ສະຫຼຸບການປະຊຸມທະວີພາຄີຄັ້ງປະຫວັດສາດ ທຣຳ-ປູຕິນ ຄັ້ງທຳອິດໃນຮອບ 10 ປີໃນແຜ່ນດິນສະຫະລັດ ທີ່ອາລາສກາ ເຊິ່ງການປະຊຸມຄັ້ງນີ້ຍັງບໍ່ມີການບັນລຸຂໍ້ຕົກລົງກັນ ແຕ່ການເຈລະຈາເປັນໄປໄດ້ດ້ວຍດີ ແລະ ມີຄວາມຄືບໜ້າ ເຊິ່ງທ່ານ ໂດນັລ ທຣຳ ກຽມໂທຫາ ຜູ້ນຳຍູເຄຣນ-ນາໂຕ ເຊິ່ງອາດຈະມີການເຈລະຈາກັນໃນຮອບຕໍ່ໄປ.
ການປະຊຸມສຸດຍອດລະຫວ່າງ ທ່ານ ໂດນັລ ທຣຳ ປະທານາທິບໍດີສະຫະລັດ ແລະ ທ່ານ ວາລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງສະຫະພັນຣັດເຊຍ ຕາມການລາຍງານຂອງ BBC ລະບຸວ່າ: ການຖະແຫຼງຂ່າວໃຊ້ເວລາປະມານ 10 ນາທີ, ເຊິ່ງທັງຄູ່ລະບຸວ່າ: ມີຄວາມຄືບໜ້າໃນການເຈລະຈາກັນ ແຕ່ສຸດທ້າຍກໍສາມາດບັນລຸຂໍ້ຕົກລົງທີ່ຊັດເຈນໄດ້.
CNN ລາຍງາຍວ່າ: ລັດຖະມົນຕີກະຊວງການເງິນຂອງຣັດເຊຍ ແລະ ຜູ້ແທນເຈລະຈາເສດຖະກິດອາວຸໂສ ແລະ ຫົວໜ້າກອງທຶນຄວາມໝັ້ນຄົງແຫ່ງຊາດຣັດເຊຍ ເປັນໜຶ່ງໃນຜູ້ເຂົ້າຮ່ວມການເຈລະຈາ ກັບ ທ່ານ ປູຕິນ ອີກດ້ວຍ.
ປະເດັນສຳຄັນຈາກການຖະແຫຼງຂອງ ທ່ານ ໂດນັລ ທຣຳ ປະທານາທິບໍດີແຫ່ງສະຫະລັດ ລະບຸວ່າ: ໄດ້ບັນລຸຄວາມຄືບໜ້າບາງປະການ ແລະ ມີຄວາມກ້າວໜ້າຫຼາຍ ໃນການປະຊຸມທະວີພາຄິຄັ້ງນີ້ ມີການຕົກລົງກັນໃນຫຼາຍປະເດັນ ແຕ່ປະເດັນທີ່ສຳຄັນອີກໜຶ່ງປະເດັນຍັງຢູ່ໃນຂັ້ນຕອນການເຈລະຈາກັນຢູ່ ໂດຍບໍ່ໄດ້ລະບຸວ່າແມ່ນປະເດັນຫຍັງ?
ຜູ້ນຳສະຫະລັດກ່າວອີກວ່າ: ເຂົາຈະຕິດຕໍ່ຫາອົງການສົນທິສັນຍາປ້ອງກັນແອດແລນຕິກເໜືອ (ນາໂຕ) ແລະ ເຊິ່ງແນ່ນອນລວມເຖິງ ທ່ານ ໂວໂລດີມີ ເຊເລນສະກີ ປະທານາທິບໍດີຍູເຄຣນ ເພື່ອແຈ້ງກ່ຽວກັບການປຶກສາຫາລືໃນຄັ້ງນີ້ດ້ວຍ.
ສ່ວນປະເດັນສຳຄັນຈາກການຖະແຫຼງ ຂອງ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີແຫ່ງ ຣັດເຊຍ ລະບຸວ່າ: ການຖະແຫຼງໃນມື້ນີ້ເຮົາເຊື່ອວ່າເພື່ອໃຫ້ການຢຸດຕິຄວາມຂັດແຍ່ງເປັນໄປຢ່າງຢັ້ງຢືນ ແລະ ຍາວນານ ພວກເຮົາຈຳເປັນຕ້ອງໄດ້ທຳລາຍຮາກເຫງົ້າ ແລະ ສາເຫດຫຼັກຂອງຄວາມຂັດແຍ່ງນັ້ນ.
ຄວນຕ້ອງພິຈາລະນາເຖິງຄວາມກັງວົນທີ່ຖືກຕ້ອງຂອງຣັດເຊຍ ແລະ ຟື້ນຟູຄວາມສົມດຸນໝັ້ນຄົງ ທີ່ເປັນທຳໃນເອີຮົບ ແລະ ທົ່ວໂລກ ແລະ ເຫັນດີກັບ ທ່ານ ໂດນັລ ທຣຳ ຕາມທີ່ທ່ານກ່າວໄວ້ວ່າຄວນມີການຮັບປະກັນຄວາມໝັ້ນຄົງຂອງຍູເຄຣນເຊັ່ນດຽວກັນ.
ພ້ອມທັງເສີມອີກວ່າ: ແນ່ນອນວ່າເຮົາພ້ອມເຮັດວຽກໃນເລື່ອງນັ້ນ ແລະ ຫວັງວ່າຂໍ້ຕົກລົງທີ່ເຮົາໄດ້ບັນລຸຮ່ວມກັນຈະຊ່ວຍໃຫ້ເຮົາເຂົ້າໃກ້ເປົ້າໝາຍ ແລະ ຈະປູທາງໄປສູ່ສັນຕິພາບໃນຍູເຄຣນ.