spot_img
Homeຂ່າວພາຍ​ໃນຊົມເຊີຍ! ເມືອງນາກາຍ ແຂວງຄຳມ່ວນ ຍັງເຫຼືອຄອບຄົວທຸກຍາກບໍ່ຮອດ 20%

ຊົມເຊີຍ! ເມືອງນາກາຍ ແຂວງຄຳມ່ວນ ຍັງເຫຼືອຄອບຄົວທຸກຍາກບໍ່ຮອດ 20%

Published on

ເມືອງນາກາຍ ແຂວງຄຳມ່ວນ ຍັງເຫຼືອຄອບຄົວທຸກຍາກບໍ່ຮອດ 20%

ສະຫາຍ ແສງແກ້ວ ພະຄຸນທອງ ຄະນະປະຈໍາພັກເມືອງ ຮອງເຈົ້າເມືອງນາກາຍ ໃຫ້ຮູ້ໃນໂອກາດລາຍງານຕໍ່ກອງປະຊຸມໃຫຍ່ ຄັ້ງທີ VII ຜູ້ແທນອົງຄະນະພັກເມືອງນາກາຍ ໃນວັນທີ 18 ກຸມພາ 2025 ຢູ່ທີ່ສະໂມສອນຂອງເມືອງ ວ່າ: ຕະຫຼອດໄລຍະ 5 ປີຜ່ານມາ ເມືອງນາກາຍ, ແຂວງຄຳມ່ວນເສດຖະກິດມີການຂະຫຍາຍຕົວໃນລະດັບ 4.38%, ມູນຄ່າລວມຜະລິດຕະພັນປະຕິບັດໄດ້ 873 ຕື້ກີບ, ສະເລ່ຍລາຍຮັບຕໍ່ຫົວຄົນ 29.7 ລ້ານກີບຕໍ່ປີ, ມີຄອບຄົວພົ້ນທຸກ 3,775 ຄອບຄົວ ເທົ່າກັບ 82.23%, ບ້ານພົ້ນທຸກ 16 ບ້ານ ເທົ່າກັບ 94.72% ຂອງຈໍານວນບ້ານໃນທົ່ວເມືອງ.

ໃນນີ້, ຂະແໜງກະສິກໍາ 248 ຕື້ກີບ ກວມ 28.41%, ຂະແໜງອຸດສາຫະກຳ 74 ຕື້ກີບ ກວມ 8.50% ແລະ ຂະແໜງບໍລິການ 551 ຕື້ກີບ ກວມ 63.09% ຂອງລວມຍອດມູນຄ່າຜົນຜະລິດ, ສາມາດລະດົມແຫຼ່ງທຶນເພື່ອການພັດທະນາໄດ້ທັງໝົດ 165 ໂຄງການ ມູນຄ່າ 202.04 ຕື້ກີບ, ລື່ນແຜນ 108.83%.

ການລົງທຶນຂອງລັດປະຕິບັດໄດ້ 29 ໂຄງການ ມູນຄ່າ 21.93 ຕື້ກີບ, ທຶນຊ່ວຍເຫຼືອເພື່ອການພັດທະນາ ປະຕິບັດໄດ້ 136 ໂຄງການ ມູນຄ່າ 115.21 ຕື້ກີບ, ປ່ອຍສິນເຊື່ອໄດ້ 64.90 ຕື້ກີບ ລື່ນແຜນ 235.40%, ມີຫົວໜ່ວຍວິສາຫະກິດທັງໝົດ 131 ຫົວໜ່ວຍ ເພີ່ມຂຶ້ນ 44 ຫົວໜ່ວຍ, ມີທຶນຈົດທະບຽນ 37.38 ຕື້ກີບ, ມີກຸ່ມການຜະລິດ 3 ກຸ່ມ ແລະ ໄດ້ຮັບຮອງເປັນ ໜຶ່ງເມືອງໜຶ່ງຜະລິດຕະພັນ ໄດ້ 2 ຜະລິດຕະພັນຄື: ຜະລິດຕະພັນປາແຫ້ງ ແລະ ຫັດຖະກຳຈັກສານ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...