spot_img
Homeຂ່າວຕ່າງປະເທດສະຫະລັດອາເມລິກາ ປະກາດຈະເກັບພາສີນຳເຂົ້າພື້ນຖານ 10%

ສະຫະລັດອາເມລິກາ ປະກາດຈະເກັບພາສີນຳເຂົ້າພື້ນຖານ 10%

Published on

ທ່ານ ໂດນັລ ທຣຳມ ປະທານາທິບໍດີ ສະຫະລັດອາເມລິກາ ປະກາດຈະເກັບພາສີນຳເຂົ້າ 10% ສຳລັບສິນຄ້ານຳເຂົ້າທັງໝົດທີ່ເຂົ້າສູ່ສະຫະລັດ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 2 ເມສາ 2025 ນີ້, ທ່ານ ໂດນັລ ທຣຳ, ປະທານາທິບໍດີ ສະຫະລັດອາເມຣິກາ ປະກາດຈະເກັບພາສີນຳເຂົ້າພຶ້ນຖານ 10% ສຳລັບສິນຄ້ານຳເຂົ້າທັງໝົດທີ່ເຂົ້າສູ່ສະຫະລັດ ແລະ ຈະເກັບພາສີໃນອັດຕາທີ່ສູງຂຶ້ນຈາກປະເທດອື່ນໆອີກຫຼາຍປະເທດ ລວມເຖິງຄູ່ຄ້າທີ່ສຳຄັນທີ່ສຸດຂອງສະຫະລັດ ເຊິ່ງເປັນການຂະຫຍາຍສົງຄາມການຄ້າທີ່ສ້າງຄວາມປັ່ນປ່ວນໃຫ້ຕະຫຼາດໂລກ.

ທ່ານ ໂດນັລ ທຣຳ ໄດ້ກ່າວວ່າ: ລັດຖະບານກຳນົດອັດຕາພາສີສຳລັບແຕ່ລະປະເທດໂດຍພິຈະລະນາຈາກອັດຕາພາສີເງິນຕາທີ່ປະເທດເຫຼົ່ານັ້ນ ເກັບຈາກສິນຄ້າທີ່ນຳເຂົ້າຈາກສະຫະລັດ ລວມເຖິງອຸປະສັກທາງການຄ້າທີ່ບໍ່ແມ່ນເງິນຕາ ເຊັ່ນ: ກົດລະບຽບທີ່ເຮັດໃຫ້ສິນຄ້າຂອງສະຫະລັດ ເຂົ້າສູ່ຕະຫຼາດໄດ້ຍາກຂຶ້ນ.

ພ້ອມທ່ານຍັງກ່າວຕື່ມວ່າ: ອັດຕາ​ພາສີ​ທີ່ກຳນົດໃໝ່​ຍັງ​ເປັນ​ພຽງ​ເຄິ່ງໜຶ່ງ​ຂອງ​ອັດຕາ​ທີ່​ປະ​ເທດ​ເຫຼົ່າ​ນັ້ນ​ເກັບ​ຄ່າ​ສິນຄ້າ​ຂອງ​ສະຫະລັດ ໂດຍລະບຸວ່າອັດຕາພາສີທີ່ກຳນົດໃໝ່ຂອງສະຫະລັດ “ເປັນແບບໃຈດີ”

ການເກັບພາສີຄັ້ງນີ້ຖືວ່າ ສປປ ລາວ ເຮົາຈະໄດ້ຮັບຜົນກະທົບສູງສຸດ ເປັນອັນດັບ 2 ຂອງອາຊຽນ, ໂດຍ ສປປ ລາວ ມີອັດຕາການເກັບພາສີນຳເຂົ້າສະຫະລັດເພີ່ມຂຶ້ນຢູ່ທີ່ 48% ຮອງຈາກ ກຳປູເຈຍ ມີອັດຕາເພີ່ມຂຶ້ນຢູ່ 49% ແລະ ພາສີຂອງສະຫະລັດທີ່ນຳເຂົ້າ ສປປ ລາວ ຄິດໄລ່ລວມຈະຢູ່ທີ່ 95% (ລວມພາສີ-ອາກອນ ນະໂຍບາຍອື່ນ), ແຕ່ກໍມີສິນຄ້າບາງປະເພດແມ່ນໜ້ອຍກວ່າ 95%.

ຫຼາຍປີຜ່ານມາ, ລາວໄດ້ພະຍາຍາມຂະຫຍາຍຖານການສົ່ງອອກ ໂດຍສະຫະລັດ ກາຍມາເປັນພັນທະມິດທາງການຄ້າທີ່ສຳຄັນ ສິນຄ້າສົ່ງອອກຫຼັກຂອງປະເທດລາວ ສຳລັບສິນຄ້າສົ່ງອອກສູ່ສະຫະລັດ ໄດ້ແກ່: ເກີບ, ເຟີນິເຈີໄມ້, ຜ້າແພ ແລະ ສ່ວນປະກອບເອເລັກໂທຣນິກ ຢ່າງໃດກໍຕາມ ການເກັບພາສີນຳເຂົ້າ ທຸລະກິດຂອງ ສປປ ລາວ ອາດປະເຊີນກັບການສັ່ງຊື້ທີ່ຫຼຸດລົງ ຕົວຢ່າງກາເຟລາວ ເຊິ່ງເປັນສິນຄ້າສົ່ງອອກທີ່ສຳຄັນຂອງປະເທດ ອາດໄດ້ຮັບຜົນກະທົບຢ່າງຫຼວງຫຼາຍ ເນື່ອງຈາກສະຫະລັດເປັນຜູ້ບໍລິໂພກກາເຟລາວທີ່ມີຄຸນນະພາບສູງ ແຕ່ຕົ້ນທຶນເພີ່ມຂຶ້ນຈາກການເພີ່ມຂຶ້ນຂອງພາສີ ອາດຈະເຮັດໃຫ້ ຜູ້ຊື້ຫັນໄປຫາຜູ້ຂາຍລາຍອື່ນເຊັ່ນ: ປະເທດໂຄລອມເບຍ.

ສຳລັບການເກັບພາສີພຶ້ນຖານໃນບັນດາອາຊຽນມີດັ່ງນີ້: ກຳປູເຈຍ 49%, ລາວ 48%, ຫວຽດນາມ 46%, ມຽນມາ 44%,  ໄທ 36%, ອິນໂດເນເຊຍ 32%, ບູໄນ 24%, ມາເລເຊຍ 24%, ຟິລິບປິນ 17% ແລະ ສິງກາໂປ 10%. ຄາດວ່າຈະເລີ່ມເກັບພາສີໃນວັນທີ 9 ເມສາ 2025 ເປັນຕົ້ນໄປ ແລະ ຈະບັງຄັບໃຊ້ກັບ 60 ປະເທດທັງໝົດ ສ່ວນພາສີພຶ້ນຖານ 10% ຈະມີຜົນບັງຄັບໃຊ້ໃນວັນທີ 5 ເມສາ 2025.

ຢ່າງໃດກໍຕາມ ການປະກາດເກັບພາສີຈຳນວນຫຼາຍ ຂອງ ທ່ານ ໂດນັລ ທຣຳ ໄດ້ສ້າງຄວາມພັນແປໃຫ້ກັບຕະຫຼາດການເງິນ ແລະ ທຸລະກິດທີ່ມີການເພິ່ງພາຂໍ້ຕົກລົງທາງການຄ້າທີ່ມີຢູ່ຕັ້ງແຕ່ 50 ປີທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...