spot_img
Homeຂ່າວຕ່າງປະເທດລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

ລໍ້າໜ້າໄປອີກຂັ້ນ 10G ຈາກຈີນໄວທີ່ສຸດໃນໂລກ ດາວໂຫຼດຂໍ້ມູນ 20GB ໃນເວລາ 20 ວິນາທີ

Published on

ເຊິ່ງໃນກ່ອນໜ້ານີ້ປະເທດຍີ່ປຸ່ນໄປເປີດໂຕ 6G ທີ່ໄວທີ່ສຸດໃນໂລກເຊິ່ງມີກຳນົດນນຳໃຊ້ໃນຕົ້ນປີ 2030, ແຕ່ຕອນນີ້ປະເທດຈີນໄດ້ເປີດໂຕບໍລິການອິນເຕີເນັດບຣອດແບນຄວາມໄວ 10 Gbps ຕໍ່ວິນາທີ (10G) ເປັນຄັ້ງທຳອິດຂອງໂລກ.

ໂຄງການນີ້ເປັນການຮ່ວມມືລະຫວ່າງບໍລິສັດ China Unicom ແລະ ບໍລິສັດ Huawei ເຊິ່ງໄດ້ນຳໃຊ້ເທັກໂນໂລຊີ 50G PON ເພື່ອໃຫ້ບໍລິການອິນເຕີເນັດຄວາມໄວສູງສຸດ.

-ມີຄວາມໄວດາວໂຫຼດ ແລະ ອັບໂຫຼດຂໍ້ມູນຕ່າງໆ.

-ເຄືອຂ່າຍນີ້ສາມາດເຮັດຄວາມໄວໃນການດາວໂຫຼດໄດ້ສູງສຸດເຖິງ 9.8 Gbps ແລະ ຄວາມໄວໃນການອັບໂຫຼດປະມານ 1 Gbps.

-ມີຄ່າ​ Latency ທີ່ຕ່ຳຫຼາຍ ພຽງແຕ່ 3 ມິນລິວິນາທີ (ms), ເຊິ່ງເຮັດໃຫ້ການຕອບສະໜອງໄວຂຶ້ນຫຼາຍ.

-ການດາວໂຫຼດໄຟລ໌ຮູບເງົາຂະໜາດ 20GB ຈະໃຊ້ເວລາພຽງບໍ່ຮອດ 20 ວິນາທີ.

-ຮອງຮັບການເບິ່ງວິດີໂອຄວາມລະອຽດສູງ 8K ໄດ້ຢ່າງລຽບງ່າຍ, ພ້ອມທັງຍົກລະດັບປະສົບການການຫຼິ້ນເກມຜ່ານຄລາວ ແລະ ເທັກໂນໂລຊີຄວາມເປັນຈິງ (VR/AR).

ເຄືອຂ່າຍຄວາມໄວສູງນີ້ຈະເປັນເຄື່ອງມືສຳຄັນໃນການພັດທະນາການແພດທາງໄກ, ການສ້າງເມືອງອັດສະລິຍະ ແລະ ການສຶກສາອອນລາຍໃຫ້ມີປະສິດທິພາບສູງຂຶ້ນ. ໃນໄລຍະເລີ່ມຕົ້ນ, ໂຄງການນີ້ຍັງເປັນພຽງໂຄງການທົດລອງໃນບາງພື້ນທີ່ຂອງເມືອງປັກກິ່ງ, ຊຽງໄຮ້ ແລະ ກວາງຕຸ້ງເທົ່ານັ້ນ. ເຖິງຢ່າງໃດກໍຕາມ, ນີ້ຖືເປັນບາດກ້າວທີ່ສຳຄັນໃນການພັດທະນາເທັກໂນໂລຊີອິນເຕີເນັດ ແລະ ຄາດວ່າຈະມີການຂະຫຍາຍການບໍລິການເປັນວົງກວ້າງໃນອະນາຄົດ.

ແຫຼ່ງຂໍ້ມູນ:Huawei Newsroom

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...