Homeຂ່າວພາຍ​ໃນສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

ສປປ ລາວ ເຂົ້າຮ່ວມໂຄງການ eYAA ຂອງທະນາຄານ Maybank ແລະ ASEAN Foundation ເປັນຄັ້ງທໍາອິດ.

Published on

ໃນຂະນະທີ່ ສປປ ລາວ ກຳລັງຂັບເຄື່ອນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 10 (2026–2030), ການສ້າງພື້ນຖານເສດຖະກິດທີ່ເປັນເອກະລາດ ແລະ ເພິ່ງຕົນເອງ ຍັງຄົງເປັນບຸລິມະສິດລະດັບຊາດ. ເຖິງຢ່າງໃດກໍຕາມ, ຫຼາຍຊຸມຊົນໃນເຂດຊົນນະບົດ ຍັງຄົງຜະເຊີນກັບສິ່ງທ້າທາຍອັນໃຫຍ່ຫຼວງ, ເຊິ່ງລວມມີ ພື້ນຖານໂຄງລ່າງທີ່ຍັງບໍ່ທັນພັດທະນາ, ການເຂົ້າເຖິງຕະຫຼາດທີ່ຍັງມີຂີດຈຳກັດ ແລະ ອັດຕາການຍົກຍ້າຍຖິ່ນຖານຂອງປະຊາກອນໄວໜຸ່ມທີ່ສູງ.

ຢູ່ບ້ານຫ້ວຍແຫ້, ເຊິ່ງຕັ້ງຢູ່ຫ່າງຈາກ ວັດພູ ທີ່ເປັນສະຖານທີ່ມໍລະດົກໂລກອົງການຢູເນສໂກ (UNESCO) ເປັນໄລຍະທາງ 13 ກິໂລແມັດ, ປະຊາຊົນທ້ອງຖິ່ນໄດ້ຖືກຕັດຂາດຈາກການເຂົ້າເຖິງເສັ້ນທາງຄົມມະນາຄົມທີ່ສະດວກສະບາຍມາເປັນເວລາດົນນານ. ການທີ່ຕ້ອງເພິ່ງພາຂົວໄມ້ໄຜ່ ແລະ ຂົວອູ່ ໄດ້ບີບບັງຄັບໃຫ້ຊາວກະສິກອນຜູ້ຜະລິດ ຕ້ອງເດີນທາງອ້ອມເປັນໄລຍະທາງເຖິງ 30 ກິໂລແມັດ, ເຊິ່ງເຮັດໃຫ້ເກີດຄວາມຫຍຸ້ງຍາກໃນການຂົນສົ່ງຜົນຜະລິດສົດໃໝ່ໄປສູ່ຕະຫຼາດ. ຄວາມຫ່າງໄກສອກຫຼີກນີ້ໄດ້ສົ່ງຜົນໃຫ້ອັດຕາການຍົກຍ້າຍຖິ່ນຖານຂອງປະຊາກອນໄວໜຸ່ມສູງເຖິງ 80 ຫາ 90 ເປີເຊັນ, ໃນຂະນະທີ່ການແປຮູບຜົນຜະລິດທີ່ຍັງນຳໃຊ້ເຕັກໂນໂລຊີແບບດັ້ງເດີມ ເຮັດໃຫ້ລາຍຮັບຂອງຄົວເຮືອນຍັງຄົງຕໍ່າ ເຖິງແມ່ນວ່າຈະມີຕະຫຼາດຊຸມຊົນ ທຸກໆສອງອາທິດມາຕັ້ງແຕ່ທ້າຍປີ 2025 ກໍຕາມ.

ເພື່ອປ່ຽນສິ່ງທ້າທາຍເຫຼົ່ານີ້ໃຫ້ກາຍເປັນໂອກາດ, ສູນການຮຽນຮູ້ສີຂຽວ (Green Learning Center ຫຼື GLC) ເຊິ່ງເປັນວິສາຫະກິດເພື່ອສັງຄົມຂັ້ນທ້ອງຖິ່ນ, ກຳລັງຈັດຕັ້ງປະຕິບັດ ‘ໂຄງການທ່ອງທ່ຽວກະສິກຳ’ (Project Agri-Tourism) ເຊິ່ງເປັນສ່ວນໜຶ່ງຂອງໂຄງການ eMpowering Youths Across ASEAN (eYAA) ລຸ້ນທີ 6 ຂອງທະນາຄານ Maybank ແລະ ASEAN Foundation. ກອງປະຊຸມ ຝຶກອົບຮົມເພື່ອເສີມສ້າງຂີດຄວາມສາມາດໃນລະດັບພາກພື້ນ ຈຳນວນ 5 ມື້, ທີ່ຈະໄດ້ຈັດຂຶ້ນລະຫວ່າງວັນທີ 2 ຫາ 6 ກໍລະກົດ 2026 ທີ່ມະຫາວິທະຍາໄລຈຸລາລົງກອນ, ບາງກອກ, ແມ່ນໄດ້ເຕົ້າໂຮມເອົາຊາວໜຸ່ມອາສາສະໝັກ ຈຳນວນ 110 ຄົນ ພ້ອມດ້ວຍຕົວແທນຈາກອົງການຈັດຕັ້ງພາກປະຊາສັງຄົມ (CSOs) ແລະ ວິສາຫະກິດເພື່ອສັງຄົມ (SEs) ຈາກທົ່ວພາກພື້ນອາຊຽນ ມາເຂົ້າຮ່ວມນຳກັນ.

ໂຄງການໃນລຸ້ນປີນີ້ ໄດ້ສະແດງໃຫ້ເຫັນເຖິງສອງຜົນສຳເລັດອັນສຳຄັນຂອງໂຄງການ. ນັ້ນກໍຄື: ເປັນຄັ້ງທຳອິດທີ່ ສປປ ລາວ ເຂົ້າຮ່ວມໃນຖານະປະເທດຈັດຕັ້ງປະຕິບັດໂຄງການ ແລະ ປະເທດ ຕີມໍ ເລສເຕ (Timor-Leste) ໄດ້ເຂົ້າຮ່ວມເປັນສະມາຊິກອັນດັບທີ 11 ຂອງອາຊຽນ ໄດ້ສົ່ງຜົນໃຫ້ມີການເພີ່ມຈຳນວນຊາວໜຸ່ມອາສາສະໝັກ ຈາກ 100 ຄົນ ເປັນ 110 ຄົນ.

ໄລຍະເວລາໃນການຈັດໂຄງການ eYAA: ລຸ້ນທີ 6 ແມ່ນມີຄວາມໝາຍຄວາມສຳຄັນເປັນພິເສດ ເນື່ອງຈາກປີ 2026 ໄດ້ຮັບການປະກາດໂດຍສະມັດຊາໃຫຍ່ແຫ່ງສະຫະປະຊາຊາດ ໃຫ້ເປັນປີສາກົນແຫ່ງອາສາສະໝັກເພື່ອການພັດທະນາແບບຍືນຍົງ (IVY 2026). ການຍອມຮັບໃນລະດັບສາກົນນີ້ ໄດ້ເນັ້ນໜັກເຖິງບົດບາດອັນສຳຄັນຂອງວຽກງານອາສາສະໝັກ ໃນການຂັບເຄື່ອນເປົ້າໝາຍການພັດທະນາແບບຍືນຍົງ, ການສ້າງຊຸມຊົນທີ່ມີຄວາມເຂັ້ມແຂງ ແລະ ສາມາດຟື້ນຕົວໄດ້ໄວ, ຕະຫຼອດຮອດການສົ່ງເສີມການມີສ່ວນຮ່ວມຂອງທຸກຄົນໃນສັງຄົມ. ໃນຂະນະທີ່ທົ່ວໂລກກຳລັງຮ່ວມກັນສະເຫຼີມສະຫຼອງປີອັນເປັນຂີດໝາຍສຳຄັນນີ້, ໂຄງການ eYAA ຈຶ່ງຖືເປັນຕົວຢ່າງອັນຊົງພະລັງ ທີ່ສະແດງໃຫ້ເຫັນວ່າ ໂຄງການຊາວໜຸ່ມອາສາສະໝັກຂ້າມພົມແດນທີ່ມີການຈັດຕັ້ງຢ່າງເປັນລະບົບ ສາມາດສ້າງຜົນກະທົບທີ່ເປັນຮູບປະທຳໃນລະດັບຮາກຖານ ທົ່ວພາກພື້ນອາຊີຕາເວັນອອກສຽງໃຕ້ໄດ້ແນວໃດ.

ກອງປະຊຸມຝຶກອົບຮົມ eYAA ເປັນເວທີສຳລັບທີມງານອາສາສະໝັກ ທີ່ຈະໄດ້ຮ່ວມກັນປັບປຸງ ແລະ ສະຫຼຸບແຜນງານຂັ້ນສຸດທ້າຍຂອງໂຄງການຊຸມຊົນ 10 ໂຄງການ, ເຊິ່ງຈະຖືກນຳໄປຈັດຕັ້ງປະຕິບັດໃນ 8 ປະເທດສະມາຊິກອາຊຽນຄື: ກຳປູເຈຍ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ.

ກ່າວໃນພິທີເປີດ, ດຣ. ພິທິ ສີແສງນາມ, ຜູ້ອຳນວຍການບໍລິຫານ ASEAN Foundation ໄດ້ກ່າວວ່າ: “ໂຄງການລຸ້ນທີ 6 ນີ້ ໄດ້ສະທ້ອນໃຫ້ເຫັນເຖິງພາບລັກສະນະຂອງອາຊຽນໃນປັດຈຸບັນ, ເຊິ່ງປະກອບມີ 11 ປະເທດສະມາຊິກ, 8 ປະເທດຈັດຕັ້ງປະຕິບັດໂຄງການ ແລະ ກຸ່ມໄວໜຸ່ມ ທີ່ກຳລັງຮ່ວມກັນອອກແບບແນວທາງການແກ້ໄຂບັນຫາໄປພ້ອມກັບຊຸມຊົນໃນທ້ອງຖິ່ນ ຫຼາຍກວ່າທີ່ຈະເປັນພຽງຜູ້ມອບການຊ່ວຍເຫຼືອໃຫ້. ສິ່ງທີ່ເຮັດໃຫ້ eYAA ມີຄວາມໂດດເດັ່ນ ແລະ ແຕກຕ່າງກໍຄື ທຸກໆໂຄງການລ້ວນແຕ່ເລີ່ມຕົ້ນມາຈາກອົງການຈັດຕັ້ງໃນທ້ອງຖິ່ນທີ່ມີຄວາມເຂົ້າໃຈຊຸມຊົນຂອງຕົນເອງຢ່າງເລິກເຊິ່ງ ແລະ ອາສາສະໝັກທຸກຄົນກໍເຂົ້າມາໃນຖານະຄູ່ຮ່ວມງານ, ບໍ່ແມ່ນໃນຖານະຜູ້ມາຢ້ຽມຢາມ. ຈາກ ຫວຽດນາມ ໃນລຸ້ນທີ 5 ມາສູ່ ສປປ ລາວ ໃນລຸ້ນທີ 6, ການຂະຫຍາຍຕົວຂອງພວກເຮົາແມ່ນຄວາມຕັ້ງໃຈຢ່າງມີແບບແຜນ ແລະ ທຸກໆກ້າວຍ່າງແມ່ນຖືກສ້າງຂຶ້ນເພື່ອຄວາມຍືນຍົງ.”

ໃນຖານະຄູ່ຮ່ວມງານໄລຍະຍາວກັບ ASEAN Foundation ມາຕັ້ງແຕ່ປີ 2018, Maybank Foundation ຍັງຄົງສືບຕໍ່ສະໜັບສະໜູນໂຄງການດັ່ງກ່າວ ພ້ອມດ້ວຍການມອບທຶນຊ່ວຍເຫຼືອລ້າສູງສຸດເຖິງ 25,000 ໂດລາສະຫະລັດ ຕໍ່ໜຶ່ງໂຄງການ.

ໃນງານດັ່ງກ່າວ, ທ່ານ ດາຕຸກ ຊາຣິລ ອາຊົວ ຈີມິນ (Datuk Shahril Azuar Jimin), ຫົວໜ້າຄະນະບໍລິຫານງານດ້ານຄວາມຍືນຍົງຂອງກຸ່ມທະນາຄານ Maybank (Group Chief Sustainability Officer) ໄດ້ກ່າວວ່າ: “ນັບຕັ້ງແຕ່ການເລີ່ມຕົ້ນຂອງໂຄງການ eYAA, ພວກເຮົາໄດ້ເຫັນຜູ້ສ້າງການປ່ຽນແປງໄວໜຸ່ມ ທີ່ເຮັດເກີນກວ່າຄຳວ່າວຽກງານອາສາສະໝັກ ໂດຍກາຍມາເປັນຕົວເລັ່ງໃຫ້ເກີດການຫັນປ່ຽນຊຸມຊົນຢ່າງມີຄວາມໝາຍທົ່ວພາກພື້ນອາຊຽນ. ຄວາມສາມາດຂອງພວກເຂົາໃນການເຊື່ອມຕໍ່ກັບຊຸມຊົນທ້ອງຖິ່ນ, ການເຂົ້າໃຈເຖິງສິ່ງທ້າທາຍທີ່ແທ້ຈິງ ແລະ ການຂັບເຄື່ອນແນວທາງການແກ້ໄຂບັນຫາ ແມ່ນເປັນສິ່ງທີ່ສະທ້ອນເຖິງຈິດວິນຍານຂອງການສ້າງຜົນກະທົບທາງສັງຄົມໃນແງ່ບວກ. ສຳລັບ Maybank, ສິ່ງນີ້ແມ່ນສອດຄ່ອງຢ່າງໃກ້ຊິດກັບຄວາມມຸ່ງໝັ້ນ ROAR30 ຂອງພວກເຮົາ ໃນການສ້າງຜົນກະທົບທາງບວກຕໍ່ສັງຄົມ ແລະ ສ້າງຄຸນຄ່າທີ່ນອກເໜືອໄປຈາກການບໍລິການດ້ານທະນາຄານ. ດ້ວຍການຮ່ວມມືກັບ ASEAN Foundation, ພວກເຮົາຈະສືບຕໍ່ສ້າງເວທີທີ່ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ຊາວໜຸ່ມ ໃນການຫັນປ່ຽນຄວາມມຸ່ງໝັ້ນໃຫ້ກາຍເປັນການກະທຳ ແລະ ປ່ຽນແນວຄິດໃຫ້ກາຍເປັນຜົນສຳເລັດທີ່ເປັນຮູບປະທຳ, ເຊິ່ງນຳໄປສູ່ຜົນກະທົບໃນຊີວິດຈິງເພື່ອຊຸມຊົນຢ່າງແທ້ຈິງ.”

ໂຄງການລຸ້ນທີ 6 ນີ້ ຖືເປັນບາດກ້າວທີ່ມີຄວາມໝາຍ ໃນການມີສ່ວນຮ່ວມຂອງອະດີດຜູ້ເຂົ້າຮ່ວມໂຄງການ (Alumni), ໂດຍມີການນຳສະເໜີ ‘ໂຄງການອະດີດຜູ້ເຂົ້າຮ່ວມໃນຖານະທີ່ປຶກສາ’ (Alumni as Mentors) ທີ່ເຄີຍມີມາແລ້ວ ຄວບຄູ່ໄປກັບ ‘ໂຄງການເລັ່ງລັດສຳລັບອະດີດຜູ້ເຂົ້າຮ່ວມ’ (Alumni Accelerator Programme) ທີ່ຖືກນຳສະເໜີຂຶ້ນມາໃໝ່. ໂດຍຜ່ານໂຄງການ Alumni as Mentors, ອະດີດຜູ້ເຂົ້າຮ່ວມທີ່ຖືກຄັດເລືອກຈາກລຸ້ນກ່ອນໆ ຈະມາເຮັດໜ້າທີ່ໃຫ້ຄຳແນະນຳດ້ານວັດທະນະທຳ, ແບ່ງປັນຂໍ້ມູນເຈາະເລິກໃນທ້ອງຖິ່ນ ແລະ ໃຫ້ການສະໜັບສະໜູນແບບເພື່ອນຊ່ວຍເພື່ອນແກ່ອາສາສະໝັກໃນປີນີ້. ໃນຂະນະດຽວກັນ, ໂຄງການ Alumni Accelerator Programme ກໍຈະມອບທຶນຊ່ວຍເຫຼືອລ້າສູງສຸດເຖິງ 2,500 ໂດລາສະຫະລັດ ໃຫ້ແກ່ທີມໂຄງການທີ່ນຳພາໂດຍອະດີດຜູ້ເຂົ້າຮ່ວມ, ເພື່ອເສີມສ້າງຄວາມເຂັ້ມແຂງໃຫ້ພວກເຂົາສາມາດພັດທະນາ ແລະ ຈັດຕັ້ງປະຕິບັດແຜນງານຊຸມຊົນ ທີ່ຈະສ້າງຜົນກະທົບທີ່ມີຄຸນຄ່າໃຫ້ແກ່ທ້ອງຖິ່ນຢ່າງແທ້ຈິງ.

ນັບຕັ້ງແຕ່ການເລີ່ມຕົ້ນຂອງໂຄງການ, eYAA ໄດ້ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ອາສາສະໝັກໄວໜຸ່ມໄປແລ້ວ 482 ຄົນ, ຈັດຕັ້ງປະຕິບັດໂຄງການຊຸມຊົນທັງໝົດ 50 ໂຄງການ ແລະ ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນຫຼາຍກວ່າ 114,000 ຄົນ ທົ່ວພາກພື້ນອາຊຽນ. ໂຄງການດັ່ງກ່າວ ຍັງຄົງສືບຕໍ່ເຕີບໃຫຍ່ຂະຫຍາຍຕົວ ໂດຍຜ່ານແນວທາງການດຳເນີນງານທີ່ມີຄວາມຕັ້ງໃຈຢ່າງເປັນຂັ້ນເປັນຕອນ, ເຊິ່ງຈະມີການເພີ່ມປະເທດໃໝ່ໆເຂົ້າຮ່ວມໂຄງການ ກໍຕໍ່ເມື່ອມີການຮ່ວມມືທີ່ເຂັ້ມແຂງກັບທ້ອງຖິ່ນ ແລະ ມີພື້ນຖານໂຄງລ່າງຂອງຊຸມຊົນທີ່ເໝາະສົມແລ້ວເທົ່ານັ້ນ.

ທັງ 10 ໂຄງການໃນລຸ້ນທີ 6 ແມ່ນສຸມໃສ່ໃສ່ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ, ສິລະປະ ແລະ ວັດທະນະທຳ, ຄວາມຫຼາກຫຼາຍທາງດ້ານສິ່ງແວດລ້ອມ ແລະ ການສຶກສາ. ໂດຍ ‘ໂຄງການທ່ອງທ່ຽວກະສິກຳ’ (Project Agri-Tourism) ແມ່ນຈັດຢູ່ໃນເສົາຄ້ຳດ້ານການສ້າງຄວາມເຂັ້ມແຂງ ແລະ ການຍົກລະດັບຂີດຄວາມສາມາດຂອງຊຸມຊົນ. ໂຄງການນີ້ມີເປົ້າໝາຍທີ່ຈະປ່ຽນຄວາມຫ່າງໄກສອກຫຼີກຂອງໝູ່ບ້ານໃຫ້ກາຍເປັນຈຸດແຂງ ດ້ວຍການສ້າງຫ້ອງທົດລອງການປຸງແຕ່ງຂະໜາດນ້ອຍ’ ຂຶ້ນຢູ່ທີ່ສູນ GLC ເພື່ອຜະລິດ ຜະລິດຕະພັນກະສິກຳທີ່ມີມູນຄ່າສູງ ແລະ ສາມາດເກັບຮັກສາໄດ້ດົນ, ເປັນຕົ້ນແມ່ນ ຜະລິດຕະພັນປະເພດອາຫານແຫ້ງ ແລະ ກະປິ. ຜະລິດຕະພັນເຫຼົ່ານີ້ຈະມີມາດຕະຖານຄວາມປອດໄພທາງດ້ານອາຫານໃນລະດັບມືອາຊີບ ແລະ ສາມາດນຳໄປວາງຈຳໜ່າຍໃນຕະຫຼາດລະດັບແຂວງ ແລະ ລະດັບຊາດໄດ້.

ນອກຈາກນີ້, ໂຄງການຍັງໄດ້ພັດທະນາການທ່ອງທ່ຽວແບບອະນຸລັກໂດຍຊຸມຊົນມີສ່ວນຮ່ວມ ໂດຍຜ່ານການບໍລິການເຮືອທ່ອງທ່ຽວ ‘ເສັ້ນທາງສີຟ້າ’ (Blue Road) ແລະ ລົດຕຸກໆໄຟຟ້າ, ເຊິ່ງໄດ້ຮັບການສະໜັບສະໜູນພາຍໃຕ້ການເປັນຄູ່ຮ່ວມງານກັບໂຄງການ Lasting Laos. ສິ່ງນີ້ໄດ້ສ້າງແນວທາງການແກ້ໄຂບັນຫາດ້ານການເດີນທາງທີ່ຊ່ວຍທົດແທນຂົວທີ່ເປ່ເພ ພ້ອມທັງມອບປະສົບການດ້ານມໍລະດົກອັນແທ້ຈິງໃຫ້ແກ່ນັກທ່ອງທ່ຽວໄປພ້ອມກັນ. ໃນຂະນະດຽວກັນ, ຊາວໜຸ່ມອາສາສະໝັກອາຊຽນ ຈຳນວນ 11 ຄົນ ກໍກຳລັງເຮັດວຽກຮ່ວມກັບຊາວໜຸ່ມໃນທ້ອງຖິ່ນອີກ 11 ຄົນ ເພື່ອຮ່ວມກັນອອກແບບ ‘ຂົວສະເໝືອນຈິງ’ (Virtual Bridge) ໃນຮູບແບບດິຈິຕອນ; ລະບົບການຕະຫຼາດແບບຊ່ວຍຂາຍ (Affiliate Marketing), ແຄັດຕາລັອກດິຈິຕອນ ແລະ ເຄື່ອງມືອີຄອມເມີຊ (e-commerce) ທີ່ຈະເຊື່ອມຕໍ່ຜູ້ຜະລິດໃນທ້ອງຖິ່ນເຂົ້າກັບຕະຫຼາດທີ່ກວ້າງຂວາງກວ່າເກົ່າໄດ້ໂດຍກົງ.

ໂຄງການນີ້ ສ້າງຜົນປະໂຫຍດໂດຍກົງໃຫ້ແກ່ປະຊາຊົນ ຈຳນວນ 172 ຄົນ, ເຊິ່ງລວມມີ ຜູ້ຜະລິດຫຼັກ 11 ຄົນ (ສ່ວນໃຫຍ່ແມ່ນແມ່ຍິງ), ຊາວໜຸ່ມໃນທ້ອງຖິ່ນ 11 ຄົນ ທີ່ຈະກາຍມາເປັນຕົວແທນດິຈິຕອນ (Digital Agents) ແບບຖາວອນ ແລະ ສະມາຊິກກອງທຶນຕະຫຼາດຊຸມຊົນ ຈຳນວນ 150 ຄົນ. ນອກຈາກນີ້, ໂຄງການຍັງເຂົ້າເຖິງຜູ້ໄດ້ຮັບຜົນປະໂຫຍດທາງອ້ອມ ປະມານ 1,000 ຄົນ ພາຍໃນໝູ່ບ້ານ ແລະ ໃນກຸ່ມນັກທ່ອງທ່ຽວ, ໂດຍຄາດວ່າການເຂົ້າເຖິງຜ່ານທາງດິຈິຕອນຈະບັນລຸເຖິງ 6,600 ຄົນ. ແຜນງານດັ່ງກ່າວມີເປົ້າໝາຍທີ່ຈະເພີ່ມລາຍຮັບຂອງຄົວເຮືອນໃຫ້ໄດ້ 15 ເປີເຊັນ ພາຍໃນໄລຍະສິ້ນສຸດໂຄງການ.

“ດ້ວຍການປະສານສົມທົບລະຫວ່າງທັດສະນີຍະພາບທາງດ້ານກະສິກຳອັນອຸດົມສົມບູນຂອງ ແຂວງ ຈຳປາສັກ ເຂົ້າກັບໂຄງລ່າງພື້ນຖານການທ່ອງທ່ຽວແບບອະນຸລັກ, ພວກເຮົາມີຄວາມໝັ້ນໃຈວ່າ ການໂຄງການລິເລີ່ມຂອງພວກເຮົາຈະຊ່ວຍໃຫ້ຄອບຄົວຢູ່ໃນເຂດຊົນນະບົດ ໄດ້ຮັບທັກສະທີ່ຈຳເປັນ ແລະ ສຳຄັນໃນການຂະຫຍາຍຊ່ອງທາງໃຫ້ແກ່ການດຳລົງຊີວິດຂອງພວກເຂົາ,” ຕົວແທນຈາກສູນການຮຽນຮູ້ສີຂຽວ (Green Learning Center) ໄດ້ກ່າວ. “ໂຄງການນີ້ ຍັງຈະຊ່ວຍຫຼຸດຜ່ອນການເພິ່ງພາພໍ່ຄ້າຄົນກາງ, ສ້າງໂອກາດໃໝ່ໆ ໃຫ້ແກ່ຊາວໜຸ່ມໃນການສ້າງສາພັດທະນາຢູ່ໃນຊຸມຊົນຂອງຕົນເອງ ແລະ ສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດໃນໄລຍະຍາວ ໂດຍຜ່ານການເຂົ້າເຖິງຕະຫຼາດ ທັງໃນຮູບແບບຕົວຈິງ ແລະ ແບບດິຈິຕອນ.”

ດ້ວຍການປະສົມປະສານລະຫວ່າງ ການປຸງແຕ່ງຜະລິດຕະພັນກະສິກຳໃນພາກປະຕິບັດຕົວຈິງ, ໂຄງລ່າງພື້ນຖານການທ່ອງທ່ຽວສີຂຽວ ແລະ ນະວັດຕະກໍາດິຈິຕອນ, ‘ໂຄງການທ່ອງທ່ຽວກະສິກຳ’ (Project Agri-Tourism) ຈຶ່ງຖືເປັນໂຄງການຕົວແບບ ທີ່ສະແດງໃຫ້ເຫັນວ່າ ຊຸມຊົນໃນເຂດຫ່າງໄກສອກຫຼີກຂອງ ສປປ ລາວ ຈະສາມາດກ້າວຂ້າມຜ່ານຄວາມໂດດດ່ຽວທາງພູມສາດ, ເຮັດໃຫ້ຊາວໜຸ່ມຢາກຢູ່ພັດທະນາບ້ານເກີດ ແລະ ສ້າງອາຊີບທີ່ຍືນຍົງໄດ້ແນວໃດ. ໃນໂອກາດທີ່ ສປປ ລາວ ໄດ້ເຂົ້າຮ່ວມໂຄງການ eYAA ເປັນຄັ້ງທຳອິດ ໃນຊ່ວງປີສາກົນແຫ່ງອາສາສະໝັກເພື່ອການພັດທະນາແບບຍືນຍົງນີ້, ໂຄງການລິເລີ່ມດັ່ງກ່າວ ໄດ້ສະແດງໃຫ້ເຫັນເຖິງພະລັງຂອງແນວທາງການແກ້ໄຂບັນຫາດ້ານດິຈິຕອນທີ່ນຳພາໂດຍຊາວໜຸ່ມ ເຊິ່ງດຳເນີນງານຄວບຄູ່ໄປກັບຈຸດແຂງທາງດ້ານວັດທະນະທຳດັ້ງເດີມຂອງຊຸມຊົນ ເພື່ອສ້າງການປ່ຽນແປງທີ່ຍືນຍົງຍາວນານ ໃນພື້ນທີ່ທີ່ມີຄວາມສຳຄັນທາງປະຫວັດສາດ ແຕ່ຍັງຄົງມີຄວາມທ້າທາຍທາງດ້ານໂຄງລ່າງພື້ນຖານຫຼາຍທີ່ສຸດແຫ່ງໜຶ່ງຂອງປະເທດ.

ກ່ຽວກັບ ASEAN Foundation

ສາມທົດສະວັດຫຼັງຈາກການຈັດຕັ້ງຕັ້ງອາຊຽນ, ບັນດາຜູ້ນຳອາຊຽນໄດ້ຮັບຮູ້ວ່າ ຍັງຄົງຂາດຄວາມວັດທະນາຖາວອນຮ່ວມກັນຢ່າງທົ່ວເຖິງ, ຄວາມຮັບຮູ້ກ່ຽວກັບອາຊຽນ ແລະ ການຕິດຕໍ່ພົວພັນລະຫວ່າງປະຊາຊົນຂອງອາຊຽນດ້ວຍກັນ. ຍ້ອນຄວາມກັງວົນດັ່ງກ່າວນີ້, ບັນດາຜູ້ນຳອາຊຽນຈຶ່ງໄດ້ຮ່ວມກັນສ້າງຕັ້ງ ASEAN Foundation ຂຶ້ນ ໃນລະຫວ່າງກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງອາຊຽນ ຄົບຮອບ 30 ປີ ທີ່ກົວລາລຳເປີ, ປະເທດມາເລເຊຍ ໃນວັນທີ 15 ທັນວາ 1997.

ASEAN Foundation ແມ່ນອົງການຈັດຕັ້ງຈາກປະຊາຊົນ ແລະ ເພື່ອປະຊາຊົນອາຊຽນ. ມູນນິທິດັ່ງກ່າວຄົງຢູ່ວິໄສທັດດຽວຄື: ເພື່ອສ້າງປະຊາຄົມອາຊຽນທີ່ມີຄວາມກົມກຽວ ແລະ ວັດທະນາຖາວອນ. ໃນຖານະທີ່ເປັນອົງກອນໜຶ່ງຂອງອາຊຽນ, ມູນນິທິໄດ້ຮັບມອບໝາຍໜ້າທີ່ໃນການສົ່ງເສີມຄວາມຮັບຮູ້, ອັດຕະລັກ, ການມີປະຕິສຳພັນ ແລະ ການພັດທະນາຂອງປະຊາຊົນອາຊຽນ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງໄດ້ທີ່: www.aseanfoundation.org.

ກ່ຽວກັບ ມູນນິທິ ເມແບັງ (Maybank Foundation)

Maybank Foundation ຖືກຈັດຕັ້ງຂຶ້ນເພື່ອເປັນກົນໄກຫຼັກໃນການດຳເນີນງານດ້ານຄວາມຮັບຜິດຊອບຕໍ່ສັງຄົມຂອງກຸ່ມທະນາຄານ Maybank (Maybank Group). ພາລະກິດຂອງ Maybank Foundation ຄືການສ້າງຜົນກະທົບໃນແງ່ບວກໃນໄລຍະຍາວໃຫ້ແກ່ຊຸມຊົນຕ່າງໆ ໃນຕະຫຼາດທີ່ Maybank ດໍາເນີນທຸລະກິດຢູ່. ມູນນິທິມີຄວາມມຸ່ງໝັ້ນໃນການຊອກຫາແຜນງານຕ່າງໆ ທີ່ຈະສາມາດສ້າງຜົນສຳເລັດ ທີ່ມີຄວາມເປັນຮູບປະທຳ ແລະ ມີຄວາມຍືນຍົງສູງສຸດ.

ໂດຍສອດຄ່ອງກັບພາລະກິດຂອງ Maybank ໃນການເຮັດໃຫ້ການບໍລິການທາງດ້ານການເງິນມີຄວາມເປັນມິດ ແລະ ເຂົ້າເຖິງໄດ້ງ່າຍຂຶ້ນ (Humanise Financial Services), ຈຸດສຸມຂອງມູນນິທິ ຄືການຍົກລະດັບຄຸນະພາບຊີວິດໃຫ້ແກ່ທຸກໆຄົນ ໂດຍບໍ່ຈຳແນກເຊື້ອຊາດ, ເພດ ຫຼື ສາສະໜາ, ພ້ອມທັງໃຫ້ຄວາມສຳຄັນເປັນພິເສດແກ່ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດໃນສັງຄົມ. ສິ່ງນີ້ແມ່ນຖືກຈັດຕັ້ງປະຕິບັດຜ່ານການເປັນຄູ່ຮ່ວມງານຍຸດທະສາດກັບພາກສ່ວນກ່ຽວຂ້ອງໃນທ້ອງຖິ່ນ ແລະ ອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລ (NGOs). ໃນທັງ 3 ເສົາຄ້ຳຫຼັກ ເຊິ່ງໄດ້ແກ່: ການຍົກລະດັບດ້ານການສຶກສາ (Empowering Education), ການສ້າງຄວາມເຂັ້ມແຂງໃຫ້ແກ່ຊຸມຊົນ (Community Empowerment) ແລະ ຄວາມຫຼາກຫຼາຍທາງດ້ານສິ່ງແວດລ້ອມ (Environmental Diversity) ພ້ອມທັງໃນທຸກໆປະເທດທີ່ພວກເຮົາດຳເນີນທຸລະກິດຢູ່ນັ້ນ, ພວກເຮົາໄດ້ສຸມໃສ່ການດຳເນີນກິດຈະກຳ ແລະ ການສະໜອງທຶນຮອນ ເພື່ອສ້າງຜົນກະທົບທີ່ມີຄຸນຄ່າ, ສາມາດວັດແທກໄດ້ ແລະ ມີຄວາມຍືນຍົງ ເຊິ່ງເຮັດໃຫ້ພວກເຮົາມີຄວາມແຕກຕ່າງຈາກຄູ່ແຂ່ງ ແລະ ຊ່ວຍເຕີມເຕັມຄວາມມຸ່ງມາດປາດຖະໜາໃນໄລຍະຍາວຂອງພວກເຮົາ ໃນການເຮັດໃຫ້ການບໍລິການທາງດ້ານການເງິນມີຄວາມເປັນມິດ ແລະ ເຂົ້າເຖິງໄດ້ງ່າຍຂຶ້ນ.

 

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງໄດ້ທີ່: maybankfoundation.com.

ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່:

Maybank Group Corporate Affairs

Izlyn Ramli +60 19 200 0248

ອີເມວ: corporateaffairs@maybank.com

Madre Indonesia

Risky Riswandi +62 815 5592 8693

ອີເມວ: halo@madreindonesia.com

 

ບົດຄວາມຫຼ້າສຸດ

ບາດກ້າວໃໝ່! PTT (ລາວ) ຈັບມື BlueDot ເຊັນ MOU ສຶກສາຮ່ວມທຶນຂະຫຍາຍສະຖານີສາກລົດໄຟຟ້າ.

ວັນທີ 2 ກໍລະກົດ 2026 ບໍລິສັດ ພີທີທີ (ລາວ) ຈໍາກັດ (PTT LAO) ແລະ ບໍລິສັດ ລາວທານີ ກົນຈັກໜັກ...

ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ.

ທ່ານ ສອນໄຊ ສີພັນດອນ ໄດ້ສະເຫນີລາຍງານໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ລັດຖະບານ ໄດ້ສຸມໃສ່ຍົກລະດັບຄຸນນະພາບການຮຽນ-ການສອນ ດ້ວຍວິທີການຕ່າງໆ ເປັນຕົ້ນແມ່ນ ໄດ້ປັບປຸງລະບົບສາຍສຶກສາສາມັນ ຈາກ 5+4+3 ເປັນ 6+3+3...

ສົ່ງ-ມອບຜູ້ຖືກຫາສະແກມເມີ 174 ຄົນໃຫ້ເຈົ້າໜ້າທີ່ຕຳຫຼວດຈີນ.

ກັນຄວາມສະຫງົບ ສປປ ລາວ ສົມທົບກັບ ຄະນະສູນຮ່ວມມືວຽກງານຕຳຫຼວດ ລາວ-ຈີນ ໄດ້ດຳເນີນການນຳສົ່ງຜູ້ຖືກຫາສັນຊາດຈີນ ຈຳນວນ 174 ຄົນ ຍິງ 4 ຄົນ ໃຫ້ເຈົ້າໜ້າທີ່ຕຳຫຼວດ...

ຫ້າມຂາຍລາຕ່ຳ ຫຼື ສູງເກີນກຳນົດ ອັດຕະປື ແຈ້ງການຫ້າມຊື້-ຂາຍ (ໝູເປັນໜ້າຟາມ) ໃນລາຄາທີ່ຕໍ່າກວ່າ ຫຼື ສູງກວ່າ ໂຄງປະກອບລາຄາຕົ້ນທຶນ.

ກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງການ ເຜີຍແຜ່ ແຈ້ງການສະບັບເລກທີ 0786/ຫກ ເລື່ອງ: ຫ້າມຊື້-ຂາຍ ໝູຊີ້ນ (ໝູເປັນໜ້າຟາມ) ຕໍ່າກວ່າ-ສູງກວ່າ ຕົ້ນທຶນການລ້ຽງ ໂດຍເນື້ອໃນໄດ້ລະບຸໄວ້ວ່າ: ເພື່ອເປັນການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍເນື້ອໃນ ມາດຕາ...