spot_img
Homeຂ່າວພາຍ​ໃນນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

ນໍ້າຖ້ວມຂັງໃນຕົວເມືອງ ນວ ໃນ ໄລຍະລະດູຝົນ ເກີດຈາກຫຼາຍປັດໄຈ

Published on

ບັນຫານ້ຳຖ້ວມຂັງໃນຕົວເມືອງ-ຖ້ວມຖະໜົນຫົນທາງ ໃນນະຄອນຫຼວງວຽງຈັນ(ນວ) ໃນລະດູຝົນ ແມ່ນບັນຫາໜຶ່ງທີ່ເກີດຂຶ້ນເປັນປະຈຳທຸກໆປີ, ສ້າງຄວາມຫຍຸ້ງຍາກໃຫ້ແກ່ການດໍາລົງຊີວິດ ແລະ ຊັບສິນຂອງປະຊາຊົນ ເຮັດໃຫ້ການສັນຈອນເດີນທາງໄປມາ ມີຄວາມຫຍຸ້ງຍາກ ແລະ ສ້າງພາບພົດທີ່ບໍ່ດີ ໃຫ້ແກ່ການຈັດຕັ້ງລັດ ແລະ ອື່ນໆ.

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ໃນວັນທີ 8 ກໍລະກົດ 2025 ກ່ຽວກັບວິທີການແກ້ໄຂບັນຫານໍ້າຖ້ວມຂັງ ພາຍໃນຕົວເມືອງ ນະຄອນຫລວງວຽງຈັນ ເຊິ່ງໃນໄລຍະຜ່ານມາ ຄະນະພັກ-ຄະນະນຳ ແລະ ອົງການປົກຄອງ ນະຄອນຫລວງວຽງຈັນ ເຫັນໄດ້ຄວາມສໍາຄັນ ແລະ ໃຫ້ການຊີ້ນໍາຢ່າງໃກ້ຊິດຕິດແທດ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງ ໃນຕົວເມືອງ

ເຊິ່ງສາເຫດ ທີ່ພາໃຫ້ເກີດນໍ້າຖ້ວມຂັງໃນຕົວເມືອງ ນະຄອນຫລວງວຽງຈັນ ໃນລະດູຝົນ ແມ່ນເກີດຈາກຫລາຍປັດໄຈ ເປັນຕົ້ນ: ຮ່ອງລະບາຍນໍ້າແຄມທາງ ມີຂະໜາດນ້ອຍ, ການອອກແບບ ແລະ ກໍ່ສ້າງຮອງຮັບສະເພາະການລະບາຍນໍ້າໜ້າທາງ, ທາງນໍ້າໄຫລ, ຂຸມພັກນໍ້າ ມີການອຸດຕັນຈາກຕະກອນ, ຂີ້ເຫຍື້ອ, ການອະນາໄມລວງຮ່ອງນ້ຳ ບໍ່ໄດ້ເຮັດເປັນປົກກະຕິ ຍ້ອນຂາດຫລາຍປັດໄຈ ເຊັ່ນ: ງົບປະມານທີ່ມີຈໍາກັດ, ຍັງຂາດເຄື່ອງມືໃນການດູດຂີ້ດິນຕາມເສັ້ນທາງ, ການຄຸ້ມຄອງການຂົນດິນ ທີ່ຕົກເຮ່ຍໃສ່ເສັ້ນທາງຍັງເຮັດບໍ່ໄດ້ດີເທົ່າທີ່ຄວນ, ບາງເສັ້ນທາງຍັງເປັນທາງດິນແດງ ເວລາລົດຢຽບດິນຕົມອອກມາໃສ່ທາງໃຫຍ່ ແລະ ການມີສ່ວນຮ່ວມຂອງປະຊາຊົນ ແລະ ສັງຄົມ ທີ່ອາໄສຕາມແຄມທາງ ຍັງມີໜ້ອຍ ແລະ ບັນຫາອື່ນໆ

ສຳລັບ ແຜນການແກ້ໄຂໃນສະເພາະໜ້າ ຂະແໜງການກ່ຽວຂ້ອງຈະອະນາໄມລວງຮ່ອງລະບາຍ ນໍ້າແຄມທາງ ຈຸດທີ່ມີນໍ້າຖ້ວມຂັງ, ຈຸດຄວາມສ່ຽງ 71 ຈຸດ ໂດຍໄດ້ມອບໃຫ້ ຫ້ອງການ ຍທຂ ເມືອງ ເປັນຜູ້ຮັບຜິດຊອບຈັດຕັ້ງປະຕິບັດໂຄງການ 61 ຈຸດ ແລະ ພະແນກ ໂຍທາທິການ ແລະ ຂົນສົ່ງ ນະຄອນຫລວງວຽງຈັນ ປະຕິບັດ 10 ຈຸດ ເຊິ່ງໄດ້ເລີ່ມລົງມື ໃນເດືອນກໍລະກົດ 2025 ໂດຍໄດ້ອະນາໄມລວງຮ່ອງລະບາຍນໍ້າແຄມທາງ, ຮ່ອງດິນ ແລະ ວາງທໍ່ບາງຈຸດ ເພື່ອລະບາຍນໍ້າໃຫ້ໄຫລສະດວກ ຈາກຈຸດທີ່ມີນໍ້າຖ້ວມຂັງ ເຊັ່ນ: ບ້ານພະຂາວ ເມືອງໄຊທານີ, ບ້ານດອນປ່າໃໝ່ ເມືອງສີສັດຕະນາກ, ບ້ານສາລາຄໍາໃຕ້ ເມືອງຫາດຊາຍຟອງ, ບ້ານໜອງບອນ, ບ້ານວຽງຈະເລີນ ເມືອງໄຊເສດຖາ, ໄຟແດງດົງໂດກ-ຖະໜົນ 450 ປີ, ໄຟແດງທາດຫລວງ ແລະ ຕາມຖະໜົນສາຍສໍາຄັນ ທີ່ມີນໍ້າຖ້ວມຂັງ ບາງເຂດ-ບາງບ້ານ ຈໍານວນໜຶ່ງ; ອະນາໄມຜັກຕົບ, ພືດນໍ້າ ຂີ້ເຫຍື້ອ ອອກຈາກຮ່ອງລະບາຍນໍ້າສາຍຫລັກ ແລະ ເຂດຄອງນໍ້າວຽງຈັນ ເພື່ອບໍ່ໃຫ້ມີສິ່ງກີດຂວາງການໄຫລຂອງນໍ້າ ຢ່າງເປັນລະບົບ; ຄຸ້ມຄອງການຖົມດິນ, ປຸກສ້າງໃຫ້ເຂົ້າສູ່ລະບຽບການຢ່າງເຂັ້ມງວດ ໂດຍມີການແຕ່ງຕັ້ງຄະນະສະເພາະກິດ ຮ່ວມເຮັດວຽກກັບພາກສ່ວນທີ່ກ່ຽວຂ້ອງທຸກຂັ້ນ ແລະ ສ້າງໃຫ້ຜູ້ປະກອບການຖົມດິນເຂົ້າໃຈບັນຫາ ລວມໄປເຖິງລະ ບຽບການ, ມາດຕະການຕໍ່ຜູ້ລະເມີດ ແລະ ມີການຄໍ້າປະກັນເປັນເງິນ ກ່ອນການອອກອະນຸຍາດ ເພື່ອໃຫ້ມີແຫລ່ງທຶນໃນການຮື້ມ້າງ, ລ້າງທາງ, ອະນາໄມລວງຮ່ອງລະບາຍນໍ້າ ແລະ ອື່ນໆ.

ສ່ວນແຜນການໄລຍະຍາວ ຈະສ້າງລະບົບແຜນທີ່ການລະບາຍນໍ້າ ໃນຕົວເມືອງໃຫ້ລະອຽດຊັດເຈນ ພ້ອມທັງລົງສຳຫລວດບັນຫາການປຸກລຸກປຸກສ້າງ, ຖົມດິນ ກວມຮ່ອງລະບາຍນໍ້າ ກວມເອົາເຂດສະຫງວນຮ່ອງລະບາຍນໍ້າ ເພື່ອແຍກໃຫ້ເຫັນວ່າບັນຫາລະອຽດ ແລະ ຈະແຈ້ງ ພາກລັດ ແລະ ພາກເອ ກະຊົນ ເຮັດຜິດລະບຽບຈັກກໍລະນີ, ປະຊາຊົນບຸກລຸກຈັກກໍລະນີ ເພື່ອຂຶ້ນແຜນງົບປະມານມາດໍາເນີນການກໍ່ສ້າງຮ່ອງລະບາຍນໍ້າ ໃນແຕ່ລະໄລຍະ ໃຫ້ເປັນລະບົບຄົບຊຸດ; ສົມທົບກັບບັນດາກະຊວງ ໂດຍສະເພາະ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອຂໍຊ່ຽວຊານໂຄງ ການມາຊ່ວຍຝຶກອົບຮົມທາງດ້ານວິຊາການ ມາຄິດໄລ່, ວິເຄາະຄືນ ການລະບາຍນໍ້າໃນຕົວເມືອງໃຫ້ລະ ອຽດ ແລະ ເປັນວິທະຍາສາດ ມີການຄິດໄລ່ຄືນລະບົບຮ່ອງລະບາຍນໍ້າທີ່ມີຢູ່ໃນປັດຈຸບັນ ແລະ ສະເໜີ ຂໍງົບປະມານຈາກ ອົງການຈັດຕັ້ງສາກົນຕ່າງໆ ແລະ ງົບປະມານລົງທຶນຂອງລັດ ມາປັບປຸງກໍ່ສ້າງຂະ ຫຍາຍທໍ່, ຮ່ອງນໍ້າທີ່ມີຢູ່ແລ້ວໃຫ້ໃຫຍ່ຂຶ້ນ ເພື່ອແກ້ໄຂບັນຫານໍ້າຖ້ວມຂັງ ຢູ່ນະຄອນຫລວງວຽງຈັນ ເພາະບັນຫາດັ່ງກ່າວ ແມ່ນມີຄວາມຮຸນແຮງຂຶ້ນເລື້ອຍໆໃນແຕ່ລະປີ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...

ແຈ້ງເຕືອນພາຍຸລູກໃໝ່ ທີ່ອາດຈະສົ່ງຜົນກະທົບຕໍ່ປະເທດລາວ ໃນວັນທີ 30/08/2025 – 02/09/2025

ກຽມຮັບມືພາຍຸລູກໃໝ່ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ອາດສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ ຫວຽດນາມອອກແຈ້ງເຕືອນພາຍຸລູກໃໝ່ ທີ່ຄາດວ່າຈະໃຊ້ຊື່ວ່າພາຍຸໜອງຟ້າ ຫຼື ຟ້າໃສ ທີ່ຕັ້ງຊື່ໂດຍປະເທດລາວ ຄາດອິດທິພົນຂອງພາຍຸລູກນີ້ຈະສົ່ງຜົນກະທົບຕໍ່ປະເທດລາວ, ປະເທດໄທ ແລະ ປະເທດຫວຽດນາມ...

ຜົນສໍາເລັດ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ ຄັ້ງທີ III ຂອງ ອົງຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ

ເອກະສັນຮັບເລືອກ ສະຫາຍ ປອ. ສັນຕິສຸກ ສິມມາລາວົງ ເປັນເລຂາຄະນະພັກ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ຊຸດໃໝ່) ກະຊວງເຕັກໂນໂລຊີ ແລະ ການສື່ສານລາຍງານຜົນ ກອງປະຊຸມໃຫຍ່ ຜູ້ແທນສະມາຊິກພັກ...

ຄາດວ່າຈະສຳເລັດໃນຕົ້ນປີ 2026 ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄືບໜ້າແລ້ວ 89.57%

ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນ ນວ ລະບົບສະຖານີປ້ຳ ແລະ ສາຍທໍ່ສົ່ງນ້ຳເປື້ຶອນ ຄາດຕົ້ນປີ 2026 ຈະສໍາເລັດ ແລະ ເປີດນໍາໃຊ້ຢ່າງເປັນທາງການ. ໂຄງການ ກໍ່ສ້າງໂຮງງານບໍາບັດນໍ້າເປື້ອນນະຄອນຫຼວງວຽງຈັນ ເປັນໂຄງການໜຶ່ງທີ່ຈະຊ່ວຍໃນການປຸງປັບລະບົບສິ່ງແວດລ້ອມ,ໂດຍສະເພາະແມ່ນ ບັນຫາສິ່ງແວດລ້ອມນໍ້າ,...