spot_img
Homeການບິນລາວຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

ຂ່າວດີ! ເປີດບໍລິການຄືນໃໝ່ແລ້ວ ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ

Published on

ຖ້ຽວບິນນະຄອນຫຼວງວຽງຈັນ-ຊຽງຂວາງ ເປີດບໍລິການຄືນໃໝ່ແລ້ວ ເລີ່ມ 1 ມິຖຸນາ 2025 ເປັນຕົ້ນໄປ.

ລັດວິສາຫະກິດການບິນລາວໄດ້ເປີດຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ ແລະ ແຂວງຊຽງຂວາງຄືນໃໝ່ ເລີ່ມແຕ່ວັນທີ 1 ມິຖຸນາເປັນຕົ້ນໄປດ້ວຍເຮືອບິນ ATR 72 ຈະບິນເສັ້ນທາງນີ້ 4 ຄັ້ງຕໍ່ອາທິດຄື: ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ.

ຖ້ຽວບິນ QV401 ຈະອອກຈາກນະຄອນຫຼວງວຽງຈັນ ເວລາ 09:00 ໂມງ ຮອດສະໜາມບິນຊຽງຂວາງ ເວລາ 09:35 ໂມງ ແລະ ຖ້ຽວບິນ QV402 ຈະກັບຈາກແຂວງຊຽງຂວາງ ເວລາ 10:15 ໂມງຮອດນະຄອນຫຼວງວຽງຈັນ ເວລາ 10:50 ໂມງ.
ທ່ານ ວຽງໄຊ ສິງຄຳ ຜູ້ອໍານວຍການບໍລິສັດການບິນລາວ ກ່າວວ່າ: ຖ້ຽວບິນດັ່ງກ່າວເລີ່ມເປີດບໍລິການຄືນໃໝ່ ຫຼັງຈາກຖືກໂຈະຊົ່ວຄາວ, ລັດວິສາຫະກິດການບິນລາວ ໄດ້ມີການປັບປຸງການບໍລິການຕະຫຼອດມາ ຊຶ່ງໃນເດືອນເມສາທີ່ຜ່ານມາ, ລັດວິສາຫະກິດການບິນລາວໄດ້ເພີ່ມເຮືອບິນເຈັດ C909 ຂອງບໍລິສັດເຮືອບິນການຄ້າຂອງປະເທດຈີນເຂົ້າໃນການບໍລິການຂອງສາຍການບິນລາວ ເພື່ອຕອບສະໜອງຄວາມມຸ້ງໝາຍຂອງບໍລິສັດ ຕໍ່ການປັບປຸງການບໍລິການໃຫ້ຜູ້ໂດຍສານ ແລະ ເຊື່ອມຕໍ່ການບໍລິການ ການບິນກັບພາກພື້ນ.

ເຮືອບິນ C909 ໄດ້ນຳໃຊ້ໃນເສັ້ນທາງບິນທັງພາຍໃນ ແລະ ຕ່າງປະເທດ ປະກອບມີ 90 ບ່ອນນັ່ງຂອງຊັ້ນປະຢັດ, ການບິນລາວຍັງຄົງໃຫ້ຄຳໝັ້ນສັນຍາໃນການປັບປຸງການບໍລິການຂົນສົ່ງທາງອາກາດ, ເພີ່ມທະວີການເຊື່ອມຕໍ່ພາກພື້ນ, ຊຸກຍູ້ການຮ່ວມມືສາກົນເພື່ອຕອບສະໜອງຄວາມຕ້ອງການຂອງອຸດສາຫະກຳການບິນທີ່ນັບມື້ນັບເພີ່ມຂຶ້ນ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...