ເງື່ອນໄຂຂອງຕຳແໜ່ງ:
- ຈົບຊັ້ນສູງຂຶ້ນໄປໃນສາຂາໃດກໍໄດ້.
 - ນັກສຶກສາຈົບໃໝ່ ຫຼື ມີປະສົບການ 1 ປີກ່ຽວກັບການຂາຍ, ພິຈາລະນາເປັນພິເສດສຳລັບ ສາຍງານທີ່ກ່ຽວຂ້ອງ.
 - ມີຄວາມຮູ້ທາງດ້ານ ດິຈິຕອລ ແລະ ຄວາມເຂົ້າໃຈກ່ຽວກັບໂຄສະນາຜ່ານສື່ສັງຄົມອອນລາຍ.
 - ມີຄວາມຮູ້ກ່ຽວກັບການໂທຫາລູກຄ້າ, ການສ້າງເຄື່ອຂ່າຍ ແລະ ການໃຊ້ແພັດຟອມອອນລາຍໃນການຊອກຫາກຸ່ມລູກຄ້າໃໝ່.
 - ມີທັກສະທີ່ດີໃນການຂາຍ, ການເຈລະຈາຕໍ່ລອງ ແລະ ຄວາມສາມາດໃນການລະບຸການຂາຍ.
 - ສາມາດສື່ສານພາສາອັງກິດຂັ້ນພື້ນຖານໄດ້, ພິຈາລະນາເປັນພິເສດສຳລັບ ຄົນທີ່ໄດ້ພາສາຈີນ.
 
ໜ້າທີ່ ແລະ ຄວາມຮັບຜິດຊອບ:
- ລະບຸຄວາມເປັນໄປໄດ້ໃນການຂາຍ ແລະ ປະເມີນຄວາມຕ້ອງການຂອງລູກຄ້າ.
 - ຄົ້ນຄວ້າໂອກາດການຂາຍໃໝ່ໆໂດຍການໂທຫາລູກຄ້າ, ການສ້າງເຄືອຂ່າຍ ແລະ ຜ່ານສື່ສັງຄົມອອນລາຍຕ່າງໆ.
 - ຈັດກຽມ ແລະ ນຳສະເໜີຂໍ້ມູນທີ່ເໝາະສົມກ່ຽວກັບຜະລິດຕະພັນ ລວມເຖິງການບໍລິການຂອງບໍລິສັດ, ເຮັດບົດລາຍການຂາຍ.
 - ຕິດຕໍ່ຫາລູກຄ້າ (ໃໝ່), ຄົ້ນຫາຂໍ້ມູນ ແລະ ປິດການຂາຍກັບຜູ້ລົງໂຄສະນາແບຣນ ແລະ ບັນດາ ອາເຈັນຊີ້ (ຕົວແທນ).
 - ເປັນຕົວແທນຂອງບໍລິສັດ ໃນການເຂົ້າຮ່ວມນິເທດສະການ ຫຼື ການປະຊຸມທີ່ກ່ຽວຂ້ອງ.
 

