spot_img
Home​ຂ່າວທ່ອງທ່ຽວປີທ່ອງທ່ຽວລາວ 2024 ດຶງດູດນັກ ທ່ອງທ່ຽວ ເຂົ້າແຂວງຫົວພັນ 53 ພັນກວ່າຄົນ

ປີທ່ອງທ່ຽວລາວ 2024 ດຶງດູດນັກ ທ່ອງທ່ຽວ ເຂົ້າແຂວງຫົວພັນ 53 ພັນກວ່າຄົນ

Published on

ແຂວງຫົວພັນປະຕິບັດໄດ້ເກີນແຜນ ດຶງດູດນັກທ່ອງທ່ຽວໄດ້ 53 ພັນກວ່າຄົນ ໃນປີທ່ອງທ່ຽວລາວ 2024.

ໃນປີ 2024 ຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ ຢູ່ແຂວງຫົວພັນ ແມ່ນມີຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້, ສາມາດດຶງດູດນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຢູ່ແຂວງຫົວພັນ ໄດ້ທັງໝົດ 53 ພັນກວ່າຄົນ, ສ້າງລາຍຮັບໃຫ້ແກ່ສັງຄົມ ໄດ້ທັງໝົດ 58 ຕື້ກວ່າກີບ.

ທ່ານ ແສງສຸວັນ ວົງຄຳ ຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫົວພັນ ໄດ້ໃຫ້ສໍາພາດໃນທ້າຍອາທິດຜ່ານມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ແຂວງຫົວພັນ ກໍຄື ພະແນກ ຖວທ ໄດ້ເອົາໃຈໃສ່ຊຸກຍູ້ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການທຸລະກິດບໍລິການທ່ອງທ່ຽວ ຢ່າງເປັນປົກກະຕິຕໍ່ເນື່ອງ, ລົງກວດກາແນະນໍາບັນດາຫົວໜ່ວຍຜູ້ປະກອບການໄດ້ 8 ຫົວໜ່ວຍ, ລົງສໍາຫລວດ ແລະ ຂຽນແຜນພັດທະນາແຫລ່ງທ່ອງທ່ຽວໄດ້ 2 ແຫ່ງ, ທຽບໃສ່ແຜນການປະຕິບັດໄດ້ 100%, ອອກໃບອະນຸຍາດສືບຕໍ່ດໍາເນີນທຸລະກິດບໍລິການທ່ອງທ່ຽວໄດ້ 16 ຫົວໜ່ວຍ, ໃບອະນຸຍາດດໍາເນີນທຸລະກິດ 9 ຫົວໜ່ວຍ, ເກັບກໍາສະຖິຕິໂຮງແຮມ, ເຮືອນພັກ ແລະ ຮ້ານອາຫານໄດ້ 80 ຫົວໜ່ວຍ, ໂຄສະນາແຫລ່ງທ່ອງທ່ຽວ, ເທສະການງານບຸນປະເພນີຕ່າງໆ ລົງສື່ອອນລາຍໄດ້ 20 ຄັ້ງ, ມີຜູ້ເຂົ້າເຖິງ 9 ແສນກວ່າຄົນ. ພ້ອມນີ້, ຍັງໄດ້ສໍາເລັດການສ້າງຖານຂໍ້ມູນຂ່າວສານການທ່ອງທ່ຽວ ໃຫ້ເປັນລະບົບເຊື່ອມຕໍ່ 8 ແຂວງພາກເໜືອ ແລະ ເຊື່ອມຕໍ່ລະບົບຂອງ ກະຊວງ ຖວທ, ສ້າງປະຕິທິນທ່ອງທ່ຽວບຸນປະເພນີຊົນເຜົ່າຂອງແຂວງ, ອັບເດດຂໍ້ມູນຂ່າວສານການທ່ອງທ່ຽວ, ຕາຕະລາງລົດເມ, ຖ້ຽວບິນ ແລະ ອື່ນໆໄດ້ 5 ຄັ້ງ ແລະ ອອກແບບສື່ສິ່ງພິມໂຄສະນາເປັນພາສາລາວ-ອັງກິດໄດ້ 5 ແບບ ແລະ ສໍາເລັດການອອກແບບປະຕິທິນທ່ອງທ່ຽວ 2024 ຂອງແຂວງ ໂດຍພື້ນຖານ.

ຜ່ານການຈັດຕັ້ງປະຕິບັດວຽກງານ ຖວທ ໃນໄລຍະຜ່ານມາ ກໍຄື ການຈັດຕັ້ງປະຕິບັດກິດຈະກຳປີທ່ອງທ່ຽວລາວ 2024 ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໄດ້ທັງໝົດ 53.162 ຄົນ (ປະຕິບັດໄດ້ເກີນແຜນ). ໃນນັ້ນ, ນັກທ່ອງທ່ຽວພາຍໃນ 16.811 ຄົນ (ທຽບໃສ່ແຜນ ການປະຕິບັດໄດ້ 102%), ນັກທ່ອງທ່ຽວຕ່າງປະເທດ 36.351 ຄົນ (ທຽບໃສ່ແຜນການປະຕິບັດໄດ້ 118%). ໃນນັ້ນ, ສາມາດສ້າງລາຍຮັບສະເລ່ຍໃຫ້ແກ່ສັງຄົມ ຈາກວຽກງານທ່ອງທ່ຽວໄດ້ທັງໝົດ 58 ຕື້ກວ່າກີບ (ທຽບໃສ່ແຜນປີປະຕິບັດໄດ້ 115%).

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ໃຫ້ອອກນອກປະເທດເບລິສ ສຸດທ້າຍຖືກຍິງເສຍຊີວິດ

ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ. ສຳນັກຂ່າວຕ່າງປະເທດລາຍງານເຫດລະທຶກຂວັນ! ໜຸ່ມອາເມລິກາ ກໍ່ເຫດໃຊ້ມີດຈີ້ນັກບິນຂັບເຮືອບບິນນ້ອຍ ສາຍການບິນ Tropic Air ໃນປະເທດເບລິສ ເມື່ອວັນພະຫັດ ທີ...

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ

TECNO CAMON 40 Pro ຈະເປີດໂຕໃນລາວໃນວັນທີ 21 ເດືອນ 04 ນຳເທຣນ ໃໝ່ແຫ່ງການຖ່າຍຮູບດ້ວຍໂທລະສັບ TECNO CAMON 40 Pro ສະມາດໂຟນ...

ລວມພາບບັນຍາກາດສຸດຮ້ອນແຮງຈາກ Mistine ມາຝາກ

ພາບບັນຍາກາດສຸດມ່ວນຈາກ Mistine ໃນເທດສະການປີໃໝ່ລາວ 2025. Mistine ແບຣນເຄື່ອງສຳອາງດຽວທີ່ມາແຈກຄວາມມ່ວນ ຄວາມມັນໃຫ້ທຸກຄົນໃນເທດສະການປີໃໝ່ລາວ 2025 ເພາະໃນບູດມີແຈກຄີມກັນແດດ ແລະ ລິບສະຕິກຟຣີ!! ພ້ອມກັບຈຸດເຕີມນ້ຳ ແລະ DJ ເປີດເພງໃຫ້ໄດ້ເຕັ້ນຈົນລືມຮ້ອນບອກເລີຍວ່າເຖິງຈະບໍ່ມີເຄື່ອງດື່ມ...