ງແຮ່ທາດ ແບບຕ່ອງໂສ້ການຜະລິດ ແລະ ອຸດສາຫະກຳປຸງແຕ່ງອື່ນໆ ເປັນຕົ້ນ ໂຮງງານປຸງແຕ່ງແຮ່ທາດ, ສາງເກັບວັດຖຸດິບ, ອ່າງບຳບັດນໍ້າເປື້ອນ ແລະ ສະຖານີໄຟຟ້າ. ເຂດ B ມີເນື້ອທີ່ 100 ເຮັກຕາ, ຕັ້ງຢູ່ບ້ານໜອງດົງ ເປັນເຂດການຜະລິດອຸດສາຫະກຳປຸງແຕ່ງຜົນຜະລິດກະສິກຳ ເຊັ່ນ: ສູນຄັດແຍກຜະລິດຕະພັນ, ໂຮງງານປຸງແຕ່ງຜະລິດຕະພັນກະສິກຳ, ສະ ຖານີໄຟຟ້າ ແລະ ອ່າງບຳບັດນໍ້າເປື້ອນ. ແລະ ເຂດ C ມີເນື້ອທີ່ 54 ເຮັກຕາ, ຕັ້ງຢູ່ບ້ານດອນໄຮ່ ເປັນເຂດບໍລິການ ເປັນຕົ້ນ ຫ້ອງການບໍລິຫານ , ສາງສິນຄ້າ ແລະ ຫໍພັກຂອງພະນັກງານ.

ທ່ານ ປອ. ບຸນເພັງ ສີບຸນເຮືອງ ຫົວໜ້າກົມອຸດສາຫະກຳປຸງແຕ່ງ ໃຫ້ຮູ້ວ່າ: ໂຄງການພັດທະນານິຄົມອຸດສາຫະກຳ ວຽງຈັນ-ລີ້ຕູ້ ເປັນໂຄງການໜຶ່ງ ທີ່ສະແດງໃຫ້ເຫັນເຖິງໝາກຜົນຂອງການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງລັດຖະບານ ເວົ້າລວມ, ເວົ້າສະເພາະ ແມ່ນການປະຕິບັດຕາມດຳລັດວ່າດ້ວຍນິຄົມອຸດສາຫະກຳ ສະບັບເລກທີ 313/ລບ, ລົງວັນທີ 06 ມີນາ 2025 ຊຶ່ງໂຄງ ການນີ້ ເປັນໂຄງການທີ່ 6 ທີ່ໄດ້ເຊັນ MOU ສຶກສາຄວາມເປັນໄປໄດ້ ໃນການພັດທະນານິຄົມອຸດສາຫະກຳພາຍຫຼັງທີ່ລັດຖະບານ ໄດ້ອອກດຳລັດ ດັ່ງກ່າວ. ໄລຍະສຶກສາຈະໃຊ້ເວລາ 24 ເດືອນ.

ພາຍຫຼັງໂຄງການສໍາເລັດ ຄາດວ່າຈະມີນັກທຸລະກິດເຂົ້າມາລົງທຶນຫຼາຍກວ່າ 90 ບໍລິສັດ, ສ້າງວຽກເຮັດງານທຳໄດ້ປະມານ 10 ພັນຄົນ, ຈະສ້າງລາຍຮັບໃຫ້ແກ່ປະຊາຊົນໃນທ້ອງຖິ່ນໂຄງການຕັ້ງຢູ່.

ຂໍ້ມູນຈາກ: ຂ່າວສານອຸດສາຫະກຳ ແລະ ການຄ້າ

 

 

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ວາງທິດທາງໃນຕໍ່ໜ້າ ເພື່ອກ້າວໄປສູ່ການລຶບລ້າງອາວຸດ (ລະເບີດ) ໃຫ້ໝົດສິ້ນຢ່າງຖາວອນ

ກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 (The 3rd Review Conference of the Convention on Cluster Munitions) ໄດ້ໄຂຂຶ້ນຢ່າງເປັນທາງການ...

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ.

ໂຄງການເກັບກູ້ລະເບີດແຫ່ງຊາດ ຕ້ອນຮັບການມາຢ້ຽມຢາມຂອງບັນດາຄະນະຜູ້ແທນກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ເຂົ້າສູ່ສະໜາມປະຕິບັດງານພາກສະໜາມ ຂອງ ຄກລ ຢູ່ທີ່ບ້ານພິກໃຫຍ່, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ. ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ...

ນາຍົກລັດຖະມົນຕີ ເຄື່ອນໄຫວຢ້ຽມຢາມ ມອບ-ຮັບ ອາຄານໂຮງຮຽນ ບ້ານມົກກົກນ້ອຍ ເມືອງສໍາພັນ ແຂວງຜົ້ງສາລີ

ຕອນເຊົ້າວັນທີ 10 ກັນຍາ 2026 ນີ້ ທ່ານ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະທີມງານຂັ້ນສູນກາງ...

ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ເຂົ້າຮ່ວມ ກອງປະຊຸມສ້າງຕັ້ງພັນທະມິດສາກົນ ເພື່ອແກ້ໄຂອາຊະຍາກໍາສໍ້ໂກງທາງໂທລະຄົມ

ໃນລະຫວ່າງວັນທີ 9-10 ກັນຍາ 2026, ທ່ານ ພົນໂທ ວັນທອງ ກອງມະນີ ຄະນະເລຂາທິການສູນກາງພັກ ລັດ ຖະມົນຕີກະຊວງປ້ອງກັນຄວາມສະຫງົບ ສປປ ລາວ ໄດ້ເຂົ້າຮ່ວມ...