ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ
ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ອະນຸທິນ ຊານວີຣະກຸນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.
ໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ ທ່ານ ອະນຸທິນ ຊານວີຣະກຸນ ທີ່ໄດ້ຮັບເລືອກຕັ້ງໃຫ້ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ຄົນທີ 32 ແຫ່ງ ຣາຊະອານາຈັກໄທ, ພ້ອມທັງໄດ້ຕີລາຄາສູງຕໍ່ການເດີນທາງມາຢ້ຽມ ຢາມ ສປປ ລາວ ຢ່າງເປັນທາງການ ເປັນປະເທດທໍາອິດ ໃນຄັ້ງນີ້ ແລະ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ຂອງການພົບປະສອງຝ່າຍຢ່າງເປັນທາງການ ລະຫວ່າງ ສອງນາຍົກລັດຖະມົນຕີລາວ ແລະ ໄທ ຊຶ່ງໄດ້ຮ່ວມກັນຕີລາຄາຄືນການຮ່ວມມືສອງຝ່າຍໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບການຮ່ວມມືໃນຕໍ່ໜ້າ ເພື່ອຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ແລະ ມີມາແຕ່ດົນນານຂອງສອງປະເທດ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ຝາກຄວາມຢື້ຢາມຖາມຂ່າວ ໄປຍັງ ພະບາດສົມເດັດ ເຈົ້າຊີວິດໄທ ແລະ ພະຣາຊີນີ ແລະ ພະບໍລົມວົງສານຸວົງທຸກພະອົງ ພ້ອມທັງໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນ ແລະ ຊ່ວຍເຫລືອອັນລໍ້າຄ່າຂອງລັດຖະບານ ແລະ ປະຊາຊົນໄທ ໃນຕະຫລອດໄລຍະຜ່ານມາ ກໍຄື ໃນປັດຈຸບັນ ຊຶ່ງໄດ້ປະກອບສ່ວນອັນສໍາຄັນເຂົ້າໃນການສ້າງສາພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ ສປປ ລາວ.
ສອງຝ່າຍ ໄດ້ແລກປ່ຽນຄໍາຄິດຄໍາເຫັນນໍາກັນ ກ່ຽວກັບການພົວພັນຮ່ວມມືສອງຝ່າຍໃນດ້ານຕ່າງໆໃນໄລຍະຜ່ານມາ ເປັນຕົ້ນແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງ ທ່ຽວ, ການເຊື່ອມໂຍງເຊື່ອມຈອດ, ການສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ຊຶ່ງ ທ່ານ ທອງລຸນ ສີສຸລິດ ໄດ້ເນັ້ນໃຫ້ລັດຖະບານຂອງສອງປະເທດ ສືບຕໍ່ຊຸກຍູ້ການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆ ທີ່ສອງຝ່າຍໄດ້ລົງນາມຮ່ວມກັນ ໃຫ້ປະກົດຜົນເປັນຮູບປະທໍາ ແລະ ສືບຕໍ່ຊຸກຍູ້ວຽກງານສໍາຫລວດ ແລະ ປັກຫລັກໝາຍຊາຍແດນ ລະຫວ່າງສອງປະເທດ ໃຫ້ສໍາເລັດ ເພື່ອຮ່ວມກັນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື.
ແຫຼ່ງຂ່າວ: ປະເທດລາວ