Homeຂ່າວພາຍ​ໃນເຈົ້າໜ້າທີ່ກວດພົບ ຮ້ານອາຫານໃຊ້ສັດປ່າມາປຸງແຕ່ງ ພ້ອມກັກຕົວຜູ້ຖືກຫາ ສັນຊາດຈີນ

ເຈົ້າໜ້າທີ່ກວດພົບ ຮ້ານອາຫານໃຊ້ສັດປ່າມາປຸງແຕ່ງ ພ້ອມກັກຕົວຜູ້ຖືກຫາ ສັນຊາດຈີນ

Published on

ໃນວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານ ຈອມມະນີ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ຜ່ານການລົງກວດກາຕົວຈິງ, ເຈົ້າໜ້າທີ່ ໄດ້ພົບເຫັນຊາກ, ຊິ້ນສ່ວນ ແລະ ສັດປ່າທີ່ມີຊີວິດ ປະເພດຫວງຫ້າມ ຖືກນໍາປຸງແຕ່ງ, ຊື້-ຂາຍ ເປັນອາຫານ ໃຫ້ກຸ່ມນັກທ່ອງທ່ຽວຄົນຕ່າງປະເທດ ຢ່າງຜິດກົດໝາຍ.

ຂອງກາງທີ່ກວດພົບ ແລະ ໄດ້ກັກຍຶດເບື້ອງຕົ້ນ ປະກອບມີ:

  1. ງູຍັງມີຊີວິດ ຈຳນວນ 1 ໂຕ, ມີນໍ້າໜັກ 1.42 ກິໂລກຼາມ;
  2. ຊາກໂຕລີ່ນ ຖອນເກັດແລ້ວ ຈຳນວນ 4 ໂຕ ມີນໍ້າໜັກ 4.8 ກິໂລກຼາມ;
  3. ເກັດລີ່ນ ຈໍານວນ 1 ຖົງ, ນໍ້າໜັກ 3,2 ກິໂລກຼາມ;
  4. ຊິ້ນສ່ວນຊີ້ນ ແລະ ເຄື່ອງໃນລີ່ນ (ດິບ) ນ້ຳໜັກ 2.1 ກິໂລກຼາມ;
  5. ຊິ້ນສ່ວນຊີ້ນໂຕລີ່ນ (ສຸກ) ນໍ້າໜັກ 3.8 ກິໂລກຼາມ;
  6. ຊິ້ນສ່ວນຕີນໝີ ຈໍານວນ 4 ຊິ້ນ, ນໍ້າໜັກ 2.1 ກິໂລກຼາມ;
  7. ເຫຼົ້າບອງສັດ ຈໍານວນ 1 ໂຖ;

ລວມນໍ້າໜັກທັງໝົດ ຂອງ ຊາກສັດ, ຊິ້ນສ່ວນ ແລະ ສັດປ່າທີ່ມີຊີວິດ 25.52 ກິໂລ.

ດັ່ງນັ້ນ, ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ນໍາເອົາຕົວຜູ້ຖືກຫາ ເພດຊາຍ (ສັນຊາດຈີນ) ມາດໍາເນີນຄະດີ ຕາມກົດໝາຍ.

ແຫຼ່ງທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ. 

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...