Homeຂ່າວພາຍ​ໃນກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

Published on

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ ແລະ ຂະແໜງໂຄງລ່າງພື້ນຖານຂໍ້ມູນຂ່າວສານ. ໂດຍການເປັນປະທານ ຂອງທ່ານ ແກ້ວວີສຸກ ໂສລະພົມ ຮອງລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາທ່ານ ຜູ້ຕາງໜ້າຈາກກະຊວງ, ອົງການທຽບເທົ່າ, ສະຖາບັນການເງິນ, ຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ລັດວິສາຫະກິດ, ຜູ້ຊ່ຽວຊານ, ແຂກຜູ້ມີກຽດ ທີ່ໃຫ້ກຽດເຂົ້າຮ່ວມກອງປະຊຸມສໍາມະນາ ຈຳນວນ 100 ກວ່າທ່ານ.

ຈຸດປະສົງຂອງກອງປະຊຸມສຳມະນາ ກໍເພື່ອຮັບມື ແລະ ປ້ອງກັນ ໄພຄຸກຄາມທາງໄຊເບີ ເຫຼົ່ານັ້ນຢ່າງມີປະສິດທິພາບ, ມີຄວາມຈໍາເປັນຕ້ອງໄດ້ສຸມໃສ່ ແຜນການຮັບມືໃນຕໍ່ໜ້າດ້ານນິຕິກໍາ ສືບຕໍ່ສ້າງ ປັບປຸງ ບັງຄັບໃຊ້ ກົດໝາຍ ແລະ ບັນດາຂໍ້ກໍານົດ, ມາດຕະຖານເຕັກນິກ ໃຫ້ມີຄວາມຮັດກຸມ ສອດຄ່ອງກັບສະພາບການປ່ຽນແປງ ແລະ ມາດຕະຖານສາກົນ.

ດ້ານເຕັກນິກເພີ່ມທະວີການລົງທຶນ ແລະ ພັດທະນາເຄື່ອງມື ລະບົບເຝົ້າລະວັງ ຕິດຕາມກວດກາ ຄວາມປອດໄພທາງໄຊເບີ (SOC) ແລະ ລະບົບປ້ອງກັນໄພຄຸກຄາມທີ່ທັນສະໄໝ, ສ້າງຄວາມເຂັ້ມແຂງໃຫ້ກັບທີມງານຕອບໂຕ້ເຫດສຸກເສີນທາງໄຊເບີຂອງບັນດາຂະແໜງການ ໃຫ້ມີຄວາມສາມາດໃນການກວດຈັບ, ວິເຄາະ ແລະ ຕອບໂຕ້ໄພຄຸກຄາມໄດ້ຢ່າງທັນທ່ວງທີ, ດ້ານການຮ່ວມມືເພີ່ມທະວີການປະສານງານ ແລະ ແລກປ່ຽນຂໍ້ມູນຂ່າວສານ ລະຫວ່າງ ພາກລັດ, ພາກທຸລະກິດ, ພາກເອກະຊົນ, ສະຖາບັນການເງິນ ແລະ ຜູ້ໃຫ້ບໍລິການອິນເຕີເນັດ (ISPs) ພາຍໃນປະເທດ, ພ້ອມທັງເສີມຂະຫຍາຍການຮ່ວມມືກັບ ອົງການຈັດຕັ້ງສາກົນ, ປະເທດເພື່ອນມິດ ແລະ ປະເທດຄູ່ຮ່ວມເຈລະຈາ, ດ້ານການໃຫ້ຄວາມຮູ້ການສ້າງກິດຈະກຳ ເຜີຍແຜ່ໃຫ້ສັງຄົມຮູ້ທັນ ປ້ອງກັນ ແລະ ລະມັດລະວັງໄພຄຸກຄາມທາງໄຊເບີ.

ສຸດທ້າຍນີ້, ນັກສຳມະນາ ພ້ອມກັນເອົາໃຈໃສ່ຮັບຟັງ, ຄົ້ນຄວ້າ ແລະ ສົນທະນາແລກປ່ຽນບົດຮຽນ ໃນຊ່ວງເວລາຂອງການສົນທະນາ ຢ່າງກົງໄປກົງມາ ກັບບັນດາວິທະຍາກອນ ແລະ ຄະນະຮັບຜິດຊອບ ເພື່ອໃຫ້ສາມາດນໍາເອົາຄວາມຮູ້ ແລະ ປະສົບການໄປປະກອບໃຊ້ໃນວຽກງານຢ່າງເໝາະສົມ.

ອ້າງອີງຈາກ:  ຄວາມສະຫງົບ

 

 

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...