spot_img
Homeຂ່າວພາຍ​ໃນພຽງອາທິດດຽວ ທົ່ວ ນ.ວ ມີອຸບັດເຫດເກີດຂຶ້ນ 40 ກໍລະນີ ເສຍຊີວິດ 5 ຄົນ!

ພຽງອາທິດດຽວ ທົ່ວ ນ.ວ ມີອຸບັດເຫດເກີດຂຶ້ນ 40 ກໍລະນີ ເສຍຊີວິດ 5 ຄົນ!

Published on

999

 

ພຽງ 7 ວັນຄື: ນັບແຕ່ວັນທີ 15-21 ທັນວານີ້, ຢູ່ນະຄອນຫລວງວຽງຈັນ, ມີອຸປະຕິເຫດຕາມທ້ອງຖະໜົນເກີດຂຶ້ນ 40

ກໍລະນີ, ສົ່ງຜົນໃຫ້ມີຜູ້ເສຍຊີວິດ 5 ຄົນ ເມື່ອທຽບກັບອາທິດກ່ອນ ເຫັນວ່າສະພາບເກີດອຸປະຕິເຫດ​ເພີ່ມ​ຂຶ້ນ, ລວມມີ

ມູນຄ່າເສຍຫາຍຫລາຍກວ່າ 400 ລ້ານກີບ.

 

ເຈົ້າໜ້າທ​ີ່ຈະລາຈອນ​ໃຫ້​ຮູ້​ວ່າ: ໃນຕອນຄ່ຳຂອງວັນທີ 15 ຜ່ານມາ ຢູ່​ເຂດບ້ານ​ໄຮ່ ເມືອງ ໄຊທານີ ໄດ້ເກີດເຫດລົດຈັກ​

ຕຳ​ກັນ ເຮັດໃຫ້ເສຍຊີວິດ 1 ຄົນ, ຕອນທ່ຽງ​ຄືນ​ຂອງ ວັນທີ 16 ຜ່ານ​ມາ ຢູ່​ເຂດ​ບ້ານ​ທ່າ​ເດື່ອ ເມືອງ​ຫາດ​ຊາຍ​ຟອງ ລົດ

ບັນທຸກ​ແກ່​ຫີນ-ຊາຍຕຳ​ລົດຈັກ​ ​ເຮັດ​ໃຫ້ຄົນ​ຂັບ​ ​ແລະ ຜູ້ຊ້ອນເສຍຊີວິດ, ຕົກມາໃນເວລາ​ເກືອບ​ທ່ຽງ​ຄືນ ຂອງວັນທີ

17 ຢູ່​ເຂດ​ບ້ານນາ​ທົ່ມ ເມືອງ​ໄຊ​ທານີ ໄດ້ມີລົດຈັກຕຳ​ກັບ​ລົດ​ໃຫຍ່ ເຮັດໃຫ້ຜູ້ຂັບຂີ່​ລົດຈັກເສຍຊີວິດ 1 ຄົນ ແລະ ໃນເວ

ລາກາງຄືນຂອງວັນທີ 19  ຢູ່ເຂດບ້ານໜອງປາໃນ ເມືອງໄຊທານີ ເກີດເຫດລົດໃຫຍ່ຕຳລົດຈັກເຮັດໃຫ້ ຜູ້ຂັບຂີ່ລົດຈັກ

ເສຍຊີວິດ 1 ຄົນ.

 

ເຈົ້າໜ້າທີ່ກົມຈະລາຈອນ ຍັງໃຫ້ຮູ້ຕື່ມອີກວ່າ: ໃນອາທິດຜ່ານມານີ້ ທົ່ວປະເທດມີສະພາບອຸປະຕິເຫດເພີ່ມຂຶ້ນ 134

ກໍລະນີ, ມີຜູ້ເສຍຊີວິດ 15 ຄົນເພີ່ມຂຶ້ນ 3 ຄົນ, ລວມມີມູນຄ່າເສຍຫາຍຫລາຍກວ່າ 1.700 ລ້ານກີບ, ຊຶ່ງອຸປະຕິເຫດ

ສ່ວນໃຫຍ່ແມ່ນເກີດໃນຍາມຄ່ຳຄືນ, ສະນັ້ນ ຈຶ່ງຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຈົ່ງມີສະຕິ, ລະມັດລະວັງໃນການ

ຂັບຂີ່ບົນທ້ອງຖະໜົນ ແລະ ປະຕິບັດລະບຽບຈະລາຈອນໃຫ້ເຂັ້ມງວດກວ່າເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ແຈ້ງການເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ 11 ໃຕ້ ຂອງລົດບັນທຸກຫນັກ

ພະແນກ ໂຍທາທິການ ແລະ ຂົນສົ່ງອອກແຈ້ງການເລື່ອງ: ເປີດການສັນຈອນ ເສັ້ນທາງ ເລກທີ 11 ເຫນືອ, ເລກທີ 13 ໃຕ້ ແລະ ເລກທີ...

ກັກຕົວແກ້ງມົ້ວສຸມນໍ້າກະທ້ອມ ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ

ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາທີ່ຜ່ານມາ, ໄດ້ພົບເຫັນເປົ້າໝາຍ ຈຳນວນ 7 ຄົນ ກຳລັງຄ້າ-ຂາຍ...

ນໍ້າປະປາ ນວ ແຈ້ງ ໄລຍະນີ້ການຜະລິດນຳ້ປະປາບໍ່ສະດວກ ສົ່ງຜົນນໍ້າໄຫຼຄ່ອຍ-ບໍ່ມີນໍ້າ

ອີງຕາມແຈ້ງການຂອງລັດວິສະຫະກິດນໍ້າປະປານະຄອນຫຼວງ ລົງເມື່ອວັນທີ 18 ກັນຍາ 2024 ກ່ຽວກັບການຜະລິດນໍ້າປະປາບໍ່ສະດວກ ແລະ ຈະສົ່ງຜົນກະທົບຕໍ່ປະຊາຊົນຜູ້ຊົມໃຊ້ນໍ້າປະປາ (ລາຍລະອຽດແຈ້ງການລຸ່ມນີ້)  

ແຈ້ງເຕືອນພາຍຸໜຸນເຂດຮ້ອນ ຊູລີກ ຈະຜ່ານສະຫວັນນະເຂດ ຄຳມ່ວນ ບໍລິຄຳໄຊ ວັນທີ 21 ກັນຍາ 2024

ອີງຕາມແຈ້ງການຂອງກົມອຸຕຸນິຍົມ ແລະ ອຸທົກກະສາດລົງເມື່ອວັນທີ 19 ກັນຍາ 2024 ກ່ຽວກັບແຈ້ງເຕືອນໄພ ພາຍຸໜຸນເຂດຮ້ອນ ຊູລີກ (Soulik) ໃນລະຫວ່າງ ວັນທີ 19 –...