spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

ເຈົ້າໜ້າທີ່ຕຳຫຼວດໄທຈັບກຸມ ໜຸ່ມຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຫາເງິນຊື້ອາຫາານໃຫ້ໝາ-ແມວ

Published on

ໜຸ່ມໄທຮັກສັດເລືອກທາງຜິດ ຂາຍຢາບ້າເພື່ອຊື້ອາຫານມາລ້ຽງໝາ-ແມວ 30 ກວ່າໂຕ

ສຳນັກຂ່າວໄທລັດລາຍງານໃນວັນທີ 9 ກໍລະກົດ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທ ຮ່ວມກັບພາກສ່ວນກ່ຽວຂ້ອງໄດ້ລົງພຶ້ນທີ່ເພື່ອແກ້ໄຂບັນຫາຢາເສບຕິດ ຕາມການລາຍງານຂອງພົນລະເມືອງດີວ່າມີກຸ່ມຄົນຄ້າຂາຍຢາເສບຕິດໃນຊຸມຊົນແຫ່ງໜຶ່ງໃນ ຈັງຫວັດ ສຣະແກ້ວ ປະເທດໄທ.

ຕາມການລົງພຶ້ນທີ່ຕົວຈິງຂອງເຈົ້າໜ້າທີ່ໄທສາມາດຈັບຕົວຜູ້ຖືກຫາໄດ້ໜຶ່ງຄົນ ຊື່ ທ້າວ ໂທນ ອາຍຸ 41 ປີ ພ້ອມຂອງກາງຢາບ້າຈຳນວນໜຶ່ງ, ຈາກການເຂົ້າກວາດຄົ້ນພາຍໃນບ້ານພັກຂອງຜູ້ຖືກຫາພົບ ກຸ່ມແກ້ງມົ້ວສຸມຢາເສບຕິດອີກຈຳນວນ 4-5 ຄົນ ແລະ ຢູ່ໃນຫ້ອງມີສັດລ້ຽງ ທັງໝາ ແລະ ແມວ ຫຼາຍກວ່າສີບໂຕ.

ທາງດ້ານຜູ້ຖືກຫາໄດ້ລະບຸວ່າ: ກ່ອນໜ້ານີ້ຕົນເອງໄດ້ມີອາຊີບຫາປາເພື່ອນຳໄປຂາຍຕາມຕະຫຼາດ ລາຍໄດ້ປະມານມື້ລະ 200-300 ບາດ ຫຼື ປະມານ 130,000-195,000 ກີບ ແຕ່ເນື່ອງຈາກຕົນເປັນຄົນຮັກສັດຈຶ່ງໄດ້ລ້ຽງແມວ 24 ໂຕ ແລະ ໝາອີກ 6 ໂຕ ເຮັດໃຫ້ຕ້ອງໄດ້ໃຊ້ເງິນເປັນຈຳນວນຫຼາຍໃນການຊື້ອາຫານໃຫ້ສັດລ້ຽງແຕ່ລະເດືອນ ເຊິ່ງລາຍໄດ້ຈາກການປາບໍພຽງພໍ ຈຶ່ງຕັດສິນໃຈປ່ຽນມາເປັນຂາຍຢາບ້າເພື່ອນຳເງິນມາລ້ຍງສັດທີ່ຕົນເອງຮັກ.

ທັງນີ້ເຈົ້າໜ້າທີ່ໄດ້ຄວບຄຸມຕົວຜູ້ກ່ຽວ ພ້ອມຂອງກາງ ໂດຍການນຳຕົວສົ່ງພະນັກງານສືບສວນ ເມືອງສຣະແກ້ວ ເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...