spot_img
Homeຂ່າວຕ່າງປະເທດສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

Published on

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ.

ອີງຕາມເວັບໄຊ້ຂ່າວ Channel News Asia ລາຍງານໃນວັນທີ 1 ກໍລະກົດ 2025 ວ່າ: ປະເທດໄທກຳລັງປະເຊີນພາວະຄວາມບໍ່ແນ່ນອນທາງການເມືອງຄັ້ງໃໝ່ ເມື່ອ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງປະເທດໄທ ຕ້ອງປະເຊີນຄະດີວ່າດ້ວຍຈະລິຍະທຳຮ້າຍແຮງຕໍ່ໜ້າສານລັດຖະທຳມະນູນ ໃນວັນທີ 1 ກໍລະກົດ

ກໍລະນີຂອງນາຍົກ ແພທອງທານ ສືບເນື່ອງມາຈາກຄວາມຂັດແຍ່ງທາງການທູດລະຫວ່າງໄທ-ກຳປູເຈຍ ເມື່ອເດືອນພຶດສະພາທີ່ຜ່ານມາ, ເຊິ່ງເກີດການປະທະບໍລິເວນຊາຍແດນຈົນເຮັດໃຫ້ທະຫານກຳປູເຈຍ ເສຍຊີວິດ 1 ຄົນ ແລະ ໃນຊ່ວງດຽວກັນກໍໄດ້ມີຄລິບສຽງຖືກເຜີຍແຜ່ອອກມາກ່ຽວກັບການທີ່ ນາຍົກແພທອງທານ ໂທຫາ ທ່ານ ສົມເດັດ ຮຸນເຊັນ ອະດີດຜູ້ນຳກຳປູເຈຍ ຈຶ່ງເປັນເຫດສ້າງຄວາມບໍພໍໃຈໃຫ້ປະຊາຊົນຄົນໄທ ແລະ ນຳໄປສູ່ຄຳຮ້ອງຕໍ່ສານລັດຖະທຳມະນູນໃນຂໍ້ຫາວ່າ: ຜິດຈະລິຍະທຳຢ່າງຮ້າຍແຮງ ບໍໍ່ຍຶດໝັ້ນໃນຈະລິຍະທຳ ແລະ ຄວາມສຸຈະລິດໃຈຕາມບົດບັນຍັດລັດຖະທຳມະນູນ ຫາກສານລັດຖະທຳມະນູມີມະຕິຮັບຄຳຮ້ອງ ທ່ານ ນາງ ແພທອງທານ ຊິນນະວັດ ຈະຖືກສັ່ງພັກການປະຕິບັດໜ້າທີ່ການເປັນນາຍົກລັດຖະມົນຕີ ແຫ່ງປະເທດໄທ.

ຫຼ້າສຸດໃນວັນທີ 1 ກໍລະກົດ 2025 ເວລາປະມານ 13:00 ໂມງ ສານລັດຖະທຳມະນູແຫ່ງປະເທດໄທ ປະເມີນຕາມລັດຖະທຳມະນູນມາດຕາ 170 ວັກສາມ ປະກອບມາດຕາ 82 ວ່າ: ຄວາມເປັນລັດຖະມົນຕີຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງປະເທດໄທ ສືບເນື່ອງມາຈາກກໍລະນີຄລິບສຽງສົນທະນາ ກັບ ທ່ານ ສົມເດັດ ຮຸນເຊັນ ປະທານວຸດທິສະພາກຳປູເຈຍ.

ສານລັດຖະທຳມະນູນມີມະຕິໂດຍສຽງສ່ວນຫຼາຍ 7-2 ເຫັນວ່າ: ຜູ້ຖືກຮ້ອງມີກໍລະນີຕາມທີ່ຖືກຮ້ອງ ຕາມລັດຖະທຳມະນູນມາດຕາ 170 ວັກສາມ ປະກອບມາດຕາ 82 ວັກສອງ ມີຄຳສັ່ງໃຫ້ຜູ້ຖືກຮ້ອງຢຸດປະຕິບັດໜ້າທີ່ນາຍົກລັດຖະມົນຕີນັບແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...