spot_img
Homeກອງປະຊຸມສະໄໝສາມັນສປປ ລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ.

ສປປ ລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ.

Published on

ສປປ ລາວ ແບ່ງການປົກຄອງທ້ອງຖິ່ນ ອອກເປັນສາມຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ

ໃນໂອກາດຂຶ້ນລາຍງານກ່ຽວກັບຮ່າງລັດຖະທໍາມະນູນ ແຫ່ງ ສປປ ລາວ ສະບັບປຸບປຸງ ປີ 2025 ຕໍ່ກອງປະຊຸມສະໄໝວິສາ ມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 17 ມີນາ 2025, ທ່ານ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງ ຊາດ, ຮອງປະທານຄະນະກຳມະການລະດັບຊາດ ປັບປຸງລັດຖະ ທຳມະນູນ ໄດ້ຍົກໃຫ້ເຫັນກ່ຽວກັບ ໝວດທີ IX,ອົງການປົກ ຄອງທ້ອງຖິ່ນ ເຊິ່ງໝວດນີ້ປະກອບມີ 3 ມາດຕາ ດັ່ງນີ້:

ມາດຕາ 86 (ປັບປຸງ): – ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແບ່ງການປົກ ຄອງທ້ອງຖິ່ນ ອອກເປັນສາມຂັ້ນ ຄື: ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ.
– ສໍາລັບບ້ານ ແມ່ນການຈັດຕັ້ງຊຸມຊົນ ໂດຍມີການເລືອກຕັ້ງຕາມກົດໝາຍ.

ມາດຕາ 87 (ປັບປຸງ): – ອົງການປົກຄອງທ້ອງຖິ່ນ ແມ່ນອົງການບໍລິຫານຂັ້ນທ້ອງຖິ່ນ, ມີພາລະບົດບາດຄຸ້ມຄອງບໍລິຫານລັດ ຢ່າງຮອບດ້ານ ແລະ ເປັນເອກະພາບໃນຂອບເຂດທ້ອງຖິ່ນຂອງຕົນ.
– ອົງການປົກຄອງທ້ອງຖິ່ນ ຮັບຜິດຊອບຕໍ່ ລັດຖະບານ ແລະ ສະ ພາປະຊາຊົນທ້ອງຖິ່ນ.
– ອົງການປົກຄອງທ້ອງຖິ່ນ ປະກອບດ້ວຍ ຄະນະກໍາມະການປົກ ຄອງ ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນຕາແສງ.
– ຄະນະກໍາມະການປົກຄອງແຕ່ລະຂັ້ນ ປະກອບດ້ວຍ ປະທານ, ຮອງປະທານ ແລະ ກໍາມະການ.
– ຄະນະກໍາມະການປົກຄອງແຕ່ລະຂັ້ນ ມີອາຍຸການເທົ່າກັບອາຍຸການຂອງສະພາປະຊາຊົນທ້ອງຖິ່ນ.

ມາດຕາ 88 (ປັບປຸງ): ອົງການປົກຄອງທ້ອງຖິ່ນ ມີສິດ ແລະ ໜ້າທີ່ ດັ່ງນີ້:
1. ຈັດຕັ້ງປະຕິບັດ ລັດຖະທໍາມະນູນ, ກົດໝາຍ, ນິຕິກຳໃຕ້ກົດໝາຍຂອງຂັ້ນເທິງ, ແຜນພັດທະນາເສດ ຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ແລະ ມະຕິສະພາປະຊາຊົນທ້ອງຖິ່ນຕົນ;
2. ສ້າງ ແຜນຍຸດທະສາດ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ ແລະ ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ເພື່ອສະເໜີສະພາປະຊາຊົນທ້ອງຖິ່ນຕົນ ພິຈາລະນາ, ຮັບຮອງເອົາ;
3. ຄຸ້ມຄອງບໍລິຫານທາງດ້ານ ການເມືອງ, ເສດຖະກິດ, ວັດທະ ນະທໍາ-ສັງຄົມ, ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ຊັບພະ ຍາກອນທຳມະຊາດ, ສິ່ງແວດລ້ອມ ແລະ ອື່ນໆ;
4. ອອກນິຕິກໍາ ກ່ຽວກັບການຄຸ້ມຄອງເສດຖະກິດ, ວັດທະນະ ທໍາ-ສັງຄົມ ແລະ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ;
5. ຕິດຕາມ ກວດກາ ການປະຕິບັດໜ້າທີ່ວຽກງານຂອງອົງການຈັດຕັ້ງທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ;
6. ຄຸ້ມຄອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນບໍ່ມີສັນຊາດ, ຄົນຕ່າງປະເທດທີ່ດຳລົງຊີວິດ ແລະ ເຄື່ອນໄຫວຢູ່ທ້ອງຖິ່ນຂອງຕົນ;
7. ຮັບ, ພິຈາລະນາ ແລະ ແກ້ໄຂຄໍາສະເໜີຂອງປະຊາຊົນ;
8. ພົວພັນ ແລະ ຮ່ວມມືກັບຕ່າງປະເທດ ຕາມການມອບໝາຍ ຂອງລັດຖະບານ;
9. ສະຫຼຸບ, ລາຍງານສະພາບການຈັດຕັ້ງປະຕິບັດວຽກງານຮອບດ້ານຂອງທ້ອງຖິ່ນ ໃຫ້ຂັ້ນເທິງຖັດຕົນຢ່າງເປັນປົກກະຕິ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...

ໄປບໍ່ລອດ! ເຈົ້າໜ້າທີ່ອຸທະຍານ ແຫ່ງປະເທດໄທ ຈັບກຸມຄົນລາວ 2 ຄົນ ລັກລອບຂາຍຊາກສັດປ່າ

ເຈົ້າໜ້າທີ່ໄທ ຈັບກຸມ 2 ຊາວລາວ ກຽມລັກລອບຄ້າຂາຍຊາກສັດປ່າຫຼາຍກວ່າ 101 ກິໂລກຼາມ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2025 ຜ່ານມາ, ເຈົ້າໜ້າທີ່ກົມອຸທະຍານແຫ່ງຊາດ ສັດປ່າ ແລະ...