Homeຂ່າວພາຍ​ໃນສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

Published on

ສະເໜີໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາ ໃນການພັດທະນາພະລັງງານໄຟຟ້າ

ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຜົນການພິຈາລະນາບົດລາຍງານຂອງລັດຖະບານ ໃນການຈັດຕັ້ງປະຕິບັດບັນດານະໂຍບາຍ, ນິຕິກຳ, ກົນໄກ ໃນການພັດທະນາພະລັງງານໄຟຟ້າໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ IX ຕໍ່ສື່ມວນຊົນໃນ ວັນທີ 16 ມິຖຸນານີ້ ທີ່ຫໍສະພາແຫ່ງຊາດ ຊຶ່ງ ທ່ານ ສົມມາດ ພົນເສນາ ກ່າວວ່າ: ເພື່ອເຮັດໃຫ້ແກ່ການຈັດຕັ້ງປະຕິບັດວຽກງານພະລັງງານໄຟຟ້າ ຢູ່ປະເທດເຮົາໃນຕໍ່ໜ້າໃຫ້ມີປະສິດທິພາບ, ປະສິດທິຜົນດີ ແລະ ມີຜົນປະໂຫຍດສູງສຸດໃຫ້ແກ່ປະເທດຊາດ, ກອງປະຊຸມໄດ້ສະເໜີມອບໃຫ້ລັດຖະບານເອົາໃຈໃສ່ຈັດຕັ້ງປະຕິບັດ 7 ບັນຫາດັ່ງນີ້:

1.ການພັດທະນາພະລັງງານໄຟຟ້າ ຕ້ອງປະຕິບັດຈິດໃຈການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ,ສຸມໃສ່ຮັບປະກັນການສະໜອງໄຟຟ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ,ຫຼຸດຜ່ອນການນຳເຂົ້າໄຟຟ້າ ໂດຍການປັບປຸງລະບົບພະລັງງານໄຟຟ້າໃຫ້ມີຄວາມໝັ້ນຄົງ, ພິຈາລະນາການຜະລິດພະລັງງານໄຟຟ້າປະເພດອື່ນເຊັ່ນ: ພະລັງງານຄວາມຮ້ອນ, ພະລັງງານໄຟຟ້າແສງຕາເວັນ ແລະ ການຜະລິດໄຟຟ້າພະລັງງານລົມ ແລະ ພະລັງານປະເພດອື່ນ, ຮັບປະກັນໃຫ້ຜູ້ຊົມໃຊ້ສາມາດນຳໃຊ້ໄຟຟ້າ ທີ່ລາຄາເໝາະສົມ ແລະ ເປັນທຳ.

2.ລົງທຶນເຂົ້າໃນການກໍ່ສ້າງສາຍສົ່ງໄຟຟ້າແຮງສູງ ແຕ່ເໜືອຮອດໃຕ້ ໃຫ້ສາມາດຮອງຮັບເອົາກະແສໄຟຟ້າຈາກເຂື່ອນຕ່າງໆ ເພື່ອສົ່ງອອກ ແລະ ຊົມໃຊ້ພາຍໃນ ແລະ ໃຫ້ພິຈາລະນາລວມເອົາສາຍສົ່ງໄຟຟ້າໄປຕ່າງປະເທດເຂົ້າໃນລະບົບດັ່ງກ່າວ, ບໍ່ຄວນອະນຸຍາດໃຫ້ບັນດາໂຄງການລົງທຶນກໍ່ສ້າງສາຍສົ່ງໄຟຟ້າເປັນຂອງຕົນເອງ ພ້ອມທັງຄົ້ນຄວ້າສ້າງນິຕິກຳຄຸ້ມຄອງວຽກງານດັ່ງກ່າວໃຫ້ສຳເລັດ.

3.ປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍໂດຍສະເພາະກົດໝາຍວ່າດ້ວຍໄຟຟ້າໃຫ້ຊັດເຈນ, ຮັດກຸມ ພ້ອມກັບການປະເມີນຄືນ, ສ້າງ ແລະ ປັບປຸງກົດໝາຍດັ່ງກ່າວໃຫ້ແທດເໝາະ ແລະ ສອດຄ່ອງກັບສະພາບການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໂດຍກຳນົດບັນຈຸເອົາພະລັງງານຄວາມຮ້ອນ, ພະລັງງານທົດແທນເຊັ່ນ: ພະລັງງານລົມ, ພະລັງງານແສງຕາເວັນເຂົ້າໃນກົດໝາຍດັ່ງກ່າວ.

4.ຄຸ້ມຄອງຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາສໍາປະທານ ແລະ ເອກະສານຊ້ອນທ້າຍ ໂຄງການທີ່ພົວພັນກັບການປະຕິບັດພັນທະດ້ານການເງິນ, ການຊົດເຊີຍຄ່າເສຍຫາຍ, ການປູກປ່າທົດແທນ, ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກ່ວາເກົ່າ.

5.ແບ່ງຂັ້ນຄຸ້ມຄອງຢ່າງຈະແຈ້ງຕາມທິດສາມສ້າງຄື: ກະຊວງອົງການຂັ້ນສູນກາງ ດໍາເນີນໜ້າທີ່ມະຫາພາກ ມອບຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດ, ຕິດຕາມກວດກາ ໃຫ້ອົງການປົກຄອງທ້ອງຖິ່ນປັບປຸງກົນໄກ ແລະ ສ້າງເງື່ອນໄຂໃຫ້ຂະແໜງການອື່ນທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນກໍຄືປະຊາຊົນໄດ້ເຂົ້າຮ່ວມ ແລະ ມີສ່ວນຮ່ວມແຕ່ຫົວທີ ໃນການສຶກສາຄົ້ນຄ້ວາຄວາມເປັນໄປໄດ້ທາງດ້ານເສດຖະກິດເຕັກນິກ, ການເກັບກຳຂໍ້ມູນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງການເຂົ້າຮ່ວມການເຈລະຈາຮ່າງສັນຍາສຳປະທານໂຄງການ.

6.ພິຈາລະນາຄົ້ນຄ້ວາປັບປຸງໂຄງສ້າງລາຄາໄຟຟ້າ ເພື່ອໃຫ້ສອດຄ່ອງກັບສະພາບການດໍາລົງຊີວິດຂອງປະຊາຊົນກໍຄືການດຳເນີນທຸລະກິດຂອງບັນດາວິສາຫະກິດຄຽງຄູ່ກັບການປັບປຸງລາຄາໄຟຟ້າ ກໍຕ້ອງປັບປຸງການຄຸ້ມຄອງລັດວິສາຫະກິດໄຟຟ້າລາວໃຫ້ເຂັ້ມງວດໂປ່ງໃສເປັນມືອາຊີບ

7.ມີແຜນການພັດທະນາຊັບພະຍາກອນມະນຸດ ໃນຂະແໜງການໄຟຟ້າໃຫ້ມີສິນທໍາປະຕິວັດ, ມີຈັນຍາບັນ, ເປັນມືອາຊີບ ເພື່ອກຽມພ້ອມຮອງຮັບໃນການຄຸ້ມຄອງ ແລະ ບໍລິຫານຈັດການບັນຫາໂຄງການພັດທະນາພະລັງງານໄຟຟ້າ ທີ່ຈະໄດ້ຮັບຫຼັງຈາກສິ້ນສຸດສັນຍາສຳປະທານ.

ທີ່ມາ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ກວດພົບ ຮ້ານອາຫານໃຊ້ສັດປ່າມາປຸງແຕ່ງ ພ້ອມກັກຕົວຜູ້ຖືກຫາ ສັນຊາດຈີນ

ໃນວັນທີ 18 ພຶດສະພາ 2026 ຜ່ານມາ ເຈົ້າໜ້າທີ່ ເຄືອຂ່າຍບັງຄັບໃຊ້ກົດໝາຍວ່າດ້ວຍສັດນໍ້າ-ສັດປ່າ ແລະ ກົດໝາຍວ່າດ້ວຍປ່າໄມ້ (LAO-WEN) ໄດ້ລົງເຄື່ອນໄຫວກວດກາຮ້ານອາຫານແຫ່ງໜຶ່ງ ຢູ່ເຂດບ້ານ ຈອມມະນີ, ເມືອງ...

ສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I.

ກອງປະຊຸມສໍາມະນາເຊື່ອມຊຶມເອກະສານ ເພື່ອກະກຽມໃຫ້ແກ່ກອງປະຊຸມວຽກສື່ມວນຊົນທົ່ວປະເທດ ຄັ້ງທີ I ພາຍໃຕ້ຫົວຂໍ້: "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ" ໄດ້ຈັດຂຶ້ນໃນວັນທີ 13 ກໍລະກົດ 2026 ນີ້, ທີ່ຫໍປະຊຸມແຫ່ງຊາດ...

ຈຳປາສັກ ເລັ່ງພັດທະນາເສດຖະກິດ-ການທ່ອງທ່ຽວ ສຶກສາຄວາມເປັນໄປໄດ້ ລົດໄຟ-ກະເຊົ້າລອຍຟ້າ.

ຖືເປັນຂ່າວທີ່ກຳລັງໂດ່ງດັງໃນວົງການທ່ອງທ່ຽວ ເມື່ອແຂວງຈຳປາສັກ ວາງແຜນຍົກລະດັບແຫຼ່ງທ່ອງທ່ຽວໃຫ້ກາຍເປັນ ຈຸດLandmar ລະດັບໂລກ ໂດຍການຈັບມືຮ່ວມກັບ Sun Group ບໍລິສັດຜູ້ສ້າງຕຳນານສວນສະໜຸກ Ba Na Hills ທີ່ໂດ່ງດັງຈາກປະເທດຫວຽດນາມ. ແລະ ນີ້ຄື...

ສຸມໃສ່ການພັດທະນາພື້ນຖານໂຄງລ່າງ ກໍ່ສ້າງ ແລະ ບູລະນະສ້ອມແປງເສັ້ນທາງ ໃຫ້ສາມາດນໍາໃຊ້ໄດ້ຕະຫຼອດປີ.

(ສພຊ) - ວັນທີ 8 ກໍລະກົດ 2026 ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ໄດ້ສັງລວມການປະກອບຄໍາເຫັນຂອງບັນດາທ່ານສະມາຊິກສະພາແຫ່ງຊາດ (ສສຊ) 40 ທ່ານ...