spot_img
Homeຂ່າວຕ່າງປະເທດພາຍຸຝຸ່ນ ໄຟປ່າ ແລະ ພາຍຸທຳນາໂດຫຼາຍລູກພັດຖະຫຼົ່ມ ສະຫະລັດ ເສຍຊີວິດຢ່າງນ້ອຍ 40 ຄົນ

ພາຍຸຝຸ່ນ ໄຟປ່າ ແລະ ພາຍຸທຳນາໂດຫຼາຍລູກພັດຖະຫຼົ່ມ ສະຫະລັດ ເສຍຊີວິດຢ່າງນ້ອຍ 40 ຄົນ

Published on

ມີຜູ້ເສຍຊີວິດຢ່າງນ້ອຍ 40 ຄົນ ຫຼັງຈາກມີລາຍງານການເກິີດພາຍຸຝຸ່ນ ໄຟປ່າ ແລະ ພາຍຸທຳນາໂດຫຼາຍລູກພັດຖະຫຼົ່ມ ພຶ້ນທີ່ພາກກາງ-ໃຕ້ ຂອງສະຫະລັດ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 17 ມີນາ 2025 ນີ້ວ່າ: ມີຜູ້ເສຍຊີວິດຢ່າງນ້ອຍ 40 ຄົນ ຈາກການເກີດພາຍຸຝຸ່ນ ໄຟປ່າ ແລະ ພາຍຸທໍນາໂດຫຼາຍລູກພັດຖະຫຼົ່ມທາງພາກກາງຂອງສະຫະລັດ, ເຊິ່ງທາງລັດມິສຊູລີ ເປັນລັດທີ່ໄດ້ຮັບຜົນກະທົບຈາກພາຍຸທໍນາໂດ ເຊິ່ງເລີ່ມກໍຕົວໃນວັນສຸກຜ່ານມາ 14 ມີນາ 2025 ໂດຍມີຜູ້ເສຍຊີວິດຢ່າງນ້ອຍ 12 ຄົນ, ນອກຈາກນັ້ນ ກະແສລົມແຮງໃນລັດແທັກຊັສ ແລະ ແຄນຊັສ ເຮັດໃຫ້ເກີດພາຍຸ ສົ່ງຜົນໃຫ້ລົດຕຳກັນ ແລະ ມີຜູ້ເສຍຊີວິດ 12 ຄົນ.

ສະພາບອາກາດ ທີ່ຮ້າຍແຮງ ໄດ້ຄວບຄຸມພຶ້ນທີ່ພາກກາງ ແລະ ພາກໃຕ້ ເຊິ່ງເປັນທີ່ຢູ້ອາໃສຂອງປະຊາຊົນຫຼາຍກວ່າ 100 ລ້ານຄົນ ເຮັດໃຫ້ເເກີດໄຟປ່າທີ່ຮ້າຍແຮງເກືອບ 150 ແຫ່ງໃນລັດໂອກາໂຫມາ ນອກຈາກນີ້ຍັງມີລາຍງານການເສຍຊີວິດໃນລັດ ອາຄັນຊອນ, ລັດອະລາບາບາ ແລະ ມິສຊິສຊິບປີ້.

ຕາມຂໍ້ມູນຈາກບໍລິສັດຕິດຕາມຂໍ້ມູນໄຟຟ້າລາຍງານໃນວັນທີ 16 ມີນາ 2025 ລະບຸວ່າ: ປະຊາຊົນຫຼາຍກວ່າ 320,000 ຄົນບໍມີໄຟຟ້າໃຊ້ ແລະ ມີການປະກາດພາວະສຸກເສີນໃນລັດ ອາຄັນຊອນ, ຈໍເຈຍ ແລະ ລັດໂອກາໂຫມາ.

ເຈົ້າໜ້າທີ່ແພດນິຕິເວດປະຈຳລັດໂອກາໂຫມາ ລະບຸວ່າ: ມີຜູ້ເສຍຊີວິດຢ່າງນ້ອຍ 4 ຄົນ ເນື່ອງຈາກໄຟໄໝ້ລຸກລາມຢ່າງໄວວາ ຍ້ອນເກີດຈາກລົມແຮງ 133 ກິໂລແມັດຕໍ່ຊົ່ວໂມງ ແລພ ໄຟປ່າເຜົາເນື່ອທີ່ໄປແລ້ວກວ່າ 430,000 ໄຮ່.

ໃນລັດແຄນຊັສ ມີຜູ້ເສຍຊີວິດຢ່າງນ້ອຍ 8 ຄົນ ຫຼັງຈາກເກີດອຸບັດຕິເຫດລົດໃຫຍ່ຕຳກັນຫຼາຍກວ່າ 55 ຄັນ ເນື່ອງຈາກພາຍຸຝຸ່ນ ສ່ວນລັດແທັກຊັສກໍເກີດາຍຸຝຸ່ນເຊັ່ນດຽວກັນເຮັດໃຫ້ລົດຕຳກັນປະມານ 38 ຄົນ ເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ.

ມິສຊິສຊິບປີ້ ເສຍຊີວິດ 8 ຄົນເນື່ອງຈາກພາຍຸທໍນາໂດພັດຖະຫຼົ່ມ ແລະ ລັດອະລາບາມາ ເສຍຊີວິີດອີກ 3 ຄົນ ເນື່ອງຈາກພາຍຸທໍນາໂດ ນອກນີ້ຍັງລວມເຖິງຍິງສູງອາຍຸໃນລັດ ອາຄັນຊໍ ອາຍຸ 82 ປີ ເຈົ້າໜ້າທີ່ລາຍງານວ່າມີຜູ້ເສຍຊີວິດ  3 ຄົນ ແລະ ບາດເຈັບ 29 ຄົນ.

ແຫຼ່ງຂ່າວ: ໄທລັດ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...