Home​ຂ່າວທ່ອງທ່ຽວໄດ້ຮັບຫຼາຍກວ່າ 20 ລາງວັນ! ສປປ ລາວ ໄດ້ຮັບລາງວັນ ມາດຕະຖານການທ່ອງທ່ຽວອາຊຽນ ຫຼາຍກວ່າ 20 ລາງວັນ ໃນງານມະຫະກໍາການທ່ອງທ່ຽວອາຊຽນ 2026

ໄດ້ຮັບຫຼາຍກວ່າ 20 ລາງວັນ! ສປປ ລາວ ໄດ້ຮັບລາງວັນ ມາດຕະຖານການທ່ອງທ່ຽວອາຊຽນ ຫຼາຍກວ່າ 20 ລາງວັນ ໃນງານມະຫະກໍາການທ່ອງທ່ຽວອາຊຽນ 2026

Published on

ບັນດາປະເທດສະມາຊິກອາຊຽນ ໄດ້ຮັບລາງວັນທັງໝົດ 211 ລາງວັນ ຊຶ່ງປະກອບມີ 4 ປະເພດລາງວັນມາດຕະຖານ ຄື: ລາງວັນມາດຕະຖານໂຮງແຮມຂຽວອາຊຽນ, ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ ແລະ ລາງວັນການ ທ່ອງທ່ຽວແບບຍືນຍົງອາຊຽນ ໃນງານມະຫະກໍາການທ່ອງທ່ຽວອາຊຽນ ປະຈຳປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 25-31 ມັງກອນ 2026 ທີ່ເຊບູ ປະເທດຟີລິບປິນ. ໃນນັ້ນ, ສປປ ລາວ ກໍໄດ້ຮັບຫຼາຍກວ່າ 20 ລາງວັນ.

ສໍາລັບ ມາດຕະຖານໂຮງແຮມຂຽວອາຊຽນ ສປປ ລາວ ໄດ້ຮັບ 5 ລາງວັນ ຄື: ໂຮງແຮມສຸພັດຕຣາເຮີຣິເທຈ ນະຄອນຫຼວງວຽງຈັນ(ນວ), ໂຮງແຮມເດິແກຣນຫຼວງພະບາງ ແຂວງຫຼວງພະບາງ, ໂຮງແຮມອາມາຣີວຽງຈັນ ນວ, ໂຮງແຮມຢູຫຼວງພະບາງ ແຂວງຫຼວງພະບາງ, ໂດນຟຸກຣີສອດ ນວ, ລາງວັນມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ ສປປ ລາວ ໄດ້ຮັບ 4 ລາງວັນ ຄື: ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ, ນະຄອນປາກເຊ ແຂວງຈໍາປາສັກ, ນະຄອນ ຫຼວງພະບາງ ແຂວງຫຼວງພະບາງ, ເມືອງວຽງໄຊ ແຂວງຫົວພັນ. ລາງວັນມາດຕະຖານ ສະຖານທີ່ຈັດງານອາຊຽນ ສປປ ລາວ ໄດ້ຮັບ 10 ລາງວັນ ຄື: ປະເພດສະຖານທີ່ຈັດກອງປະຊຸມ 5 ລາງວັນ: ໂຮງແຮມຮໍລິເດອິນ ນວ, ໂຮງແຮມສຸພັດຕຣາວຽງຈັນ ນວ. ໂຮງແຮມລາດຊະວົງວັນດ້າວິສຕ້າ ນວ, ໂຮງແຮມເມືອງແທັງລັກເຊີລີວຽງຈັນ ນວ, ຫໍປະຊຸມແຂວງອັດຕະປື.

ສ່ວນປະເພດສະຖານທີ່ຈັດງານເທສະການ 5 ລາງວັນ: ໂຮງແຮມສຸພັດຕຣາວຽງຈັນ ນວ, ໂຮງແຮມເດິແກຣນ ຫຼວງພະບາງ, ສູນການຄ້າວຽງຈັນເຊັນເຕີ ນວ, ໂຮງແຮມເມືອງແທັງລັກເຊີລີວຽງຈັນ ນວ, ສະຖານທີ່ຈັດງານເທສະການຕາດເລາະ ແຂວງສາລະວັນ; ລາງວັນການທ່ອງທ່ຽວແບບຍືນຍົງອາຊຽນ ສປປ ລາວ ໄດ້ຮັບ 2 ລາງວັນ ຄື: ຫໍພິພິທະພັນແຫ່ງຊາດ ແຂວງຫຼວງພະບາງ ເປັນລາງວັນສໍາລັບຜະລິດຕະພັນການທ່ອງທ່ຽວໃນຕົວເມືອງ, ນໍ້າກັດຢໍລະປ່າ ແຂວງອຸດົມໄຊ ເປັນລາງວັນສຳລັບຜະລິດຕະພັນການທ່ອງທ່ຽວເຂດຊົນ ນະບົດ.

ນອກຈາກນີ້, ສປປ ລາວ ຍັງໄດ້ຮັບລາງວັນອີກຈໍານວນ 38 ລາງວັນ ຊຶ່ງຈະມີພິທີມອບລາງ ວັນທັງໝົດນີ້ຮ່ວມກັນອີກຄັ້ງຢູ່ພາຍໃນປະເທດ ໃນເດືອນກຸມພາ 2026 ນີ້ ເພື່ອເປັນການຍ້ອງຍໍຊົມເຊີຍທຸກພາກສ່ວນທີ່ໄດ້ຮັບລາງວັນໃນຄັ້ງນີ້.

ແຫຼ່ງຂໍ້ມູນ: ກົມພັດທະນາການທ່ອງທ່ຽວ

ບົດຄວາມຫຼ້າສຸດ

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...

ແຂວງໃດກໍພົບເຫັນໄຊສົມບູນ ກວດພົບພະນັກງານສໍ້ລາດບັງຫຼວງ 12 ຄົນມູນຄ່າເສຍຫາຍ 10 ກວ່າຕື້ກີບ

ໃນຕອນເຊົ້າວັນທີ 11 ພະຈິກ 2026 ແຂວງໄຊສົມບູນ ໄດ້ເປິດກອງປະຊຸມສະຫຼຸບຕີລາວຽກງານກວດກາ ທົ່ວແຂວງ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ...

ຕິດຕາມ ກວດກາ ແລະ ຄຸ້ມຄອງຢ່າງເຂັ້ມງວດ ຕໍ່ບັນດາໂຄງການຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ-ເງິນ

ໃນໄລຍະ 9 ເດືອນຜ່ານມາ ຂອງປີ 2026, ນະຄອນຫຼວງວຽງຈັນ ສາມາດຈັດຕັ້ງປະຕິບັດການສົ່ງອອກຜະລິດຕະພັນແຮ່ທາດ ບັນລຸໄດ້ 146,878.81 ໂຕນ, ຄິດເປັນ 41.91% ຂອງແຜນການປີ. ຂໍ້ມູນດັ່ງກ່າວ...

ເພີ່ມງົບປະມານ ກອງທຶນທາງ ຈາກ 1,200 ຕື້ກີບ (ປີ 2026) ເປັນ 2,000 ຕື້ກີບ ໃນປີ 2027 ແບ່ງ 40% ສ້ອມແປງໃຫ້ໂລ່ງລ່ຽນ

ໃນວັນທີ 9 ພະຈິກ 2026 ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ບັນດາຄູ່ຮ່ວມພັດທະນາ ໄດ້ຈັດກອງປະຊຸມໜ່ວຍງານຂະແໜງການພື້ນຖານໂຄງລ່າງ (ISWG) ຄັ້ງທີ 17 ປະຈຳປີ...