ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່)
ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ດໍາເນີນໃນລະຫວ່າງວັນທີ 26-27 ສິງຫາ 2025 ພາຍໃຕ້ການເປັນປະທານຂອງ ສະຫາຍ ບັນດິດ ສຈ. ບໍ່ວຽງຄໍາ ວົງດາລາ, ກໍາມະການສູນກາງພັກ, ເລຂາຄະນະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ພົນເອກ ວິໄລ ຫຼ້າຄໍາຟອງ, ກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ, ປະທານຄະນະຄຸ້ມຄອງອິນເຕີເນັດແຫ່ງຊາດ, ຜູ້ຊີ້ນໍາການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ.
ກອງປະຊຸມໃຫຍ່ຄັ້ງນີ້, ຜູ້ແທນສົມບູນໄດ້ພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງເອົາ ຄະນະບໍລິຫານງານພັກ ຊຸດໃໝ່ ຈໍານວນ 23 ສະຫາຍ, ຍິງ 2 ສະຫາຍ.
ກອງປະຊຸມຄັ້ງປະຖົມມະລືກ ຂອງຄະນະບໍລິຫານງານພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຄັ້ງທີ III ໄດ້ເປັນເອກະສັນເລືອກຕັ້ງເອົາ ຄະນະປະຈໍາພັກ ຈໍານວນ 7 ສະຫາຍ, ເລືອກເອົາ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ, ສະຫາຍ ແກ້ວວິສຸກ ໂສລະພົມ ເປັນຮອງເລຂາຄະນະພັກ. ພ້ອມນີ້, ຍັງໄດ້ເລືອກເອົາ ສະຫາຍ ໄຊລືຊາ ອິນສີຊຽງໃໝ່ ເປັນປະທານກວດກາພັກ, ສະຫາຍ ນາງ ສຸພາລັກ ສີລາເພັດ ແລະ ສະຫາຍ ມັງກອນ ແກ້ວຄໍາດີ ເປັນຮອງປະທານກວດກາພັກ.
ແຫຼ່ງຂ່າວ: ຂ່າວສານ ເຕັກໂນໂລຊີ ແລະ ການສື່ສານ