ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ.

ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ ໂດຍຂະຫຍາຍຂອບເຂດການຕິດຕາມເສັ້ນທາງເງິນໃຫ້ກວ້າງຂຶ້ນ ເພື່ອກັກເງິນທີ່ເຊື່ອມໂຍງກັບບັນຊີມ້າ ເຊິ່ງບັນຊີຂອງປະຊາຊົນສ່ວນຫຼາຍໃນໄທ ແມ່ນໄດ້ຖືກອາຍັດເພາະວ່າ ຖືກສົງໃສວ່າເປັນບັນຊີມ້າ ມີກໍລະນີທີ່ແມ່ຄ້າອອນລາຍຄົນໜຶ່ງ ໄດ້ຮັບເງິນຈາກລູກໜີ້ທີ່ໄປໂກງຄົນອື່ນມາຄືນໃຫ້ ເຊິ່ງໃນກໍລະນີ້ນີ້ກໍໄດ້ຖືກອາຍັດບັນຊີ ໂດຍບໍ່ໄດ້ມີສ່ວນຮ່ວມ ຫຼື ຮູ້ເຫັນກັບການກະທຳຄວາມຜິດ ແລະ ຖືກອາຍັດບັນຊີດົນກວ່າ 2-3 ເດືອນ ສະນັ້ນ, ຈຶ່ງໄດ້ນໍາເລື່ອງດັ່ງກ່າວເຜີຍແຜ່ລົງສື່ອອນລາຍ.
ມາຮອດໃນວັນທີ 13 ກັນຍາ 2025 ທີ່ຜ່ານມາ, ມີປະຊາຊົນຈໍານວນຫຼາຍໃນປະເທດໄທ ໄດ້ເຂົ້າໄປຖອນເງິນສົດມາເພື່ອນໍາໃຊ້ ແລະ ຍັງມີຮ້ານຄ້າບາງຮ້ານທີ່ປະກາດຮັບແຕ່ເງິນສົດເທົ່ານັ້ນ ຍ້ອນຍ້ານຖືກອາຍັດບັນຊີ ຈາກການໂອນເງິນທີ່ບໍ່ຮູ້ແຫຼ່ງທີ່ມາ.

ຈາກຜົນກະທົບດັ່ງກ່າວ ດ້ານທະນາຄານແຫ່ງປະເທດໄທ ໄດ້ເລັ່ງແກ້ໄຂປັບປຸງ ໃນຂະບວນການອາຍັດ ແລະ ປົດອາຍັດ ເພື່ອໃຫ້ສາມາດຈັດການກັບມິດສາຊີບ ແລະ ປະຊາຊົນຜູ້ທີ່ບໍ່ໄດ້ກະທຳຜິດ ໂດຍບໍ່ໃຫ້ມີຜົນກະທົບ ໂດຍສະເພາະແມ່ນການປົດອາຍັດຜູ້ບໍລິສຸດ.ຖ້າບໍ່ຢາກເປັນບັນຊີມ້າສິ່ງທີ່ຄວນປະຕິບັດແມ່ນ ຢຸດຫຼິ້ນຫວຍອອນລາຍ ແລະ ເວັບພະນັນທຸກຊະນິດ, ຢ່າຮັບຈ້າງເປີດບັນຊີ ຫຼື ຂາຍບັນຊີ, ຫ້າມໃຫ້ຂໍ້ມູນສ່ວນຕົວ, ຫາກບັນຊີຖືກອາຍັດໃຫ້ຮີບຕິດຕໍ່ທະນາຄານ ແລະ ເຈົ້າໜ້າທີ່ຕຳຫຼວດເພື່ອຊີ້ແຈງ.
ແຫຼ່ງຂໍ້ມູນ: Thairath

