spot_img
Homeຂ່າວພາຍ​ໃນກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

Published on

ຫສນຍ ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມ ປີ 2025.

ໃນຕອນເຊົ້າວັນທີ 21 ເມສາ 2025 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ປະຈໍາປີ 2024 ແລະ ທິດທາງແຜນວຽກຈຸດສຸມ ປະຈໍາປີ 2025 ພາຍໃຕ້ການເປັນປະທານຂອງທ່ານ ບົວຄົງ ນາມມະວົງ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ໂດຍການໃຫ້ກຽດເຂົ້າຮ່ວມໂອ້ລົມ ແລະ ໃຫ້ທິດຊີ້ນຳຂອງທ່ານສອນໄຊສີພັນດອນ, ນາຍົກລັດຖະມົນຕີ; ມີບັນດາທ່ານລັດຖະມົນຕີປະຈຳສຳນັກງານນາຍົກລັດຖະມົນຕີ, ທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫສນຍ, ບັນດາທ່ານຄະນະກົມ, ຄະນະຫໍປະຊຸມແຫ່ງຊາດ, ພະນັກງານ-ລັດຖະກອນຂອງ ຫສນຍ ແລະແຂກຖືກເຊີນເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານພັກ-ພະນັກງານ ແລະ ວຽກງານວິຊາສະເພາະຂອງ ຫສນຍ ປະຈຳປີ 2024 ແລະ ທິດທາງແຜນວຽກງານຈຸດສຸມປະຈຳປີ 2025 ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການປະຕິບັດໜ້າທີ່ວຽກງານ ເປັນຕົ້ນດ້ານວຽກງານການເມືອງແນວຄິດ, ວຽກງານການຈັດຕັ້ງພັກ, ວຽກງານຄຸ້ມຄອງ ແລະ ກໍ່ສ້າງພັກ-ພະນັກງານ, ວຽກງານປັບປຸງການຈັດຕັ້ງ, ວຽກງານນະໂຍບາຍ, ວຽກງານອົງການຈັດຕັ້ງມະຫາຊົນ ແລະ ການຈັດຕັ້ງເຄື່ອນໄຫວທາງດ້ານວຽກງານວິຊາສະເພາະກໍ່ຄືວຽກງານເສນາທິການ, ວຽກງານປະສານງານ ແລະ ວຽກງານບໍລິການຮັບໃຊ້; ວຽກງານກວດກາ; ວຽກງານປ້ອງກັນຄວາມສະຫງົບ ແລະ ວຽກງານສໍານັກງານຕາມຄຳຂັວນ 3 ດີ (ເປັນເສນາທິການທີ່ດີ, ປະສານງານທີ່ດີ ແລະ ບໍລິ ການຮັບໃຊ້ທີ່ດີ) ຕິດພັນກັບການປະຕິບັດທິດ 3 ຫັນ (1.ຫັນປ່ຽນຈາກແນວຄິດຄອງຄອຍ, ລໍຖ້າແຕ່ຄໍາສັ່ງ, ໄປສູ່ຄວາມເປັນເຈົ້າການ ກວ່າເກົ່າ; 2.ຫັນຈາກການເຮັດວຽກບໍ່ມີແບບແຜນ ໄປສູ່ການເຮັດວຽກທີ່ມີແຜນ, ມີແຜນດຳເນີນງານ ແລະ ແບ່ງຄວາມຮັບຜິດຊອບແບບຈະແຈ້ງ; ແລະ 3.ຫັນຈາກລະບົບການເຮັດວຽກຫຼາຍຂັ້ນ ຫຼາຍຂອດ ໄປສູ່ການຕັດຂັ້ນຂອດທີ່ບໍ່ຈຳເປັນອອກ ໃຫ້ຮັດກຸມ, ກະທັດຮັດ, ວ່ອງໄວ ແລະ ຊັດເຈນ), ຄຽງຄູ່ກັນນັ້ນກໍ່ໄດ້ຍົກໃຫ້ເຫັນສາເຫດທີ່ພາໃຫ້ມີດ້ານດີ, ຈຸດອ່ອນ-ຂໍ້ຄົງຄ້າງ, ບົດຮຽນທີ່ຖອດຖອນໄດ້ ແລະ ທິດທາງແຜນວຽກຈຸດສຸມໃນຕໍ່ໜ້າ, ລວມທັງມາດຕະການໃນການຈັດຕັ້ງປະຕິບັດວຽກງານໃນແຕ່ລະດ້ານ; ພ້ອມກັນນີ້, ກອງປະຊຸມຍັງໄດ້ຮັບຟັງການສະຫຼຸບ, ຕີລາຄາການຈັດຕັ້ງປະຕິບັດວຽກງານແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ປະຈໍາປີ 2024 ແລະ ສະຫຼຸບການຈັດຕັ້ງປະຕິບັດຂະບວນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປີ 2024 ແລະ ແຜນການປະຈໍາປີ 2025 ຂອງອົງຄະນະພັກ ຫສນຍ ພ້ອມທັງມອບໃບຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2024 ແລະ ສືບຕໍ່ເປີດບັ້ນຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂອງ ຫສນຍ.

ກອງປະຊຸມໄດ້ຮັບຟັງການໂອ້ລົມ ແລະໃຫ້ທິດຊີ້ນຳຈາກທ່ານນາຍົກລັດຖະມົນຕີ ໂດຍເນັ້ນໜັກໃຫ້ ຫສນຍ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນສືບຕໍ່ເອົາໃຈໃສ່ກະກຽມການດໍາເນີນກອງປະຊຸມໃຫຍ່ 3 ຂັ້ນຕິດພັນກັບການປັບປຸງກົງຈັກການຈັດຕັ້ງ ຕາມມະຕິຂອງຄະນະບໍລິຫານງານສູນກາງພັກ ແລະ ມະຕິຂອງສະພາແຫ່ງຊາດ; ເພີ່ມທະວີຄວາມສາມັກຄີພາຍໃນຈັດຕັ້ງປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ; ຕ້ອງຖືເອົາການນໍາພາການເມືອງແນວຄິດເປັນບັນຫາສໍາຄັນ, ຕິດພັນກັບການເອົາໃຈໃສ່ຄົ້ນຄວ້າແລະກໍາແໜ້ນແນວທາງນະໂຍບາຍ, ມະຕິ, ຄໍາສັ່ງແລະລະບຽບການຂອງພັກແລະລັດວາງອອກໃຫ້ເລິກເຊິ່ງ; ການບໍລິຫານ-ການຈັດການວຽກງານໃຫ້ມີຄວາມວ່ອງໄວ, ຊັດເຈນ ແລະ ຫັນເປັນທັນສະໄໝ; ຍົກສູງຄວາມຮູ້ຄວາມສາມາດການເປັນເສນາທິການຊ່ວຍນາຍົກ-ຮອງນາຍົກລັດຖະມົນຕີ ແລະ ລັດຖະບານໃນການປະຕິບັດວຽກງານໂດຍສະເພາະການກະກຽມເນື້ອໃນກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ, ກອງປະຊຸມລັດຖະບານ, ຮ່າງບົດປາໄສ, ຄົ້ນຄວ້າວິໄຈບັນຫາ, ສັງລວມເອກະສານຕ່າງໆໃຫ້ຊັດເຈນ, ວ່ອງໄວ, ຖືກຕ້ອງ ແລະ ສອດຄ່ອງກັບນະໂຍບາຍ, ກົດໝາຍ ແລະ ລະບຽບການກ່ຽວຂ້ອງພ້ອມທັງຮັບປະກັນຄວາມລັບຂອງເອກະສານບໍ່ໃຫ້ຮົ່ວໄຫຼ; ສົມທົບກັບພາກສ່ວນກ່ຽວຂ້ອງເພີ່ມທະວີການໂຄສະນາປະຊາສໍາພັນແນວທາງ, ນະໂຍບາຍ ແລະ ການເຄື່ອນໄຫວຂອງລັດຖະບານ; ເປັນເຈົ້າການປະສານງານ ແລະ ຕິດຕາມຊຸກຍູ້ຂະແໜງການ ແລະ ທ້ອງຖິ່ນໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄຳສັ່ງ, ແຈ້ງການ, ທິດຊີ້ນໍາຂອງຂັ້ນເທິງໃຫ້ໄດ້ຮັບຜົນດີ.
ພາບ ແລະ ຂ່າວ: ກົມປະຊາສໍາພັນຫສນຍ.

ບົດຄວາມຫຼ້າສຸດ

ອອກມາແລ້ວ ກົດໝາຍວ່າດ້ວຍລັດຖະກອນສະບັບປັບປຸງໃໝ່ ລົງວັນທີ 7 ພຶດສະພາ 2025

ແຈ້ງການອອກມາແລ້ວ ກົດໝາຍວ່າດ້ວຍພະນັກງານ-ລັດຖະກອນ ສະບັບປັບປຸງ ເລກທີ 046/ປປທ ລົງວັນທີ 07/09/2025 ມີເນື້ອໃນດັ່ງນີ້:

ອັບດັບ 13 ຂອງໂລກ ລາວຕິດອັນດັບເປັນໜຶ່ງໃນປະເທດ ຈຸດໝາຍປາຍທາງການທ່ອງທ່ຽວທີ່ຂະຫຍາຍຕົວສູງສຸດໃນປີ 2024

ອົງການທ່ອງທ່ຽວໂລກ ແຫ່ງສະຫະປະຊາຊາດ ລາຍງານກ່ຽວກັບ ການຈັດອັນດັບປະເທດຈຸດໝາຍປາຍທາງການທ່ອງທ່ຽວ ທີ່ຂະຫຍາຍໂຕສູງທີ່ສຸດ ໃນນັ້ນ ສປປ ລາວ ສາມາດຕິດຢູ່ໃນ ອັນດັບທີ່ 13 ຂອງໂລກ ຈາກການຈັດອັນດັບໃນປີ 2024...

ເຫດການປະທ້ວງຄັ້ງໃຫຍ່ ຄົນລຸ້ນໃໝ່ລວມກຸ່ມປະທ້ວງໃນເນປານ ເນື່ອງຈາກປິດກັ້ນສື່ອອນລາຍ ແລະ ບັນຫາສໍ້ລາດບັງຫຼວງ

ໃນວັນທີ 09 ກັນຍາ 2025ທ່ານ ເຄພີ ຊາມາໂອລີ, ນາຍົກລັດຖະມົນຕີປະເທດເນປານໄດ້ປະກາດລາອອກຈາກຕໍາແໜ່ງ ເນື່ອງຈາກມີການປະທ້ວງຂອງປະຊາຊົນໂດຍສະເພາະກຸ່ມເດັກລຸ້ນໃໝ່ ເຊິ່ງສາເຫດແມ່ນເກີດຈາກ - ການອອກມາດຕະການຫ້າມນໍາໃຊ້ສື່ອອນລາຍ ເຊິ່ງກ່ອນໜ້ານີ້ໄດ້ມີການແຈ້ງການປິດກັນ 26 ແອັບພຣິເຄຊັນເຊັ່ນ: ເຟສບຸກ,...

ໂຣກລິດຊີດວງຖາມຫາ! ເຂົ້າຫ້ອງນໍ້າພ້ອມຫຼິ້ນໂທລະສັບໄປນໍາ ສ່ຽງເປັນໂຣກລິດສີດວງ

ພຶດຕິກຳໃນແຕ່ລະມື້ຶອາດສົ່ງຜົນໃຫ້ເກີດໂຣກຕ່າງໆໄດ້.ເຊິ່ງຫຼາຍຄົນໃນຍຸກປັດຈຸບັນກຳລັງເຮັດຢູ່ຄື ການເຂົ້າຫ້ອງນໍ້າ, ນັ່ງຢູ່ຊັກໂຄກເປັນເວລາດົນ ພ້ອມກັບກັບຫຼິ້ນໂທລະສັບໄປນຳ ໂດຍບໍ່ຄຳນຶກເຖິງຄວາມສ່ຽງທີ່ຈະຕາມມາ. ສໍາລັບໂຣກລິດສີດວງທະວານໜັກ ເກີດຈາກເສັ້ນເລືອດດຳທະວານໜັກ ຫຼື ສ່ວນປາຍສຸດຂອງລໍາໄສ້ໃຫ່ຍເກີດອາການບວມ ຫຼື ຂະຫຍາຍໂຕໃຫ່ຍຂຶ້ນ ມີອາການນູນເປັນຕິ່ງອອກມາຈາກຮູທະວານ ເຮັດໃຫ້ມີອາການເຈັບ ແລະ ຂັບຖ່າຍເປັນເລືອດປະປົນອອກມາ. ນັກວິໄຈພົບວ່າການຫຼິ້ນໂທລະສັບໃນຫ້ອງນໍ້າເປັນປະຈໍາມີຄວາມສ່ຽງເປັນໂຣກລິດສີດວງທະວານ...