ເຕືອນໄພ! ທາງສື່ສັງຄົມອອນລາຍ ປັດຈຸບັນໄດ້ມີກຸ່ມຄົນບໍ່ດີ ຫຼື ມິດສາຊີບ ພະຍາຍາມສ້າງເພຈປອມຂອງສຳນັກຂ່າວຕ່າງໆຂຶ້ນຫຼາຍ.
ເມື່ອ 2 ອາທິດທີ່ຜ່ານມານີ້, ຜູ້ນຳໃຊ້ສື່ສັງຄົມອອນລາຍພົບເຫັນເພຈປອມທີ່ແອບອ້າງເປັນເພຈຂອງສຳນັກຂ່າວເພື່ອຍິງໂຄສະນາຂາຍສິນຄ້າຕ່າງໆ ໂດຍໄດ້ນຳໃຊ້ໂລໂກ້, ພາບໜ້າປົກ, ຂໍ້ມູນຂ່າວລົງໃນເພຈປອມເພື່ອໃຫ້ຜູ້ອ່ານເຊື່ອຖື ຫຼັງຈາກນັ້ນແມ່ນຍິງໂຄສະນາ ແລະ ໂພສຂາຍສິນຄ້າລາຄາຖືກ ເພື່ອເປັນການຕົວະຍົວະຕົ້ມຕຸ໋ນ ແລະ ແຮັກຂໍ້ມູນຂອງປະຊາຊົນທີ່ຕົກເປັນເຫຍື່ອ.
ຈາກການກວດສອບຂອງທີມງານລາວໂພສຫຼ້າສຸດ ໃນວັນທີ 28 ເມສາ 2025, ສຳລັບເພຈປອມທີ່ທາງກຸ່ມຄົນໄດ້ສັ້າງຂຶ້ນມີຈຳນວນດັ່ງນີ້: ເພຈລາວໂພສ ຈຳນວນ 5 ບັນຊີ , ເພຈໜັງສືພິມລາວພັດທະນາ 12 ບັນຊີ, ເພຈໂທລະໂຄ່ງ ຈຳນວນ 6 ບັນຊີ ແລະ ເພຈປະກາດ ຈຳນວນ 4 ເພຈ. ເຊິ່ງປັດຈຸບັນໄດ້ມີການກົດລາຍງານ (Report) ເພຈດັ່ງກ່າວ ຈົນຈຳນວນເພຈປອມຫຼຸດໜ້ອຍລົງ, ແຕ່ກໍຍັງມີບາງເພຈທີ່ຍັງຄົງຢູ່.ຄວາມແຕກຕ່າງລະຫວ່າງເພຈປອມ ແລະ ເພຈແທ້ ມີດັ່ງນີ້:
ວີທີການກົດງາຍງານ (Report) ເພຈປອມມີຂັ້ນຕອນຄື:
- ໜ້າທີ 1: ເປີດໜ້າເພຈທີ່ຈະກົດລາຍງານແລ້ວ ກົດເຂົ້າໄປ 3 ຈ້ຳ ຢູ່ມຸມດ້ານຂົວລຸ່ມ
- ໜ້າທີ 2: ເມື່ອກົດເຂົ້າໄປແລ້ວໃຫ້ກົດໄປທີ່ ລາຍງານເພຈ
- ໜ້າທີ 3: ໃຫ້ກົດຄຳວ່າບາງຢ່າງກ່ຽວກັບເພຈນີ້
- ໜ້າທີ 4: ໃຫ້ກົດທີ່ຄຳວ່າ ການຫຼອກລວງ ການສໍ້ໂກງ ຂໍ້ມູນເທັດ
- ໜ້າທີ 5 ໃຫ້ກົດຄຳວ່າ ການຫຼອກລວງຕົ້ມຕຸ໋ນ
- ໜ້າທີ 6: ໃຫ້ຕິກຖືກໃນຊ່ອງຫວ່າງ ຢູ່ດ້ານລຸ່ມຂວາມື ແລ້ວກົດສົ່ງເົທ່ານີ້ກໍສາມາດກົດລາຍງານເພຈປອມໄດ້ແລ້ວ.
ທ້າຍນີ້ຝາກເຕືອນພໍ່ແມ່ປະຊາຊົນຜູ້ທີ່ໃຊ້ສື່ສັງຄົມອອນລາຍໃຫ້ມີສະຕິລະມັດລະວັງ ແລະ ໃຫ້ສັງເກດເບິ່ງຢ່າງລະອຽດ ເພື່ອຈະບໍ່ໄດ້ຕົກເປັນເຫຍື່ອມິດສາຊີບ.